Skip to content
The Believer's Library

Biblica® Open Lao Contemporary Version

Job 28 OLCV

Side by side with the Father's Heart Bible™

ປັນຍາ​ຖືກ​ຄົ້ນ​ພົບ​ໄດ້​ຢູ່​ໃສ

1“ມີ​ເໝືອງ​ເງິນແລະ ມີ​ບ່ອນ​ຫລອມ​ຄຳ.

2ເຫລັກ​ໄດ້​ມາ​ຈາກ​ພື້ນດິນ,ແລະ ທອງແດງ​ຫລອມ​ມາ​ຈາກ​ແຮ່ທາດ.

3ມະນຸດ​ໄລ່​ຄວາມມືດ​ອອກ​ໄປ;ພວກເຂົາ​ຄົ້ນຫາ​ໃນ​ບ່ອນ​ທີ່​ຫ່າງໄກ​ບໍ່​ຢຸດ​ບໍ່​ເຊົາ.ເພາະ​ບໍ່​ແຮ່​ຢູ່​ໃນ​ບ່ອນ​ທີ່​ມືດ​ທີ່ສຸດ

4ຫ່າງໄກ​ຈາກ​ບ່ອນ​ທີ່​ມະນຸດ​ອາໄສ ພວກເຂົາ​ຂຸດ​ທາງ​ລອດ​ພື້ນ,ໃນ​ບ່ອນ​ທີ່​ຕີນ​ຂອງ​ມະນຸດ​ບໍ່​ໄດ້​ຢຽບ​ເຂົ້າ​ໄປ;ພວກເຂົາ​ຫ້ອຍ ແລະ ແກວ່ງ​ໄກວ​ໄປ​ມາ​ໃນ​ບ່ອນ​ຫ່າງ​ໄກ​ຈາກ​ຄົນ.

5ອາຫານ​ມາ​ຈາກ​ແຜ່ນດິນ​ໂລກ,ເບື້ອງ​ລຸ່ມ​ຖືກ​ຫລອມ​ເໝືອນດັ່ງ​ໄຟ​ເຜົາ;

6ແກ້ວໄພທູນ​ມາ​ຈາກ​ຫີນ​ຂອງ​ມັນ,ແລະ ຂີ້ຝຸ່ນ​ດິນ​ກໍ​ປະກອບ​ດ້ວຍ​ກ້ອນ​ຄຳ.

7ບໍ່​ມີ​ນົກ​ລ່າ​ເຫຍື່ອ​ໂຕ​ໃດ​ຮູ້​ເສັ້ນ​ທາງ​ທີ່​ເຊື່ອງ​ຢູ່​ນັ້ນ,ບໍ່​ມີ​ຕາ​ຂອງ​ແຫລວ​ໂຕ​ໃດ​ໄດ້​ເຫັນ​ມັນ.

8ສັດຮ້າຍ​ທີ່​ສະຫງ່າງາມ​ບໍ່​ຍ່າງ​ຜ່ານ​ໄປ​ທີ່​ນັ້ນ.ແລະ ບໍ່​ມີ​ສິງ​ຜູ້​ໂຕ​ໃດ​ຜ່ານ​ໄປ​ທີ່​ນັ້ນ.

9ມະນຸດ​ທຳລາຍ​ໂງ່ນຫີນ​ທີ່​ແຂງ​ດ້ວຍ​ມື​ຂອງ​ຕົນແລະ ຂຸດ​ຮາກ​ຂອງ​ບັນດາ​ພູເຂົາ.

10ພວກເຂົາ​ຂຸດ​ອຸບໂມງ​ທະລຸ​ຜາຫີນ;ແລະ ຕາ​ຂອງ​ພວກເຂົາ​ເຫັນ​ຂອງ​ມີ​ຄ່າ​ທັງໝົດ​ຢູ່​ໃນ​ນັ້ນ.

11ພວກເຂົາ​ຄົ້ນຫາ​ແຫລ່ງ​ກໍາເນີດ​ຂອງ​ແມ່ນໍ້າ​ທັງຫລາຍແລະ ນຳ​ສິ່ງ​ທີ່​ເຊື່ອງ​ໄວ້​ນັ້ນ​ອອກ​ມາ​ສູ່​ແສງແຈ້ງ.

12“ແຕ່​ຈະ​ພົບ​ປັນຍາ​ໄດ້​ຢູ່​ໃສ?ຄວາມ​ເຂົ້າໃຈ​ຢູ່​ບ່ອນ​ໃດ?

13ບໍ່​ມີ​ມະນຸດ​ຄົນ​ໃດ​ເຂົ້າໃຈ​ເຖິງ​ຄຸນຄ່າ​ຂອງ​ປັນຍາ;ມັນ​ບໍ່​ສາມາດ​ຖືກ​ພົບ​ໄດ້​ໃນ​ດິນແດນ​ຂອງ​ຄົນ​ທີ່​ມີ​ຊີວິດ.

