Skip to content
The Believer's Library

Biblica® Open Lao Contemporary Version

Joel 2 OLCV

Show OLCV only
Verse × ×
1 Blow the ram's horn in Zion; sound the alarm on my holy mountain! Let all who live in the land tremble, for the day of our Father is coming—it is near: ຈົ່ງ​ເປົ່າ​ແກ​ໃນ​ຊີໂອນ; ໃຫ້​ສັນຍານ​ເຕືອນ​ທີ່​ເທິງ​ພູເຂົາ​ສັກສິດ​ຂອງ​ເຮົາ. ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຈົ່ງ​ສັ່ນສະທ້ານ, ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ກຳລັງ​ມາ​ເຖິງ​ແລ້ວ. ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ
2 A day of darkness and gloom, a day of clouds and thick darkness. Like dawn spreading across the mountains, a great and mighty army comes—nothing like it has ever been before, and nothing like it will ever come again. ເປັນ​ວັນ​ແຫ່ງ​ຄວາມ​ມືດມິດ ແລະ ມືດມົວ​ຫລາຍ, ເປັນ​ວັນ​ທີ່​ມີ​ເມກ​ຄຶ້ມ ແລະ ຄວາມ​ມືດ​ມິດ. ເໝືອນ​ແສງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ​ສາດ​ຊ່ອງ​ໄປ​ທົ່ວ​ພູເຂົາ ກອງທັບ​ຂະໜາດ​ໃຫຍ່ ແລະ ຍິ່ງໃຫຍ່​ໄດ້​ມາ ຢ່າງ​ທີ່​ບໍ່​ເຄີຍ​ມີ​ໃນ​ອະດີດ ແລະ ຈະ​ບໍ່​ມີ​ອີກ​ເລີຍ​ໃນ​ອະນາຄົດ.
3 Before them fire devours, and behind them a flame blazes. The land before them is like the garden of Eden, but behind them a desolate wilderness—and nothing escapes them. ເບື້ອງ​ໜ້າ​ພວກມັນ​ມີ​ໄຟ​ທີ່​ເຜົາຜານ ເບື້ອງ​ຫລັງ​ພວກມັນ​ມີ​ເປວໄຟ​ທີ່​ລຸກ​ໄໝ້. ເບື້ອງ​ໜ້າ​ພວກມັນ​ມີ​ດິນແດນ​ທີ່​ງົດງາມ​ເໝືອນ​ກັບ​ສວນ​ເອເດນ, ເບື້ອງ​ຫລັງ​ພວກມັນ​ເຫລືອ​ແຕ່​ຖິ່ນແຫ້ງແລ້ງກັນດານ ບໍ່​ມີ​ສິ່ງໃດ​ທີ່​ຈະ​ໜີ​ພົ້ນ​ຈາກ​ພວກມັນ​ໄປ​ໄດ້.
4 They look like horses; like war horses they charge. ພວກມັນ​ມີ​ລັກສະນະ​ຄ້າຍ​ຄື​ກັນ​ກັບ​ຝູງມ້າ ພວກມັນ​ແລ່ນ​ມາ​ເໝືອນ​ກັບ​ຂະບວນ​ມ້າ​ຮົບ;
5 Like the rumbling of chariots they leap over the mountaintops, like the crackling of flame consuming stubble, like a mighty army drawn up for battle. ດ້ວຍ​ສຽງ​ດັງ​ເໝືອນ​ກັບ​ລົດຮົບ ພວກມັນ​ແລ່ນ​ຢູ່​ເທິງ​ຍອດ​ພູເຂົາ, ເໝືອນ​ກັບ​ສຽງ​ໄຟໄໝ້​ແຕກ ເຊິ່ງ​ເຜົາໄໝ້​ຕໍ​ໄມ້, ແລະ ເໝືອນ​ກັບ​ກອງທັບ​ໃຫຍ່​ທີ່​ຍົກ​ທັບ​ຂຶ້ນ​ມາ​ສູ້ຮົບ.
