Skip to content
The Believer's Library

Biblica® Open Lao Contemporary Version

Numbers 11 OLCV

Show OLCV only
Verse × ×
1 The people complained about their hardship where our Father could hear; he heard, his anger burned, and the fire of our Father blazed among them, consuming the camp's edge. ບັດນີ້​ປະຊາຊົນ​ຈົ່ມ​ເຖິງ​ຄວາມຍາກລຳບາກ​ຂອງ​ພວກເຂົາ​ຕໍ່​ພຣະເຈົ້າ​ຢາເວ, ແລະ ເມື່ອ​ພຣະອົງ​ໄດ້​ຍິນ​ຄຳຈົ່ມ​ຂອງ​ພວກເຂົາ​ພຣະອົງ​ກໍ​ໂກດຮ້າຍ. ແລ້ວ​ໄຟ​ຂອງ​ພຣະເຈົ້າ​ຢາເວ​ກໍ​ລົງ​ມາ​ເຜົາຜານ​ທ່າມກາງ​ພວກເຂົາ ແລະ ບາງສ່ວນ​ທີ່​ຢູ່​ນອກ​ຂອງ​ເຂດ​ຄ້າຍພັກ.
2 The people cried out to Moses, Moses prayed to our Father, and the fire died down. ເມື່ອ​ປະຊາຊົນ​ຮ້ອງຂໍ​ຕໍ່​ໂມເຊ, ເພິ່ນ​ກໍ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ ແລ້ວ​ໄຟ​ນັ້ນ​ກໍ​ມອດ​ລົງ.
3 So that place was named Taberah, because the fire of our Father had blazed among them. ດັ່ງນັ້ນ ຈຶ່ງ​ໄດ້​ເອີ້ນ​ບ່ອນນັ້ນ​ວ່າ ຕາເບຣາ, ເພາະ​ມີ​ໄຟ​ຈາກ​ພຣະເຈົ້າ​ຢາເວ​ລົງ​ມາ​ເຜົາຜານ​ທ່າມກາງ​ພວກເຂົາ.
4 The mixed crowd among them craved intensely; Israel's people also wept again, saying, "If only we had meat to eat! ຝູງຊົນ​ທີ່​ມາ​ກັບ​ພວກເຂົາ​ເລີ່ມ​ຢາກ​ກິນ​ອາຫານ​ຢ່າງ​ອື່ນ ແລະ ຄົນ​ອິດສະຣາເອນ​ກໍ​ເລີ່ມ​ຈົ່ມທຸກ​ອີກ ແລະ ເວົ້າ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ຫລາຍ!
5 We remember the fish we ate in Egypt free, the cucumbers, melons, leeks, onions, and garlic. ພວກເຮົາ​ຄິດ​ເຖິງ​ປາ​ທີ່​ພວກເຮົາ​ເຄີຍ​ກິນ​ໃນ​ເອຢິບ​ໂດຍ​ບໍ່​ຕ້ອງ​ຊື້ ອີກ​ທັງ​ໝາກແຕງ, ໝາກໂມ, ຕົ້ນກະທຽມ, ຫອມບົ່ວໃຫຍ່ ແລະ ກະທຽມ.
6 But now our appetite is gone; there is nothing at all to see but this manna." ແຕ່​ເວລາ​ນີ້​ພວກເຮົາ​ເບື່ອ​ອາຫານ; ພວກເຮົາ​ບໍ່​ເຄີຍ​ເຫັນ​ອາຫານ​ຢ່າງ​ອື່ນ​ນອກ​ຈາກ​ມານາ!”
7 Now the manna was like coriander seed, and it looked like pale resin. ມານາ​ມີ​ລັກສະນະ​ເໝືອນ​ເມັດຫອມປ້ອມ ແລະ ເບິ່ງ​ຄ້າຍໆ​ຄື​ຢາງຕົ້ນໄມ້.
