Skip to content
The Believer's Library

Biblica® Open Lao Contemporary Version

Numbers 13 OLCV

Show OLCV only
Verse × ×
1 Our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
2 "send men to scout the land of Canaan, which I'm giving Israel's people. Send one man per ancestral tribe, each a leader among them." “ຈົ່ງ​ສົ່ງ​ຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ຈາກ​ແຕ່​ລະ​ເຜົ່າ​ໄປ​ສຳຫລວດ​ດິນແດນ​ການາອານ, ເຊິ່ງ​ເຮົາ​ກຳລັງ​ມອບ​ໃຫ້​ຄົນ​ອິດສະຣາເອນ”.
3 So Moses sent them from the wilderness of Paran at our Father's command; all were leaders of Israel's people. ດັ່ງນັ້ນ​ໂມເຊ​ຈຶ່ງ​ສົ່ງ​ພວກເຂົາ​ອອກ​ໄປ​ຈາກ​ຖິ່ນແຫ້ງແລ້ງ​ປາຣານ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ. ພວກເຂົາ​ທັງໝົດ​ເປັນ​ຜູ້ນຳ​ຂອງ​ຄົນ​ອິດສະຣາເອນ.
4 These were their names: from the tribe of Reuben, Shammua the son of Zaccur; ນີ້​ແມ່ນ​ລາຍຊື່​ຂອງ​ພວກເຂົາ​ຄື: ຊາມມູອາ​ລູກຊາຍ​ຂອງ​ຊັກກູເຣ, ຈາກ​ເຜົ່າ​ຣູເບັນ;
5 from the tribe of Simeon, Shaphat the son of Hori; ຊາຟັດ​ລູກຊາຍ​ຂອງ​ໂຮຣີ, ຈາກ​ເຜົ່າ​ຊີເມໂອນ;
6 from the tribe of Judah, Caleb the son of Jephunneh; ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ, ຈາກ​ເຜົ່າ​ຢູດາ;
7 from the tribe of Issachar, Igal the son of Joseph; ອີການ​ລູກຊາຍ​ຂອງ​ໂຢເຊັບ, ຈາກ​ເຜົ່າ​ອິດຊາຄາ;
8 from the tribe of Ephraim, Hoshea the son of Nun; ໂຮເຊອາ​ລູກຊາຍ​ຂອງ​ນູນ, ຈາກ​ເຜົ່າ​ເອຟຣາອິມ;
9 from the tribe of Benjamin, Palti the son of Raphu; ປານຕີ​ລູກຊາຍ​ຂອງ​ຣາຟູ, ຈາກ​ເຜົ່າ​ເບັນຢາມິນ;
10 from the tribe of Zebulun, Gaddiel the son of Sodi; ກາດດີເອນ​ລູກຊາຍ​ຂອງ​ໂສດີ, ຈາກ​ເຜົ່າ​ເຊບູໂລນ;
11 from the tribe of Joseph (that is, from the tribe of Manasseh), Gaddi the son of Susi; ກາດດີ​ລູກຊາຍ​ຂອງ​ສູສີ, ຈາກ​ເຜົ່າ​ມານາເຊ;
12 from the tribe of Dan, Ammiel the son of Gemalli; ອາມມີເອນ​ລູກຊາຍ​ຂອງ​ເກມາລີ, ຈາກ​ເຜົ່າ​ດານ;
13 from the tribe of Asher, Sethur the son of Michael; ເສທູເຣ​ລູກຊາຍ​ຂອງ​ມີກາເອນ, ຈາກ​ເຜົ່າ​ອາເຊ;
14 from the tribe of Naphtali, Nahbi the son of Vophsi; ນາບີ​ລູກຊາຍ​ຂອງ​ວົບສີ, ຈາກ​ເຜົ່າ​ເນັບທາລີ;
15 from the tribe of Gad, Geuel the son of Machi. ເກອູເອນ​ລູກຊາຍ​ຂອງ​ມາກີ, ຈາກ​ເຜົ່າ​ກາດ.
