Skip to content
The Believer's Library

Biblica® Open Lao Contemporary Version

Numbers 10 OLCV

Show OLCV only
Verse × ×
1 Our Father spoke to Moses, saying: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ:
2 "Make yourself two silver trumpets, hammered work; use them to call the community and to move the camps. “ຈົ່ງ​ເອົາ​ເງິນ​ມາ​ຕີ​ເຮັດ​ແກ​ສອງ​ອັນ, ແລະ ນຳໃຊ້​ແກ​ເຫລົ່ານັ້ນ​ເພື່ອ​ເປົ່າ​ເອີ້ນ​ຊຸມຊົນ​ມາ​ເຕົ້າໂຮມກັນ ແລະ ເພື່ອ​ເຄື່ອນຍ້າຍ​ບັນດາ​ຄ້າຍພັກ.
3 When both sound, the whole community must gather to you at the entrance to the tent of meeting. ເມື່ອ​ສຽງແກ​ທັງສອງ​ດັງ​ຂຶ້ນ, ຊຸມຊົນ​ທັງໝົດ​ຈະ​ມາ​ເຕົ້າໂຮມກັນ​ຕໍ່ໜ້າ​ເຈົ້າ​ທີ່​ທາງເຂົ້າ​ເຕັນນັດພົບ.
4 But if only one is blown, the leaders—heads of Israel's clans—are to gather to you. ຖ້າ​ສຽງແກ​ອັນ​ດຽວ​ດັງ​ຂຶ້ນ, ພວກຜູ້ນຳ ແລະ ພວກຫົວໜ້າ​ຕະກຸນ​ຕ່າງໆ​ຂອງ​ອິດສະຣາເອນ​ຈະ​ຕ້ອງ​ມາ​ເຕົ້າໂຮມກັນ​ຕໍ່ໜ້າ​ເຈົ້າ.
5 When you sound a blast, the camps on the east side are to set out. ເມື່ອ​ສຽງແກ​ດັງ​ຂຶ້ນ​ເປັນ​ສຽງສັ້ນ, ເຜົ່າ​ຕ່າງໆ​ທີ່​ຕັ້ງ​ຄ້າຍພັກ​ຢູ່​ດ້ານ​ຕາເວັນອອກ​ຈະ​ຕ້ອງ​ອອກເດີນທາງ.
6 Sound a second blast: camps on the south side set out. Sound a blast for their setting out. ເມື່ອ​ສຽງແກ​ດັງ​ຂຶ້ນ​ເປັນ​ສຽງສັ້ນ​ຄັ້ງ​ທີ​ສອງ, ບັນດາ​ຄ້າຍພັກ​ຢູ່​ດ້ານ​ໃຕ້​ຈະ​ຕ້ອງ​ອອກເດີນທາງ. ສຽງແກ​ນີ້​ຈະ​ເປັນ​ສັນຍານ​ສຳລັບ​ການ​ອອກເດີນທາງ.
7 But when you call the assembly together, blow a steady note, not an alarm. ເພື່ອ​ເຕົ້າໂຮມ​ຊຸມຊົນ, ຈົ່ງ​ເປົ່າ​ແກ​ທັງສອງ​ເປັນ​ສຽງຍາວ, ແຕ່​ບໍ່​ແມ່ນ​ດ້ວຍ​ສັນຍານ​ສຳລັບ​ການ​ອອກເດີນທາງ.
8 Aaron's sons, the priests, are to blow the trumpets—a lasting law for you throughout your generations. “ບັນດາ​ລູກຊາຍ​ຂອງ​ອາໂຣນ, ຜູ້​ເປັນ​ປະໂລຫິດ​ຈະ​ຕ້ອງ​ເປັນ​ຜູ້​ເປົ່າ​ແກ. ນີ້​ເປັນ​ຂໍ້ປະຕິບັດ​ສຳລັບ​ພວກເຈົ້າ ແລະ ສືບໄປ​ທຸກ​ຊົ່ວອາຍຸ.
