Skip to content
The Believer's Library

Biblica® Open Lao Contemporary Version

Numbers 13 OLCV

Side by side with the Father's Heart Bible™

ການ​ສຳຫລວດ​ການາອານ

1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ສົ່ງ​ຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ຈາກ​ແຕ່​ລະ​ເຜົ່າ​ໄປ​ສຳຫລວດ​ດິນແດນ​ການາອານ, ເຊິ່ງ​ເຮົາ​ກຳລັງ​ມອບ​ໃຫ້​ຄົນ​ອິດສະຣາເອນ”.

3ດັ່ງນັ້ນ​ໂມເຊ​ຈຶ່ງ​ສົ່ງ​ພວກເຂົາ​ອອກ​ໄປ​ຈາກ​ຖິ່ນແຫ້ງແລ້ງ​ປາຣານ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ. ພວກເຂົາ​ທັງໝົດ​ເປັນ​ຜູ້ນຳ​ຂອງ​ຄົນ​ອິດສະຣາເອນ.

4ນີ້​ແມ່ນ​ລາຍຊື່​ຂອງ​ພວກເຂົາ​ຄື: ຊາມມູອາ​ລູກຊາຍ​ຂອງ​ຊັກກູເຣ, ຈາກ​ເຜົ່າ​ຣູເບັນ;

5ຊາຟັດ​ລູກຊາຍ​ຂອງ​ໂຮຣີ, ຈາກ​ເຜົ່າ​ຊີເມໂອນ;

6ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ, ຈາກ​ເຜົ່າ​ຢູດາ;

7ອີການ​ລູກຊາຍ​ຂອງ​ໂຢເຊັບ, ຈາກ​ເຜົ່າ​ອິດຊາຄາ;

8ໂຮເຊອາ​ລູກຊາຍ​ຂອງ​ນູນ, ຈາກ​ເຜົ່າ​ເອຟຣາອິມ;

9ປານຕີ​ລູກຊາຍ​ຂອງ​ຣາຟູ, ຈາກ​ເຜົ່າ​ເບັນຢາມິນ;

10ກາດດີເອນ​ລູກຊາຍ​ຂອງ​ໂສດີ, ຈາກ​ເຜົ່າ​ເຊບູໂລນ;

11ກາດດີ​ລູກຊາຍ​ຂອງ​ສູສີ, ຈາກ​ເຜົ່າ​ມານາເຊ;

12ອາມມີເອນ​ລູກຊາຍ​ຂອງ​ເກມາລີ, ຈາກ​ເຜົ່າ​ດານ;

13ເສທູເຣ​ລູກຊາຍ​ຂອງ​ມີກາເອນ, ຈາກ​ເຜົ່າ​ອາເຊ;

14ນາບີ​ລູກຊາຍ​ຂອງ​ວົບສີ, ຈາກ​ເຜົ່າ​ເນັບທາລີ;

15ເກອູເອນ​ລູກຊາຍ​ຂອງ​ມາກີ, ຈາກ​ເຜົ່າ​ກາດ.

16ໂມເຊ​ໄດ້​ສົ່ງ​ຄົນ​ເຫລົ່ານີ້​ໄປ​ສຳຫລວດ​ດິນແດນ. (ໂມເຊ​ຕັ້ງຊື່​ໃຫ້​ໂຮເຊອາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.)