6 Before them peoples writhe in anguish; every face grows pale. ເມື່ອ​ປະຊາຊາດ​ທັງຫລາຍ​ເຫັນ​ພວກມັນ​ແລ້ວ ກໍ​ທຸກທໍລະມານ; ໃບໜ້າ​ຂອງ​ທຸກຄົນ​ຕ່າງ​ກໍ​ຈືດ​ໄປ.
7 Like warriors they charge; like soldiers they scale the wall. Each marches in line, never swerving from its course. ພວກມັນ​ບຸກ​ເຂົ້າ​ມາ​ເໝືອນ​ກັບ​ນັກຮົບ; ພວກມັນ​ປີນ​ກຳແພງ​ເໝືອນ​ກັບ​ທະຫານ. ພວກມັນ​ເດີນ​ຂະບວນ​ເຂົ້າ​ມາ​ເປັນ​ແຖວ, ບໍ່​ມີ​ແຕກ​ແຖວ​ເລີຍ.
8 They do not jostle one another; each keeps to its own path. They burst through the weapons and are not halted. ພວກມັນ​ບໍ່​ບຽດ​ກັນ; ແຕ່​ລະ​ໂຕ​ເດີນ​ຊື່​ໄປ​ຂ້າງ​ໜ້າ ພວກມັນ​ບຸ​ຝ່າ​ເຄື່ອງ​ປ້ອງກັນ ໂດຍ​ບໍ່​ແຕກ​ແຖວ.
9 They rush upon the city; they run along the wall. They climb into the houses; through the windows they enter like a thief. ພວກມັນ​ຟ້າວ​ບຸກ​ເຂົ້າ​ເມືອງ; ພວກມັນ​ແລ່ນ​ໄປ​ຕາມ​ກຳແພງ. ພວກມັນ​ປີນ​ເຂົ້າ​ໄປ​ໃນ​ເຮືອນ​ຕ່າງໆ. ພວກມັນ​ເຂົ້າ​ໄປ​ທາງ​ປ່ອງຢ້ຽມ​ຄື​ກັບ​ຄົນຂີ້ລັກ.
10 Before them the earth quakes, the heavens tremble. The sun and moon grow dark, and the stars no longer shine. ແຜ່ນດິນໂລກ​ສັ່ນສະເທືອນ​ຕໍ່ໜ້າ​ພວກມັນ, ຟ້າ​ສະຫວັນ​ກໍ​ສັ່ນສະທ້ານ, ດວງ​ຕາເວັນ ແລະ ດວງ​ເດືອນ​ກໍ​ມືດ, ດວງດາວ​ກໍ​ບໍ່​ສ່ອງ​ແສງ​ອີກ.
11 Our Father raises his voice at the head of his army; his camp is very great, and mighty are those who carry out his word. The day of our Father is great and utterly terrifying—who can endure it? ພຣະເຈົ້າ​ຢາເວ​ໄດ້​ເປັ່ງ​ສຽງ​ຮ້ອງ​ດັງ​ກ້ອງ ຢູ່​ທາງ​ໜ້າ​ຂອງ​ກອງທັບ​ຂອງ​ພຣະອົງ; ກອງກຳລັງ​ຂອງ​ພຣະອົງ​ແມ່ນ​ມີ​ຈຳນວນ​ຫລວງຫລາຍ, ແລະ ກອງທັບ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່. ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ກໍ​ຍິ່ງໃຫຍ່; ແລະ ມັນ​ເປັນ​ຕາ​ຢ້ານ​ຫລາຍ. ຜູ້ໃດ​ຈະ​ສາມາດ​ທົນ​ຢູ່​ໄດ້?
12 "Yet even now," declares our Father, "return to me with all your heart, with fasting, with weeping, and with mourning. ພຣະເຈົ້າ​ຢາເວ​ປະກາດ​ວ່າ “ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ຢ່າງ​ສຸດ​ໃຈ ດ້ວຍ​ການ​ຖືສິນ​ອົດອາຫານ, ຮ້ອງໄຫ້ ແລະ ຄ່ຳຄວນ”.