8 The people went about gathering it, ground it in mills or crushed it in mortars, boiled it in pots, and shaped it into cakes. It tasted like pastry made with oil. ປະຊາຊົນ​ທຽວ​ໄປ​ເກັບ​ເອົາ​ມານາ, ແລະ ຫລັງຈາກນັ້ນ​ກໍ​ເອົາມາ​ບົດ ຫລື ຕຳ​ດ້ວຍ​ຄົກ​ໃຫ້​ເປັນ​ແປ້ງ. ແລ້ວ​ພວກເຂົາ​ກໍ​ເອົາມາ​ຕົ້ມ​ໃສ່​ໝໍ້ ຫລື ເຮັດ​ເປັນ​ເຂົ້າຈີ່. ແລະ ລົດຊາດ​ເໝືອນ​ເຂົ້າໜົມ​ບາງຢ່າງ​ທີ່​ປະສົມ​ນ້ຳມັນ​ໝາກກອກ.
9 When the dew fell on the camp at night, the manna fell with it. ເມື່ອ​ນ້ຳໝອກ​ຕົກ​ລົງມາ​ໃສ່​ຄ້າຍພັກ​ໃນ​ເວລາ​ກາງຄືນ, ມານາ​ກໍ​ຕົກ​ລົງ​ມາ​ເໝືອນກັນ.
10 Moses heard the people weeping by their clans, each at his tent entrance. The anger of our Father burned greatly, and it seemed wrong to Moses. ໂມເຊ​ໄດ້​ຍິນ​ສຽງ​ຈົ່ມທຸກ​ຂອງ​ຄົນ​ທັງຫລາຍ​ຈາກ​ທຸກ​ຄອບຄົວ​ຢູ່​ທາງເຂົ້າ​ເຕັນ​ຂອງ​ພວກເຂົາ. ພຣະເຈົ້າ​ຢາເວ​ເກີດ​ຄວາມ​ໂກດຮ້າຍ​ຫລາຍ​ຂຶ້ນ ແລະ ໂມເຊ​ກໍ​ຍິ່ງ​ທຸກໃຈ.
11 Moses said to our Father, "Why have you mistreated your servant? Why haven't I found favor with you, that you put this whole people's burden on me? ເພິ່ນ​ຖາມ​ພຣະເຈົ້າ​ຢາເວ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ນຳເອົາ​ຄວາມທຸກໃຈ​ນີ້​ມາ​ສູ່​ຜູ້ຮັບໃຊ້​ຂອງ​ພຣະອົງ? ຂ້ານ້ອຍ​ໄດ້​ເຮັດ​ສິ່ງໃດ​ບໍ່​ເປັນ​ທີ່​ພໍໃຈ​ພຣະອົງ ພຣະອົງ​ຈຶ່ງ​ໃຫ້​ຂ້ານ້ອຍ​ແບກ​ພາລະໜັກ​ທັງໝົດ​ຂອງ​ປະຊາຊົນ​ເຫລົ່ານີ້?
12 Did I conceive all these people? Did I give birth to them, that you'd tell me, 'Carry them in your arms, as a caregiver carries a nursing baby,' to the land you swore to give their ancestors? ຂ້ານ້ອຍ​ເປັນ​ຜູ້​ຕັ້ງທ້ອງ​ພວກເຂົາ​ເຫລົ່ານີ້​ບໍ? ຂ້ານ້ອຍ​ເປັນຜູ້​ໃຫ້​ກຳເນີດ​ພວກເຂົາ​ມາ​ບໍ? ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ຂ້ານ້ອຍ​ເບິ່ງແຍງ​ພວກເຂົາ​ໃນ​ອ້ອມແຂນ​ຂອງ​ຂ້ານ້ອຍ, ເໝືອນດັ່ງ​ແມ່ລ້ຽງ​ອູ້ມ​ເດັກນ້ອຍ​ຜູ້​ໜຶ່ງ​ເພື່ອ​ເຂົ້າ​ສູ່​ດິນແດນ​ທີ່​ພຣະອົງ​ສັນຍາ​ໂດຍ​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ?
13 Where can I get meat for all these people? They keep weeping to me, saying, 'Give us meat to eat!' ຂ້ານ້ອຍ​ຈະ​ໄປ​ຫາ​ຊີ້ນ​ຢູ່​ໃສ​ມາ​ໃຫ້​ຄົນ​ເຫລົ່ານີ້​ທັງໝົດ? ພວກເຂົາ​ຄ່ຳຄວນ​ກັບ​ຂ້ານ້ອຍ​ວ່າ, ‘ຂໍ​ໃຫ້​ພວກເຮົາ​ໄດ້​ກິນ​ຊີ້ນ​ແດ່!’
