Skip to content
The Believer's Library

Biblica® Open Lao Contemporary Version

Numbers 14 OLCV

Show OLCV only
Verse × ×
1 Then the whole congregation raised their voices and cried out, and the people wept that night. ໃນ​ຄືນ​ນັ້ນ​ປະຊາຊົນ​ທັງປວງ​ຕ່າງ​ກໍ​ພາກັນ​ສົ່ງ​ສຽງ​ຮ້ອງໄຫ້​ດັງ​ສະໜັ່ນ.
2 All the Israelites complained against Moses and Aaron; the whole community said to them, "If only we had died in the land of Egypt, or if only we had died in this wilderness! ຄົນ​ອິດສະຣາເອນ​ທັງຫລາຍ​ໄດ້​ຈົ່ມ​ຮ້າຍ​ໃສ່​ໂມເຊ ແລະ ອາໂຣນ, ແລ້ວ​ຊຸມຊົນ​ທັງໝົດ​ກໍ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເຮົາ​ສົມຄວນ​ຈະ​ຕາຍ​ຕັ້ງແຕ່​ຍັງ​ຢູ່​ທີ່​ເອຢິບ​ພຸ້ນ! ຫລື​ບໍ່​ກໍ​ຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້!
3 Why is our Father bringing us to this land to fall by the sword? Our wives and children will be plunder. Wouldn't it be better to return to Egypt?" ເປັນຫຍັງ​ພຣະເຈົ້າ​ຢາເວ​ຈຶ່ງ​ພາ​ພວກເຮົາ​ມາ​ຍັງ​ດິນແດນ​ແຫ່ງ​ນີ້​ພຽງ​ແຕ່​ເພື່ອ​ໃຫ້​ຕາຍ​ດ້ວຍ​ຄົມ​ດາບ? ບັນດາ​ເມຍ ແລະ ລູກ​ຂອງ​ພວກເຮົາ​ຈະ​ຕ້ອງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ພວກເຮົາ​ອອກຈາກ​ບ່ອນ​ນີ້​ກັບ​ຄືນ​ໄປ​ເອຢິບ​ບໍ່​ດີ​ກວ່າ​ບໍ?”
4 And they said to one another, "Let us appoint a leader and return to Egypt." ແລ້ວ​ພວກເຂົາ​ເວົ້າ​ຕໍ່​ກັນ​ວ່າ, “ພວກເຮົາ​ຄວນ​ຈະ​ເລືອກ​ຜູ້ນຳ​ຈັກ​ໜຶ່ງ​ຄົນ​ແລ້ວ​ກັບ​ຄືນ​ໄປ​ເອຢິບ”.
5 Then Moses and Aaron fell facedown before the whole assembly of Israel. ໂມເຊ ແລະ ອາໂຣນ​ຈຶ່ງ​ໝູບໜ້າ​ລົງ​ກັບ​ພື້ນ​ຕໍ່ໜ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ຮວມ​ກັນ​ຢູ່​ທີ່​ນັ້ນ.
6 Joshua son of Nun and Caleb son of Jephunneh, among those who scouted the land, tore their clothes. ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຜູ້​ທີ່​ໄດ້​ຮ່ວມ​ໃນ​ການ​ອອກ​ໄປ​ສຳຫລວດ​ດິນແດນ​ດ້ວຍ​ກັນ, ຈຶ່ງ​ຈີກ​ເສື້ອຜ້າ​ຂອງ​ຕົນ
7 They told the whole Israelite community, "The land we passed through and explored is exceedingly good. ແລະ ກ່າວ​ແກ່​ຄົນ​ອິດສະຣາເອນ​ທັງໝົດ​ວ່າ, “ດິນແດນ​ທີ່​ພວກເຮົາ​ເຂົ້າໄປ​ສຳຫລວດ​ນັ້ນ​ດີ​ແທ້ໆ.
8 If our Father delights in us, he'll bring us into this land and give it to us, a land flowing with milk and honey. ຖ້າ​ພຣະເຈົ້າ​ຢາເວ​ພໍໃຈ​ຕໍ່​ພວກເຮົາ, ພຣະອົງ​ກໍ​ຈະ​ນຳ​ພວກເຮົາ​ເຂົ້າໄປ​ໃນ​ດິນແດນ​ນັ້ນ, ດິນແດນ​ທີ່​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ ແລະ ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ພວກເຮົາ.
