Skip to content
The Believer's Library

Biblica® Open Lao Contemporary Version

Numbers 12 OLCV

Show OLCV only
Verse × ×
1 Miriam and Aaron spoke against Moses over the Cushite woman he had married—he had married a Cushite woman. ມີຣີອາມ ແລະ ອາໂຣນ​ໄດ້​ເລີ່ມຕົ້ນ​ກ່າວ​ຕໍ່ຕ້ານ​ໂມເຊ ເພາະ​ໂມເຊ​ໄດ້​ແຕ່ງງານ ແລະ ມີ​ເມຍ​ເປັນ​ຊາວກູເຊ.
2 They said, "Has our Father spoken only through Moses? Hasn't he also spoken through us?" And our Father heard it. ພວກເຂົາ​ຖາມ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ຜ່ານ​ພຽງ​ໂມເຊ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ກ່າວ​ຜ່ານ​ພວກເຮົາ​ນຳ​ບໍ?” ແລະ ພຣະເຈົ້າ​ຢາເວ​ໄດ້​ຍິນ​ສິ່ງ​ນີ້.
3 Now the man Moses was very humble, more than anyone else on the face of the earth. (ໂມເຊ​ນັ້ນ​ເປັນ​ຄົນ​ຖ່ອມຕົວ​ຫລາຍ, ຖ່ອມຕົວ​ຍິ່ງ​ກວ່າ​ຄົນ​ໃດໆ​ເທິງ​ແຜ່ນດິນໂລກ.)
4 Suddenly our Father told Moses, Aaron, and Miriam, "Come out, you three, to the tent of meeting." The three went out. ທັນໃດນັ້ນ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ, ອາໂຣນ ແລະ ມີຣີອາມ​ວ່າ, “ພວກເຈົ້າ​ທັງ​ສາມ​ຈົ່ງ​ອອກ​ມາ​ທີ່​ເຕັນນັດພົບ”. ແລ້ວ​ພວກເຂົາ​ທັງສາມ​ຈຶ່ງ​ອອກ​ມາ.
5 Then our Father came down in a pillar of cloud, stood at the tent entrance, called Aaron and Miriam, and both came forward. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເທິງ​ເສົາ​ເມກ; ພຣະອົງ​ຢືນ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ ແລະ ເອີ້ນ​ອາໂຣນ​ກັບ​ມີຣີອາມ. ແລ້ວ​ທັງສອງ​ກໍ່​ຍ່າງ​ກ້າວອອກ​ມາ​ທາງໜ້າ,
6 He said, "Hear my words: if a prophet is among you, I, your Father, reveal myself to him in a vision, speak to him in a dream. ພຣະອົງ​ກ່າວ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ເຮົາ: “ເມື່ອ​ມີ​ຜູ້ທຳນວາຍ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເຮົາ​ຄື​ພຣະເຈົ້າ​ຢາເວ, ເຮົາ​ເປີດເຜີຍ​ເຮົາ​ເອງ​ແກ່​ພວກເຂົາ​ໃນ​ທາງ​ນິມິດ, ເຮົາ​ກ່າວ​ກັບ​ພວກເຂົາ​ໃນ​ທາງ​ຄວາມຝັນ.
7 Not so with my servant Moses; he is faithful in all my house. ແຕ່​ກັບ​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ​ບໍ່​ເປັນ​ເຊັ່ນ​ນັ້ນ; ລາວ​ສັດຊື່​ກວ່າ​ຄົນ​ໃດ​ໃນ​ວິຫານ​ຂອງ​ເຮົາ.
8 With him I speak mouth to mouth, clearly and not in riddles, and he sees the form of our Father. Why then were you not afraid to speak against my servant Moses?" ເຮົາ​ເວົ້າ​ກັບ​ລາວ​ໜ້າ​ຕໍ່​ໜ້າ, ຢ່າງ​ຊັດເຈນ ແລະ ບໍ່​ເປັນ​ປິດສະໜາ; ລາວ​ໄດ້​ເຫັນ​ຮູບຊົງ​ຂອງ​ພຣະເຈົ້າ​ຢາເວ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ ທີ່​ຈະ​ເວົ້າ​ໂຈມຕີ​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ?”