14 I cannot carry all these people by myself; it is too heavy for me. ຂ້ານ້ອຍ​ບໍ່​ສາມາດ​ເບິ່ງແຍງ​ປະຊາຊົນ​ເຫລົ່ານີ້​ທັງໝົດ​ໄດ້​ດ້ວຍ​ຕົວ​ຂ້ານ້ອຍ​ເອງ; ເປັນ​ພາລະ​ໜັກ​ເກີນໄປ​ສຳລັບ​ຂ້ານ້ອຍ.
15 If this is how you treat me, please kill me now—if I have found favor in your eyes—and don't let me see my own misery." ຖ້າ​ຫາກ​ວ່າ​ນີ້​ເປັນ​ສິ່ງ​ທີ່​ພຣະອົງ​ຈະ​ກະທຳ​ຕໍ່​ຂ້ານ້ອຍ, ກໍ​ຂໍ​ໃຫ້​ພຣະອົງ​ເຮັດ​ຕໍ່ໄປ ແລະ ຂ້າ​ຂ້ານ້ອຍ, ຖ້າ​ພຣະອົງ​ຈະ​ກະລຸນາ ກໍ​ຂໍ​ຢ່າ​ປ່ອຍ​ໃຫ້​ຂ້ານ້ອຍ​ປະເຊີນ​ກັບ​ຄວາມ​ພິນາດ​ຂອງ​ຂ້ານ້ອຍ​ເລີຍ”.
16 Then our Father told Moses, "Gather for me seventy men from Israel's elders, whom you know as elders and officers of the people, and bring them to the meeting tent, and let them stand there with you. ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ: “ຈົ່ງ​ນຳເອົາ​ຜູ້ອາວຸໂສ​ຂອງ​ຄົນ​ອິດສະຣາເອນ​ເຈັດສິບ​ຄົນ​ຜູ້​ທີ່​ເຈົ້າ​ຮູ້ຈັກ​ມາ​ຫາ​ເຮົາ​ເພື່ອ​ເປັນ​ຜູ້ນຳ ແລະ ເປັນ​ເຈົ້າໜ້າທີ່​ທ່າມກາງ​ປະຊາຊົນ. ຈົ່ງ​ນຳ​ພວກເຂົາ​ມາ​ທີ່​ເຕັນນັດພົບ, ເຊິ່ງ​ພວກເຂົາ​ຈະ​ມາ​ຢືນຢູ່​ທີ່​ນັ້ນ​ກັບ​ເຈົ້າ.
17 I will come down, speak with you there, take some of the Spirit on you, and put it on them. They will carry the people's burden with you, so you won't carry it alone. ເຮົາ​ຈະ​ລົງມາ ແລະ ກ່າວ​ກັບ​ເຈົ້າ​ທີ່​ນັ້ນ, ແລະ ເຮົາ​ຈະ​ເອົາ​ລິດອຳນາດ​ຂອງ​ພຣະວິນຍານ​ທີ່​ຢູ່​ກັບ​ເຈົ້າ ແລ້ວ​ມອບ​ລິດອຳນາດ​ຂອງ​ພຣະວິນຍານ​ນັ້ນ​ໃສ່​ຄົນ​ເຫລົ່ານັ້ນ​ດ້ວຍ. ພວກເຂົາ​ຈະ​ຊ່ວຍ​ແບກ​ພາລະ​ຂອງ​ປະຊາຊົນ​ຮ່ວມ​ກັບ​ເຈົ້າ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ໄດ້​ແບກ​ພາລະ​ນັ້ນ​ແຕ່​ຄົນດຽວ.
