Skip to content
The Believer's Library

Biblica® Open Lao Contemporary Version

Malachi 3 OLCV

Show OLCV only
Verse × ×
1 Look, I am sending my messenger, and he will prepare the way before me. Then suddenly the Lord whom you are seeking will come to his temple—the messenger of the covenant in whom you delight. Look, he is coming, says the Father of heaven's armies. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ “ເບິ່ງ​ແມ, ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ມາ​ຕຽມ​ທາງ​ໄວ້​ໃຫ້​ເຮົາ​ລ່ວງໜ້າ​ກ່ອນ. ແລ້ວ​ທັນ​ໃດ​ນັ້ນ​ອົງພຣະຜູ້ເປັນເຈົ້າ​ທີ່​ພວກເຈົ້າ​ສະແຫວງຫາ​ນັ້ນ​ຈະ​ມາ​ທີ່​ວິຫານ​ຂອງ​ພຣະອົງ; ທູດ​ແຫ່ງ​ຄຳໝັ້ນສັນຍາ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຈະ​ມາ”.
2 "But who can endure the day he comes? Who can stand when he appears? He is like a refiner's fire, like a launderer's soap. ແຕ່​ຜູ້ໃດ​ຈະ​ສາມາດ​ທົນ​ຢູ່​ໄດ້​ໃນ​ວັນ​ທີ່​ພຣະອົງ​ມາ? ຜູ້ໃດ​ຈະ​ສາມາດ​ຢືນ​ຢູ່​ໄດ້​ເມື່ອ​ພຣະອົງ​ມາ​ປາກົດ? ເພາະ​ພຣະອົງ​ຈະ​ເປັນ​ເໝືອນ​ໄຟ​ທີ່​ຫລອມ​ໂລຫະ, ເໝືອນ​ສະບູ​ຂອງ​ຊ່າງ​ຟອກ.
3 He will sit refining and purifying silver; he will purify Levi's sons and refine them like gold and silver, and they will bring offerings to our Father in righteousness. ພຣະອົງ​ຈະ​ນັ່ງ​ລົງ​ເໝືອນ​ກັບ​ຊ່າງ​ຫລອມ​ເງິນ ແລະ ຊຳລະ​ເງິນ​ໃຫ້​ບໍລິສຸດ; ພຣະອົງ​ຈະ​ຊຳລະ​ຄົນ​ເລວີ ແລະ ຫລອມ​ພວກເຂົາ​ເໝືອນ​ກັບ​ຫລອມ​ເງິນ ແລະ ຄຳ. ແລ້ວ​ພຣະເຈົ້າ​ຢາເວ​ຈະ​ໄດ້​ຄົນ​ທີ່​ນຳ​ເຄື່ອງບູຊາ​ມາ​ຖວາຍ​ດ້ວຍ​ຄວາມ​ຊອບທຳ,
4 Then Judah and Jerusalem's offering will please our Father, as in days past, as in former years." ແລະ ເຄື່ອງຖວາຍ​ຂອງ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ເປັນ​ທີ່​ຍອມຮັບ​ຂອງ​ພຣະເຈົ້າ​ຢາເວ ເໝືອນ​ວັນ​ເວລາ​ໃນ​ອະດີດ, ເໝືອນ​ປີ​ເກົ່າ​ກ່ອນ.
5 I will come near to judge you, a swift witness against sorcerers, adulterers, those who swear falsely, who cheat the worker of his wages, oppress the widow and orphan, push aside the foreigner, and do not fear me, says the Father of heaven's armies. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ເພື່ອ​ພິພາກສາ​ໂທດ​ພວກເຈົ້າ. ເຮົາ​ຈະ​ຕັ້ງ​ຂໍ້ຫາ​ແກ່​ບັນດາ​ຄົນ​ທີ່​ໃຊ້​ຄາຖາ​ອາຄົມ, ຄົນຫລິ້ນຊູ້, ຄົນ​ທີ່​ສາບານ​ຕົວະ, ບັນດາ​ຄົນ​ທີ່​ໂກງ​ຄ່າ​ແຮງ​ລູກ​ຈ້າງ, ຄົນ​ທີ່​ຂົ່ມເຫັງ​ແມ່ໝ້າຍ ແລະ ລູກ​ກຳພ້າ​ພໍ່ ແລະ ຄົນ​ທີ່​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນຕ່າງດ້າວ ແລະ ຄົນ​ທີ່​ບໍ່​ຢຳເກງ​ເຮົາ​ໂດຍ​ໄວ”.
