Skip to content
The Believer's Library

Biblica® Open Lao Contemporary Version

Matthew 2 OLCV

Show OLCV only
Verse × ×
1 After Jesus was born in Bethlehem, Judea, in the days of King Herod, magi from the east arrived in Jerusalem, ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ
2 saying, "Where is the one born king of the Jews? For we saw his star in the east and have come to worship him." ແລະ ໄດ້​ຖາມ​ວ່າ, “ຜູ້​ທີ່​ມາ​ເກີດ​ເປັນ​ກະສັດ​ຂອງ​ຊາວຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງ​ທິດຕາເວັນອອກ ແລະ ພວກເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ນະມັດສະການ​ເພິ່ນ”.
3 When Herod the king heard this, he was troubled, and all Jerusalem with him. ເມື່ອ​ກະສັດ​ເຮໂຣດ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ກັງວົນໃຈ​ຫລາຍ ແລະ ຊາວ​ເຢຣູຊາເລັມ​ທຸກຄົນ​ກໍ​ພາກັນ​ກັງວົນໃຈ​ນໍາ​ດ້ວຍ.
4 He gathered all the people's chief priests and scribes, asking where the Christ was to be born. ເມື່ອ​ເຮໂຣດ​ໄດ້​ເອີ້ນ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຂອງ​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມກັນ​ແລ້ວ, ເພິ່ນ​ກໍ​ໄດ້​ຖາມ​ພວກເຂົາ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ບັງເກີດ​ຢູ່​ທີ່​ໃດ.
5 They told him, "In Bethlehem of Judea, for this is what was written through the prophet: ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ, ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ:
6 'Yet you, Bethlehem, in Judah's land, are certainly not the least among Judah's rulers; for from you a ruler will emerge who will shepherd Israel, my people.'" “ ‘ສ່ວນ​ເຈົ້າ ເບັດເລເຮັມ​ໃນ​ດິນແດນ​ຢູດາຍ, ເຈົ້າ​ບໍ່​ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ທ່າມກາງ​ບັນດາ​ຜູ້ປົກຄອງ​ຂອງ​ຢູດາຍ, ເພາະ​ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງ​ເຮົາ’”.
7 Then Herod secretly summoned the magi and learned from them the exact time the star had appeared. ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫລາຈານ​ເຂົ້າ​ມາ​ພົບ​ຢ່າງ​ລັບໆ ແລະ ສືບ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ.
8 He sent them to Bethlehem, saying, "Go, search carefully for the child. When you find him, come back and tell me, so that I too may go and worship him." ແລ້ວ​ເພິ່ນ​ກໍ​ໃຊ້​ພວກໂຫລາຈານ​ໄປ​ຍັງ​ເບັດເລເຮັມ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່. ເມື່ອ​ພວກເຈົ້າ​ພົບ​ເພິ່ນ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້​ທັນທີ, ເພື່ອ​ເຮົາ​ຈະ​ໄດ້​ໄປ​ນະມັດສະການ​ເພິ່ນ​ເໝືອນກັນ”.
9 After hearing the king, they set out; the star they had seen in the east went ahead of them until it stopped over where the child was. ຫລັງຈາກ​ພວກໂຫລາຈານ​ໄດ້​ຍິນ​ຄຳສັ່ງ​ຂອງ​ກະສັດ​ແລ້ວ, ພວກເຂົາ​ກໍ​ພາກັນ​ເດີນທາງ​ອອກ​ໄປ ແລະ ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ເວລາ​ທີ່​ດາວ​ປາກົດ​ຂຶ້ນ​ນັ້ນ ກໍ​ໄດ້​ນຳໜ້າ​ພວກເຂົາ​ໄປ​ຈົນ​ໄດ້​ມາ​ຢຸດ​ຢູ່​ຊື່​ບ່ອນ​ທີ່​ກຸມມານ​ຢູ່.
10 When they saw the star, they rejoiced with overwhelming joy. ເມື່ອ​ພວກເຂົາ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ, ພວກເຂົາ​ກໍ​ຊື່ນຊົມຍິນດີ​ຫລາຍ.
11 Entering the house, they saw the child with Mary his mother, fell down and worshiped him. They opened their treasure boxes and gave him gifts: gold, frankincense, and myrrh. ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ, ພວກເຂົາ​ກໍ​ໄດ້​ເຫັນ​ພຣະກຸມມານ​ພ້ອມ​ກັບ​ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ ແລະ ນະມັດສະການ​ເພິ່ນ. ແລ້ວ​ພວກເຂົາ​ກໍ​ໄຂ​ຫີບ​ສົມບັດ​ຂອງ​ພວກເຂົາ​ອອກ​ມາ ແລະ ມອບ​ຂອງຖວາຍ​ແກ່​ພຣະອົງ​ຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ.
