Skip to content
The Believer's Library

Biblica® Open Lao Contemporary Version

Joel 1 OLCV

Show OLCV only
Verse × ×
1 The word of our Father that came to Joel son of Pethuel. ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ມາ​ເຖິງ​ໂຢເອນ ລູກຊາຍ​ຂອງ​ເປທູເອນ.
2 Hear this, you elders; listen, all who live in this land. Has anything like this happened in your days, or in the days of your ancestors? ຈົ່ງ​ຕັ້ງໃຈ​ຟັງ, ພວກເຈົ້າ​ຜູ້ອາວຸໂສ​ທັງຫລາຍ; ຈົ່ງ​ຟັງ​ໃຫ້​ດີ, ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ພວກເຈົ້າ ຫລື ໃນ​ສະໄໝ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ?
3 Tell your children about it, and let your children tell their children, and their children the next generation. ຈົ່ງ​ເລົ່າ​ເລື່ອງລາວ​ໃຫ້​ບັນດາ​ລູກ​ຂອງ​ພວກເຈົ້າ​ຟັງ, ແລະ ໃຫ້​ບັນດາ​ລູກ​ຂອງ​ພວກເຈົ້າ​ເລົ່າ​ເລື່ອງລາວ​ໃຫ້​ບັນດາ​ລູກ​ຂອງ​ພວກເຂົາ​ຟັງ, ແລະ ໃຫ້​ບັນດາ​ລູກຫລານ​ຂອງ​ພວກເຂົາ​ເລົ່າ​ເລື່ອງລາວ​ໃຫ້​ລຸ້ນ​ຕໍ່​ໄປ​ຟັງ.
4 What the cutting locust spared, the swarming locust ate; what the swarming locust spared, the hopping locust ate; and what the hopping locust spared, the destroying locust ate. ຕັກແຕນ​ເປັນ​ຝູງ​ກິນ​ສິ່ງໃດ​ເຫລືອ​ໄວ້ ຕັກແຕນ​ໃຫຍ່​ກໍ​ມາ​ກິນ ຕັກແຕນ​ໃຫຍ່​ກິນ​ສິ່ງໃດ​ເຫລືອ​ໄວ້ ຕັກແຕນ​ໜຸ່ມ​ກໍ​ມາ​ກິນ ຕັກແຕນ​ໜຸ່ມ​ກິນ​ສິ່ງໃດ​ເຫລືອ​ໄວ້ ຕັກແຕນ​ອື່ນໆ​ກໍ​ມາ​ກິນ.
5 Wake up, you drunkards, and weep; wail, all you wine drinkers, over the sweet wine, for it has been cut off from your lips. ຄົນ​ຂີ້ເມົາ, ຈົ່ງ​ຕື່ນ​ຂຶ້ນ ແລະ ຈົ່ງ​ຮ້ອງໄຫ້! ນັກ​ດື່ມ​ເຫລົ້າອະງຸ່ນ​ທຸກ​ຄົນ​ເອີຍ, ຈົ່ງ​ໂອ່ຍຄາງ; ຈົ່ງ​ໂອ່ຍຄາງ​ເພາະ​ເຫລົ້າອະງຸ່ນ​ໃໝ່, ເພາະ​ມັນ​ຖືກ​ດຶງ​ເອົາ​ໄປ​ຈາກ​ຮິມສົບ​ຂອງ​ພວກເຈົ້າ​ແລ້ວ.
6 "For a nation has invaded my land, mighty and beyond number; its teeth are the teeth of a lion, and it has the fangs of a lioness. ມີ​ຊົນຊາດ​ໜຶ່ງ​ໄດ້​ຮຸກຮານ​ດິນແດນ​ຂອງ​ເຮົາ, ເປັນ​ກອງທັບ​ໃຫຍ່​ທີ່​ມີ​ຈຳນວນ​ນັບ​ບໍ່​ຖ້ວນ; ແຂ້ວ​ຂອງ​ມັນ​ຄົມ​ເໝືອນດັ່ງ​ແຂ້ວ​ຂອງ​ໂຕ​ສິງ, ມີ​ແຂ້ວ​ເໝືອນດັ່ງ​ແຂ້ວ​ຂອງ​ສິງ​ແມ່.
