Skip to content
The Believer's Library

Biblica® Open Lao Contemporary Version

Malachi 2 OLCV

Show OLCV only
Verse × ×
1 Now, priests, this command is for you. ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ ບັດນີ້ ນີ້​ເປັນ​ຄຳ​ເຕືອນ​ສຳລັບ​ພວກເຈົ້າ ປະໂລຫິດ​ທັງຫລາຍ.
2 If you won't listen, or take it to heart to honor my name, says the Father of heaven's armies, I will send the curse on you and curse your blessings. I have already cursed them, because you don't take it to heart. ຖ້າ​ພວກເຈົ້າ​ບໍ່​ຟັງ ແລະ ບໍ່​ຕັ້ງ​ໃຈ​ຖວາຍ​ກຽດ​ແກ່​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ສົ່ງ​ຄຳ​ສາບແຊ່ງ​ມາ​ເໜືອ​ພວກເຈົ້າ ແລະ ເຮົາ​ຈະ​ສາບແຊ່ງ​ພອນ​ທັງຫລາຍ​ຂອງ​ພວກເຈົ້າ. ແທ້​ຈິງ​ແລ້ວ ເຮົາ​ໄດ້​ສາບແຊ່ງ​ສິ່ງ​ເຫລົ່ານັ້ນ​ແລ້ວ ເພາະ​ພວກເຈົ້າ​ບໍ່​ໄດ້​ຕັ້ງ​ໃຈ​ຖວາຍ​ກຽດ​ແກ່​ເຮົາ”.
3 I will rebuke your offspring and smear manure on your faces—the manure of your feasts—and you will be carried off with it. “ເພາະ​ພວກເຈົ້າ ເຮົາ​ຈະ​ຕັກເຕືອນ​ລູກຫລານ​ຂອງ​ພວກເຈົ້າ ເຮົາ​ຈະ​ທາ​ສິ່ງ​ເສດ​ເຫລືອ​ເຫລົ່ານັ້ນ​ທີ່​ເຈົ້າ​ຖວາຍ​ແກ່​ເຮົາ​ເທິງ​ໜ້າ​ຂອງ​ພວກເຈົ້າ ແລະ ໂຍນ​ພວກເຈົ້າ​ຖິ້ມ​ໄປ​ກັບ​ສິ່ງ​ເສດ​ເຫລືອ​ເຫລົ່ານັ້ນ.
4 Then you will know I sent this command to you, so my covenant with Levi stands, says the Father of heaven's armies. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ໄດ້​ສົ່ງ​ຄຳ​ເຕືອນ​ນີ້​ໄປ​ຫາ​ພວກເຈົ້າ​ແລ້ວ ເພື່ອ​ຄຳໝັ້ນສັນຍາ​ທີ່​ເຮົາ​ໃຫ້​ໄວ້​ແກ່​ເລວີ​ນັ້ນ​ຈະ​ສືບ​ທອດ​ຕໍ່ໄປ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
5 "My covenant with him was life and peace; I gave them to him to be held with reverence, and he revered me and trembled before my name. “ຄຳໝັ້ນສັນຍາ​ຂອງ​ເຮົາ​ແມ່ນ​ຢູ່​ກັບ​ລາວ, ເປັນ​ຄຳໝັ້ນສັນຍາ​ເພື່ອ​ໃຫ້​ຊີວິດ ແລະ ສັນຕິສຸກ, ແລະ ເຮົາ​ໄດ້​ໃຫ້​ແກ່​ລາວ; ຄຳໝັ້ນສັນຍາ​ນີ້​ໄດ້​ຮຽກຮ້ອງ​ຄວາມ​ເຄົາລົບ​ຈາກ​ລາວ ແລະ ລາວ​ກໍ​ໄດ້​ເຄົາລົບ​ເຮົາ ແລະ ດຳເນີນ​ດ້ວຍ​ຄວາມ​ຢຳເກງ​ນາມ​ຂອງ​ເຮົາ.
6 True instruction was in his mouth, no wrong on his lips. He walked with me in peace and integrity, and turned many from sin. ປາກ​ຂອງ​ລາວ​ເວົ້າ​ຄຳສອນ​ຈິງ ແລະ ຮີມສົບ​ຂອງ​ລາວ​ບໍ່​ເຄີຍ​ເວົ້າ​ຕົວະ. ລາວ​ໄດ້​ດຳເນີນຊີວິດ​ໄປ​ກັບ​ເຮົາ​ດ້ວຍ​ສັນຕິສຸກ ແລະ ຄວາມ​ທ່ຽງທຳ ແລະ ຊ່ວຍ​ຫລາຍ​ຄົນ​ໃຫ້​ຫັນ​ໜີຈາກ​ຄວາມ​ບາບ.