17ເມື່ອ​ໂມເຊ​ສົ່ງ​ພວກເຂົາ​ໄປ​ສຳຫລວດ​ການາອານ​ນັ້ນ, ເພິ່ນ​ກ່າວ​ວ່າ, “ຈົ່ງ​ຂຶ້ນ​ໄປ​ທົ່ວ​ເນເກັບ ແລະ ໄປ​ຕໍ່​ຈົນ​ເຖິງ​ເຂດ​ເນີນພູ. 18ເບິ່ງ​ວ່າ​ດິນແດນ​ນັ້ນ​ເປັນ​ຢ່າງໃດ ແລະ ປະຊາຊົນ​ອາໄສ​ຢູ່​ທີ່​ນັ້ນ​ເຂັ້ມແຂງ ຫລື ອ່ອນແອ, ມີ​ຫລາຍ ຫລື ມີ​ໜ້ອຍ. 19ດິນແດນ​ທີ່​ພວກເຂົາ​ອາໄສ​ຢູ່​ນັ້ນ​ເປັນ​ຢ່າງໃດ? ດີ​ຫລື​ບໍ່? ບ້ານ​ເມືອງ​ທີ່​ພວກເຂົາ​ອາໄສ​ຢູ່​ເປັນ​ຢ່າງ​ໃດ? ມີກຳແພງ​ເມືອງ ຫລື ມີ​ປ້ອມປ້ອງກັນ​ຫລື​ບໍ່? 20ສະພາບ​ດິນ​ເປັນ​ຢ່າງໃດ? ເປັນ​ດິນ​ອຸດົມສົມບູນ ຫລື ບໍ່? ມີ​ຕົ້ນໄມ້​ຢູ່​ທີ່​ນັ້ນ​ຫລາຍ​ຫລື ບໍ່? ຈົ່ງ​ພະຍາຍາມ​ນຳເອົາ​ຜົນລະໄມ້​ຂອງ​ດິນແດນ​ນັ້ນ​ກັບ​ມາ​ນຳ​ດ້ວຍ”. (ເວລາ​ນັ້ນ​ເປັນ​ລະດູ​ເກັບ​ໝາກອະງຸ່ນ​ຜົນທຳອິດ.)

21ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ສຳຫລວດ​ດິນແດນ​ຕັ້ງແຕ່​ຖິ່ນແຫ້ງແລ້ງກັນດານ​ຊິນ​ໄປ​ຈົນ​ເຖິງ​ເຣໂຮບ, ມຸ່ງໜ້າ​ໄປ​ຍັງ​ເລໂບຮາມັດ. 22ພວກເຂົາ​ຂຶ້ນ​ໄປ​ທົ່ວ​ເນເກັບ ແລະ ມາ​ທີ່​ເມືອງ​ເຮັບໂຣນ, ບ່ອນທີ່​ອາຮີມານ, ເຊຊາຍ ແລະ ຕານໄມ, ເຊື້ອສາຍ​ຂອງ​ອານາກ​ເຄີຍ​ອາໄສຢູ່. (ເຮັບໂຣນ​ໄດ້​ຖືກ​ສ້າງ​ຂຶ້ນ​ເຈັດ​ປີ​ກ່ອນ​ໂຊອານ​ໃນ​ເອຢິບ.) 23ເມື່ອ​ພວກເຂົາ​ມາເຖິງ​ຮ່ອມພູ​ເອັດຊະໂຄນ, ພວກເຂົາ​ຕັດ​ເອົາ​ພວງ​ໝາກອະງຸ່ນ​ທີ່​ເກີດ​ໝາກ​ດົກ​ໜາ. ຈົນ​ພວກເຂົາ​ທັງສອງ​ຕ້ອງ​ໄດ້​ສອດ​ໄມ້ຄານ​ຫາມ​ມາ​ຄົນ​ລະ​ສົ້ນ, ພ້ອມ​ດ້ວຍ​ໝາກພິລາ ແລະ ໝາກເດື່ອ. 24ສະຖານທີ່​ນັ້ນ​ມີ​ຊື່​ວ່າ​ຮ່ອມພູ​ເອັດຊະໂຄນ​ເພາະ​ວ່າ​ຄົນ​ອິດສະຣາເອນ​ໄດ້​ຕັດ​ພວງ​ໝາກອະງຸ່ນ​ມາ​ຈາກ​ທີ່​ນັ້ນ. 25ຫລັງ​ຈາກ​ນັ້ນ​ສີ່ສິບ​ວັນ, ພວກເຂົາ​ກໍ​ກັບ​ມາ​ຈາກ​ການ​ສຳຫລວດ​ດິນແດນ​ນັ້ນ.