9 When you go to war in your land against the enemy crushing you, sound an alarm on the trumpets—you will be remembered before me and saved from your enemies. ເມື່ອ​ພວກເຈົ້າ​ອອກໄປ​ສູ້ຮົບ​ກັບ​ສັດຕູ​ຜູ້​ທີ່​ກົດຂີ່ຂົ່ມເຫັງ​ພວກເຈົ້າ​ໃນ​ດິນແດນ​ຂອງພວກເຈົ້າ, ຈົ່ງ​ເປົ່າ​ແກ​ທັງສອງ​ຂຶ້ນ. ແລ້ວ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຈົດຈຳ​ພວກເຈົ້າ ແລະ ຈະ​ກອບກູ້ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ບັນດາ​ສັດຕູ​ຂອງ​ພວກເຈົ້າ.
10 Also on your day of joy, at your appointed feasts and new moons, blow the trumpets over your burnt offerings and over your peace offerings—a memorial for you before our Father. I am your Father." ຈົ່ງ​ເປົ່າ​ແກ​ທັງສອງ​ໃນ​ເວລາ​ທີ່​ພວກເຈົ້າ​ມ່ວນຊື່ນ​ໃນ​ເທດສະການ​ຕ່າງໆ​ທີ່​ກຳນົດ​ໄວ້ ແລະ ໃນ​ການສະຫລອງ​ເດືອນ​ອອກໃໝ່​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ເປົ່າ​ແກ​ຂຶ້ນ​ເໜືອ​ການ​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ການ​ຖວາຍ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ, ແລະ ສິ່ງ​ເຫລົ່ານີ້​ຈະ​ເປັນ​ຄວາມຊົງຈຳ​ສຳລັບ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ”.
11 In the second year, second month, on the twentieth day, the cloud lifted from over the tabernacle of the testimony. ໃນ​ມື້​ທີຊາວ​ຂອງ​ເດືອນ​ທີ​ສອງ​ຂອງ​ປີ​ທີ​ສອງ, ເມກ​ໄດ້​ເລື່ອນຂຶ້ນ​ເໜືອ​ຫໍເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ.
12 The Israelites set out from the Sinai wilderness, stage by stage; the cloud settled in the Paran wilderness. ແລ້ວ​ຄົນ​ອິດສະຣາເອນ​ຈຶ່ງ​ອອກເດີນທາງ​ຈາກ​ທະເລຊາຍ​ຊີນາຍ ແລະ ເດີນ​ຕິດຕາມ​ເມກ​ໄປ​ເລື້ອຍໆ​ຈົນ​ກວ່າ​ເມກ​ນັ້ນ​ມາ​ຢຸດ​ຢູ່​ທີ່​ທະເລຊາຍ​ປາຣານ.
13 This was their first setting out, at our Father's command through Moses. ພວກເຂົາ​ອອກເດີນທາງ​ເປັນ​ຄັ້ງ​ທຳອິດ, ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຜ່ານ​ໂມເຊ.
14 Judah's camp banner set out first, by their divisions, Nahshon son of Amminadab over his division. ກອງ​ຂອງ​ຄ້າຍພັກ​ຂອງ​ຢູດາ​ອອກ​ເດີນທາງ​ໄປ​ກ່ອນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ໂດຍມີ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ​ເປັນ​ຜູ້ບັນຊາ.
15 Nethanel son of Zuar was over the division of the tribe of Issachar, ເນທາເນນ​ລູກຊາຍ​ຊູອາ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ອິດຊາຄາ,
16 and Eliab son of Helon was over the division of the tribe of Zebulun. ແລະ ເອລີອາບ​ລູກຊາຍ​ຂອງ​ເຮໂລນ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ເຊບູໂລນ.
17 The tabernacle was taken down, and the sons of Gershon and sons of Merari set out, carrying it. ແລ້ວ​ຫໍເຕັນ​ກໍ​ຖືກ​ມ້າງ​ລົງ, ແລະ ຊາວເກໂຊນ ແລະ ຊາວເມຣາຣີ​ເປັນ​ຜູ້​ຂົນຍ້າຍ​ກໍ​ອອກເດີນທາງ​ຕໍ່​ໄປ.