9 Only don't rebel against our Father, and don't fear the people of the land—they are food for us. Their protection is gone; our Father is with us. Don't fear them." ຂໍ​ພຽງ​ແຕ່​ພວກເຮົາ​ຢ່າ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢາເວ​ເທົ່ານັ້ນ. ແລະ ບໍ່​ຕ້ອງ​ຢ້ານ​ປະຊາຊົນ​ທີ່​ຢູ່​ໃນ​ດິນແດນ​ນັ້ນ, ເພາະ​ວ່າ​ພວກເຮົາ​ຈະ​ກືນ​ກິນ​ພວກເຂົາ. ສິ່ງ​ທີ່​ປົກປັກ​ຮັກສາ​ພວກເຂົາ​ກໍ​ສູນສິ້ນ​ໄປ, ແຕ່​ພຣະເຈົ້າ​ຢາເວ​ຢູ່​ກັບ​ພວກເຮົາ. ບໍ່​ຕ້ອງ​ຢ້ານ​ພວກເຂົາ​ເລີຍ”.
10 The whole community called for stoning Joshua and Caleb. Then our Father's glory appeared at the tent of meeting to all Israel's people. ແຕ່​ຊຸມຊົນ​ທັງໝົດ​ໄດ້​ປຶກສາ​ກັນ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ພວກເຂົາ. ແຕ່​ແລ້ວ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ປາກົດ​ຂຶ້ນ​ຕໍ່​ຄົນ​ອິດສະຣາເອນ​ທັງຫລາຍ​ທີ່​ເຕັນນັດພົບ.
11 And our Father said to Moses, "How long will this people despise me? And how long will they not believe in me, despite all the signs I've done among them? ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫລົ່ານີ້​ຈະ​ຢຽດຢາມ​ເຮົາ​ໄປ​ອີກ​ດົນ​ປານ​ໃດ? ພວກເຂົາ​ຈະ​ບໍ່​ຍອມ​ເຊື່ອ​ໃນ​ເຮົາ​ອີກ​ດົນ​ປານ​ໃດ? ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສະແດງ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ.
12 I will strike them with the plague and disinherit them, then make you a nation greater and stronger than they." ເຮົາ​ຈະ​ສົ່ງ​ໂລກລະບາດ​ລົງ​ມາ ແລະ ທຳລາຍ​ພວກເຂົາ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຊົນຊາດ​ໃຫຍ່ ແລະ ແຂງແກ່ນ​ກວ່າ​ພວກເຂົາ”.
13 But Moses said to our Father, "The Egyptians will hear of it, for you brought this people up from among them by your might, ໂມເຊ​ກ່າວ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ແລ້ວ​ຊາວ​ເອຢິບ​ຈະ​ໄດ້​ຍິນ​ເລື່ອງ​ນີ້! ໂດຍ​ລິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ນຳພາ​ປະຊາຊົນ​ເຫລົ່ານີ້​ອອກ​ມາ​ຈາກ​ທ່າມກາງ​ພວກເຂົາ.
14 and they will tell the residents of this land, who have heard that you, our Father, are among this people, that you, our Father, are seen face to face, that your cloud stands over them, and you go before them in a pillar of cloud by day and a pillar of fire by night. ແລະ ພວກເຂົາ​ຈະ​ເລົ່າ​ເລື່ອງ​ນີ້​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງນີ້​ຟັງ. ຂ້າ​ແດ່​ພຣະເຈົ້າ​ຢາເວ, ພວກເຂົາ​ໄດ້​ຍິນ​ແລ້ວ​ວ່າ​ພຣະອົງ​ຢູ່​ກັບ​ປະຊາຊົນ​ເຫລົ່ານີ້, ຂ້າ​ແດ່​ພຣະເຈົ້າ​ຢາເວ, ພວກ​ເຂົາ​ໄດ້​ເຫັນ​ໃບໜ້າ​ຂອງ​ພຣະອົງ​ແລ້ວ ແລະ ຮູ້​ວ່າ​ເມກ​ຂອງ​ພຣະອົງ​ຢຸດ​ຢູ່​ເໜືອ​ພວກເຂົາ, ແລະ ເຫັນ​ວ່າ​ພຣະອົງ​ນຳໜ້າ​ພວກເຂົາ​ໄປ​ດ້ວຍ​ເສົາ​ເມກ​ໃນ​ເວລາ​ກາງເວັນ ແລະ ດ້ວຍ​ເສົາ​ໄຟ​ໃນ​ເວລາ​ກາງຄືນ.
