Skip to content
The Believer's Library

Biblica® Open Lao Contemporary Version

Matthew 5 OLCV

Show OLCV only
Verse × ×
1 Seeing the crowds, Jesus went up the mountain; when he sat down, his disciples came to him. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ຂຶ້ນ​ໄປ​ຍັງ​ໂນນພູ​ແຫ່ງ​ໜຶ່ງ ແລະ ນັ່ງ​ລົງ​ຢູ່​ທີ່​ນັ້ນ. ພວກສາວົກ​ຂອງ​ພຣະອົງ​ກໍ​ພາກັນ​ມາ​ຫາ​ພຣະອົງ,
2 And he opened his mouth and began to teach them, saying: ແລະ ພຣະອົງ​ໄດ້​ເລີ່ມ​ຕົ້ນ​ສັ່ງສອນ​ພວກເຂົາ. ພຣະອົງ​ກ່າວ​ວ່າ:
3 "Blessed are the poor in spirit, for theirs is the kingdom of our Father. “ຜູ້ໃດ​ຍາກຈົນ​ຝ່າຍ​ວິນຍານ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.
4 Blessed are those who mourn, for they will be comforted. ຜູ້ໃດ​ໂສກເສົ້າ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ເລົ້າໂລມໃຈ.
5 Blessed are the meek, for they will inherit the earth. ຜູ້ໃດ​ມີ​ໃຈ​ອ່ອນ​ສຸພາບ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນໂລກ​ເປັນ​ມໍລະດົກ.
6 Blessed are those who hunger and thirst for righteousness, for they will be satisfied. ຜູ້ໃດ​ອຶດຫິວ ແລະ ກະຫາຍ​ຫາ​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ອີ່ມບໍລິບູນ.
7 Blessed are the merciful, for they will receive mercy. ຜູ້ໃດ​ມີ​ໃຈ​ເມດຕາ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຄວາມເມດຕາ​ຕອບແທນ.
8 Blessed are the pure in heart, for they will see our Father. ຜູ້ໃດ​ມີ​ໃຈ​ບໍລິສຸດ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ.
9 Blessed are the peacemakers, for they will be called children of our Father. ຜູ້ໃດ​ສ້າງ​ຄວາມສະຫງົບສຸກ​ກໍ​ເປັນສຸກ, ເພາະວ່າ​ຈະ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ລູກ​ຂອງ​ພຣະເຈົ້າ.
10 Blessed are those who are persecuted for righteousness' sake, for theirs is the kingdom of our Father. ຜູ້ໃດ​ຖືກ​ຂົ່ມເຫັງ​ເພາະ​ເຫັນ​ແກ່​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.
11 "Blessed are you when people insult, persecute, and lie about every kind of evil against you because of me. “ເມື່ອ​ຄົນ​ທັງຫລາຍ​ດູຖູກ, ຂົ່ມເຫັງ ແລະ ກ່າວ​ຮ້າຍ​ພວກເຈົ້າ​ທັງຫລາຍ​ດ້ວຍ​ຄວາມບໍ່ຈິງ​ທຸກ​ຢ່າງ​ເພາະ​ເຫັນ​ແກ່​ເຮົາ​ພວກເຈົ້າ​ກໍ​ເປັນສຸກ.
12 Rejoice and be glad, for your reward is great in heaven, for they persecuted the prophets before you the same way. ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.
13 "You are the salt of the earth. But if salt loses its taste, how can it be salted again? It's no longer good for anything but being thrown out and trampled by people. “ພວກເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ໂລກ. ແຕ່​ຖ້າ​ເກືອ​ນັ້ນ​ໝົດ​ຄວາມເຄັມ​ແລ້ວ, ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ມັນ​ກໍ​ບໍ່​ມີ​ປະໂຫຍດ​ສຳລັບ​ອັນໃດ, ນອກຈາກ​ຈະ​ຖືກ​ຖິ້ມ​ໄປ ແລະ ຖືກ​ຢຽບ​ຢູ່​ໃຕ້​ຕີນ.
14 "You are the light of the world. A city set on a hill cannot be hidden. “ພວກເຈົ້າ​ທັງຫລາຍ​ເປັນ​ແສງສະຫວ່າງ​ສຳລັບ​ໂລກ​ນີ້. ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ​ຈະ​ເຊື່ອງ​ໄວ້​ບໍ່​ໄດ້.
