Skip to content
The Believer's Library

Biblica® Open Lao Contemporary Version

Matthew 1 OLCV

Show OLCV only
Verse × ×
1 This is the genealogy of Jesus Christ, the son of David, the son of Abraham: ນີ້​ແມ່ນ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:
2 Abraham was the father of Isaac, Isaac the father of Jacob, and Jacob the father of Judah and his brothers. ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ, ອີຊາກ​ເປັນ​ພໍ່​ຂອງ​ຢາໂຄບ, ຢາໂຄບ​ເປັນ​ພໍ່​ຂອງ​ຢູດາ ແລະ ອ້າຍ​ນ້ອງ​ຂອງ​ລາວ,
3 Judah was the father of Perez and Zerah by Tamar, Perez the father of Hezron, and Hezron the father of Ram. ຢູດາ​ເປັນ​ພໍ່​ຂອງ​ເປເຣັດ ແລະ ເຊຣາ ແມ່​ຂອງ​ພວກເຂົາ​ຊື່​ວ່າ​ຕາມາ, ເປເຣັດ​ເປັນ​ພໍ່​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ພໍ່​ຂອງ​ຣາມ,
4 Ram was the father of Amminadab, Amminadab the father of Nahshon, and Nahshon the father of Salmon. ຣາມ​ເປັນ​ພໍ່​ຂອງ​ອໍາມີນາດາບ, ອາມມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, ນາໂຊນ​ເປັນ​ພໍ່​ຂອງ​ຊັນໂມນ,
5 Salmon was the father of Boaz by Rahab, Boaz the father of Obed by Ruth, and Obed the father of Jesse, ຊັນໂມນ​ເປັນ​ພໍ່​ຂອງ​ໂບອາດ ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ, ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແມ່​ຂອງ​ລາວ​ຊື່​ວ່າ​ຣຸດ, ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ,
6 and Jesse the father of David the king. David was the father of Solomon by the wife of Uriah, ແລະ ເຢຊີ​ເປັນ​ພໍ່​ຂອງ​ກະສັດ​ດາວິດ. ດາວິດ​ເປັນ​ພໍ່​ຂອງ​ໂຊໂລໂມນ, ແມ່​ຂອງ​ໂຊໂລໂມນ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ​ມາ​ກ່ອນ,
7 Solomon the father of Rehoboam, Rehoboam the father of Abijah, and Abijah the father of Asa. ໂຊໂລໂມນ​ເປັນ​ພໍ່​ຂອງ​ເຣໂຫໂບອາມ, ເຣໂຫໂບອາມ​ເປັນ​ພໍ່​ຂອງ​ອາບີຢາ, ອາບີຢາ​ເປັນ​ພໍ່​ຂອງ​ອາຊາ,
8 Asa was the father of Jehoshaphat, Jehoshaphat the father of Joram, and Joram the father of Uzziah. ອາຊາ​ເປັນ​ພໍ່​ຂອງ​ເຢໂຮຊາຟັດ, ເຢໂຮຊາຟັດ​ເປັນ​ພໍ່​ຂອງ​ເຢໂຮຣາມ, ເຢໂຮຣາມ​ເປັນ​ພໍ່​ຂອງ​ອຸດສີຢາ,
9 Uzziah was the father of Jotham, Jotham the father of Ahaz, and Ahaz the father of Hezekiah. ອຸດສີຢາ​ເປັນ​ພໍ່​ຂອງ​ໂຢທາມ, ໂຢທາມ​ເປັນ​ພໍ່​ຂອງ​ອາຮາດ, ອາຮາດ​ເປັນ​ພໍ່​ຂອງ​ເຮເຊກີຢາ,
10 Hezekiah was the father of Manasseh, Manasseh the father of Amon, and Amon the father of Josiah, ເຮເຊກີຢາ​ເປັນ​ພໍ່​ຂອງ​ມານາເຊ, ມານາເຊ​ເປັນ​ພໍ່​ຂອງ​ອາໂມນ, ອາໂມນ​ເປັນ​ພໍ່​ຂອງ​ໂຢຊີຢາ,
11 and Josiah the father of Jeconiah and his brothers, at the time of the exile to Babylon. ແລະ ໂຢຊີຢາ​ເປັນ​ພໍ່​ຂອງ​ເຢໂກນີຢາ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ເມື່ອ​ເວລາ​ທີ່​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ.
12 After the exile to Babylon, Jeconiah was the father of Shealtiel, and Shealtiel the father of Zerubbabel. ຫລັງຈາກ​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ​ມີ​ລາຍ​ຊື່​ດັ່ງນີ້: ເຢໂຮຍອາກິນ​ເປັນ​ພໍ່​ຂອງ​ເຊອານຕີເອນ, ເຊອານຕີເອນ​ເປັນ​ພໍ່​ຂອງ​ເຊຣຸບບາເບນ,
13 Zerubbabel was the father of Abiud, Abiud the father of Eliakim, and Eliakim the father of Azor. ເຊຣຸບບາເບນ​ເປັນ​ພໍ່​ຂອງ​ອາບີອຸດ, ອາບີອຸດ​ເປັນ​ພໍ່​ຂອງ​ເອລີອາກີມ, ເອລີອາກີມ​ເປັນ​ພໍ່​ຂອງ​ອາເຊີ,