14ຄວາມ​ເລິກ​ເວົ້າ​ວ່າ, ‘ມັນ​ບໍ່​ໄດ້​ຢູ່​ໃນ​ຂ້ອຍ’;ທະເລ​ເວົ້າ​ວ່າ, ‘ມັນ​ບໍ່​ໄດ້​ຢູ່​ກັບ​ຂ້ອຍ’.

15ປັນຍາ​ບໍ່​ສາມາດ​ຊື້​ດ້ວຍ​ຄຳ​ຊັ້ນ​ດີ,ຫລື ສາມາດ​ຕີ​ລາຄາ​ເປັນ​ເງິນ​ໄດ້.

16ບໍ່​ສາມາດ​ຊື້​ປັນຍາ​ດ້ວຍ​ຄຳ​ແຫ່ງ​ເມືອງ​ໂອຟີ,ດ້ວຍ​ຫີນ​ໂກເມນ ຫລື ແກ້ວໄພທູນ.

17ບໍ່​ວ່າ​ຄຳ ຫລື ແກ້ວ​ກໍ​ບໍ່​ສາມາດ​ປຽບທຽບ​ກັບ​ປັນຍາ​ໄດ້.ຫລື ເຄື່ອງ​ເພັດພອຍ ຫລື ຄໍາ​ກໍ​ບໍ່​ອາດ​ແລກປ່ຽນ​ໄດ້,

18ຫີນ​ປະກາລັງ ແລະ ມະນີໂຊດ​ກໍ​ບໍ່​ມີ​ຄຸນຄ່າ​ທີ່​ຈະ​ກ່າວ​ເຖິງ;ຄຸນຄ່າ​ຂອງ​ປັນຍາ​ສູງ​ກວ່າ​ທັບທິມ.

19ບຸດສະລາຄຳ​ແຫ່ງ​ກູເຊ​ກໍ​ບໍ່​ສາມາດ​ປຽບທຽບ​ກັບ​ປັນຍາ​ໄດ້;ບໍ່​ສາມາດ​ຊື້​ປັນຍາ​ດ້ວຍ​ຄຳ​ບໍລິສຸດ​ໄດ້.

20“ແລ້ວ​ປັນຍາ​ມາ​ຈາກ​ໃສ?ຄວາມເຂົ້າໃຈ​ຢູ່​ບ່ອນ​ໃດ?

21ມັນ​ຖືກ​ເຊື່ອງ​ຈາກ​ສາຍຕາ​ຂອງ​ທຸກ​ສິ່ງ​ທີ່​ມີ​ຊີວິດ,ແລະ ຖືກ​ປິດບັງ​ໄວ້​ແມ່ນແຕ່​ຈາກ​ນົກ​ຢູ່​ໃນ​ທ້ອງຟ້າ.

22ຄວາມ​ພິນາດຈິບຫາຍ ແລະ ຄວາມ​ຕາຍ​ເວົ້າ​ວ່າ,‘ພວກເຮົາ​ໄດ້​ຍິນ​ພຽງແຕ່​ຂ່າວ​ຊ່າລື​ກັນ​ເທົ່ານັ້ນ’.

23ພຣະເຈົ້າ​ເຂົ້າໃຈ​ທາງ​ສູ່​ປັນຍາແລະ ພຣະອົງ​ພຽງ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຮູ້​ວ່າ​ປັນຍາ​ຢູ່​ໃສ,

24ເພາະ​ພຣະອົງ​ແນມ​ເຫັນ​ຮອດ​ສຸດປາຍ​ແຜ່ນດິນ​ໂລກແລະ ເຫັນ​ທຸກສິ່ງ​ພາຍໃຕ້​ຟ້າ​ສະຫວັນ.

25ເມື່ອ​ພຣະເຈົ້າ​ກຳນົດ​ກໍາລັງ​ຂອງ​ລົມແລະ ຊັ່ງ​ຕວງ​ນ້ຳ,

26ເມື່ອ​ພຣະອົງ​ຕັ້ງ​ກົດເກນ​ໃຫ້​ຝົນແລະ ຈັດ​ທາງ​ໃຫ້​ແກ່​ແສງ​ຟ້າແມບ​ຜ່າ​ຜ່ານ,

27ແລ້ວ​ພຣະອົງ​ແນມ​ເບິ່ງ​ປັນຍາ ແລະ ໄດ້​ປະເມີນ​ຄ່າ​ມັນ;ພຣະອົງ​ຢືນຢັນ ແລະ ທົດສອບ​ປັນຍາ.

28ແລະ ພຣະອົງ​ກໍ​ກ່າວ​ຕໍ່​ມວນ​ມະນຸດ​ວ່າ,‘ການ​ຢຳເກງ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ຄື​ປັນຍາ,ແລະ ການ​ຫລີກໜີ​ຈາກ​ຄວາມຊົ່ວ​ຄື​ຄວາມ​ເຂົ້າໃຈ’ ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]