13 "Tear your hearts, not your garments. Return to your Father, for he is gracious and compassionate, slow to anger and abounding in covenant love, and he relents from sending disaster. ຈົ່ງ​ຈີກ​ຫົວໃຈ​ຂອງ​ເຈົ້າ ແລະ ບໍ່​ແມ່ນ​ຈີກ​ເສື້ອ​ຜ້າ​ຂອງ​ເຈົ້າ. ຈົ່ງ​ກັບ​ຄືນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ. ເພາະ​ພຣະອົງ​ເຕັມລົ້ນ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ, ບໍ່​ໃຈຮ້າຍ​ງ່າຍ ແລະ ເຕັມລົ້ນ​ດ້ວຍ​ຄວາມ​ຮັກ, ແລະ ພຣະອົງ​ອົດ​ໃຈ​ບໍ່​ສົ່ງ​ໄພພິບັດ​ມາ.
14 Who knows? He may turn and relent and leave behind a blessing—a grain offering and a drink offering for your Father." ຜູ້ໃດ​ຈະ​ຮູ້? ພຣະອົງ​ອາດ​ກັບ​ຫັນ​ມາ ແລະ ປ່ຽນໃຈ ແລະ ປະ​ຄຳ​ອວຍພອນ ຄື​ໃຫ້​ມີ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ ເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ.
15 Blow a shofar in Zion; consecrate a fast; call a sacred assembly. ຈົ່ງ​ເປົ່າ​ແກ​ໃນ​ຊີໂອນ, ຈົ່ງ​ປະກາດ​ການ​ຖືສິນ​ອົດ​ອາຫານ​ອັນ​ບໍລິສຸດ, ແລະ ເອີ້ນ​ປະຊຸມ​ອັນ​ບໍລິສຸດ​ສັກສິດ.
16 Gather the people; consecrate the assembly; bring together the elders; gather the children, even the infants nursing at the breast. Let the bridegroom come out of his room, and the bride from her chamber. ຈົ່ງ​ເຕົ້າໂຮມ​ປະຊາຊົນ, ຊຳລະ​ທີ່​ປະຊຸມ​ໃຫ້​ບໍລິສຸດ; ຈົ່ງ​ນຳ​ຜູ້ອາວຸໂສ​ມາ​ເຕົ້າໂຮມ​ກັນ, ເຕົ້າໂຮມ​ເດັກນ້ອຍ, ບັນດາ​ເດັກນ້ອຍ​ເຫລົ່ານັ້ນ​ທີ່​ຍັງ​ກິນ​ນົມ​ແມ່. ໃຫ້​ເຈົ້າບ່າວ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນ ແລະ ໃຫ້​ເຈົ້າສາວ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນ.
17 Let the priests who minister before our Father weep between the portico and the altar. Let them say, "Spare your people, our Father, and do not make your inheritance an object of scorn, a byword among the nations. Why should they say among the peoples, 'Where is their God?'" ໃຫ້​ປະໂລຫິດ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ຮ້ອງໄຫ້​ຢູ່​ລະຫວ່າງ​ລະບຽງ​ວິຫານ​ກັບ​ແທ່ນບູຊາ. ໃຫ້​ພວກເຂົາ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ໄວ້​ຊີວິດ​ຂອງ​ຄົນ​ພຣະອົງ​ດ້ວຍ. ຂໍ​ຢ່າ​ເຮັດ​ໃຫ້​ມໍລະດົກ​ຂອງ​ພຣະອົງ​ເປັນ​ທີ່​ດູຖູກ. ເປັນ​ຄຳ​ເຢາະເຢີ້ຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ. ເປັນ​ຫຍັງ​ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ‘ພຣະເຈົ້າ​ຂອງ​ພວກເຂົາ​ຢູ່​ໃສ?’ ”
18 Then our Father became jealous for his land and took pity on his people. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ຫຶງຫວງ​ດິນແດນ​ຂອງ​ພຣະອົງ ແລະ ຈະ​ສົງສານ​ຄົນ​ຂອງ​ພຣະອົງ.
