Side by side with the Father's Heart Bible™ ຊົນຊາດທັງຫລາຍຖືກພິພາກສາ
1“ເມື່ອເຖິງວັນເຫລົ່ານັ້ນ ແລະ ເວລານັ້ນ,ເມື່ອເຮົາຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຢູດາ ແລະ ເຢຣູຊາເລັມນັ້ນ,
2ເຮົາຈະເຕົ້າໂຮມທຸກຊົນຊາດແລະ ນຳພວກເຂົາລົງມາທີ່ຮ່ອມພູເຢໂຮຊາຟັດ.ເຮົາຈະດຳເນີນຄະດີພວກເຂົາຢູ່ທີ່ນັ້ນເລື່ອງທີ່ປະຊາຊົນອິດສະຣາເອນຂອງເຮົາໄດ້ເຮັດຕໍ່ມໍລະດົກຂອງເຮົາ,ເພາະພວກເຂົາໄດ້ເຮັດໃຫ້ປະຊາຊົນຂອງເຮົາແຕກກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆແລະ ແບ່ງດິນແດນຂອງເຮົາ.
3ພວກເຂົາໄດ້ຈັບສະຫລາກແບ່ງປະຊາຊົນຂອງເຮົາ.ແລະ ເອົາເດັກນ້ອຍຜູ້ຊາຍໄປແລກປ່ຽນກັບຍິງໂສເພນີມາ;ພວກເຂົາໄດ້ຂາຍເດັກນ້ອຍຜູ້ຍິງເພື່ອຈະໄດ້ເຫລົ້າອະງຸ່ນມາດື່ມ.
4“ຕີເຣ ແລະ ຊີໂດນກັບດິນແດນຟີລິດສະຕິນທັງໝົດ ເຈົ້າມີສິ່ງໃດຕໍ່ສູ້ເຮົາ? ເຈົ້າກຳລັງແກ້ແຄ້ນເຮົາໃນສິ່ງທີ່ເຮົາໄດ້ເຮັດນັ້ນບໍ? ຖ້າເຈົ້າແກ້ແຄ້ນເຮົາ, ເຮົາກໍຈະໃຫ້ສິ່ງທີ່ເຈົ້າໄດ້ເຮັດໄວ້ຕົກຖືກເຈົ້າເອງຢ່າງໄວວາ ແລະ ທັນທີທັນໃດ. 5ເພາະເຈົ້າໄດ້ຢຶດເອົາເງິນ ແລະ ຄຳຂອງເຮົາກັບຊັບສົມບັດອັນລ້ຳຄ່າຂອງເຮົາໄປໄວ້ທີ່ວິຫານຕ່າງໆຂອງເຈົ້າ. 6ເຈົ້າໄດ້ຂາຍຊາວຢູດາ ແລະ ຊາວເຢຣູຊາເລັມໃຫ້ແກ່ຊາວກຣີກ ເພື່ອເຈົ້າຈະໄດ້ສົ່ງພວກເຂົາໄປໃຫ້ໄກຈາກບ້ານເກີດເມືອງນອນຂອງພວກເຂົາ.
7“ເບິ່ງແມ, ເຮົາຈະກະຕຸ້ນພວກເຂົາໃຫ້ອອກມາຈາກສະຖານທີ່ຕ່າງໆ ທີ່ເຈົ້າໄດ້ຂາຍພວກເຂົາໃຫ້ ແລະ ເຮົາກໍຈະໃຫ້ສິ່ງທີ່ເຈົ້າໄດ້ເຮັດໄວ້ນັ້ນຕົກຖືກເຈົ້າເອງ. 8ເຮົາຈະຂາຍບັນດາລູກຊາຍ ແລະ ລູກສາວຂອງເຈົ້າໃຫ້ແກ່ຊາວຢູດາ. ແລ້ວຊາວຢູດາຈະຂາຍພວກເຂົາໃຫ້ຊາວເຊບາ, ເຊິ່ງເປັນຊົນຊາດໜຶ່ງທີ່ຢູ່ໄກ”. ພຣະເຈົ້າໄດ້ກ່າວດັ່ງນັ້ນ.
9ຈົ່ງປະກາດໃນທ່າມກາງຊົນຊາດທັງຫລາຍວ່າ:ຈົ່ງຕຽມພ້ອມສຳລັບສູ້ຮົບ!ຈົ່ງປຸກລະດົມບັນດານັກຮົບ!ໃຫ້ບັນດານັກຕໍ່ສູ້ທຸກຄົນເຂົ້າມາໃກ້ ແລະ ບຸກໂຈມຕີ.
10ຈົ່ງຕີໝາກກະສົບໄຖຂອງເຈົ້າໃຫ້ເປັນດາບແລະ ຕີກ່ຽວຂອງເຈົ້າໃຫ້ເປັນຫອກ.ໃຫ້ຄົນທີ່ອ່ອນແອເວົ້າວ່າ,“ຂ້ອຍເຂັ້ມແຂງ!”