15 If you kill this people all at once, the nations who heard your fame will say, ຖ້າ​ພຣະອົງ​ຂ້າ​ປະຊາຊົນ​ເຫລົ່ານີ້​ທັງໝົດ, ໂດຍ​ບໍ່​ເວັ້ນ​ແມ່ນ​ແຕ່​ຄົນດຽວ​ໃຫ້​ມີຊີວິດ​ຢູ່​ນັ້ນ, ຊົນຊາດ​ທັງຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ກ່ຽວກັບ​ພຣະອົງ​ກໍ​ຈະ​ເວົ້າ​ວ່າ,
16 'Because God couldn't bring this people into the land he swore to them, he slaughtered them in the wilderness.' ‘ພຣະເຈົ້າ​ຢາເວ​ບໍ່​ສາມາດ​ນຳ​ຄົນ​ເຫລົ່ານີ້​ໄປ​ຍັງ​ດິນແດນ​ທີ່​ສັນຍາ​ໂດຍ​ຄຳສາບານ​ກັບ​ພວກເຂົາ​ໄດ້, ດັ່ງນັ້ນ ພຣະອົງ​ຈຶ່ງ​ຂ້າ​ພວກເຂົາ​ໃນ​ຖິ່ນແຫ້ງແລ້ງກັນດານ’.
17 And now, please, let the power of the Sovereign Father be great, as you have spoken, saying, “ບັດນີ້ ຂໍ​ພຣະເຈົ້າ​ຢາເວ​ໄດ້​ສະແດງ​ກຳລັງ​ຂອງ​ພຣະອົງ, ດັ່ງ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ວ່າ:
18 'Our Father is slow to anger, overflowing in covenant love, forgiving guilt and wrongdoing—yet he will by no means clear the guilty, bringing the fathers' sin on children to the third and fourth generation.' ‘ພຣະເຈົ້າ​ຢາເວ​ຊ້າ​ໃນ​ຄວາມ​ໃຈຮ້າຍ, ເຕັມລົ້ນ​ດ້ວຍ​ຄວາມ​ຮັກ ແລະ ອະໄພ​ບາບ ແລະ ການ​ກະບົດ. ແຕ່​ພຣະອົງ​ຈະ​ບໍ່​ລະເວັ້ນ​ໂທດ​ຜູ້​ທີ່​ເຮັດ​ຜິດ; ພຣະອົງ​ຈະ​ລົງໂທດ​ລູກຫລານ​ເພາະ​ບາບ​ຂອງ​ບັນພະບຸລຸດ​ເຖິງ​ສາມ​ສີ່​ຊົ່ວ​ອາຍຸ​ຄົນ’.
19 Please pardon this people's guilt according to the greatness of your covenant love, just as you've forgiven them from Egypt until now." ໂດຍ​ເຫັນ​ແກ່​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງພຣະອົງ​ຂໍ​ອະໄພ​ບາບ​ຂອງ​ປະຊາຊົນ​ເຫລົ່ານີ້, ດັ່ງ​ທີ່​ພຣະອົງ​ໄດ້​ອະໄພ​ໃຫ້​ພວກເຂົາ​ຈາກ​ເວລາ​ທີ່​ພວກເຂົາ​ອອກຈາກ​ເອຢິບ​ຈົນ​ມາ​ເຖິງ​ເວລານີ້”.
20 Then our Father said, "I have pardoned, according to your word. ພຣະເຈົ້າ​ຢາເວ​ຕອບ​ວ່າ, “ເຮົາ​ໄດ້​ອະໄພ​ໃຫ້​ພວກເຂົາ, ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ແລ້ວ.