ລາຍງານ​ການສຳຫລວດ

26ພວກເຂົາ​ກັບຄືນ​ມາ​ຫາ​ໂມເຊ ແລະ ອາໂຣນ ແລະ ຊຸມຊົນ​ຄົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ​ໃນ​ຖິ່ນແຫ້ງແລ້ງ​ປາຣານ. ຢູ່​ທີ່​ນັ້ນ​ພວກເຂົາ​ໄດ້​ລາຍງາຍ​ຕໍ່​ໂມເຊ, ອາໂຣນ ແລະ ຊຸມຊົນ​ທັງໝົດ ແລ້ວ​ໄດ້​ນຳເອົາ​ໝາກໄມ້​ຈາກ​ດິນແດນ​ໃຫ້​ພວກເຂົາ​ເບິ່ງ​ດ້ວຍ. 27ພວກເຂົາ​ໄດ້​ລາຍງານ​ຕໍ່​ໂມເຊ​ດັ່ງ​ນີ້: “ພວກເຮົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ທ່ານ​ສົ່ງ​ພວກເຮົາ​ໄປ, ແລະ ດິນແດນ​ນັ້ນ​ກໍ​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ! ເບິ່ງ​ໝາກໄມ້​ເຫລົ່ານີ້​ແມ! 28ແຕ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ມີ​ກຳລັງ​ແຂງແຮງ​ຫລາຍ, ເມືອງ​ຕ່າງໆ​ຂອງ​ພວກເຂົາ​ກໍ​ມີ​ປ້ອມປ້ອງກັນ ແລະ ກວ້າງໃຫຍ່​ຫລາຍ. ພວກເຮົາ​ຍັງ​ພົບເຫັນ​ເຊື້ອສາຍ​ຂອງ​ຄົນ​ອານາກ​ຢູ່​ທີ່​ນັ້ນ​ດ້ວຍ. 29ຊາວອາມາເຫລັກ​ອາໄສ​ຢູ່​ໃນ​ເນເກັບ; ຊາວຮິດຕີ, ຊາວເຢບຸດ ແລະ ຊາວອາໂມ​ຢູ່​ເຂດ​ເນີນພູ; ແລະ ຊາວການາອານ​ອາໄສ​ຢູ່​ໃກ້​ຝັ່ງ​ທະເລ ແລະ ເລາະລຽບ​ໄປ​ຕາມ​ຝັ່ງ​ແມ່ນ້ຳ​ຈໍແດນ”.

30ແລ້ວ​ກາເລັບ​ບອກ​ໃຫ້​ປະຊາຊົນ​ມິດງຽບ​ຕໍ່ໜ້າ​ໂມເຊ ແລະ ເວົ້າ​ວ່າ, “ເຮົາ​ຄວນ​ຈະ​ຂຶ້ນ​ໄປ ແລະ ຍຶດເອົາ​ດິນແດນ, ເພາະ​ພວກເຮົາ​ສາມາດ​ເຮັດ​ໄດ້​ແນ່ນອນ”.

31ແຕ່​ຄົນອື່ນໆ​ທີ່​ໄດ້​ໄປ​ກັບ​ລາວ​ເວົ້າ​ວ່າ, “ພວກເຮົາ​ບໍ່​ສາມາດ​ຕໍ່ສູ້​ປະຊາຊົນ​ເຫລົ່ານັ້ນ​ດອກ; ພວກເຂົາ​ແຂງແຮງ​ກວ່າ​ພວກເຮົາ”. 32ແລ້ວ​ພວກເຂົາ​ກໍ​ກະຈາຍ​ລາຍງານ​ໃນແງ່​ບໍ່ດີ​ທ່າມກາງ​ຄົນ​ອິດສະຣາເອນ​ກ່ຽວກັບ​ດິນແດນ​ທີ່​ພວກເຂົາ​ໄດ້​ໄປ​ສຳຫລວດ​ນັ້ນ. ພວກເຂົາ​ເວົ້າ​ວ່າ, “ດິນແດນ​ທີ່​ພວກເຮົາ​ໄປ​ສຳຫລວດ​ນັ້ນ​ກືນກິນ​ຜູ້​ທີ່​ອາໄສ​ຢູ່​ໃນ​ທີ່​ນັ້ນ. ປະຊາຊົນ​ທັງໝົດ​ທີ່​ພວກເຮົາ​ໄດ້​ເຫັນ​ມີ​ຮູບຮ່າງ​ສູງໃຫຍ່. 33ພວກເຮົາ​ເຫັນ​ຄົນ​ເນຟີລິມ (ເຊື້ອສາຍ​ຂອງ​ອານາກ​ທີ່​ມາ​ຈາກ​ເນຟີລິມ) ກໍ​ຢູ່​ທີ່​ນັ້ນ​ດ້ວຍ. ໃນ​ສາຍຕາ​ຂອງ​ພວກເຮົາ​ເອງ ເຮົາ​ເປັນ​ເໝືອນ​ຕັກແຕນ, ແລະ ພວກເຂົາ​ກໍ​ເບິ່ງ​ພວກເຮົາ​ເຊັ່ນ​ນັ້ນ​ຄືກັນ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]