Skip to content
The Believer's Library

Biblica® Open Lao Contemporary Version

Malachi 4 OLCV

Show OLCV only
Verse × ×
1 Look—a day is coming, burning like a furnace, when all the arrogant and every wrongdoer will be stubble; that day will set them ablaze, says the Father of heaven's armies, leaving them neither root nor branch. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ວັນ​ທີ່​ເຜົາໄໝ້​ເໝືອນ​ດັ່ງ​ເຕົາໄຟ. ທຸກຄົນ​ທີ່​ຈອງຫອງ ແລະ ທຸກຄົນ​ທີ່​ເຮັດ​ຊົ່ວ​ຈະ​ເປັນ​ຕໍ​ຕົ້ນເຂົ້າ ແລະ ວັນ​ທີ່​ຈະ​ມາ​ເຖິງ​ນັ້ນ​ຈະ​ຈູດ​ໄຟ​ເຜົາໄໝ້​ພວກເຂົາ​ທັງໝົດ, ບໍ່​ໃຫ້​ເຫລືອ​ແມ່ນ​ແຕ່​ຮາກ ຫລື ງ່າ​ຈັກ​ງ່າ​ດຽວ.
2 But for you who fear my name, the sun of righteousness will rise with healing in its wings, and you'll go out leaping like calves from the stall. ແຕ່​ສຳລັບ​ພວກເຈົ້າ​ທີ່​ຢຳເກງ​ນາມ​ຂອງ​ເຮົາ, ຕາເວັນ​ແຫ່ງ​ຄວາມ​ຊອບທຳ​ຈະ​ຂຶ້ນ​ມາ​ພ້ອມ​ດ້ວຍ​ປີກ​ແຫ່ງ​ການ​ບຳບັດ​ຮັກສາ ແລະ ພວກເຈົ້າ​ຈະ​ອອກ​ໄປ ແລະ ສະໜຸກສະໜານ​ເໝືອນ​ລູກງົວ​ທີ່​ຖືກ​ປ່ອຍ​ອອກ​ຈາກ​ຄອກ.
3 You will trample the wicked, for they will be ashes under the soles of your feet on the day I act, says the Father of heaven's armies. ແລ້ວ​ພວກເຈົ້າ​ຈະ​ຢຽບຢ່ຳ​ຄົນ​ຊົ່ວ; ພວກເຂົາ​ຈະ​ເປັນ​ເໝືອນ​ຂີ້ເຖົ່າ​ທີ່​ຢູ່​ກ້ອງ​ຝ່າ​ຕີນ​ຂອງ​ພວກເຈົ້າ​ໃນ​ວັນ​ທີ່​ເຮົາ​ລົງ​ມື​ກະທຳ​ສິ່ງ​ເຫລົ່ານີ້”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
4 "Remember the instruction of my servant Moses, the statutes and judgments I commanded him at Horeb for all Israel. “ຈົ່ງ​ລະນຶກ​ເຖິງ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ, ດຳລັດ ແລະ ກົດບັນຍັດ​ທັງຫລາຍ ເຊິ່ງ​ເຮົາ​ໄດ້​ມອບ​ໃຫ້​ໂມເຊ​ຢູ່​ເທິງ​ພູເຂົາ​ໂຮເຣັບ ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ.
5 See, I will send you Elijah the prophet before the great and awesome day of our Father comes. “ເບິ່ງ​ແມ, ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ເອລີຢາ​ມາ​ຫາ​ພວກເຈົ້າ​ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ມາ​ເຖິງ.
6 He will turn the hearts of fathers to their children and the hearts of children to their fathers, so I will not come and strike the land with utter destruction." ລາວ​ຈະ​ນຳ​ຫົວໃຈ​ຂອງ​ພໍ່​ມາ​ຫາ​ລູກ ແລະ ນຳ​ຫົວໃຈ​ຂອງ​ລູກ​ມາ​ຫາ​ພໍ່; ບໍ່​ດັ່ງນັ້ນ​ເຮົາ​ຈະ​ມາ ແລະ ຟາດ​ດິນແດນ​ນີ້​ດ້ວຍ​ການ​ທຳລາຍ​ໃຫ້​ໝົດ​ໄປ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]