9 So the anger of our Father burned against them, and he departed. ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ລຸກໄໝ້​ສູ່​ພວກເຂົາ, ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ໄປ.
10 When the cloud lifted from over the tent, there was Miriam—diseased, white as snow. Aaron turned to Miriam, and there—diseased. ເມື່ອ​ເມກ​ທີ່​ຢູ່​ເໜືອ​ຫໍເຕັນ​ເລື່ອນ​ຂຶ້ນ, ມີຣີອາມ​ກໍ​ເປັນ​ພະຍາດຂີ້ທູດ ຜິວໜັງ​ຂອງ​ລາວ​ກໍ່​ກາຍ​ເປັນ​ດ່າງ​ຂາວ​ດັ່ງ​ຫິມະ. ອາໂຣນ​ຫັນ​ໄປ​ຫາ​ນາງ ແລະ ເຫັນ​ວ່າ​ມີຣີອາມ​ເປັນ​ພະຍາດຜີວໜັງ​ທີ່​ເປັນມົນທິນ,
11 Aaron told Moses, "Please, my lord, don't hold against us the sin of our foolishness and wrongdoing. ແລະ ລາວ​ຈຶ່ງ​ກ່າວ​ກັບ​ໂມເຊ​ວ່າ, “ເຈົ້ານາຍ​ຂອງ​ຂ້ານ້ອຍ, ຂໍ​ຢ່າ​ໄດ້​ຖື​ໂທດ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໂດຍ​ຄວາມໂງ່​ນີ້.
12 Don't let her be like a stillborn, its flesh half-consumed leaving its mother's womb." ຂໍ​ຢ່າ​ປ່ອຍ​ໃຫ້​ມີຣີອາມ​ເປັນ​ເໝືອນ​ເດັກນ້ອຍ​ທີ່​ຫລຸ​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຮ່າງກາຍ​ທີ່​ຖືກ​ກັດກິນ​ໄປ​ແລ້ວ​ເຄິ່ງ​ໜຶ່ງ”.
13 So Moses cried out to our Father, "Please, my Father, please heal her!" ໂມເຊ​ຈຶ່ງ​ຮ້ອງຂໍ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າ, ຂໍ​ໂຜດ​ຮັກສາ​ນາງ​ດ້ວຍ!”
14 But our Father told Moses, "If her father had only spit in her face, wouldn't she be ashamed seven days? Shut her outside the camp seven days; then bring her back." ພຣະເຈົ້າ​ຢາເວ​ກ່າວ​ຕອບ​ໂມເຊ​ວ່າ, “ຖ້າ​ພໍ່​ຂອງ​ນາງ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ນາງ, ນາງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ເຈັດ​ວັນ​ບໍ? ສະນັ້ນ​ຈົ່ງ​ກັກ​ນາງ​ໄວ້​ນອກ​ຄ້າຍພັກ​ເຈັດ​ວັນ; ຫລັງຈາກນັ້ນ​ຈຶ່ງ​ນຳ​ນາງ​ກັບ​ຄືນ​ມາ​ໄດ້”.
15 Miriam was shut outside the camp seven days; the people did not move until she was brought back. ດັ່ງນັ້ນ​ມີຣີອາມ​ຈຶ່ງ​ຖືກ​ກັກ​ໄວ້​ນອກ​ທີ່ພັກ​ອາໄສ​ເຈັດ​ວັນ ແລະ ປະຊາຊົນ​ບໍ່​ໄດ້​ອອກເດີນທາງ​ຈົນກວ່າ​ນາງ​ກັບ​ເຂົ້າ​ມາ​ອີກ.
16 After that the people set out from Hazeroth and camped in the Wilderness of Paran. ຫລັງຈາກນັ້ນ ປະຊາຊົນ​ກໍ​ອອກ​ຈາກ​ຮາເຊໂຣດ ແລະ ມາ​ຕັ້ງ​ຄ້າຍພັກ​ໃນ​ຖິ່ນແຫ້ງແລ້ງ​ປາຣານ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]