Skip to content
The Believer's Library

Biblica® Open Lao Contemporary Version

Joel 3 OLCV

Show OLCV only
Verse × ×
1 "For look, in those days and at that time, when I restore the fortunes of Judah and Jerusalem, “ເມື່ອ​ເຖິງ​ວັນ​ເຫລົ່ານັ້ນ ແລະ ເວລາ​ນັ້ນ, ເມື່ອ​ເຮົາ​ຟື້ນຟູ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຢູດາ ແລະ ເຢຣູຊາເລັມ​ນັ້ນ,
2 I will gather all the nations and bring them down to the Valley of Jehoshaphat. There I will judge them on behalf of my people, my inheritance Israel, whom they scattered among the nations; for they divided up my land, ເຮົາ​ຈະ​ເຕົ້າໂຮມ​ທຸກ​ຊົນຊາດ ແລະ ນຳ​ພວກເຂົາ​ລົງ​ມາ​ທີ່​ຮ່ອມພູ​ເຢໂຮຊາຟັດ. ເຮົາ​ຈະ​ດຳເນີນ​ຄະດີ​ພວກເຂົາ​ຢູ່​ທີ່​ນັ້ນ ເລື່ອງ​ທີ່​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ​ໄດ້​ເຮັດ​ຕໍ່​ມໍລະດົກ​ຂອງ​ເຮົາ, ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ແຕກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ ແລະ ແບ່ງ​ດິນແດນ​ຂອງ​ເຮົາ.
3 and they cast lots for my people. They traded a boy for a prostitute, and sold a girl for wine to drink. ພວກເຂົາ​ໄດ້​ຈັບ​ສະຫລາກ​ແບ່ງ​ປະຊາຊົນ​ຂອງ​ເຮົາ. ແລະ ເອົາ​ເດັກນ້ອຍ​ຜູ້​ຊາຍ​ໄປ​ແລກປ່ຽນ​ກັບ​ຍິງ​ໂສເພນີ​ມາ; ພວກເຂົາ​ໄດ້​ຂາຍ​ເດັກນ້ອຍ​ຜູ້ຍິງ​ເພື່ອ​ຈະ​ໄດ້​ເຫລົ້າອະງຸ່ນ​ມາ​ດື່ມ.
4 "Now what do you have against me, Tyre and Sidon, and all the regions of Philistia? Are you repaying me for something I have done? If you are paying me back, I will swiftly and speedily bring what you have done back on your own heads. “ຕີເຣ ແລະ ຊີໂດນ​ກັບ​ດິນແດນ​ຟີລິດສະຕິນ​ທັງໝົດ ເຈົ້າ​ມີ​ສິ່ງ​ໃດ​ຕໍ່ສູ້​ເຮົາ? ເຈົ້າ​ກຳລັງ​ແກ້ແຄ້ນ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ບໍ? ຖ້າ​ເຈົ້າ​ແກ້ແຄ້ນ​ເຮົາ, ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ຕົກ​ຖືກ​ເຈົ້າ​ເອງ​ຢ່າງ​ໄວວາ ແລະ ທັນທີທັນໃດ.
5 For you took my silver and my gold and carried my finest treasures into your temples. ເພາະ​ເຈົ້າ​ໄດ້​ຢຶດ​ເອົາ​ເງິນ ແລະ ຄຳ​ຂອງ​ເຮົາ​ກັບ​ຊັບສົມບັດ​ອັນ​ລ້ຳຄ່າ​ຂອງ​ເຮົາ​ໄປ​ໄວ້​ທີ່​ວິຫານ​ຕ່າງໆ​ຂອງ​ເຈົ້າ.
6 You sold the people of Judah and Jerusalem to the Greeks, to send them far away from their own land. ເຈົ້າ​ໄດ້​ຂາຍ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ໃຫ້​ແກ່​ຊາວ​ກຣີກ ເພື່ອ​ເຈົ້າ​ຈະ​ໄດ້​ສົ່ງ​ພວກເຂົາ​ໄປ​ໃຫ້​ໄກ​ຈາກ​ບ້ານເກີດ​ເມືອງ​ນອນ​ຂອງ​ພວກເຂົາ.
7 "But look, I am rousing them from the place to which you sold them, and I will bring what you have done back on your own heads. “ເບິ່ງ​ແມ, ເຮົາ​ຈະ​ກະຕຸ້ນ​ພວກເຂົາ​ໃຫ້​ອອກ​ມາ​ຈາກ​ສະຖານທີ່​ຕ່າງໆ ທີ່​ເຈົ້າ​ໄດ້​ຂາຍ​ພວກເຂົາ​ໃຫ້ ແລະ ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ນັ້ນ​ຕົກ​ຖືກ​ເຈົ້າ​ເອງ.