16 These are the names of the men Moses sent to scout the land. Moses named Hoshea son of Nun, Joshua. ໂມເຊ​ໄດ້​ສົ່ງ​ຄົນ​ເຫລົ່ານີ້​ໄປ​ສຳຫລວດ​ດິນແດນ. (ໂມເຊ​ຕັ້ງຊື່​ໃຫ້​ໂຮເຊອາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.)
17 Moses sent them to scout the land of Canaan and said to them, "Go up this way into the Negev, go up into the hill country, ເມື່ອ​ໂມເຊ​ສົ່ງ​ພວກເຂົາ​ໄປ​ສຳຫລວດ​ການາອານ​ນັ້ນ, ເພິ່ນ​ກ່າວ​ວ່າ, “ຈົ່ງ​ຂຶ້ນ​ໄປ​ທົ່ວ​ເນເກັບ ແລະ ໄປ​ຕໍ່​ຈົນ​ເຖິງ​ເຂດ​ເນີນພູ.
18 and see what the land is like, and whether the people living there are strong or weak, few or many, ເບິ່ງ​ວ່າ​ດິນແດນ​ນັ້ນ​ເປັນ​ຢ່າງໃດ ແລະ ປະຊາຊົນ​ອາໄສ​ຢູ່​ທີ່​ນັ້ນ​ເຂັ້ມແຂງ ຫລື ອ່ອນແອ, ມີ​ຫລາຍ ຫລື ມີ​ໜ້ອຍ.
19 and whether the towns they live in are open camps or fortified, and whether the land is good or bad, ດິນແດນ​ທີ່​ພວກເຂົາ​ອາໄສ​ຢູ່​ນັ້ນ​ເປັນ​ຢ່າງໃດ? ດີ​ຫລື​ບໍ່? ບ້ານ​ເມືອງ​ທີ່​ພວກເຂົາ​ອາໄສ​ຢູ່​ເປັນ​ຢ່າງ​ໃດ? ມີກຳແພງ​ເມືອງ ຫລື ມີ​ປ້ອມປ້ອງກັນ​ຫລື​ບໍ່?
20 and whether the land is rich or poor, and whether it has trees or not. Be brave, and bring back fruit from the land." It was the season of the first ripe grapes. ສະພາບ​ດິນ​ເປັນ​ຢ່າງໃດ? ເປັນ​ດິນ​ອຸດົມສົມບູນ ຫລື ບໍ່? ມີ​ຕົ້ນໄມ້​ຢູ່​ທີ່​ນັ້ນ​ຫລາຍ​ຫລື ບໍ່? ຈົ່ງ​ພະຍາຍາມ​ນຳເອົາ​ຜົນລະໄມ້​ຂອງ​ດິນແດນ​ນັ້ນ​ກັບ​ມາ​ນຳ​ດ້ວຍ”. (ເວລາ​ນັ້ນ​ເປັນ​ລະດູ​ເກັບ​ໝາກອະງຸ່ນ​ຜົນທຳອິດ.)
21 So they went up and explored the land from the wilderness of Zin to Rehob, near Lebo-hamath. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ສຳຫລວດ​ດິນແດນ​ຕັ້ງແຕ່​ຖິ່ນແຫ້ງແລ້ງກັນດານ​ຊິນ​ໄປ​ຈົນ​ເຖິງ​ເຣໂຮບ, ມຸ່ງໜ້າ​ໄປ​ຍັງ​ເລໂບຮາມັດ.
22 They went up through the Negev to Hebron, where Ahiman, Sheshai, and Talmai, Anak's descendants, lived. Hebron was built seven years before Zoan in Egypt. ພວກເຂົາ​ຂຶ້ນ​ໄປ​ທົ່ວ​ເນເກັບ ແລະ ມາ​ທີ່​ເມືອງ​ເຮັບໂຣນ, ບ່ອນທີ່​ອາຮີມານ, ເຊຊາຍ ແລະ ຕານໄມ, ເຊື້ອສາຍ​ຂອງ​ອານາກ​ເຄີຍ​ອາໄສຢູ່. (ເຮັບໂຣນ​ໄດ້​ຖືກ​ສ້າງ​ຂຶ້ນ​ເຈັດ​ປີ​ກ່ອນ​ໂຊອານ​ໃນ​ເອຢິບ.)