21 "But truly, as I live, and as all the earth will be filled with my glory, ເຖິງຢ່າງໃດກໍຕາມ, ແຕ່​ເຮົາ​ມີຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ມີ​ຢູ່​ເຕັມ​ທົ່ວ​ແຜ່ນດິນໂລກ​ສັນນັ້ນ,
22 surely all the men who saw my glory and the signs I did in Egypt and the wilderness, yet tested me ten times and did not listen to my voice, ບໍ່​ແມ່ນ​ຜູ້​ທີ່​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ເຮົາ ແລະ ເຫັນ​ໝາຍສຳຄັນ​ທີ່​ເຮົາ​ໄດ້​ສະແດງ​ໃນ​ເອຢິບ ແລະ ໃນ​ຖິ່ນແຫ້ງແລ້ງກັນດານ​ແລ້ວ​ແຕ່​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ແລະ ທົດລອງ​ເຮົາ​ນັບ​ສິບ​ຄັ້ງ,
23 shall not see the land I swore to their fathers. None who despised me will see it. ບໍ່​ມີ​ຜູ້​ໃດ​ໃນ​ພວກເຂົາ​ຈະ​ໄດ້​ເຫັນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໂດຍ​ຄຳສາບານ​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ປະຕິບັດ​ຕໍ່​ເຮົາ​ດ້ວຍ​ການໝິ່ນປະໝາດ​ແລ້ວ​ຈະ​ໄດ້​ເຫັນ​ດິນແດນ​ນີ້.
24 But my servant Caleb has a different spirit and has followed me fully—I will bring him into the land he entered, and his descendants will possess it. ແຕ່​ເພາະ​ກາເລັບ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ມີ​ຈິດໃຈ​ແຕກຕ່າງ ແລະ ຕິດຕາມ​ເຮົາ​ຢ່າງ​ສຸດໃຈ, ເຮົາ​ຈະ​ນຳພາ​ລາວ​ເຂົ້າໄປ​ຍັງ​ດິນແດນ​ທີ່​ລາວ​ໄດ້​ເຂົ້າໄປ​ແລ້ວ​ນັ້ນ, ແລະ ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ຮັບ​ດິນແດນ​ນັ້ນ​ເປັນ​ມໍລະດົກ.
25 The Amalekites and the Canaanites live in the valleys. Tomorrow, turn and head into the wilderness toward the Red Sea." ເນື່ອງ​ຈາກ​ຊາວອາມາເຫລັກ ແລະ ຊາວການາອານ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຕ່າງໆ​ນັ້ນ, ມື້ອື່ນ​ຈົ່ງ​ກັບ​ຄືນ​ໄປ​ຖິ່ນແຫ້ງແລ້ງ​ກັນດານ ແລະ ອອກເດີນທາງ​ມຸ່ງໜ້າ​ໄປ​ສູ່​ທະເລແດງ”.
26 And our Father spoke to Moses and Aaron, saying, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ:
27 "How long will this evil congregation grumble against me? I have heard the Israelites' grumbling against me. “ຊຸມຊົນ​ທີ່​ຊົ່ວຮ້າຍ​ນີ້​ຈະ​ຈົ່ມ​ຕໍ່ສູ້​ເຮົາ​ໄປ​ອີກ​ດົນ​ປານໃດ​ນໍ? ເຮົາ​ໄດ້ຍິນ​ຄຳຈົ່ມ​ຕຳໜິ​ຂອງ​ຄົນ​ອິດສະຣາເອນ​ເຫລົ່ານີ້​ແລ້ວ.
28 Tell them, 'As I live, declares our Father, I will do to you exactly what I heard you say: ດັ່ງນັ້ນ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ​ປະກາດ​ວ່າ​ດັ່ງນີ້, ເຮົາ​ມີ​ຊີວິດ​ຢູ່​ແນ່ແທ້​ສັນໃດ ເຮົາ​ຈະ​ເຮັດ​ກັບ​ພວກເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຍິນ​ພວກເຈົ້າ​ເວົ້າ​ສັນນັ້ນ
29 'Your corpses will fall in this wilderness—all of you counted, your whole number, twenty years old and up, who grumbled against me. ຄື​ທຸກຄົນ​ໃນ​ພວກເຈົ້າ​ທີ່​ມີ​ອາຍຸ 20 ປີ​ຫລື​ຫລາຍກວ່າ ຕາມ​ທີ່​ໄດ້​ຂຶ້ນ​ທະບຽນ​ໄວ້​ແລ້ວ ແລະ ທັງເປັນ​ຜູ້​ຈົ່ມວ່າ​ຕໍ່ສູ້​ເຮົາ ພວກເຈົ້າ​ຈະ​ລົ້ມ​ຕາຍ​ລົງ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້.
30 None of you will enter the land I swore to settle you in, except Caleb son of Jephunneh and Joshua son of Nun. ຈະ​ບໍ່​ມີໃຜ​ຈັກ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ສາບານ​ດ້ວຍ​ການ​ຍົກມືຂຶ້ນ​ວ່າ​ຈະ​ມອບ​ໃຫ້​ເປັນ​ທີ່ຢູ່​ອາໄສ​ຂອງ​ພວກເຈົ້າ, ຍົກເວັ້ນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ກັບ​ໂຢຊວຍ​ລູກຊາຍ​ຂອງ​ນູນ.