8 I will sell your sons and daughters to the people of Judah, and they will sell them to the Sabeans, to a nation far away—for our Father has spoken." ເຮົາ​ຈະ​ຂາຍ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ເຈົ້າ​ໃຫ້​ແກ່​ຊາວ​ຢູດາ. ແລ້ວ​ຊາວ​ຢູດາ​ຈະ​ຂາຍ​ພວກເຂົາ​ໃຫ້​ຊາວ​ເຊບາ, ເຊິ່ງ​ເປັນ​ຊົນຊາດ​ໜຶ່ງ​ທີ່​ຢູ່​ໄກ”. ພຣະເຈົ້າ​ໄດ້​ກ່າວ​ດັ່ງນັ້ນ.
9 Proclaim this among the nations: Prepare for war! Rouse the warriors! Let all the fighting men draw near and come up. ຈົ່ງ​ປະກາດ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ວ່າ: ຈົ່ງ​ຕຽມພ້ອມ​ສຳລັບ​ສູ້ຮົບ! ຈົ່ງ​ປຸກ​ລະດົມ​ບັນດາ​ນັກຮົບ! ໃຫ້​ບັນດາ​ນັກ​ຕໍ່ສູ້​ທຸກຄົນ​ເຂົ້າ​ມາ​ໃກ້ ແລະ ບຸກ​ໂຈມຕີ.
10 Beat your plowshares into swords and your pruning hooks into spears; let the weakling say, "I am a warrior." ຈົ່ງ​ຕີ​ໝາກກະສົບໄຖ​ຂອງ​ເຈົ້າ​ໃຫ້​ເປັນ​ດາບ ແລະ ຕີ​ກ່ຽວ​ຂອງ​ເຈົ້າ​ໃຫ້​ເປັນ​ຫອກ. ໃຫ້​ຄົນ​ທີ່​ອ່ອນແອ​ເວົ້າ​ວ່າ, “ຂ້ອຍ​ເຂັ້ມແຂງ!”
11 Hurry and come, all you surrounding nations, and gather yourselves there. Bring down your warriors, our Father. ຈົ່ງ​ມາ​ໄວໆ, ຊົນຊາດ​ທັງຫລາຍ​ຈາກ​ທຸກ​ທີ່​ທຸກ​ບ່ອນ, ແລະ ມາ​ປະຊຸມ​ກັນ​ຢູ່​ທີ່​ນັ້ນ. ຂ້າແດ່​ພຣະເຈົ້າ​ຢາເວ! ຂໍ​ໂຜດ​ສົ່ງ​ນັກຮົບ​ຂອງ​ພຣະອົງ​ລົງ​ມາ!
12 "Let the nations rouse themselves and come up to the Valley of Jehoshaphat; for there I will sit to judge all the surrounding nations. “ຈົ່ງ​ກະຕຸ້ນ​ປະຊາຊາດ​ທັງຫລາຍ ໃຫ້​ບຸກ​ໜ້າ​ມາ​ທີ່​ຮ່ອມ​ພູ​ເຢໂຮຊາຟັດ, ເພາະ​ເຮົາ​ຈະ​ນັ່ງ​ຢູ່​ທີ່​ນັ້ນ ເພື່ອ​ຕັດສິນ​ປະຊາຊາດ​ທັງໝົດ​ທຸກ​ດ້ານ.
13 Swing the sickle, for the harvest is ripe. Come, trample, for the winepress is full and the vats overflow—for their wickedness is great." ຈົ່ງ​ແກວ່ງ​ກ່ຽວ​ໄປ, ເພາະ​ເຂົ້າ​ກໍ​ສຸກ​ພ້ອມ​ໃຫ້​ກ່ຽວ​ແລ້ວ. ຈົ່ງ​ມາ, ມາ​ຢຽບ​ໝາກອະງຸ່ນ, ເພາະ​ອ່າງ​ຢຽບ​ໝາກອະງຸ່ນ​ກໍ​ເຕັມ​ແລ້ວ ແລະ ອ່າງ​ເກັບ​ນັ້ນ​ມີ​ເຫລົ້າອະງຸ່ນ​ເຕັມ​ຈົນ​ລົ້ນ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ​ກໍ​ມີ​ຫລວງຫລາຍ!”