18 Tell the people: Dedicate yourselves for tomorrow—you will eat meat. You wept in our Father's hearing, saying, 'If only we had meat to eat! We were better off in Egypt.' So our Father will give you meat, and you will eat. “ຈົ່ງ​ບອກ​ປະຊາຊົນ​ວ່າ: ‘ຈົ່ງ​ອຸທິດຕົນ​ເຂົ້າ​ສູ່​ການ​ກະກຽມ​ສຳລັບ​ມື້​ອື່ນ, ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ. ພຣະເຈົ້າ​ຢາເວ​ໄດ້​ຍິນ​ທີ່​ພວກເຈົ້າ​ຄ່ຳຄວນ​ແລ້ວ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ຫລາຍ! ພວກເຮົາ​ຢູ່​ທີ່​ເອຢິບ​ກໍ​ຍັງ​ດີ​ກວ່າ!” ບັດນີ້ ພຣະເຈົ້າ​ຢາເວ​ຈະ​ໃຫ້​ຊີ້ນ​ແກ່​ພວກເຈົ້າ ແລະ ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ນັ້ນ.
19 Not for one day, two, five, ten, or twenty days will you eat it, ພວກເຈົ້າ​ຈະ​ບໍ່​ໄດ້​ກິນ​ຊີ້ນ​ພຽງ​ແຕ່​ວັນ​ດຽວ ຫລື ສອງ​ວັນ, ຫລື ຫ້າ​ວັນ, ຫລື ສິບ​ວັນ ຫລື ຊາວ​ວັນ​ເທົ່າ​ນັ້ນ,
20 but a whole month, until it comes out your nostrils and disgusts you—because you rejected our Father among you, weeping before him, saying, 'Why did we ever leave Egypt?'" ແຕ່​ສຳລັບ​ໜຶ່ງ​ເດືອນ​ເຕັມ ຈົນ​ຊີ້ນ​ນັ້ນ​ລົ້ນ​ອອກ​ມາ​ທາງ​ດັງ​ຈົນ​ພວກເຈົ້າ​ເບື່ອ​ຊີ້ນ​ນັ້ນ ເພາະ​ພວກເຈົ້າ​ປະຕິເສດ​ພຣະເຈົ້າ​ຢາເວ, ຜູ້​ຢູ່​ທ່າມກາງ​ພວກເຈົ້າ ແລະ ຄ່ຳຄວນ​ຕໍ່ໜ້າ​ພຣະອົງ, ໂດຍ​ກ່າວ​ວ່າ, “ເປັນຫຍັງ​ພວກເຮົາ​ຕ້ອງ​ອອກ​ມາ​ຈາກ​ເອຢິບ?” ’ ”
21 Moses said, "The people I'm with number 600,000 on foot, yet you say, 'I will give them meat to eat for a whole month'?" ແຕ່​ໂມເຊ​ກ່າວ​ວ່າ, “ທີ່​ນີ້​ຂ້ານ້ອຍ​ຢູ່​ທ່າມກາງ​ຜູ້ຊາຍ​ຫົກແສນ​ຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ແລ້ວ ແລະ ພຣະອົງ​ຍັງ​ກ່າວ​ວ່າ, ‘ເຮົາ​ຈະ​ໃຫ້​ຊີ້ນ​ພວກເຂົາ​ກິນ​ຕະຫລອດ​ໜຶ່ງ​ເດືອນ​ເຕັມ!’
22 Could flocks and herds be slaughtered to satisfy them? Could all the fish of the sea be gathered to satisfy them? ຖ້າ​ຈະ​ເອົາ​ຝູງແບ້, ຝູງແກະ ແລະ ຝູງງົວ​ມາ​ຂ້າ​ໃຫ້​ພວກເຂົາ​ກິນຈະ​ພຽງພໍ​ບໍ? ຖ້າ​ຈະ​ຫາ​ປາ​ໝົດ​ທະເລ​ມາ​ໃຫ້​ພວກເຂົາ​ກິນ​ຈະ​ພຽງພໍ​ບໍ?”
23 Our Father said to Moses, "Is my hand too short? Now you'll see whether my word comes true for you or not." ພຣະເຈົ້າ​ຢາເວ​ໄດ້​ຕອບ​ໂມເຊ​ວ່າ, “ແຂນ​ຂອງ​ພຣະເຈົ້າ​ຢາເວ​ສັ້ນ​ໂພດ​ບໍ? ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ກ່າວ​ນັ້ນ​ຈະ​ກາຍ​ມາ​ເປັນ​ຄວາມຈິງ​ສຳລັບ​ເຈົ້າ ຫລື ບໍ່”.