31 But your little ones, whom you said would become plunder, I will bring in; they will know the land you rejected. ສ່ວນ​ລູກຫລານ​ທີ່​ພວກເຈົ້າ​ເວົ້າ​ວ່າ​ຈະ​ຖືກ​ຈັບໄປ​ເປັນ​ຊະເລີຍ​ນັ້ນ, ເຮົາ​ຈະ​ນຳພາ​ພວກເຂົາ​ເຂົ້າໄປ​ຊື່ນຊົມຍິນດີ​ກັບ​ດິນແດນ​ທີ່​ພວກເຈົ້າ​ໄດ້​ປະຕິເສດ​ແລ້ວ.
32 But as for you, you will fall dead in this wilderness. ແຕ່​ສ່ວນ​ພວກເຈົ້າ​ນັ້ນ, ຈະ​ລົ້ມ​ຕາຍ​ລົງ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້.
33 Your children will be shepherds in the wilderness forty years, bearing your unfaithfulness, until the last of your corpses lies in the wilderness. ລູກຫລານ​ຂອງ​ພວກເຈົ້າ​ຈະ​ເປັນ​ຄົນລ້ຽງແກະ​ຢູ່​ທີ່​ນີ້​ເປັນ​ເວລາ​ສີ່ສິບ​ປີ, ເປັນ​ຄວາມທຸກທໍລະມານ​ເພາະ​ຄວາມບໍ່ຊື່ສັດ​ຂອງ​ພວກເຈົ້າ, ຈົນກວ່າ​ຄົນ​ສຸດທ້າຍ​ໃນ​ພວກເຈົ້າ​ຈະ​ລົ້ມ​ຕາຍ​ລົງ​ໃນ​ຖິ່ນແຫ້ງແລ້ງກັນດານ.
34 As the days you scouted the land—forty days—a day for a year, you will carry your guilt forty years, and know my opposition to you. ພວກເຈົ້າ​ຈະ​ທຸກທໍລະມານ​ເພາະ​ບາບ​ຂອງ​ຕົນ ແລະ ຈະ​ຮູ້​ວ່າ​ການ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຕໍ່ສູ້​ກັບ​ພວກເຈົ້າ​ນັ້ນ​ເປັນ​ເວລາ​ສີ່ສິບ​ປີ​ຄື: ໜຶ່ງ​ປີ​ແທນ​ໜຶ່ງ​ວັນ​ຂອງ​ສີ່ສິບ​ວັນ​ແຫ່ງ​ການ​ສຳຫລວດ​ດິນແດນ’.
35 I, your Father, have spoken: surely I will do this to this whole evil assembly gathered against me—they will end in this wilderness, and die there.'" ເຮົາ​ຄື​ພຣະເຈົ້າ​ຢາເວ, ໄດ້​ກ່າວ​ແລ້ວ, ແລະ ແນ່ນອນ​ເຮົາ​ຈະ​ເຮັດ​ສິ່ງ​ເຫລົ່ານີ້​ແກ່​ຊຸມຊົນ​ຊົ່ວຮ້າຍ​ທັງໝົດ, ເຊິ່ງ​ລວມຕົວກັນ​ຕໍ່ຕ້ານ​ເຮົາ. ພວກເຂົາ​ຈະ​ພົບ​ຈຸດຈົບ​ຂອງ​ພວກເຂົາ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້; ພວກເຂົາ​ຈະ​ຕາຍ​ໃນ​ທີ່​ນີ້”.