7 A priest's lips guard knowledge, and people seek instruction from his mouth, for he is the messenger of the Father of heaven's armies. “ເພາະ​ຮີມສົບ​ຂອງ​ປະໂລຫິດ​ຄວນ​ສະຫງວນ​ຄວາມ​ຮູ້​ໄວ້ ແລະ ຄົນ​ທັງຫລາຍ​ສະແຫວງຫາ​ຄຳສອນ​ຈາກ​ປາກ​ຂອງ​ປະໂລຫິດ, ເພາະ​ລາວ​ຄື​ທູດ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.
8 But you turned from the way and made many stumble by your instruction; you corrupted the covenant of Levi, says the Father of heaven's armies. ແຕ່​ເຈົ້າ​ໄດ້​ຫັນ​ໜີຈາກ​ທາງ​ນັ້ນ ຄຳສອນ​ຂອງ​ເຈົ້າ​ເຮັດ​ໃຫ້​ຫລາຍ​ຄົນ​ສະດຸດ​ລົ້ມ; ເຈົ້າ​ໄດ້​ລະເມີດ​ຄຳໝັ້ນສັນຍາ​ທີ່​ເຮົາ​ໃຫ້​ໄວ້​ກັບ​ເລວີ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
9 So I made you despised and low before all the people, because you haven't kept my ways but shown favoritism in your instruction." “ດັ່ງນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຖືກ​ດູຖູກ ແລະ ອັບອາຍຂາຍໜ້າ​ຕໍ່ໜ້າ​ປະຊາຊົນ​ທັງໝົດ ເພາະ​ເຈົ້າ​ບໍ່​ໄດ້​ປະຕິບັດ​ຕາມ​ວິຖີ​ທາງ​ຂອງ​ເຮົາ ແຕ່​ນຳ​ກົດບັນຍັດ​ຂອງ​ເຮົາ​ມາ​ເລືອກ​ປະຕິບັດ”.
10 Don't we all have one Father? Didn't one Father create us? Why betray each other, desecrating our fathers' covenant? ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວ​ກັນ​ບໍ່ແມ່ນ​ບໍ? ພຣະເຈົ້າ​ອົງ​ດຽວ​ກັນ​ທີ່​ສ້າງ​ພວກເຮົາ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ພວກເຮົາ​ຈຶ່ງ​ລົບຫລູ່​ຄຳໝັ້ນສັນຍາ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໂດຍ​ບໍ່​ສັດຊື່​ຕໍ່​ກັນ?
11 Judah is unfaithful; a detestable thing is done in Israel and Jerusalem. Judah has desecrated our Father's holy place, which he loves, and married the daughter of a foreign god. ຢູດາ​ບໍ່​ສັດຊື່ ມີ​ການ​ກະທຳ​ອັນ​ໜ້າກຽດຊັງ​ໃນ​ອິດສະຣາເອນ ແລະ ໃນ​ເຢຣູຊາເລັມ​ຄື: ຢູດາ​ໄດ້​ລົບຫລູ່​ສະຖານ​ນະມັດສະການ​ທີ່​ພຣະເຈົ້າ​ຢາເວ​ຮັກ ໂດຍ​ແຕ່ງງານ​ກັບ​ແມ່ຍິງ​ທີ່​ນັບ​ຖື​ພະ​ຂອງ​ຄົນ​ຕ່າງຊາດ.
12 May our Father cut off from Jacob's tents the man who does this—anyone at all—even one bringing an offering to the Father of heaven's armies. ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ເຊັ່ນ​ນີ້ ຂໍ​ພຣະເຈົ້າ​ຢາເວ​ຕັດ​ຜູ້​ນັ້ນ​ອອກ​ຈາກ​ຊຸມຊົນ​ຂອງ​ຢາໂຄບ ເຖິງ​ແມ່ນ​ວ່າ​ລາວ​ຈະ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກໍ​ຕາມ.