12 Warned in a dream not to return to Herod, they went back to their own country by a different route. ແລະ ພວກເຂົາ​ໄດ້​ຮັບ​ຄຳເຕືອນ​ທາງ​ຄວາມຝັນ​ວ່າ​ບໍ່​ໃຫ້​ກັບ​ໄປ​ຫາ​ເຮໂຣດ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບ​ຄືນ​ໄປ​ປະເທດ​ຂອງ​ຕົນ​ໂດຍ​ໃຊ້​ທາງ​ເສັ້ນ​ອື່ນ.
13 After they left, an angel of our Father appeared to Joseph in a dream: "Get up, take the child and his mother, flee to Egypt, and stay until I tell you—Herod is about to search for the child to kill him." ເມື່ອ​ພວກໂຫລາຈານ​ໄດ້​ຈາກ​ໄປ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເດັກ​ໜີ​ໄປ​ຍັງ​ປະເທດ​ເອຢິບ. ຈົ່ງ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ, ເພາະ​ເຮໂຣດ​ກຳລັງ​ຊອກຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ”.
14 And he got up and took the child and his mother by night and left for Egypt, ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ເດີນທາງ​ໄປ​ຍັງ​ປະເທດ​ເອຢິບ​ໃນ​ເວລາ​ກາງຄືນ
15 and stayed there until Herod died, fulfilling what our Father said through the prophet: "Out of Egypt I called my son." ແລະ ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮໂຣດ​ຕາຍ. ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ນີ້​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ລູກ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ”.
16 Then Herod, seeing the magi had outwitted him, grew furious and sent men to kill all boys two years old and under in Bethlehem and its whole region, matching the time he'd learned from the magi. ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ.
17 This fulfilled what was spoken through Jeremiah the prophet: ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ກໍ​ໄດ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ:
18 "A voice was heard in Ramah, weeping and loud mourning, Rachel weeping for her children; she refused to be comforted, because they are no more." “ໄດ້​ຍິນ​ສຽງ​ໜຶ່ງ​ໃນ​ບ້ານ​ຣາມາ, ເປັນ​ສຽງ​ຮ້ອງໄຫ້ ແລະ ສຽງ​ຄ່ຳຄວນ, ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ນໍາ​ບັນດາ​ລູກ​ຂອງ​ຕົນ ແລະ ບໍ່​ຍອມຮັບ​ຄຳ​ປອບໃຈ​ໃດໆ, ເພາະ​ລູກ​ທັງຫລາຍ​ນັ້ນ​ຕາຍ​ແລ້ວ”.
19 But when Herod died, an angel of our Father appeared in a dream to Joseph in Egypt, ຫລັງຈາກ​ເຮໂຣດ​ໄດ້​ຕາຍ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ
20 saying, "Get up, take the child and his mother, go to Israel's land, for those seeking the child's life are dead." ແລະ ໄດ້​ກ່າວ​ວ່າ, “ຈົ່ງ​ລຸກຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ກັບ​ຄືນ​ໄປ​ຍັງ​ດິນແດນ​ອິດສະຣາເອນ, ເພາະ​ບັນດາ​ຜູ້​ທີ່​ພະຍາຍາມ​ເອົາ​ຊີວິດ​ກຸມມານ​ນັ້ນ​ໄດ້​ຕາຍ​ແລ້ວ”.
21 So he got up, took the child and his mother, and went to Israel's land. ດັ່ງນັ້ນ, ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ມາ​ຍັງ​ດິນແດນ​ອິດສະຣາເອນ
22 Hearing that Archelaus was ruling Judea in place of his father Herod, he was afraid to go there. Warned in a dream, he withdrew to the region of Galilee. ແຕ່​ເມື່ອ​ລາວ​ໄດ້​ຍິນ​ວ່າ​ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ແຂວງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ພໍ່, ໂຢເຊັບ​ກໍ​ຢ້ານ​ທີ່​ຈະ​ໄປ​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳເຕືອນ​ໃນ​ຄວາມຝັນ, ໂຢເຊັບ​ຈຶ່ງ​ໄປ​ຍັງ​ແຂວງ​ຄາລີເລ,
23 He went and lived in a town called Nazareth, fulfilling the prophets' words: "He will be called a Nazarene." ແລະ ໄປ​ອາໄສ​ຢູ່​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ນາຊາເຣັດ. ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ: ໄທນາຊາເຣັດ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]