Skip to content
The Believer's Library

Biblica® Open Lao Contemporary Version

Matthew 3 OLCV

Show OLCV only
Verse × ×
1 In those days John the Baptist came, preaching in the wilderness of Judea, ໃນ​ວັນ​ເຫລົ່ານັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເທດສະໜາ​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ແຂວງ​ຢູດາຍ
2 "Repent, for the kingdom of our Father has come near." ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.
3 This is the one Isaiah the prophet spoke of, saying: "A voice calling out in the wilderness: Prepare the way of the Lord, make his paths straight." ໂຢຮັນ​ຜູ້​ນີ້​ທີ່​ຖືກ​ກ່າວ​ເຖິງ​ໂດຍ​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’ ”.
4 John wore clothes of camel hair, with a leather belt around his waist; his food was locusts and wild honey. ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ຈາກ​ຂົນ​ອູດ ແລະ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ, ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.
5 Then Jerusalem and all Judea and all the region around the Jordan went out to him, ປະຊາຊົນ​ຈາກ​ນະຄອນ​ເຢຣູຊາເລັມ, ທົ່ວ​ແຂວງ​ຢູດາຍ ແລະ ທົ່ວ​ຂົງເຂດ​ແມ່ນ້ຳຈໍແດນ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ.
6 and they were baptized by him in the Jordan River, confessing their sins. ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ, ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.
7 Seeing many Pharisees and Sadducees coming to be baptized, he said to them, "You brood of vipers! Who warned you to flee the coming wrath? ແຕ່​ເມື່ອ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ຫລາຍ​ຄົນ​ກຳລັງ​ມາ​ຍັງ​ບ່ອນ​ທີ່​ເພິ່ນ​ໃຫ້​ບັບຕິສະມາ​ຢູ່​ນັ້ນ, ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ພວກ​ຊາດ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?
8 Bear fruit, then, worthy of repentance. ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່.
9 Don't presume to say to yourselves, 'Abraham is our father,' for I tell you: our Father can raise up children for Abraham from these stones. ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.
10 The axe already lies at the root of the trees, so every tree not bearing good fruit is cut down and thrown into the fire. ຂວານ​ນັ້ນ​ກໍ​ກຽມພ້ອມ​ຢູ່​ເຫງົ້າໄມ້​ແລ້ວ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ​ລົງ ແລະ ໂຍນ​ຖິ້ມ​ໃສ່​ໄຟ.
11 "I baptize you with water for repentance, but the one coming after me is stronger than I am—I'm not worthy to carry his sandals. He will baptize you with the Holy Spirit and fire. “ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.
12 His winnowing fork is in his hand; he'll clear his threshing floor, gather his wheat into the barn, but burn the chaff with fire that never goes out." ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ ແລະ ພຣະອົງ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ, ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ຂອງ​ພຣະອົງ​ມາ​ໃສ່​ໄວ້​ໃນ​ເລົ້າ ແລະ ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.
13 Then Jesus came from Galilee to the Jordan to John, to be baptized by him. ແລ້ວ​ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ແຂວງ​ຄາລີເລ​ມາ​ຍັງ​ແມ່ນ້ຳຈໍແດນ​ເພື່ອ​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.
14 But John tried to stop him: "I need baptism from you, yet you come to me?" ແຕ່​ໂຢຮັນ​ພະຍາຍາມ​ຂັດຂວາງ​ພຣະອົງ​ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຂໍ​ຮັບ​ບັບຕິສະມາ​ຈາກ​ພຣະອົງ ແລະ ເປັນ​ການ​ສົມຄວນ​ບໍ​ທີ່​ພຣະອົງ​ມາ​ຫາ​ຂ້ານ້ອຍ?”
15 Jesus replied to him, "Allow it now, for this is how we must fulfill all righteousness." So John allowed him. ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເວລາ​ນີ້​ໃຫ້​ເປັນ​ໄປ​ຕາມ​ນັ້ນ​ສາ; ເພາະ​ສົມຄວນ​ແລ້ວ​ທີ່​ພວກເຮົາ​ຈະ​ເຮັດ​ຢ່າງ​ນີ້​ເພື່ອ​ໃຫ້​ຄວາມຊອບທຳ​ທຸກ​ປະການ​ສຳເລັດ​ຄົບຖ້ວນ”. ແລ້ວ​ໂຢຮັນ​ຈຶ່ງ​ຍອມ​ເຮັດຕາມ.
16 After Jesus was baptized, he came up out of the water at once, and suddenly the heavens opened to him; he saw the Spirit of our Father coming down like a dove and settling on him. ທັນທີ​ທີ່​ພຣະເຢຊູເຈົ້າ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ຈາກ​ນ້ຳ. ໃນທັນໃດ​ນັ້ນ ສະຫວັນ​ກໍ​ເປີດອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.
17 Then a voice from heaven said, "This is my Son, the one I love; I delight in him." ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]