36 The men Moses sent to scout the land returned, making the whole community grumble against Moses with a bad report about it. ດັ່ງນັ້ນ​ພວກຄົນ​ທີ່​ໂມເຊ​ໄດ້​ສົ່ງ​ໄປ​ສຳຫລວດ​ດິນແດນ, ຜູ້​ທີ່​ໄດ້​ກັບມາ​ແລ້ວ ແລະ ເຮັດ​ໃຫ້​ຊຸມຊົນ​ທັງໝົດ​ຈົ່ມ​ຕໍ່ສູ້​ໂມເຊ​ໂດຍ​ກະຈາຍ​ເລື່ອງ​ບໍ່ດີ​ກ່ຽວກັບ​ດິນແດນ​ນັ້ນ
37 The men who brought up a bad report of the land died by plague before our Father. ພວກຄົນ​ເຫລົ່ານີ້​ຜູ້​ທີ່​ກະຈາຍ​ເລື່ອງ​ບໍ່ດີ​ກ່ຽວກັບ​ດິນແດນ​ນັ້ນ​ກໍ​ໄດ້​ລົ້ມ​ຕາຍ​ລົງ​ດ້ວຍ​ໂລກລະບາດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
38 But Joshua son of Nun and Caleb son of Jephunneh survived, of those men who went to explore the land. ໃນ​ບັນດາ​ຄົນ​ທີ່​ໄປ​ສຳຫລວດ​ດິນແດນ​ນັ້ນ, ມີ​ພຽງ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກັບ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີຊີວິດ​ຢູ່.
39 When Moses told these words to all the children of Israel, the people mourned greatly. ເມື່ອ​ໂມເຊ​ລາຍງານ​ເລື່ອງ​ນີ້​ແກ່​ຄົນ​ອິດສະຣາເອນ​ທັງໝົດ​ແລ້ວ, ພວກເຂົາ​ກໍ​ພາກັນ​ໄວ້ທຸກ​ຢ່າງ​ຂົມຂື່ນ.
40 They got up early in the morning and went up to the hilltop, saying, "Here we are. We will go up to the place our Father promised, for we have sinned." ແຕ່​ເຊົ້າໆ​ຂອງ​ມື້​ຕໍ່ມາ ພວກເຂົາ​ກໍ​ອອກເດີນທາງ​ໄປ​ຍັງ​ຈຸດ​ສູງສຸດ​ຂອງ​ເນີນພູ, ແລ້ວ​ກ່າວ​ວ່າ, “ບັດນີ້​ພວກເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຂຶ້ນໄປ​ຍັງ​ດິນແດນ​ທີ່​ພຣະເຈົ້າ​ຢາເວ​ສັນຍາ​ໄວ້. ພວກເຮົາ​ຍອມຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ!”
41 But Moses said, "Why now are you disobeying our Father's command? It won't succeed. ແຕ່​ໂມເຊ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ? ສິ່ງ​ນີ້​ຈະ​ບໍ່​ສຳເລັດ!
42 Do not go up, for our Father is not among you, or you'll be struck down before your enemies. ຢ່າ​ຂຶ້ນ​ໄປ​ເລີຍ, ເພາະ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ. ພວກເຈົ້າ​ຈະ​ພ່າຍແພ້​ພວກສັດຕູ​ຂອງ​ພວກເຈົ້າ,
43 For the Amalekites and Canaanites are there before you; you'll fall by the sword. Since you've turned back from following our Father, he won't be with you." ເພາະ​ຊາວອາມາເຫລັກ​ກັບ​ຊາວການາອານ​ຈະ​ປະເຊີນໜ້າ​ກັບ​ພວກ​ເຈົ້າ​ຢູ່​ທີ່​ນັ້ນ. ເພາະ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ຢາເວ, ພຣະອົງ​ຈະ​ບໍ່​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ລົ້ມຕາຍ​ດ້ວຍ​ຄົມດາບ”.
44 But they dared to climb to the hill country's crest, though the ark of the covenant of our Father and Moses did not leave the camp. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກເຂົາ​ຍັງ​ຕັ້ງໃຈ​ທີ່​ຈະ​ຂຶ້ນ​ໄປ​ຍັງ​ເນີນ​ພູ​ສູງ, ແມ່ນແຕ່​ໂມເຊ ຫລື ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ບໍ່​ໄດ້​ເຄື່ອນຍ້າຍ​ໄປ​ຈາກ​ຄ້າຍພັກ.
45 Then the Amalekites and the Canaanites living in that hill country came down, struck them, and crushed them as far as Hormah. ແລ້ວ​ຊາວອາມາເຫລັກ​ກັບ​ຊາວການາອານ​ທີ່​ອາໄສ​ຢູ່​ໃນ​ເຂດ​ເນີນພູ​ນັ້ນ​ກໍ​ລົງ​ມາ​ແລ້ວ​ໂຈມຕີ​ພວກເຂົາ ແລະ ໄລ່​ຕີ​ພວກເຂົາ​ຕະຫລອດ​ທາງ​ໄປ​ສູ່​ໂຮມາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]