13 And a second thing you do: you cover our Father's altar with tears, weeping and groaning, because he no longer regards the offering or accepts it gladly from your hand. ອີກ​ຢ່າງ​ໜຶ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ຄື: ພວກເຈົ້າ​ໄດ້​ຫົດ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ​ດ້ວຍ​ນ້ຳຕາ. ພວກເຈົ້າ​ຮ້ອງໄຫ້ ແລະ ຄ່ຳຄວນ ເພາະ​ພຣະອົງ​ບໍ່​ໄດ້​ເບິ່ງ​ເຄື່ອງບູຊາ​ຈາກ​ມື​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ພໍໃຈ​ອີກ​ຕໍ່​ໄປ.
14 You ask, "Why?" Because our Father witnessed between you and the wife of your youth, whom you betrayed—though your companion, your wife by covenant. ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້?” ກໍ​ເພາະ​ພຣະເຈົ້າ​ຢາເວ​ເປັນ​ພະຍານ​ລະຫວ່າງ​ເຈົ້າ​ກັບ​ເມຍ​ຕັ້ງ​ແຕ່​ໄວ​ໜຸ່ມ​ຂອງ​ເຈົ້າ. ເພາະ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່​ນາງ ທັງ​ທີ່​ນາງ​ເປັນ​ຄູ່​ຄອງ​ຂອງ​ເຈົ້າ, ເປັນ​ເມຍ​ຕາມ​ຄຳໝັ້ນສັນຍາ​ໃນ​ການ​ແຕ່ງງານ​ຂອງ​ເຈົ້າ.
15 Didn't the Father make you one with your wife? Body and spirit, you are his. And what does he want? Godly children from your union. So guard your spirit; let no one betray the wife of his youth. ພຣະອົງ​ໄດ້​ຜູກ​ພັນ​ທັງ​ສອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ບໍ່​ແມ່ນ​ບໍ? ທັງ​ຮ່າງກາຍ ແລະ ຈິດວິນຍານ​ຂອງ​ທັງ​ສອງ​ກໍ​ເປັນ​ຂອງ​ພຣະອົງ. ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ເພື່ອ​ສິ່ງໃດ? ກໍ​ເພື່ອ​ຈະ​ມີ​ລູກ​ຫລານ​ທີ່​ຊອບທຳ​ໃຫ້​ກັບ​ພຣະອົງ​ນັ້ນ​ເອງ. ດັ່ງນັ້ນ ຈົ່ງ​ຄວບຄຸມ​ສະຕິ​ອາລົມ​ຂອງ​ເຈົ້າ​ໃຫ້​ດີ ແລະ ຢ່າ​ຄິດ​ບໍ່​ສັດຊື່​ຕໍ່​ເມຍ​ທີ່​ເຈົ້າ​ໄດ້​ມາ​ຕັ້ງ​ແຕ່​ຍັງ​ໜຸ່ມ.
16 "For I hate divorce," says our Father, the Father of Israel, "and whoever covers his garment with violence," says the Father of heaven's armies. So guard your spirit; do not be unfaithful. ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ, “ຄົນ​ທີ່​ກຽດຊັງ ແລະ ຢ່າຮ້າງ​ເມຍ​ຂອງ​ຕົນ, ເຮັດ​ຄວາມ​ຮຸນແຮງ​ກັບ​ຜູ້​ທີ່​ຕົນ​ເອງ​ຈະ​ຕ້ອງ​ປົກປ້ອງ” ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້. ດັ່ງນັ້ນ ຈົ່ງ​ຄວບ​ຄຸມ​ສະຕິ​ອາລົມ​ຂອງ​ເຈົ້າ​ໃຫ້​ດີ ແລະ ຢ່າ​ເຮັດ​ຜິດ​ສັນຍາ.
17 You have worn out our Father with your words. Yet you ask, "How have we worn him out?" By saying, "All who do evil are good in his sight, and he delights in them"—or, "Where is the Father of justice?" ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າ​ຢາເວ​ເບື່ອ​ໜ່າຍ​ຄຳ​ເວົ້າ​ທັງຫລາຍຂອງ​ພວກເຈົ້າ. ພວກເຈົ້າ​ຖາມ​ວ່າ “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອ​ໜ່າຍ​ດ້ວຍ​ເລື່ອງ​ໃດ?” ກໍ​ໂດຍ​ເວົ້າ​ວ່າ, “ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ເປັນ​ຄົນ​ດີ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ກໍ​ພໍໃຈ​ກັບ​ພວກເຂົາ” ຫລື ໂດຍ​ເວົ້າ​ວ່າ, “ພຣະເຈົ້າ​ແຫ່ງ​ຄວາມ​ຍຸຕິທຳ​ນັ້ນ​ຢູ່​ໃສ?”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]