Skip to content
The Believer's Library

Biblica® Open Lao Contemporary Version

Numbers 9 OLCV

Show OLCV only
Verse × ×
1 Our Father spoke to Moses in the Sinai wilderness, in the first month of the second year after they left Egypt: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ທີ່​ຖິ່ນແຫ້ງແລ້ງ​ຊີນາຍ​ໃນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທີ​ສອງ​ຫລັງ​ຈາກ​ພວກເຂົາ​ອອກມາ​ຈາກ​ເອຢິບ​ແລ້ວ. ພຣະອົງ​ກ່າວ​ວ່າ,
2 "Let the people of Israel keep the Passover at its appointed time. “ຈົ່ງ​ໃຫ້​ຄົນ​ອິດສະຣາເອນ​ສະຫລອງ​ປັດສະຄາ​ຕາມ​ເວລາ​ທີ່​ກຳນົດ​ໄວ້.
3 On this month's fourteenth day, at twilight, observe it at its set time, by all its statutes and all its rules." ຈົ່ງ​ສະຫລອງ​ປັດສະຄາ​ນັ້ນ​ຕາມ​ເວລາ​ທີ່​ກຳນົດ​ຄື: ເລີ່ມ​ຕັ້ງແຕ່​ຫົວຄ່ຳ​ຂອງ​ວັນ​ທີສິບສີ່​ຂອງ​ເດືອນ​ນີ້, ຕາມ​ກົດລະບຽບ ແລະ ລະບຽບການ​ທັງໝົດ​ຂອງ​ປັດສະຄາ”.
4 So Moses told the people of Israel that they should keep the Passover. ດັ່ງນັ້ນ​ໂມເຊ​ຈຶ່ງ​ບອກ​ໃຫ້​ຄົນ​ອິດສະຣາເອນ​ສະຫລອງ​ປັດສະຄາ,
5 In the wilderness of Sinai, they kept the Passover on day fourteen of the first month, at twilight, as our Father commanded Moses; so the children of Israel did. ແລະ ພວກເຂົາ​ກໍ​ໄດ້​ສະຫລອງ​ປັດສະຄາ​ທີ່​ຖິ່ນແຫ້ງແລ້ງ​ຊີນາຍ​ຕັ້ງແຕ່​ຫົວຄ່ຳ​ຂອງ​ວັນ​ທີສິບສີ່​ຂອງ​ເດືອນ​ທີ​ໜຶ່ງ. ຄົນ​ອິດສະຣາເອນ​ກໍ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ​ໄວ້.
6 Some men were unclean from touching a corpse and could not observe Passover that day, so they came before Moses and Aaron that day. ແຕ່​ມີ​ບາງຄົນ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ວັນ​ນັ້ນ​ໄດ້​ເພາະ​ພວກເຂົາ​ເປັນມົນທິນ​ຕາມ​ພິທີກຳ​ໃນ​ເລື່ອງ​ຊາກສົບ​ຂອງ​ຄົນຕາຍ. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ມາ​ຫາ​ໂມເຊ​ກັບ​ອາໂຣນ​ໃນ​ວັນ​ດຽວກັນ​ນັ້ນ
7 Those men said to him, "We are unclean from a dead body. Why must we be kept from presenting our Father's offering at its appointed time among the Israelites?" ແລະ ເວົ້າ​ຕໍ່​ໂມເຊ​ວ່າ, “ພວກເຮົາ​ເປັນມົນທິນ​ເນື່ອງ​ຈາກ​ຊາກສົບ​ຂອງ​ຄົນຕາຍ, ແຕ່​ເປັນຫຍັງ​ຈຶ່ງ​ຖືກ​ຍົກເວັ້ນ​ຈາກ​ການຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ​ຮ່ວມ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນ​ອື່ນໆ​ຕາມ​ເວລາ​ທີ່​ກຳນົດ?”