18 Reuben's camp standard set out by divisions, Elizur son of Shedeur over its division. ຈາກ​ນັ້ນ​ແມ່ນ​ກອງ​ຄ້າຍພັກ​ຂອງ​ຣູເບັນ​ເຄື່ອນ​ຂະບວນ​ອອກໄປ, ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ໂດຍມີ​ເອລີຊູ​ລູກຊາຍ​ຂອງ​ເຊເດອູເຣ​ເປັນ​ຜູ້ບັນຊາ.
19 Shelumiel son of Zurishaddai was over the division of the tribe of Simeon, ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ຊີເມໂອນ,
20 and Eliasaph son of Deuel was over the division of the tribe of Gad. ແລະ ເອລີອາສັບ​ລູກຊາຍ​ຂອງ​ດູເອນ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ກາດ.
21 The Kohathites set out carrying the holy things, and the tabernacle was set up before they arrived. ແລ້ວ​ຄົນ​ໂກຮາດ ເຊິ່ງ​ເປັນ​ຜູ້​ຂົນຍ້າຍ​ສິ່ງ​ບໍລິສຸດ​ກໍ​ອອກເດີນທາງ. ຫໍເຕັນ​ຈະ​ຕ້ອງ​ຖືກ​ຕັ້ງ​ຂຶ້ນ​ກ່ອນ​ທີ່​ພວກເຂົາ​ໄປ​ເຖິງ.
22 Ephraim's camp standard set out by division, Elishama son of Ammihud over its division. ຕໍ່ໄປ​ກໍ​ແມ່ນ​ກອງ​ຄ້າຍພັກ​ຂອງ​ເອຟຣາອິມ​ອອກເດີນທາງ, ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ໂດຍມີ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ​ເປັນ​ຜູ້ບັນຊາ.
23 Gamaliel son of Pedahzur was over the division of the tribe of Manasseh, ກາມາລີເອນ​ລູກຊາຍ​ເປດາຊູ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ມານາເຊ,
24 and Abidan son of Gideoni was over the division of the tribe of Benjamin. ແລະ ອາບີດານ​ລູກຊາຍ​ຂອງ​ກີເດໂອນີ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ເບັນຢາມິນ.
25 Dan's camp standard set out, rear guard of all the camps, by their divisions, with Ahiezer son of Ammishaddai over its division. ຂະບວນ​ສຸດທ້າຍ​ໃນ​ຖານະ​ເປັນ​ໜ່ວຍ​ປ້ອງກັນ​ດ້ານຫລັງ, ເຄື່ອນ​ຂະບວນ​ໂດຍ​ກອງ​ຄ້າຍພັກ​ຂອງ​ດານ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ໂດຍມີ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ​ເປັນ​ຜູ້ບັນຊາ.
26 Pagiel son of Ochran was over the division of the tribe of Asher, ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ອາເຊ,
27 and Ahira son of Enan was over the division of the tribe of Naphtali. ແລະ ອາຮີຣາ​ລູກຊາຍ​ຂອງ​ເອນານ​ເປັນ​ຜູ້ບັນຊາ​ກອງ​ຂອງ​ເຜົ່າ​ເນັບທາລີ.
28 This was the order of march for the Israelites by their divisions as they set out. ນີ້​ແມ່ນ​ລຳດັບ​ຂອງ​ຂະບວນ​ການ​ເດີນທາງ​ຂອງ​ຄົນ​ອິດສະຣາເອນ.
29 Moses said to Hobab son of Reuel the Midianite, his father-in-law, "We are traveling to the place our Father said, 'I will give it to you.' Come with us; we will treat you well, for our Father has promised good to Israel." ບັດນີ້​ໂມເຊ​ກ່າວ​ກັບ​ໂຮບັບ​ລູກຊາຍ​ຂອງ​ເຣອູເອນ​ຊາວມີດີອານ, ຜູ້​ເປັນ​ພໍ່ເຖົ້າ​ຂອງ​ຕົນ​ວ່າ, “ພວກເຮົາ​ກຳລັງ​ອອກເດີນທາງ​ໄປ​ຍັງ​ດິນແດນ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ໄວ້​ວ່າ, ‘ເຮົາ​ຈະ​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ’. ເຊີນ​ມາ​ຮ່ວມ​ເດີນທາງ​ກັບ​ເຮົາ ແລ້ວ​ພວກເຮົາ​ຈະ​ປະຕິບັດ​ຕໍ່​ທ່ານ​ເປັນ​ຢ່າງ​ດີ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ສັນຍາ​ຈະ​ມອບ​ສິ່ງ​ທີ່​ດີໆ​ແກ່​ອິດສະຣາເອນ”.