24 Moses went out and told the people our Father's words. He gathered seventy men from the people's elders and stationed them around the tent. ດັ່ງນັ້ນ ໂມເຊ​ຈຶ່ງ​ອອກ​ມາ ແລະ ແຈ້ງ​ຕໍ່​ປະຊາຊົນ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ. ເພິ່ນ​ເອີ້ນ​ເອົາ​ຜູ້ອາວຸໂສ​ເຈັດສິບ​ຄົນ​ມາ​ຮວມ​ກັນ ແລະ ໃຫ້​ພວກເຂົາ​ຢືນ​ລຽນ​ອ້ອມ​ເຕັນ.
25 Then our Father came down in the cloud, spoke to him, took some of the Spirit on him, and put it on the seventy elders. When the Spirit rested on them, they prophesied—but not again. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ໃນ​ເມກ ແລະ ກ່າວ​ແກ່​ໂມເຊ, ແລະ ພຣະອົງ​ນຳເອົາ​ລິດອຳນາດ​ຂອງ​ພຣະວິນຍານ​ທີ່​ຢູ່​ເທິງ​ໂມເຊ ແລ້ວ​ມອບ​ໃຫ້​ໃຫ້​ແກ່​ຜູ້ອາວຸໂສ​ທັງ​ເຈັດສິບ​ຄົນ. ເມື່ອ​ພຣະວິນຍານ​ຢູ່​ກັບ​ພວກເຂົາ​ແລ້ວ, ພວກເຂົາ​ກໍ​ໄດ້​ເຮັດ​ການ​ທຳນວາຍ​ຢູ່​ຊົ່ວ​ຂະນະ​ໜຶ່ງ ແຕ່​ຫລັງ​ຈາກ​ນັ້ນ​ພວກເຂົາ​ກໍ​ບໍ່​ເຮັດ​ອີກ.
26 Two men had remained in the camp, one named Eldad, the other Medad, and the Spirit rested on them—they were among those registered but had not gone out to the tent—yet they prophesied in the camp. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຜູ້ອາວຸໂສ​ສອງ​ຄົນ​ທີ່​ຊື່​ວ່າ ເອັນດາດ ແລະ ເມດາດ, ຍັງ​ຢູ່​ໃນ​ຄ້າຍພັກ. ພວກເຂົາ​ມີ​ບັນຊີ​ຢູ່​ໃນ​ກຸ່ມ​ຂອງ​ພວກອາວຸໂສ​ທັງຫລາຍ, ແຕ່​ບໍ່​ໄດ້​ອອກ​ໄປ​ທີ່​ເຕັນ. ເຖິງ​ປານ​ນັ້ນ ພຣະວິນຍານ​ກໍ​ຍັງ​ຢູ່​ເທິງ​ພວກເຂົາ​ດ້ວຍ ແລະ ພວກເຂົາ​ກໍ​ໄດ້​ເຮັດ​ການ​ທຳນວາຍ​ຢູ່​ໃນ​ຄ້າຍພັກ.
27 A young man ran and reported to Moses, "Eldad and Medad are prophesying in the camp." ຊາຍ​ໜຸ່ມ​ຄົນ​ໜຶ່ງ​ແລ່ນ​ໄປ​ບອກ​ໂມເຊ​ວ່າ, “ເອັນດາດ ແລະ ເມດາດ​ກຳລັງ​ເຮັດ​ການ​ທຳນວາຍ​ຢູ່​ໃນ​ຄ້າຍພັກ”.
28 Joshua son of Nun, Moses' assistant from his youth, said: "My lord Moses, hold them back!" ໂຢຊວຍ​ລູກຊາຍ​ຂອງ​ນູນ, ຜູ້​ທີ່​ເປັນ​ຜູ້ຊ່ວຍ​ຂອງ​ໂມເຊ​ມາ​ຕັ້ງແຕ່​ຍັງ​ໜຸ່ມ​ນັ້ນ, ກໍ​ໄດ້​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ ກ່າວ​ວ່າ, “ໂມເຊ ເຈົ້ານາຍ​ຂອງ​ຂ້າພະເຈົ້າ, ຈົ່ງ​ຫ້າມ​ພວກເຂົາ!”