15 No one lights a lamp and puts it under a basket, but sets it on a stand to light everyone in the house. ບໍ່​ມີ​ຜູ້ໃດ​ເມື່ອ​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ. ແຕ່​ພວກເຂົາ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ໃຫ້​ສ່ອງສະຫວ່າງ​ແກ່​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ.
16 Likewise, let your light shine before people, so they see your good works and glorify your Father in heaven. ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.
17 "Don't think I came to abolish the Law or the Prophets—I didn't come to abolish them, but to fulfill them. “ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ລຶບລ້າງ​ກົດບັນຍັດ ຫລື ໜັງສື​ຜູ້ທຳນວາຍ; ເຮົາ​ບໍ່​ໄດ້​ມາ​ລຶບລ້າງ​ກົດບັນຍັດ​ແຕ່​ມາ​ເພື່ອ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ສຳເລັດ​ຄົບຖ້ວນ.
18 For truly I tell you: until heaven and earth pass, not one letter, not one stroke, will pass from the Law until everything is done. ເພາະ​ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ສະຫວັນ ແລະ ແຜ່ນດິນໂລກ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ໂຕ​ອັກສອນ​ທີ່​ນ້ອຍ​ທີ່ສຸດ​ພຽງ​ໂຕ​ໜຶ່ງ ຫລື ຈຸດ​ດຽວ​ກໍ​ຈະ​ບໍ່​ສູນຫາຍ​ໄປ​ຈາກ​ໜັງສື​ກົດບັນຍັດ ຈົນ​ກວ່າ​ທຸກສິ່ງ​ຈະ​ສຳເລັດ​ຄົບຖ້ວນ.
19 So whoever breaks one of these least commands and teaches others the same will be called least in the kingdom of our Father; but whoever keeps and teaches them will be called great in the kingdom of our Father. ເຫດສະນັ້ນ ຖ້າ​ຜູ້ໃດ​ບໍ່​ເຊື່ອຟັງ​ບັນດາ​ຄຳສັ່ງ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ, ຜູ້​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ, ສ່ວນ​ຜູ້​ທີ່​ປະຕິບັດ​ຕາມ​ກົດບັດຍັດ ແລະ ສັ່ງສອນ​ຄົນ​ອື່ນ​ໃຫ້​ປະຕິບັດ​ຕາມ​ຄຳສັ່ງ​ເຫລົ່ານີ້​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ອານາຈັກ​ສະຫວັນ.
20 For I tell you, unless you are more righteous than the scribes and Pharisees, you'll never enter the kingdom of our Father. ເພາະ​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ຖ້າ​ຄວາມຊອບທຳ​ຂອງ​ພວກເຈົ້າ​ບໍ່​ຫລາຍ​ກວ່າ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ແລ້ວ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຢ່າງ​ແນ່ນອນ.
21 "You've heard that it was said to those of old, 'Do not murder; whoever murders is subject to judgment.' “ພວກເຈົ້າ​ທັງຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນບູຮານ​ວ່າ, ‘ຢ່າ​ຂ້າ​ຄົນ ແລະ ຖ້າ​ຜູ້ໃດ​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ຕັດສິນ​ລົງໂທດ’.
22 But I tell you: whoever is angry with his brother risks judgment. Whoever insults his brother risks the council, and whoever says, 'You fool!' risks fiery hell. ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.
23 "So if you're offering your gift at the altar and recall there that your brother has something against you, “ດັ່ງນັ້ນ, ຖ້າ​ເຈົ້າ​ກຳລັງ​ເອົາ​ເຄື່ອງບູຊາ​ມາ​ຖວາຍ​ທີ່​ແທ່ນບູຊາ ແລະ ຄິດ​ໄດ້​ວ່າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ມີ​ຂໍ້​ຂຸ້ນເຄືອງໃຈ​ກັບ​ເຈົ້າ​ເພາະ​ເລື່ອງ​ໃດ​ເລື່ອງ​ໜຶ່ງ,
24 leave your gift there before the altar, go make peace with your brother first, then come offer your gift. ຈົ່ງ​ປະ​ເຄື່ອງຖວາຍ​ຂອງ​ເຈົ້າ​ໄວ້​ຕໍ່ໜ້າ​ແທ່ນບູຊາ​ແລ້ວ​ກັບ​ໄປ​ຄືນດີ​ກັນ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ​ຖວາຍ​ເຄື່ອງບູຊາ​ຂອງ​ເຈົ້າ.