11ຈົ່ງມາໄວໆ, ຊົນຊາດທັງຫລາຍຈາກທຸກທີ່ທຸກບ່ອນ,ແລະ ມາປະຊຸມກັນຢູ່ທີ່ນັ້ນ.ຂ້າແດ່ພຣະເຈົ້າຢາເວ! ຂໍໂຜດສົ່ງນັກຮົບຂອງພຣະອົງລົງມາ!
12“ຈົ່ງກະຕຸ້ນປະຊາຊາດທັງຫລາຍໃຫ້ບຸກໜ້າມາທີ່ຮ່ອມພູເຢໂຮຊາຟັດ,ເພາະເຮົາຈະນັ່ງຢູ່ທີ່ນັ້ນເພື່ອຕັດສິນປະຊາຊາດທັງໝົດທຸກດ້ານ.
13ຈົ່ງແກວ່ງກ່ຽວໄປ,ເພາະເຂົ້າກໍສຸກພ້ອມໃຫ້ກ່ຽວແລ້ວ.ຈົ່ງມາ, ມາຢຽບໝາກອະງຸ່ນ,ເພາະອ່າງຢຽບໝາກອະງຸ່ນກໍເຕັມແລ້ວແລະ ອ່າງເກັບນັ້ນມີເຫລົ້າອະງຸ່ນເຕັມຈົນລົ້ນຄວາມຊົ່ວຮ້າຍຂອງພວກເຂົາກໍມີຫລວງຫລາຍ!”
14ມີຄົນຈຳນວນຫລວງຫລາຍຢູ່ໃນຮ່ອມພູແຫ່ງການພິພາກສາ!ເພາະວັນແຫ່ງພຣະເຈົ້າຢາເວແມ່ນໃກ້ເຂົ້າມາແລ້ວໃນຮ່ອມພູແຫ່ງການພິພາກສາ.
15ຕາເວັນ ແລະ ເດືອນຈະມືດມິດໄປແລະ ດາວຈະບໍ່ສ່ອງແສງ.
16ພຣະເຈົ້າຢາເວຈະເປັ່ງສຽງອອກມາຈາກຊີໂອນແລະ ເປັ່ງສຽງຟ້າຮ້ອງອອກມາຈາກເຢຣູຊາເລັມ;ແຜ່ນດິນໂລກ ແລະ ຟ້າສະຫວັນຈະສັ່ນສະທ້ານ.ແຕ່ພຣະເຈົ້າຢາເວຈະເປັນບ່ອນລີ້ໄພສຳລັບປະຊາຊົນຂອງພຣະອົງ,ເປັນທີ່ໝັ້ນສຳລັບປະຊາຊົນອິດສະຣາເອນ.
ພອນສຳລັບປະຊາຊົນຂອງພຣະເຈົ້າ
17“ແລ້ວນັ້ນເຈົ້າກໍຈະຮູ້ວ່າ, ເຮົາຜູ້ເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.ສະຖິດຢູ່ໃນຊີໂອນ, ພູເຂົາສັກສິດຂອງເຮົາ.ເຢຣູຊາເລັມຈະບໍລິສຸດສັກສິດ;ຄົນຕ່າງຊາດຈະບໍ່ມາທຳລາຍເຢຣູຊາເລັມອີກ.
18“ໃນວັນນັ້ນຈະມີນ້ຳອະງຸ່ນໃໝ່ຍ້ອຍຈາກພູເຂົາແລະ ມີນ້ຳນົມໄຫລມາຈາກໂນນພູ;ຫ້ວຍນ້ຳທັງຫລາຍຂອງຢູດາຈະມີນ້ຳນອງ.ນ້ຳພຸຈະໄຫລອອກມາຈາກວິຫານຂອງພຣະເຈົ້າຢາເວໃຫ້ຄວາມຊຸ່ມຊື່ນແກ່ຮ່ອມພູຕົ້ນກະຖິນ.
19ແຕ່ເອຢິບຈະຮົກຮ້າງ,ເອໂດມກາຍເປັນຖິ່ນແຫ້ງແລ້ງກັນດານ,ເພາະຄວາມໂຫດຮ້າຍທີ່ໄດ້ເຮັດໄວ້ກັບຊາວຢູດາ,ພວກເຂົາໄດ້ເຮັດໃຫ້ຜູ້ບໍລິສຸດຕ້ອງຫລັ່ງເລືອດໃນດິນແດນນັ້ນ.
20ຢູດາ ແລະ ເຢຣູຊາເລັມຈະມີຄົນອາໄສຢູ່ຕະຫລອດໄປທຸກຊົ່ວອາຍຸ.
21ຄວາມຜິດທີ່ພວກເຂົາເຮັດໃຫ້ເລືອດຕົກທີ່ເຮົາບໍ່ໄດ້ອະໄພໃຫ້ນັ້ນເຮົາຈະໃຫ້ອະໄພ”.ພຣະເຈົ້າຢາເວສະຖິດຢູ່ໃນຊີໂອນ!