7 It has devastated my vines and splintered my fig tree; it has stripped off their bark and cast it aside, leaving their branches bare and white." ມັນ​ທຳລາຍ​ເຄືອອະງຸ່ນ​ຂອງ​ເຮົາ ແລະ ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ເຮົາ. ມັນ​ລອກ​ເປືອກ​ໄມ້​ອອກ ແລະ ໂຍນ​ຖິ້ມ​ໄປ, ເຫລືອ​ໄວ້​ແຕ່​ກ້ານ​ຂາວ.
8 Wail like a virgin dressed in mourning clothes for the husband of her youth. ຈົ່ງ​ຮ້ອງໄຫ້​ເໝືອນດັ່ງ​ສາວ​ບໍລິສຸດ​ນຸ່ງ​ເສື້ອ​ຜ້າກະສອບ ເຊິ່ງ​ຄ່ຳຄວນ​ເຖິງ​ຄູ່ໝັ້ນ​ໃນ​ໄວ​ໜຸ່ມ​ຂອງ​ຕົນ.
9 The grain offering and the drink offering are cut off from the house of our Father; the priests, the ministers of our Father, mourn. ເຄື່ອງ​ຖວາຍ​ພືດຜົນ​ບູຊາ ແລະ ເຄື່ອງດື່ມ​ບູຊາ ຖືກ​ຕັດ​ຂາດ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ບັນດາ​ປະໂລຫິດ​ກຳລັງ​ໂສກເສົ້າ, ບັນດາ​ຜູ້ຮັບໃຊ້​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
10 The field is devastated, the ground mourns; for the grain is destroyed, the new wine dries up, the oil fails. ທົ່ງນາ​ຖືກ​ທຳລາຍ, ພື້ນດິນ​ແຫ້ງແລ້ງ; ເມັດພືດ​ກໍ​ຖືກ​ທຳລາຍ, ເຫລົ້າອະງຸ່ນ​ໃໝ່​ກໍ​ແຫ້ງ, ບໍ່​ມີ​ນ້ຳມັນ​ໝາກກອກ.
11 Be ashamed, you farmers; wail, you grape growers, over the wheat and the barley, for the harvest of the field has perished. ຊາວນາ​ທັງຫລາຍ ຈົ່ງ​ສິ້ນ​ຫວັງ, ຊາວສວນ​ອະງຸ່ນ​ທັງຫລາຍ ຈົ່ງ​ຮ້ອງໄຫ້; ຈົ່ງ​ໂສກເສົ້າ​ເລື່ອງ​ເຂົ້າຫວີດ ແລະ ເຂົ້າບາເລ, ເພາະ​ຜົນລະປູກ​ໃນ​ທົ່ງນາ​ໄດ້​ຖືກ​ທຳລາຍ.
12 The vine is dried up, and the fig tree withers; the pomegranate, the palm, and the apple—all the trees of the field are dried up. Surely joy has withered away from all people. ເຄືອອະງຸ່ນ​ກໍ​ຫ່ຽວ​ແຫ້ງ ແລະ ຕົ້ນ​ໝາກເດື່ອ​ກໍ​ແຫ້ງ​ຫ່ຽວ​ໄປ ທັງ​ຕົ້ນ​ໝາກພິລາ, ຕົ້ນປາມ ແລະ ຕົ້ນ​ແອັບເປີ້ນ ຕົ້ນໄມ້​ທັງໝົດ​ໃນ​ທົ່ງນາ​ກໍ​ຫ່ຽວ​ແຫ້ງ. ຄວາມ​ຊື່ນຊົມຍິນດີ​ຂອງ​ຄົນ​ທັງຫລາຍ ກໍ​ສູນສິ້ນ​ໄປ​ຢ່າງ​ແນ່ນອນ.
13 Put on mourning clothes and lament, you priests; wail, you ministers of the altar. Come, spend the night in mourning clothes, you ministers of my Father; for the grain offering and the drink offering are withheld from the house of your Father. ປະໂລຫິດ​ທັງຫລາຍ, ຈົ່ງ​ນຸ່ງ​ເສື້ອ​ຜ້າກະສອບ ແລະ ໄວ້​ທຸກ; ພວກເຈົ້າ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ແທ່ນບູຊາ, ຈົ່ງ​ຮ້ອງໄຫ້. ຈົ່ງ​ມາ, ຈົ່ງ​ນຸ່ງ​ເສື້ອ​ຜ້າ​ກະສອບ​ໄວ້​ຕະຫລອດ​ຄືນ, ພວກເຈົ້າ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຂອງ​ເຮົາ; ເພາະ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ ກໍ​ຂາດ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ.