6 For I, your Father, do not change; therefore you, children of Jacob, have not been destroyed. “ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ບໍ່​ປ່ຽນແປງ. ດັ່ງນັ້ນ ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ຢາໂຄບ​ຈຶ່ງ​ບໍ່​ຖືກ​ທຳລາຍ​ໄປ.
7 Since your ancestors' days you have turned from my statutes and not kept them. Return to me, and I will return to you, says the Father of heaven's armies. But you ask, 'How are we to return?' ຕັ້ງ​ແຕ່​ສະໄໝ​ບັນພະບຸລຸດ​ຂອງ​ພວກເຈົ້າ ພວກເຈົ້າ​ກໍ​ຫັນ​ໜີ​ຈາກ​ດໍາລັດ​ຂອງ​ເຮົາ ແລະ ບໍ່​ຍອມ​ປະຕິບັດ​ຕາມ​ດຳລັດ​ເຫລົ່ານັ້ນ. ຈົ່ງ​ກັບ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ. “ແຕ່​ພວກເຈົ້າ​ຖາມ​ວ່າ, ‘ຈະ​ໃຫ້​ພວກຂ້ານ້ອຍ​ຫັນ​ກັບ​ມາ​ຢ່າງໃດ?’
8 Will a person rob their Father? Yet you rob me. But you ask, 'How have we robbed you?' In the tenth and the offerings. “ມະນຸດ​ທຳມະດາ​ຈະ​ໂກງ​ພຣະເຈົ້າ​ບໍ? ເຖິງ​ປານ​ນັ້ນ​ພວກເຈົ້າ​ກໍ​ໂກງ​ເຮົາ. “ພວກເຈົ້າ​ຖາມ​ວ່າ ‘ພວກຂ້ານ້ອຍ​ໄດ້​ໂກງ​ພຣະອົງ​ຢ່າງໃດ?’ “ກໍ​ໂກງ​ໜຶ່ງ​ສ່ວນ​ສິບ ແລະ ຂອງ​ຖວາຍ​ຕ່າງໆ.
9 You are cursed with a curse, for you are robbing me—the whole nation of you. ພວກເຈົ້າ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ທັງ​ຊາດ​ຂອງ​ພວກເຈົ້າ ເພາະ​ພວກເຈົ້າ​ກຳລັງ​ໂກງ​ເຮົາ”.
10 Bring the full tenth into the storehouse, so there's food in my house. Test me in this, says the Father of heaven's armies, and see if I won't open heaven's windows for you and pour out blessing for you until there's no more need. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ຈົ່ງ​ນຳ​ເອົາ​ໜຶ່ງ​ສວ່ນ​ສິບ​ມາ​ທີ່​ຄັງ​ວິຫານ​ໃຫ້​ຄົບ, ເພື່ອ​ຈະ​ມີ​ອາຫານ​ໃນ​ວິຫານ​ຂອງ​ເຮົາ ຈົ່ງ​ລອງ​ເບິ່ງ​ເຮົາ​ໃນ​ຂໍ້​ນີ້, ແລະ ເບິ່ງ​ວ່າ​ເຮົາ​ຈະ​ບໍ່​ເປີດ​ປະຕູ​ຟ້າ​ສະຫວັນ ແລະ ເທ​ພອນ​ທັງຫລາຍ​ອອກ​ມາ​ຢ່າງ​ເຫລືອ​ລົ້ນ​ຈົນ​ບໍ່​ມີ​ຫ້ອງ​ຈະ​ເກັບ​ພອນ​ນັ້ນ​ໄວ້​ບໍ່”.