25 Make peace with your accuser quickly, while still on the way with him, or he may hand you over to the judge, the judge to the officer, and you may be thrown into prison. “ຈົ່ງ​ຮີບ​ປອງດອງ​ກັບ​ໂຈດ​ຂອງ​ເຈົ້າ​ຜູ້​ທີ່​ກຳລັງ​ນຳ​ເຈົ້າ​ໄປ​ຂຶ້ນ​ສານ. ຈົ່ງ​ເຮັດ​ໃນ​ຂະນະ​ທີ່​ຍັງ​ຢູ່​ກາງທາງ​ນຳກັນ, ໂຈດ​ຂອງ​ເຈົ້າ​ອາດ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້ພິພາກສາ ແລະ ຜູ້ພິພາກສາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່, ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ.
26 Truly I tell you, you will never get out until you have paid the last penny. ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເຈົ້າ​ຈະ​ອອກ​ມາ​ບໍ່​ໄດ້​ຈົນກວ່າ​ເຈົ້າ​ຈະ​ໃຊ້​ໜີ້​ຄົບ​ທຸກ​ອັດ.
27 "You have heard that it was said, 'You shall not commit adultery.' “ພວກເຈົ້າ​ທັງຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ຫລິ້ນຊູ້’
28 But I tell you: everyone who looks at a woman lustfully has already committed adultery with her in his heart. ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.
29 If your right eye makes you stumble, tear it out and throw it away—better to lose one part of your body than have your whole body thrown into hell. ຖ້າ​ຕາ​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ຕ້ອງ​ຖືກ​ໂຍນ​ລົງ​ໃນ​ນະລົກ.
30 If your right hand makes you sin, cut it off and throw it away. Better to lose one part of you than have your whole body go into hell. ແລະ ຖ້າ​ມື​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ​ກໍ​ຈົ່ງ​ຕັດ​ອອກ ແລະ ໂຍນ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ລົງ​ໄປ​ໃນ​ນະລົກ.
31 "It was also said, 'Whoever divorces his wife must give her a certificate of divorce.' “ມີ​ຄຳ​ກ່າວ​ໄວ້​ວ່າ, ‘ຖ້າ​ຜູ້ໃດ​ທີ່​ປະຮ້າງ​ເມຍ​ຂອງ​ຕົນ​ຈະ​ຕ້ອງ​ເຮັດ​ໜັງສື​ຢັ້ງຢືນ​ການຢ່າຮ້າງ​ໃຫ້​ນາງ’.
32 I tell you: whoever divorces his wife, except for sexual sin, makes her a victim of adultery; and whoever marries a divorced woman commits adultery. ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ, ກໍ​ເທົ່າ​ກັບ​ວ່າ​ຜູ້​ນັ້ນ​ເຮັດ​ໃຫ້​ນາງ​ກາຍເປັນ​ຄົນຫລິ້ນຊູ້ ແລະ ຜູ້ໃດ​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.
33 "Again, you've heard it was said to the ancients: 'Don't break your oath—fulfill it to our Father.' “ອັນ​ໜຶ່ງ​ອີກ, ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ໃນ​ສະໄໝ​ບູຮານ​ວ່າ, ‘ຢ່າ​ເຮັດ​ຜິດ​ຕໍ່​ຄຳ​ປະຕິຍານ ແຕ່​ຈົ່ງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ປະຕິຍານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ໄວ້​ແລ້ວ​ນັ້ນ’.
34 But I tell you, do not swear an oath at all: neither by heaven, for it is our Father's throne, ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ສາບານ ບໍ່​ວ່າ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ສະຫວັນ ເພາະ​ສະຫວັນ​ເປັນ​ບັນລັງ​ຂອງ​ພຣະເຈົ້າ,
35 nor by the earth, for it's the footstool for his feet, nor by Jerusalem, for it's the city of the great King. ຫລື ໂດຍ​ອ້າງ​ເຖິງ​ແຜ່ນດິນໂລກ ເພາະ​ແຜ່ນດິນໂລກ​ເປັນ​ບ່ອນຮອງຕີນ​ຂອງ​ພຣະອົງ, ຫລື ໂດຍ​ອ້າງ​ເຖິງ​ເຢຣູຊາເລັມ ເພາະ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່.