14 Declare a fast; call a sacred assembly. Gather the elders and all who live in the land to the house of our Father, and cry out to our Father. ຈົ່ງ​ປະກາດ​ໃຫ້​ມີ​ການ​ຖືສິນ​ອົດ​ອາຫານ​ອັນ​ບໍລິສຸດ; ຈົ່ງ​ເອີ້ນ​ປະຊຸມ​ອັນ​ສັກສິດ. ຈົ່ງ​ເອີ້ນ​ບັນດາ​ຜູ້ອາວຸໂສ ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ ໃຫ້​ມາ​ຍັງ​ວິຫານຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ແລະ ຮ້ອງ​ຕໍ່​ພຣະເຈົ້າ​ຢາເວ.
15 Alas for the day! For the day of our Father is near, and it will come like destruction from the Almighty. ເປັນ​ວັນ​ທີ່​ໜ້າ​ຢ້ານກົວ​ຫລາຍ! ເພາະ​ວັນ​ຂອງ​ພຣະເຈົ້າ​ຢາເວ​ໃກ້​ເຂົ້າ​ມາ​ແລ້ວ; ວັນ​ນັ້ນ​ຈະ​ມາ​ເໝືອນ​ຄວາມ​ພິນາດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.
16 Is not the food cut off right before our eyes—joy and gladness gone from the house of our Father? ອາຫານ​ໄດ້​ຖືກ​ຕັດ​ອອກ​ໄປ ຕໍ່ໜ້າ​ຕໍ່​ຕາ​ພວກເຮົາ​ແລ້ວ ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ຍິນດີ ກໍ​ໄດ້​ສູນສິ້ນ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ແລ້ວ​ບໍ່​ແມ່ນ​ບໍ?
17 The seeds shrivel in the parched ground; the storehouses are desolate, the granaries are torn down, for the grain has dried up. ເມັດພືດ​ຫ່ຽວແຫ້ງ ຢູ່​ໃຕ້​ດິນ​ຕົມ. ໂຮງ​ເກັບ​ເຂົ້າ​ຢູ່​ໃນ​ສະພາບ​ຫັກພັງ, ສາງ​ທັງຫລາຍ​ກໍ​ຫັກພັງ​ລົງ, ເພາະ​ເມັດ​ເຂົ້າ​ຫ່ຽວແຫ້ງ​ໄປ​ໝົດ.
18 How the animals groan! The herds of cattle wander in confusion because they have no pasture; even the flocks of sheep suffer. ຝູງ​ງົວ​ກໍ​ຮ້ອງ​ຄວນ​ຄາງ! ຝູງງົວ​ປ່ວງ​ໄປ​ມາ ເພາະ​ສັດ​ເຫລົ່ານັ້ນ​ບໍ່​ມີ​ທົ່ງຫຍ້າ; ແມ່ນ​ແຕ່​ຝູງ​ແກະ​ກໍ​ທຸກທໍລະມານ.
19 To you, our Father, I call, for fire has devoured the pastures of the wilderness, and flame has burned all the trees of the field. ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ເພາະ​ໄຟ​ໄດ້​ເຜົາຜານ​ທົ່ງຫຍ້າ​ທີ່​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ແປວໄຟ​ໄດ້​ໄໝ້​ເຜົາ​ຕົ້ນໄມ້​ໃນ​ທົ່ງນາ​ທັງໝົດ.
20 Even the wild animals cry out to you, for the streams have dried up, and fire has devoured the pastures of the wilderness. ແມ່ນ​ແຕ່​ສັດປ່າ​ກໍ​ຄວນ​ຄາງ​ຫາ​ພຣະອົງ ສາຍ​ນ້ຳ​ທັງຫລາຍ​ກໍ​ບົກ​ແຫ້ງ​ໄປ ແລະ ໄຟ​ກໍ​ເຜົາໄໝ້​ທົ່ງຫຍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]