14 Multitudes, multitudes in the valley of decision! For the day of our Father is near in the valley of decision. ມີ​ຄົນ​ຈຳນວນ​ຫລວງຫລາຍ ຢູ່​ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ! ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ.
15 The sun and the moon grow dark, and the stars hold back their light. ຕາເວັນ ແລະ ເດືອນ​ຈະ​ມືດ​ມິດ​ໄປ ແລະ ດາວ​ຈະ​ບໍ່​ສ່ອງ​ແສງ.
16 Our Father roars from Zion and raises his voice from Jerusalem; the heavens and the earth tremble. But our Father is a refuge for his people, a stronghold for the children of Israel. ພຣະເຈົ້າ​ຢາເວ​ຈະ​ເປັ່ງ​ສຽງ​ອອກ​ມາ​ຈາກ​ຊີໂອນ ແລະ ເປັ່ງ​ສຽງ​ຟ້າຮ້ອງ​ອອກ​ມາ​ຈາກ​ເຢຣູຊາເລັມ; ແຜ່ນດິນ​ໂລກ ແລະ ຟ້າ​ສະຫວັນ​ຈະ​ສັ່ນສະທ້ານ. ແຕ່​ພຣະເຈົ້າ​ຢາເວ​ຈະ​ເປັນ​ບ່ອນ​ລີ້ໄພ​ສຳລັບ​ປະຊາຊົນ​ຂອງ​ພຣະອົງ, ເປັນ​ທີ່ໝັ້ນ​ສຳລັບ​ປະຊາຊົນ​ອິດສະຣາເອນ.
17 "Then you will know that I am your Father, living in Zion, my holy mountain. Jerusalem will be holy, and foreigners will never pass through it again. “ແລ້ວ​ນັ້ນ​ເຈົ້າ​ກໍ​ຈະ​ຮູ້​ວ່າ, ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ສະຖິດ​ຢູ່​ໃນ​ຊີໂອນ, ພູເຂົາ​ສັກສິດ​ຂອງ​ເຮົາ. ເຢຣູຊາເລັມ​ຈະ​ບໍລິສຸດ​ສັກສິດ; ຄົນ​ຕ່າງຊາດ​ຈະ​ບໍ່​ມາ​ທຳລາຍ​ເຢຣູຊາເລັມ​ອີກ.
18 "And in that day the mountains will drip with sweet wine, the hills will flow with milk, and all the streambeds of Judah will run with water. A spring will flow from my house and water the Valley of Acacias. “ໃນ​ວັນ​ນັ້ນ​ຈະ​ມີ​ນ້ຳ​ອະງຸ່ນ​ໃໝ່​ຍ້ອຍ​ຈາກ​ພູເຂົາ ແລະ ມີ​ນ້ຳນົມ​ໄຫລ​ມາ​ຈາກ​ໂນນພູ; ຫ້ວຍນ້ຳ​ທັງຫລາຍ​ຂອງ​ຢູດາ​ຈະ​ມີ​ນ້ຳ​ນອງ. ນ້ຳພຸ​ຈະ​ໄຫລ​ອອກ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຮ່ອມພູ​ຕົ້ນກະຖິນ.
19 Egypt will become a wasteland and Edom a desolate wilderness, because of the violence done to the people of Judah, in whose land they shed innocent blood. ແຕ່​ເອຢິບ​ຈະ​ຮົກຮ້າງ, ເອໂດມ​ກາຍເປັນ​ຖິ່ນແຫ້ງແລ້ງກັນດານ, ເພາະ​ຄວາມ​ໂຫດຮ້າຍ​ທີ່​ໄດ້​ເຮັດ​ໄວ້​ກັບ​ຊາວ​ຢູດາ, ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຕ້ອງ​ຫລັ່ງ​ເລືອດ​ໃນ​ດິນແດນ​ນັ້ນ.
20 But Judah will be inhabited forever, and Jerusalem through all generations. ຢູດາ ແລະ ເຢຣູຊາເລັມ​ຈະ​ມີ​ຄົນ​ອາໄສ​ຢູ່ ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.
21 I will cleanse the guilt of the blood shed against them—which I have not yet cleansed—for our Father dwells in Zion." ຄວາມ​ຜິດ​ທີ່​ພວກເຂົາ​ເຮັດ​ໃຫ້​ເລືອດ​ຕົກ​ທີ່​ເຮົາ​ບໍ່​ໄດ້​ອະໄພ​ໃຫ້​ນັ້ນ ເຮົາ​ຈະ​ໃຫ້​ອະໄພ”. ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ໃນ​ຊີໂອນ!
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]