36 And do not swear by your head, for you cannot make a single hair white or black. ແລະ ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ຕົນ, ເພາະ​ພວກເຈົ້າ​ເອງ​ບໍ່​ສາມາດ​ເຮັດ​ໃຫ້​ຜົມ​ກາຍເປັນ​ສີ​ຂາວ ຫລື ດຳ​ໄດ້​ແມ່ນ​ແຕ່​ເສັ້ນ​ດຽວ.
37 Let your 'Yes' be 'Yes,' and your 'No,' 'No'; anything beyond this comes from the evil one. ທັງໝົດ​ທີ່​ພວກເຈົ້າ​ຄວນ​ເວົ້າ​ກໍ​ຄື: ‘ແມ່ນ’ ຫລື ‘ບໍ່​ແມ່ນ’ ເທົ່າ​ນັ້ນ, ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ກໍ​ມາ​ຈາກ​ມານຮ້າຍ.
38 "You have heard that it was said, 'Eye for eye and tooth for tooth.' “ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຕາ​ແທນ​ຕາ ແລະ ແຂ້ວ​ແທນ​ແຂ້ວ’.
39 But I tell you: don't resist an evil person. If someone slaps your right cheek, turn the other cheek to him too. ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ຕໍ່ສູ້​ກັບ​ຄົນຊົ່ວ. ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງຂວາ, ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງໜຶ່ງ​ໃຫ້​ພວກເຂົາ​ເຫມືອນກັນ.
40 If anyone wants to sue you and take your tunic, let him have your cloak too. ແລະ ຖ້າ​ມີ​ຜູ້ໃດ​ຕ້ອງການ​ຟ້ອງ​ເອົາ​ເສື້ອ​ຂອງ​ເຈົ້າ, ຈົ່ງ​ເອົາ​ເສື້ອຄຸມ​ຂອງ​ເຈົ້າ​ໃຫ້​ແກ່​ພວກເຂົາ​ດ້ວຍ.
41 And if anyone forces you to go one mile, go with him two. ຖ້າ​ມີ​ຜູ້ໃດ​ບັງຄັບ​ໃຫ້​ພວກເຈົ້າ​ໄປ​ໜຶ່ງ​ກິໂລແມັດ​ກໍ​ຈົ່ງ​ໄປ​ກັບ​ເຂົາ​ສອງ​ກິໂລແມັດ.
42 Give to whoever asks you, and don't turn away whoever wants to borrow from you. ຈົ່ງ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພວກເຈົ້າ ແລະ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຕ້ອງການ​ຈະ​ຂໍ​ຢືມ​ຈາກ​ພວກເຈົ້າ.
43 "You have heard that it was said, 'You will love your neighbor and hate your enemy.' “ພວກເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຈົ່ງ​ຮັກ​ເພື່ອນບ້ານ ແລະ ກຽດຊັງ​ສັດຕູ’.
44 But I tell you, love your enemies and pray for those who persecute you, ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,
45 so you may become children of your Father in heaven, because he makes his sun rise on evil and good and sends rain on just and unjust. ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະບິດາເຈົ້າ​ໃນ​ສະຫວັນ. ພຣະອົງ​ໃຫ້​ດວງຕາເວັນ​ຂອງ​ພຣະອົງ​ຂຶ້ນ​ແກ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ, ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນຊອບທຳ ແລະ ຄົນອະທຳ.
46 If you love those who love you, what reward is that? Don't even tax collectors do the same? ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ບຳເໜັດ​ຫຍັງ? ແມ່ນແຕ່​ບັນດາ​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?
47 If you greet only your brothers, what more do you do than others? Don't even the Gentiles do that? ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?
48 Be perfect, therefore, as your heavenly Father is perfect." ເຫດສະນັ້ນ, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຄົນ​ດີ​ທີ່ສຸດ ເໝືອນດັ່ງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ດີ​ທີ່ສຸດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]