11 I will rebuke the devourer for you, so it will not destroy your ground's fruit, and your vine in the field will not fail to bear, says the Father of heaven's armies. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ປ້ອງກັນ​ບໍ່​ໃຫ້​ແມງໄມ້​ມາ​ກັດ​ກິນ​ຜົນລະປູກ​ຂອງ​ພວກເຈົ້າ ແລະ ເຄືອ​ອະງຸ່ນ​ໃນ​ສວນ​ຂອງ​ພວກເຈົ້າ​ຈະ​ບໍ່​ຫລົ່ນ​ກ່ອນ​ສຸກ,
12 Then all nations will call you blessed, for you will be a land of delight, says the Father of heaven's armies. ແລ້ວ​ທຸກ​ປະຊາຊາດ​ຈະ​ເອີ້ນ​ພວກເຈົ້າ​ວ່າ​ຜູ້​ໄດ້​ຮັບ​ພອນ, ເພາະ​ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ຢູ່​ອາໄສ​ຢ່າງ​ຜາສຸກ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
13 Your words were harsh against me, says our Father. But you ask, 'What have we said against you?' ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ຈອງຫອງ​ຕໍ່​ເຮົາ. “ແຕ່​ພວກເຈົ້າ​ກໍ​ຖາມ​ວ່າ ‘ພວກຂ້ານ້ອຍ​ໄດ້​ເວົ້າ​ຈອງຫອງ​ຕໍ່​ພຣະອົງ​ວ່າ​ແນວໃດ?’
14 You said, 'Serving God is useless. What have we gained by keeping his charge and walking as mourners before the Father of heaven's armies?' “ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ໄປ​ກໍ​ໄຮ້​ປະໂຫຍດ. ພວກເຮົາ​ໄດ້​ຮັບ​ສິ່ງໃດ​ແດ່​ຈາກ​ການ​ເຮັດ​ຕາມ​ຂໍ້​ກຳນົດ​ຂອງ​ພຣະອົງ ແລະ ຈາກ​ການ​ດຳເນີນຊີວິດ​ຢ່າງ​ຄົນ​ໄວ້ທຸກ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່?
15 Now we call the arrogant blessed. Those who do evil prosper; they even test God and escape. ແຕ່​ບັດນີ້ ພວກເຮົາ​ເອີ້ນ​ຄົນ​ຍິ່ງ​ຈອງຫອງ​ວ່າ​ຜູ້​ໄດ້​ຮັບ​ພອນ. ຄົນ​ເຮັດ​ຊົ່ວ​ກໍ​ຈະເລີນ​ຮຸ່ງເຮືອງ ແລະ ແມ່ນ​ແຕ່​ເມື່ອ​ພວກເຂົາ​ທົດລອງ​ພຣະເຈົ້າ ພວກເຂົາ​ກໍ​ຍັງ​ໜີ​ໄປ​ໄດ້’ ”.
16 Then those who feared our Father spoke to one another, and he listened and heard. A scroll of remembrance was written before him for those who fear him and treasure his name. ແລ້ວ​ບັນດາ​ຜູ້​ທີ່​ໄດ້​ຢຳເກງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັນ ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ຟັງ ແລະ ໄດ້​ຍິນ. ມີ​ໜັງສື​ມ້ວນ​ທີ່​ບັນທຶກ​ຄວາມ​ຈຳ​ກ່ຽວກັບ​ບັນດາ​ຜູ້​ທີ່​ໄດ້​ຢຳເກງ​ພຣະເຈົ້າ ແລະ ເທີດທູນ​ນາມ​ຂອງ​ພຣະອົງ​ຢູ່​ຕໍ່ໜ້າ​ພຣະອົງ.
17 They will be mine, says the Father of heaven's armies, on the day I act, my treasured possession. I will spare them as a father spares his son who serves him. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ພວກເຂົາ​ຈະ​ເປັນ​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ລົງ​ມື​ກະທຳ, ພວກເຂົາ​ຈະ​ເປັນ​ກຳມະສິດ​ອັນ​ລ້ຳຄ່າ​ຂອງ​ເຮົາ. ເຮົາ​ຈະ​ໄວ້​ຊີວິດ​ພວກເຂົາ​ເໝືອນ​ພໍ່​ທີ່​ເມດຕາ​ສົງສານ ແລະ ໄວ້​ຊີວິດ​ລູກຊາຍ​ຂອງ​ຕົນ​ທີ່​ຮັບໃຊ້​ຕົນ.
18 Once more you will see the difference between the righteous and the wicked, between one who serves our Father and one who does not serve him. ແລ້ວ​ພວກເຈົ້າ​ກໍ​ຈະ​ເຫັນ​ສິ່ງ​ເຫລົ່ານີ້​ອີກ​ຄັ້ງ​ໜຶ່ງ ຄື​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ຊອບທຳ​ກັບ​ຄົນອະທຳ, ລະຫວ່າງ​ບັນດາ​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ​ກັບ​ບັນດາ​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]