Skip to content
The Believer's Library

Biblica® Open Lao Contemporary Version

Matthew 4 OLCV

Show OLCV only
Verse × ×
1 Then the Holy Spirit led Jesus into the wilderness to be tempted by the devil. ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ.
2 And after fasting forty days and forty nights, he was hungry. ຫລັງຈາກ​ອົດອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ, ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.
3 The tempter came and said, "If you're the Son of God, tell these stones to become bread." ຜູ້ລໍ້ລວງ​ກໍ​ໄດ້​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.
4 But he answered, "It is written, 'People do not live by bread alone, but by every word from our Father's mouth.'" ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້, ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າ’”.
5 Then the devil took him into the holy city, stood him on the temple's highest point, ແລ້ວ​ມານຮ້າຍ​ຈຶ່ງ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ສັກສິດ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ທີ່​ສູງ​ສຸດ​ຂອງ​ວິຫານ.
6 and told him, "If you're God's Son, throw yourself down, since Scripture says, 'He will command his angels about you, and they will carry you on their hands, so you won't strike your foot on a stone.'" ມານ​ຮ້າຍ​ໄດ້​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ໂດດ​ລົງ​ໄປ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ພວກ​ເທວະດາ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ທ່ານ, ແລະ ຝູງ​ເທວະດາ​ເຫລົ່ານັ້ນ​ຈະ​ໃຊ້​ມື​ຂອງ​ຕົນ​ອູ້ມ​ທ່ານ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’”.
7 Jesus said to him, "Again it is written, 'You must not put your Father to the test.'" ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’”.
8 Again the devil took him to a very high mountain and showed him all the world's kingdoms and their glory. ອີກ​ເທື່ອ​ໜຶ່ງ, ມານຮ້າຍ​ໄດ້​ພາ​ພຣະອົງ​ໄປ​ເທິງ​ພູ​ທີ່​ສູງ​ຫລາຍ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ ແລະ ຄວາມງົດງາມ​ຂອງ​ອານາຈັກ​ເຫລົ່ານັ້ນ​ໃຫ້​ພຣະອົງ​ເບິ່ງ.
9 He said to him, "All these I will give you, if you bow down and worship me." ແລ້ວ​ກໍ​ເວົ້າ​ວ່າ, “ສິ່ງ​ທັງໝົດ​ເຫລົ່ານີ້​ເຮົາ​ຈະ​ຍົກ​ໃຫ້​ທ່ານ ຖ້າ​ທ່ານ​ກົ້ມ​ຂາບ ແລະ ນະມັດສະການ​ເຮົາ”.
10 Then Jesus told him, "Get away, Satan! For Scripture says, 'Worship your Father, and serve only him.'" ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’”.
11 Then the devil left him, and suddenly angels came and took care of him. ແລ້ວ​ມານຮ້າຍ​ກໍ​ຈາກ​ພຣະອົງ​ໄປ ແລະ ບັນດາ​ເທວະດາ​ກໍ​ໄດ້​ມາ​ຮັບໃຊ້​ພຣະອົງ.
12 Now when he heard that John had been arrested, he withdrew into Galilee. ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ, ພຣະອົງ​ຈຶ່ງ​ກັບຄືນ​ໄປ​ຍັງ​ແຂວງ​ຄາລີເລ.
13 He left Nazareth and settled in Capernaum, by the sea, in the territory of Zebulun and Naphtali, ພຣະອົງ​ໄດ້​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ມາ​ອາໄສ​ຢູ່​ທີ່​ເມືອງ​ກາເປນາອູມ, ເຊິ່ງ​ຕັ້ງ​ຢູ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ,
14 so that what was spoken by the prophet Isaiah might be fulfilled: ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ:
15 "The land of Zebulun and the land of Naphtali, the way of the sea, beyond the Jordan, Galilee of the Gentiles, “ດິນແດນ​ເຊບູໂລນ ແລະ ດິນແດນ​ເນັບທາລີ, ເສັ້ນທາງ​ສູ່​ທະເລ​ລຽບ​ຕາມ​ແມ່ນ້ຳຈໍແດນ, ແຂວງ​ຄາລີເລ​ແຫ່ງ​ບັນດາ​ຄົນຕ່າງຊາດ
16 the people dwelling in darkness have seen a great light, and for those dwelling in the region and shadow of death, on them a light has dawned." ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່; ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.
17 From that time Jesus began to preach, saying, "Repent, for the kingdom of our Father is near." ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.
18 Walking by the Sea of Galilee, he saw two brothers, Simon called Peter and his brother Andrew, casting a net into the sea—they were fishermen. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຊີໂມນ ທີ່​ມີ​ຊື່​ອີກ​ວ່າ​ເປໂຕ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ. ພວກເພິ່ນ​ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.
19 And he said to them, "Follow me, and I will make you fishers of people." ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ໃຊ້​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ”.
20 Immediately they left their nets and followed him. ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.
21 Going on from there, he saw two more brothers—James son of Zebedee and John his brother—in the boat with their father Zebedee, mending nets, and called them. ຈາກ​ທີ່​ນັ້ນ​ໄປ ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ. ພວກເພິ່ນ​ກຳລັງ​ແປງ​ມອງ​ຂອງ​ຕົນ​ຮ່ວມ​ກັບ​ເຊເບດາຍ​ພໍ່​ຂອງ​ພວກເພິ່ນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພວກເພິ່ນ,
22 Immediately they left the boat and their father and followed him. ແລະ ໃນທັນໃດ​ນັ້ນ ພວກເພິ່ນ​ທັງສອງ​ກໍ​ປະ​ເຮືອ ແລະ ພໍ່​ຂອງ​ພວກເພິ່ນ​ແລ້ວ​ຕິດຕາມ​ພຣະອົງ​ໄປ.
23 He went all through Galilee, teaching in their synagogues, announcing the good news of the kingdom, and healing every disease and sickness among the people. ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.
24 News of him spread through all Syria. They brought him all who were sick—gripped by various diseases and pains, oppressed by demons, epileptic, paralyzed—and he healed them. ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.
25 Large crowds followed him from Galilee, the Decapolis, Jerusalem, Judea, and beyond the Jordan. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ແຂວງ​ຄາລີເລ, ແຂວງ​ເດກາໂປລີ, ເຢຣູຊາເລັມ, ແຂວງ​ຢູດາຍ ແລະ ຈາກ​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຈໍແດນ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]