14 Azor was the father of Zadok, Zadok the father of Achim, and Achim the father of Eliud. ອາເຊີ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ອາກີມ, ອາກີມ​ເປັນ​ພໍ່​ຂອງ​ເອລີອຸດ,
15 Eliud was the father of Eleazar, Eleazar the father of Matthan, and Matthan the father of Jacob, ເອລີອຸດ​ເປັນ​ພໍ່​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ພໍ່​ຂອງ​ມັດທານ, ມັດທານ​ເປັນ​ພໍ່​ຂອງ​ຢາໂຄບ,
16 and Jacob the father of Joseph, the husband of Mary—it was Mary from whom Jesus was born, who is called Christ. ແລະ ຢາໂຄບ​ເປັນ​ພໍ່​ຂອງ​ໂຢເຊັບ​ຜົວ​ຂອງ​ມາຣີ​ຜູ້​ໃຫ້​ກຳເນີດ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ: ພຣະຄຣິດເຈົ້າ.
17 So all the generations from Abraham to David: fourteen generations; from David to the exile to Babylon: fourteen generations; from the exile to Babylon to Christ: fourteen generations. ດັ່ງນັ້ນ ຕັ້ງແຕ່​ອັບຣາຮາມ​ລົງ​ມາ​ຈົນ​ເຖິງ​ດາວິດ​ຈຶ່ງ​ມີ​ທັງໝົດ​ສິບສີ່​ຊົ່ວຄົນ, ຕັ້ງແຕ່​ດາວິດ​ມາ​ຈົນ​ເຖິງ​ເມື່ອ​ຄາວ​ທີ່​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ ມີ​ສິບສີ່​ຊົ່ວຄົນ ແລະ ຕັ້ງແຕ່​ຄາວ​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ​ຈົນ​ເຖິງ​ພຣະຄຣິດເຈົ້າ ມີ​ສິບສີ່​ຊົ່ວຄົນ.
18 Jesus Christ's birth happened this way: his mother Mary was pledged to Joseph, but before they united, she was found pregnant through the Holy Spirit. ເລື່ອງລາວ​ການເກີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ແຕ່​ກ່ອນ​ທີ່​ທັງສອງ​ຈະ​ຢູ່​ກິນ​ຮ່ວມກັນ, ກໍ​ປາກົດ​ວ່າ​ມາຣີ​ໄດ້​ຖືພາ​ແລ້ວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.
19 Because Joseph, her husband, was righteous and didn't want to disgrace her publicly, he decided to divorce her quietly. ເນື່ອງຈາກວ່າ​ໂຢເຊັບ​ຄູ່ໝັ້ນ​ຂອງ​ນາງ​ເປັນ​ຄົນສັດຊື່​ຕໍ່​ກົດບັນຍັດ ແລະ ເຖິງ​ຢ່າງໃດ​ກໍ​ຕາມ ລາວ​ບໍ່​ຕ້ອງການ​ຈະ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ນາງ​ອັບອາຍ​ຕໍ່ໜ້າ​ມະຫາຊົນ, ລາວ​ຈຶ່ງ​ຄິດໃນໃຈ​ວ່າ​ຈະ​ຖອນໝັ້ນ​ນາງ​ຢ່າງ​ງຽບໆ.
20 While Joseph considered this, an angel of the Lord appeared to him in a dream: "Joseph, son of David, don't be afraid to take Mary as your wife—the child conceived in her is from the Holy Spirit. ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ.
21 She will bear a son; name him Jesus, for he will save his people from their sins." ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.
22 All this took place to fulfill what our Father had spoken through the prophet: ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:
23 "Look, the virgin will conceive and give birth to a son, and they will call him Immanuel" (which means, "our Father with us"). “ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).
24 Joseph woke and did as the angel of the Lord commanded him, taking Mary as his wife. ເມື່ອ​ໂຢເຊັບ​ຕື່ນ​ຂຶ້ນ, ລາວ​ຈຶ່ງ​ປະຕິບັດ​ຕາມ​ທີ່​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ລາວ​ໄວ້, ຄື​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ຕົນ
25 He did not have relations with her until she gave birth to a son, and named him Jesus. ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]