19 Our Father answered his people: "Look, I am sending you grain, new wine, and oil, and you will be satisfied with them. Never again will I make you an object of scorn among the nations." ພຣະເຈົ້າ​ຢາເວ​ໄດ້​ຕອບ​ພວກເຂົາ​ວ່າ: “ເຮົາ​ຈະ​ສົ່ງ​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ​ມາ​ໃຫ້ ພຽງພໍ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ອິ່ມໜຳ​ສຳລານ; ເຮົາ​ຈະ​ບໍ່​ເຮັດ​ໃຫ້​ເຈົ້າ ຕົກ​ເປັນ​ເປົ້າ​ຂອງ​ການ​ເຢາະເຢີ້ຍ​ຂອງ​ປະຊາຊາດ​ທັງຫລາຍ​ອີກ​ຕໍ່ໄປ
20 "I will drive the northern army far from you, pushing it into a parched and desolate land—its front ranks into the Dead Sea and its rear into the Mediterranean Sea. Its stench will rise; its foul smell will go up, for it has done monstrous things. “ເຮົາ​ຈະ​ຂັບໄລ່​ກອງທັບ​ມາ​ແຕ່​ພາກ​ເໜືອ​ໃຫ້​ໄປ​ໄກ​ຈາກ​ເຈົ້າ, ເຮົາ​ຈະ​ຍູ້​ພວກມັນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ແຫ້ງແລ້ງ ແລະ ແຕກແຫງ; ແຖວ​ດ້ານ​ຕາເວັນອອກ​ຂອງ​ພວກມັນ​ຈະ​ລົງ​ໄປ​ໃນ​ທະເລ​ຕາຍ ແລະ ແຖວ​ດ້ານ​ຕາເວັນຕົກ​ຂອງ​ພວກມັນ​ຈະ​ລົງ​ໄປ​ໃນ​ທະເລ​ເມດິແຕຣາເນ. ແລະ ກິ່ນເໝັນ​ຂອງ​ພວກມັນ​ກໍ​ຈະ​ພຸ່ງ​ຂຶ້ນ​ມາ; ກິ່ນເໝັນ​ຂອງ​ພວກມັນ​ກໍ​ຈະ​ລອຍ​ຂຶ້ນ​ໄປ”. ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຢ່າງ​ແນ່ນອນ!
21 Don't be afraid, land; rejoice and be glad, for our Father has done great things! ແຜ່ນດິນ​ແຫ່ງ​ຢູດາ, ຢ່າ​ຢ້ານ​ເລີຍ; ຈົ່ງ​ຍິນດີ ແລະ ຊື່ນຊົມຍິນດີ. ພຣະເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຢ່າງ​ແນ່ນອນ!
22 Do not be afraid, you animals of the field, for the pastures of the wilderness are turning green; the tree bears its fruit; the fig tree and the vine yield their riches. ສັດ​ປ່າ​ທັງຫລາຍ ຢ່າ​ຢ້ານ​ເລີຍ ເພາະ​ທົ່ງຫຍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ​ຈະ​ກັບ​ມາ​ຂຽວ​ຄືນ. ຕົ້ນໄມ້​ທັງຫລາຍ​ຈະ​ອອກ​ຜົນ​ຂອງ​ມັນ; ຕົ້ນ​ໝາກເດື່ອ ແລະ ເຄືອອະງຸ່ນ​ຈະ​ອອກ​ຜົນ​ຢ່າງ​ສົມບູນ.
23 Be glad, children of Zion, and rejoice in your Father, for he has given you the autumn rain to show his faithfulness; he sends down for you abundant showers, the autumn and the spring rains, as before. ປະຊາຊົນ​ແຫ່ງ​ຊີໂອນ, ຈົ່ງ​ຍິນດີ, ຈົ່ງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ, ເພາະ​ພຣະອົງ​ໄດ້​ໃຫ້​ຝົນ​ລະດູ​ໃບໄມ້​ຫລົ່ນ​ໃຫ້​ແກ່​ເຈົ້າ ເພາະ​ພຣະອົງ​ສັດຊື່. ພຣະອົງ​ໄດ້​ສົ່ງ​ຝົນ​ຕົກ​ຢ່າງ​ອຸດົມສົມບູນ​ມາ​ໃຫ້​ເຈົ້າ, ທັງ​ຝົນ​ລະດູ​ໃບ​ໄມ້​ຫລົ່ນ ແລະ ລະດູ​ໃບ​ໄມ້​ປົ່ງ​ເໝືອນ​ກັບ​ທີ່​ຜ່ານມາ.