30 But Hobab said to him, "I will not go; I am returning to my own land and my own people." ໂຣບັບ​ຕອບ​ວ່າ, “ບໍ່, ຂ້າພະເຈົ້າ​ຈະ​ບໍ່​ໄປ​ດອກ; ຂ້າພະເຈົ້າ​ຈະ​ກັບຄືນ​ໄປ​ຍັງ​ດິນແດນ ແລະ ຍາດພີ່ນ້ອງ​ຂອງ​ຂ້າພະເຈົ້າ”.
31 Moses said, "Please don't leave us, since you know where we should camp in the wilderness, and you'll be our eyes. ແຕ່​ໂມເຊ​ກ່າວ​ວ່າ, “ຢ່າ​ຈາກ​ພວກເຮົາ​ໄປ​ເລີຍ. ທ່ານ​ຮູ້​ບ່ອນ​ທີ່​ພວກເຮົາ​ຄວນ​ຈະ​ຕັ້ງ​ຄ້າຍພັກ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ທ່ານ​ຈະ​ໄດ້​ຊ່ວຍ​ເປັນ​ຫູ​ເປັນ​ຕາ​ໃຫ້​ພວກເຮົາ​ດ້ວຍ.
32 If you come with us, whatever good our Father does for us, we'll do the same for you." ຖ້າ​ທ່ານ​ໄປ​ກັບ​ພວກເຮົາ, ພວກເຮົາ​ກໍ​ຈະ​ແບ່ງປັນ​ສິ່ງ​ດີໆ​ທີ່​ພຣະເຈົ້າ​ຢາເວ​ປະທານ​ແກ່​ພວກເຮົາ​ໃຫ້​ທ່ານ”.
33 They set out from the mountain of our Father on a three-day journey, and the ark of our Father's covenant went ahead of them that three-day journey, seeking a resting place for them. ດັ່ງນັ້ນ ພວກເຂົາ​ຈຶ່ງ​ອອກ​ເດີນທາງ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ ແລະ ເດີນທາງ​ເປັນ​ເວລາ​ສາມ​ວັນ. ໃນ​ລະຫວ່າງ​ນັ້ນ​ມີ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ນຳໜ້າ​ເພື່ອ​ຊອກຫາ​ບ່ອນ​ພັກເຊົາ​ໃຫ້​ແກ່​ພວກເຂົາ.
34 The cloud of our Father was over them by day as they left the camp. ເມື່ອ​ພວກເຂົາ​ອອກເດີນທາງ​ຈາກ​ຄ້າຍພັກ​ໄປ​ນັ້ນ ເມກ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຢູ່​ເໜືອ​ພວກເຂົາ​ໃນ​ເວລາ​ກາງເວັນ.
35 Whenever the ark set out, Moses said, "Rise, O Father! Let your enemies be scattered; let those who hate you flee before you." ເມື່ອ​ໃດ​ທີ່​ຫີບ​ພັນທະສັນຍາ​ອອກ​ນຳໜ້າ​ໄປ, ໂມເຊ​ກ່າວ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂໍ​ລຸກ​ຂຶ້ນ! ຂໍ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ພຣະອົງ​ກະຈັດກະຈາຍ​ໄປ; ຂໍ​ໃຫ້​ບັນດາ​ສັດຕູ​ຂອງ​ພຣະອົງ​ຜ່າຍໜີ​ໄປ​ຕໍ່ໜ້າ​ພຣະອົງ”.
36 Whenever it rested, he'd say, "Return, O Father, to Israel's countless thousands." ເມື່ອໃດ​ມາ​ເຖິງ​ບ່ອນ​ພັກຜ່ອນ, ເພິ່ນ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ພຣະອົງ​ກັບ​ມາ, ສູ່​ຊາວ​ອິດສະຣາເອນ​ນັບ​ເປັນ​ແສນ​ເປັນ​ລ້ານ​ນີ້​ດ້ວຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]