23 They reached the Valley of Eshcol and cut a branch with one cluster of grapes, carried on a pole between two men; they also brought pomegranates and figs. ເມື່ອ​ພວກເຂົາ​ມາເຖິງ​ຮ່ອມພູ​ເອັດຊະໂຄນ, ພວກເຂົາ​ຕັດ​ເອົາ​ພວງ​ໝາກອະງຸ່ນ​ທີ່​ເກີດ​ໝາກ​ດົກ​ໜາ. ຈົນ​ພວກເຂົາ​ທັງສອງ​ຕ້ອງ​ໄດ້​ສອດ​ໄມ້ຄານ​ຫາມ​ມາ​ຄົນ​ລະ​ສົ້ນ, ພ້ອມ​ດ້ວຍ​ໝາກພິລາ ແລະ ໝາກເດື່ອ.
24 That place was named Valley of Eshcol, since the Israelites cut a cluster of grapes there. ສະຖານທີ່​ນັ້ນ​ມີ​ຊື່​ວ່າ​ຮ່ອມພູ​ເອັດຊະໂຄນ​ເພາະ​ວ່າ​ຄົນ​ອິດສະຣາເອນ​ໄດ້​ຕັດ​ພວງ​ໝາກອະງຸ່ນ​ມາ​ຈາກ​ທີ່​ນັ້ນ.
25 At the end of forty days they returned from exploring the land. ຫລັງ​ຈາກ​ນັ້ນ​ສີ່ສິບ​ວັນ, ພວກເຂົາ​ກໍ​ກັບ​ມາ​ຈາກ​ການ​ສຳຫລວດ​ດິນແດນ​ນັ້ນ.
26 They came to Moses, Aaron, and the whole community of Israel in the wilderness of Paran, at Kadesh, reported back to them and the whole community, and showed them the land's fruit. ພວກເຂົາ​ກັບຄືນ​ມາ​ຫາ​ໂມເຊ ແລະ ອາໂຣນ ແລະ ຊຸມຊົນ​ຄົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ​ໃນ​ຖິ່ນແຫ້ງແລ້ງ​ປາຣານ. ຢູ່​ທີ່​ນັ້ນ​ພວກເຂົາ​ໄດ້​ລາຍງາຍ​ຕໍ່​ໂມເຊ, ອາໂຣນ ແລະ ຊຸມຊົນ​ທັງໝົດ ແລ້ວ​ໄດ້​ນຳເອົາ​ໝາກໄມ້​ຈາກ​ດິນແດນ​ໃຫ້​ພວກເຂົາ​ເບິ່ງ​ດ້ວຍ.
27 They told him, "We went to the land you sent us to. It truly flows with milk and honey; here is its fruit. ພວກເຂົາ​ໄດ້​ລາຍງານ​ຕໍ່​ໂມເຊ​ດັ່ງ​ນີ້: “ພວກເຮົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ທ່ານ​ສົ່ງ​ພວກເຮົາ​ໄປ, ແລະ ດິນແດນ​ນັ້ນ​ກໍ​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ! ເບິ່ງ​ໝາກໄມ້​ເຫລົ່ານີ້​ແມ!
28 Yet the people in the land are strong, the cities fortified and very large—we even saw Anak's descendants there. ແຕ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ມີ​ກຳລັງ​ແຂງແຮງ​ຫລາຍ, ເມືອງ​ຕ່າງໆ​ຂອງ​ພວກເຂົາ​ກໍ​ມີ​ປ້ອມປ້ອງກັນ ແລະ ກວ້າງໃຫຍ່​ຫລາຍ. ພວກເຮົາ​ຍັງ​ພົບເຫັນ​ເຊື້ອສາຍ​ຂອງ​ຄົນ​ອານາກ​ຢູ່​ທີ່​ນັ້ນ​ດ້ວຍ.