24 The threshing floors will be full of grain; the vats will overflow with new wine and oil. ລານ​ຟາດ​ເຂົ້າ​ຈະ​ມີ​ເຂົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຂົ້າ; ຖັງ​ຈະ​ເຕັມ​ລົ້ນ​ດ້ວຍ​ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ.
25 I will repay you for the years the locusts have eaten—the swarming locust, the young locust, the destroying locust, and the cutting locust—my great army that I sent among you. “ເຮົາ​ຈະ​ຊົດເຊີຍ​ໃຫ້​ເຈົ້າ​ສຳລັບ​ຊ່ວງ​ປີ​ທີ່​ຕັກແຕນ​ໄດ້​ກັດ​ກິນ​ນັ້ນ ທັງ​ຕັກແຕນ​ໃຫຍ່ ແລະ ຕັກແຕນ​ອ່ອນ, ຕັກແຕນ​ໂຕ​ອື່ນໆ ແລະ ຝູງ​ຕັກແຕນ ຄື​ກອງທັບ​ໃຫຍ່​ຂອງ​ເຮົາ​ທີ່​ເຮົາ​ໄດ້​ສົ່ງ​ມາ​ຍັງ​ເຈົ້າ.
26 You will eat your fill and be satisfied, and you will praise the name of your Father, who has dealt wondrously with you; and never again will my people be put to shame. ເຈົ້າ​ຈະ​ມີ​ກິນ​ຢ່າງ​ເຫລືອ​ເຟືອ​ຈົນ​ອີ່ມໜຳສຳລານ ແລະ ເຈົ້າ​ຈະ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ, ຜູ້​ທີ່​ກະທຳ​ການ​ອັດສະຈັນ​ຕ່າງໆ​ເພື່ອ​ເຈົ້າ; ປະຊາຊົນ​ຂອງ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.
27 Then you will know that I am in the midst of Israel, and that I am your Father, and there is no other; and never again will my people be put to shame. ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ອິດສະຣາເອນ, ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ, ແລະ ບໍ່​ມີ​ພະ​ອື່ນ​ອີກ; ປະຊາຊົນ​ຂອງ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.
28 "And afterward, I will pour out my Spirit on all flesh. Your sons and your daughters will prophesy, your old men will dream dreams, your young men will see visions. “ແລະ ຕໍ່ມາ​ພາຍຫລັງ, ເຮົາ​ຈະ​ເທ​ພຣະວິນຍານ​ຂອງ​ເຮົາ​ລົງ​ເທິງ​ທຸກ​ຄົນ. ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ, ບັນດາ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ, ບັນດາ​ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ.
29 Even on the male servants and the female servants in those days I will pour out my Spirit. ໃນ​ວັນ​ເຫລົ່ານັ້ນ, ເຮົາ​ຈະ​ເທ​ພຣະວິນຍານ​ຂອງ​ເຮົາ ລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ, ທັງ​ຊາຍ ແລະ ຍິງ,
30 I will show wonders in the heavens and on the earth—blood and fire and columns of smoke. ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ຈະ​ມີ​ເລືອດ ແລະ ມີ​ໄຟ​ກັບ​ຄວັນ​ໄຟ.
31 The sun will be turned to darkness and the moon to blood before the great and awesome day of our Father comes." ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມ​ມືດ ແລະ ດວງ​ຈັນ​ຈະ​ກາຍເປັນ​ເລືອດ ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ມາ​ເຖິງ.
32 And this will happen: everyone who calls on the name of the Lord will be saved; for on Mount Zion and in Jerusalem there will be deliverance, as our Father has said, among the survivors whom our Father calls. ແລະ ທຸກຄົນ​ທີ່​ຮ້ອງ ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ; ເພາະ​ເທິງ​ພູເຂົາ​ຊີໂອນ ແລະ ໃນ​ເຢຣູຊາເລັມ ຈະ​ມີ​ການ​ກອບກູ້​ຢູ່​ທີ່​ນັ້ນ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້, ແມ່ນ​ແຕ່​ໃນ​ທ່າມກາງ​ບັນດາ​ຜູ້​ລອດ​ຊີວິດ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໄວ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]