29 But Moses replied, "Are you jealous for me? I wish all our Father's people were prophets, that our Father would put his Spirit on them!" ແຕ່​ໂມເຊ​ຕອບ​ວ່າ, “ເຈົ້າ​ອິດສາ​ເພາະ​ເຫັນ​ແກ່​ເຮົາ​ບໍ? ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ​ທັງໝົດ​ເປັນ​ຜູ້ທຳນວາຍ ແລະ ເພື່ອ​ພຣະເຈົ້າ​ຢາເວ​ຈະ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ລົງ​ເທິງ​ພວກເຂົາ!”
30 Then Moses returned to the camp, he and the elders of Israel. ຫລັງຈາກນັ້ນ ໂມເຊ ແລະ ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ກໍ​ໄດ້​ກັບຄືນ​ໄປ​ທີ່​ຄ້າຍພັກ.
31 A wind went out from our Father, drove quail from the sea, and dropped them around the camp—about a day's journey on each side, about three feet deep on the ground. ຂະນະ​ນັ້ນ ມີ​ກະແສ​ລົມ​ຈາກ​ພຣະເຈົ້າ​ຢາເວ ແລະ ພັດ​ເອົາ​ນົກຂຸ້ມ​ມາ​ຈາກ​ທະເລ. ລົມ​ພັດ​ກະຈັດກະຈາຍ​ນົກຂຸ້ມ​ຕົກ​ຢູ່​ອ້ອມ​ຄ້າຍພັກ​ສູງ​ກາຍ​ພື້ນດິນ​ສອງ​ສອກ, ໄກ​ເປັນ​ວົງ​ລັດສະໝີ​ເທົ່າ​ກັບ​ຊົ່ວໄລຍະ​ທາງ​ຍ່າງ​ມື້​ໜຶ່ງ.
32 The people were up all that day, all night, and all the next day gathering the quail—the least gathered sixty bushels—then spread it all out for themselves around the camp. ຕະຫລອດ​ວັນ ແລະ ຄືນ​ນັ້ນ ແລະ ວັນ​ຕໍ່ມາ ປະຊາຊົນ​ພາກັນ​ອອກ​ໄປ​ຈັບ​ເອົາ​ນົກຂຸ້ມ. ແຕ່ລະຄົນ​ຈັບ​ໄດ້​ບໍ່​ຫລຸດ​ສິບ​ໂອເມີ. ພວກເຂົາ​ເອົາ​ຊີ້ນ​ນົກຂຸ້ມ​ຕາກ​ໄວ້​ອ້ອມ​ຄ້າຍພັກ.
33 While the meat was still between their teeth, not yet chewed, our Father's anger burned against the people, and our Father struck them with a very severe plague. ແຕ່​ຂະນະ​ທີ່​ຊີ້ນ​ຍັງ​ຢູ່​ໃນ​ປາກ​ຂອງ​ພວກເຂົາ ແລະ ໂດຍ​ຍັງ​ບໍ່​ໄດ້​ກືນ​ລົງ​ໄປ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ລຸກໄໝ້​ສູ່​ພວກເຂົາ, ພຣະອົງ​ທຳລາຍ​ພວກເຂົາ​ດ້ວຍ​ໂລກລະບາດ​ທີ່​ຮຸນແຮງ.
34 That place was named Kibroth-hattaavah, because there they buried the people who craved. ເຫດສະນັ້ນ ສະຖານທີ່​ແຫ່ງ​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ, ກິບໂຣດຮັດຕາອາວາ, ເພາະ​ພວກເຂົາ​ຝັງສົບ​ຂອງ​ປະຊາຊົນ​ຜູ້​ທີ່​ໄດ້​ໂຫຍຫາ​ອາຫານ​ອື່ນ.
35 From Kibroth-hattaavah the people set out for Hazeroth, and they stayed at Hazeroth. ພວກເຂົາ​ເດີນທາງ​ຕໍ່​ຈາກ​ກິບໂຣດ​ຮັດຕາອາວາ​ສູ່​ຮາເຊໂຣດ ແລະ ພັກ​ຢູ່​ທີ່​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]