Skip to content
The Believer's Library

Biblica® Open Lao Contemporary Version

Amos 1 OLCV

Show OLCV only
Verse × ×
1 The words of Amos, a shepherd of Tekoa, which he saw about Israel when Uzziah ruled Judah and Jeroboam son of Joash ruled Israel, two years before the earthquake. ຖ້ອຍຄຳ​ຂອງ​ອາໂມດ ຄົນລ້ຽງແກະ​ຄົນ​ໜຶ່ງ​ໃນ​ເຕກົວ ສິ່ງ​ທີ່​ອາໂມດ​ໄດ້​ເຫັນ​ກ່ຽວກັບ​ອິດສະຣາເອນ​ສອງ​ປີ ກ່ອນ​ທີ່ຈະ​ເກີດ​ແຜ່ນດິນ​ໄຫວ, ເມື່ອ​ເວລາ​ທີ່​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.
2 He said: Our Father roars from Zion, sounds his voice from Jerusalem; the shepherds' pastures mourn, and Carmel's summit withers. ອາໂມດ​ໄດ້​ກ່າວ​ວ່າ: “ພຣະເຈົ້າ​ຢາເວ​ເປັ່ງ​ສຽງ​ກ້ອງ​ຈາກ​ຊີໂອນ ເປັ່ງ​ສຽງ​ຈາກ​ເຢຣູຊາເລັມ ແລ້ວ​ທົ່ງຫຍ້າ​ຂອງ​ຄົນລ້ຽງແກະ​ກໍ​ຫ່ຽວ​ແຫ້ງ ແລະ ຈອມພູ​ກາເມນ​ກໍ​ຫ່ຽວ​ແຫ້ງ​ໄປ”
3 This is what our Father says: For three sins of Damascus, and for four, I will not turn it back, because they threshed Gilead with sledges of iron. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ດາມັສກັດ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ, ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ໄດ້​ນວດ​ຊາວ​ກີເລອາດ ດ້ວຍ​ແປ້ນ​ນວດ​ເຂົ້າ ເຊິ່ງ​ມີ​ແຂ້ວ​ເປັນ​ເຫລັກ,
4 So I will send a fire upon the house of Hazael, and it will devour the strongholds of Ben-hadad. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ເຮືອນ​ຂອງ​ກະສັດ​ຮາຊາເອນ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ກະສັດ​ເບັນຮາດາດ.
5 I will break the gate-bar of Damascus, and cut off the one who sits enthroned in the Valley of Aven and the one who holds the scepter in Beth-eden; and the people of Aram will go into exile to Kir, says our Father. ເຮົາ​ຈະ​ພັງ​ປະຕູ​ເມືອງ​ດາມັສກັດ; ເຮົາ​ຈະ​ທຳລາຍ​ກະສັດ​ທີ່​ຢູ່​ໃນ​ຮ່ອມ​ພູ​ອາເວນ ແລະ ທຳລາຍ​ຜູ້​ຖື​ໄມ້​ຄາທາ​ໃນ​ເບັດເຮເດນ ຊາວ​ຊີເຣຍ​ຈະ​ຖືກ​ກວາດ​ຕ້ອນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ເມືອງ​ກີຣະ”, ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
6 So says our Father: For three crimes of Gaza, and for four, I will not reverse it—they exiled an entire people, handing them over to Edom. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ກາຊາ​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ໄດ້​ກວາດ​ຕ້ອນ​ຄົນ​ທັງ​ຊຸມຊົນ​ໄປ​ເປັນ​ຊະເລີຍ ແລະ ຂາຍ​ໃຫ້​ແກ່​ຊາວ​ເອໂດມ,
7 So I will send a fire upon the wall of Gaza, and it will devour her strongholds. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ກຳແພງ​ເມືອງ​ກາຊາ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ມັນ.
8 I will cut off the one enthroned in Ashdod and the one who holds the scepter in Ashkelon; I will turn my hand against Ekron, and the remnant of the Philistines will perish, says the Sovereign Father. ເຮົາ​ຈະ​ທຳລາຍ​ກະສັດ​ແຫ່ງ​ອາຊະໂດດ ແລະ ທຳລາຍ​ຜູ້​ຖື​ໄມ້​ຄາທາ​ໃນ​ອາຊະເກໂລນ. ເຮົາ​ຈະ​ລົງໂທດ​ຊາວ​ເມືອງ​ເອັກໂຣນ, ຈົນ​ກວ່າ​ຄົນ​ຟີລິດສະຕິນ​ຄົນ​ສຸດ​ທ້າຍ​ຈະ​ຕາຍ​ໄປ”, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນັ້ນ.
9 So says our Father: For three sins of Tyre, and for four, I will not relent, because they handed over a whole community of exiles to Edom and forgot the covenant of brothers. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ຕີເຣ​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ໄດ້​ຂາຍ​ຊະເລີຍ​ທັງ​ຊຸມຊົນ​ໃຫ້​ແກ່​ເອໂດມ, ບໍ່​ຄຳນຶງ​ເຖິງ​ສັນຍາ​ມິດຕະພາບ​ລະຫວ່າງ​ພີ່ນ້ອງ,
10 So I will send a fire upon the wall of Tyre, and it will devour her strongholds. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ກຳແພງ​ເມືອງ​ຕີເຣ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ມັນ”.
11 This is what our Father says: For three sins of Edom, and for four, I will not relent, because he chased his brother with the sword, stifled all compassion, his anger tore endlessly, and he kept his wrath forever. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ເອໂດມ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ຖື​ດາບ​ຕາມ​ລ່າ​ນ້ອງຊາຍ​ຂອງ​ຕົນ ແລະ ຂ້າ​ແມ່ຍິງ​ຂອງ​ດິນແດນ, ເພາະ​ຄວາມ​ໃຈຮ້າຍ​ຂອງ​ມັນ​ລຸກ​ຢູ່​ຕະຫລອດ​ເວລາ ແລະ ຄວາມ​ຄຽດແຄ້ນ​ຂອງ​ມັນ​ກໍ​ລຸກ​ຢູ່​ບໍ່​ຢຸດ,
12 So I will send a fire upon Teman, and it will devour the strongholds of Bozrah. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ເຕມານ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ໂບຊະຣາ”.
13 This is what our Father says: For three sins of the Ammonites, and for four, I will not relent, because they ripped open Gilead's pregnant women to enlarge their border. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ອຳໂມນ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ໄດ້​ຜ່າ​ທ້ອງ​ແມ່ຍິງ​ຖືພາ​ໃນ​ກີເລອາດ ເພື່ອ​ຂະຫຍາຍ​ເຂດແດນ​ຂອງ​ຕົນ,
14 So I will kindle a fire on the wall of Rabbah, and it will devour her strongholds, with shouting on the day of battle, with a tempest on the day of the whirlwind. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ກຳແພງ​ເມືອງ​ຣັບບາ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ມັນ ທ່າມກາງ​ສຽງ​ໂຫ່​ຮ້ອງ​ໃນ​ວັນ​ສົງຄາມ, ທ່າມກາງ​ສາຍ​ລົມ​ປັ່ນປ່ວນ​ໃນ​ວັນ​ທີ່​ມີ​ພະຍຸ.
15 And their king will go into exile, he and his officials together, says our Father. ກະສັດ​ຂອງ​ອຳໂມນ ແລະ ບັນດາ​ຂ້າລາຊະການ ຈະ​ຕົກ​ເປັນ​ຊະເລີຍ”, ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]