29 Amalekites live in the Negev. Hittites, Jebusites, and Amorites live in the hills. Canaanites live along the sea and beside the Jordan." ຊາວອາມາເຫລັກ​ອາໄສ​ຢູ່​ໃນ​ເນເກັບ; ຊາວຮິດຕີ, ຊາວເຢບຸດ ແລະ ຊາວອາໂມ​ຢູ່​ເຂດ​ເນີນພູ; ແລະ ຊາວການາອານ​ອາໄສ​ຢູ່​ໃກ້​ຝັ່ງ​ທະເລ ແລະ ເລາະລຽບ​ໄປ​ຕາມ​ຝັ່ງ​ແມ່ນ້ຳ​ຈໍແດນ”.
30 Caleb silenced the people before Moses and said, "Let's go up now and possess it—we can certainly overcome it." ແລ້ວ​ກາເລັບ​ບອກ​ໃຫ້​ປະຊາຊົນ​ມິດງຽບ​ຕໍ່ໜ້າ​ໂມເຊ ແລະ ເວົ້າ​ວ່າ, “ເຮົາ​ຄວນ​ຈະ​ຂຶ້ນ​ໄປ ແລະ ຍຶດເອົາ​ດິນແດນ, ເພາະ​ພວກເຮົາ​ສາມາດ​ເຮັດ​ໄດ້​ແນ່ນອນ”.
31 But the men who went up with him said, "We can't go up against the people, for they are stronger than we are." ແຕ່​ຄົນອື່ນໆ​ທີ່​ໄດ້​ໄປ​ກັບ​ລາວ​ເວົ້າ​ວ່າ, “ພວກເຮົາ​ບໍ່​ສາມາດ​ຕໍ່ສູ້​ປະຊາຊົນ​ເຫລົ່ານັ້ນ​ດອກ; ພວກເຂົາ​ແຂງແຮງ​ກວ່າ​ພວກເຮົາ”.
32 So they gave Israel a bad report of the land they had explored, saying, "The land we crossed to explore devours its inhabitants, and everyone we saw there is of great size. ແລ້ວ​ພວກເຂົາ​ກໍ​ກະຈາຍ​ລາຍງານ​ໃນແງ່​ບໍ່ດີ​ທ່າມກາງ​ຄົນ​ອິດສະຣາເອນ​ກ່ຽວກັບ​ດິນແດນ​ທີ່​ພວກເຂົາ​ໄດ້​ໄປ​ສຳຫລວດ​ນັ້ນ. ພວກເຂົາ​ເວົ້າ​ວ່າ, “ດິນແດນ​ທີ່​ພວກເຮົາ​ໄປ​ສຳຫລວດ​ນັ້ນ​ກືນກິນ​ຜູ້​ທີ່​ອາໄສ​ຢູ່​ໃນ​ທີ່​ນັ້ນ. ປະຊາຊົນ​ທັງໝົດ​ທີ່​ພວກເຮົາ​ໄດ້​ເຫັນ​ມີ​ຮູບຮ່າງ​ສູງໃຫຍ່.
33 There we saw the Nephilim—Anak's descendants come from the Nephilim. We seemed like grasshoppers to ourselves, and so we seemed to them." ພວກເຮົາ​ເຫັນ​ຄົນ​ເນຟີລິມ (ເຊື້ອສາຍ​ຂອງ​ອານາກ​ທີ່​ມາ​ຈາກ​ເນຟີລິມ) ກໍ​ຢູ່​ທີ່​ນັ້ນ​ດ້ວຍ. ໃນ​ສາຍຕາ​ຂອງ​ພວກເຮົາ​ເອງ ເຮົາ​ເປັນ​ເໝືອນ​ຕັກແຕນ, ແລະ ພວກເຂົາ​ກໍ​ເບິ່ງ​ພວກເຮົາ​ເຊັ່ນ​ນັ້ນ​ຄືກັນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]