8 And Moses said to them, "Wait here until I hear what our Father will command about this." ໂມເຊ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ລໍຖ້າ​ຈົນກວ່າ​ເຮົາ​ໄດ້​ຮັບ​ຄຳສັ່ງ​ຂອງ​ພຣະເຈົ້າ​ກ່ຽວກັບ​ພວກເຈົ້າ​ກ່ອນ”.
9 Our Father spoke to Moses, saying, ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,
10 "Tell the Israelites: if any of you or your descendants is unclean from a corpse, or off on a distant journey, he may still keep the Passover to our Father. “ຈົ່ງ​ບອກ​ຄົນ​ອິດສະຣາເອນ​ວ່າ: ‘ເມື່ອ​ຜູ້ໃດ​ໃນ​ພວກເຈົ້າ ຫລື ເຊື້ອສາຍ​ຂອງ​ພວກເຈົ້າ​ເປັນມົນທິນ​ເພາະ​ຊາກສົບ​ຂອງ​ຄົນຕາຍ ຫລື ຢູ່​ລະຫວ່າງ​ການເດີນທາງ​ນັ້ນ, ພວກເຂົາ​ກໍ​ຍັງ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເໝືອນກັນ,
11 In month two, on day fourteen, at twilight, they must keep it, eating it with unleavened bread and bitter herbs. ແຕ່​ພວກເຂົາ​ຈະ​ຕ້ອງ​ສະຫລອງ​ປັດສະຄາ​ໃນ​ວັນ​ທີສິບສີ່​ຂອງ​ເດືອນ​ທີ​ສອງ​ໃນ​ເວລາ​ຫົວຄ່ຳ. ພວກເຂົາ​ຕ້ອງ​ກິນ​ລູກແກະ, ພ້ອມ​ກັບ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ແລະ ຜັກຂົມ.
12 They are to leave none of it until morning, break no bone of it, and keep it by every statute of the Passover. ພວກເຂົາ​ຕ້ອງ​ບໍ່​ປະ​ສິ່ງໃດ​ໃຫ້​ເຫລືອ​ຄ້າງ​ໄວ້​ຈົນ​ເຖິງ​ຕອນເຊົ້າ ຫລື ບໍ່​ຫັກ​ກະດູກ​ແກະ​ແມ່ນແຕ່​ຊີກ​ດຽວ. ເມື່ອ​ພວກເຂົາ​ສະຫລອງ​ປັດສະຄາ, ພວກເຂົາ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ທັງໝົດ.
13 But if a man is clean and not traveling, yet does not keep the Passover, that person must be cut off from his people, because he failed to bring our Father's offering at its set time; that man will bear his sin. ແຕ່​ຖ້າ​ຜູ້ໃດ​ບໍ່ເປັນມົນທິນ​ຕາມ​ພິທີກຳ ແລະ ບໍ່​ໄດ້​ຢູ່​ລະຫວ່າງ​ການ​ເດີນທາງ ແຕ່​ບໍ່​ໄດ້​ສະຫລອງ​ປັດສະຄາ, ພວກເຂົາ​ຈະ​ຕ້ອງ​ຖືກ​ຕັດ​ອອກຈາກ​ກຸ່ມ​ປະຊາຊົນ​ຂອງ​ພວກເຂົາ​ເພາະ​ບໍ່​ໄດ້​ຖວາຍ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າ​ຢາເວ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຜົນ​ຕາມ​ມາ​ຈາກ​ບາບ​ຂອງ​ພວກເຂົາ.
14 "If a foreigner living among you wants to keep the Passover to our Father, he must follow the Passover's statute and rule. One statute applies to both foreigner and native of the land." “ ‘ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ກໍ​ຮ່ວມ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເໝືອນກັນ​ຕາມ​ກົດລະບຽບ ແລະ ລະບຽບການ​ຕ່າງໆ​ຂອງ​ປັດສະຄາ​ນັ້ນ. ພວກເຈົ້າ​ຕ້ອງ​ປະຕິບັດ​ລະບຽບການ​ດຽວກັນ​ບໍ່ວ່າ​ຊາວຕ່າງດ້າວ ແລະ ຄົນ​ອິດສະຣາເອນ​ໂດຍ​ກຳເນີດ’ ”.
15 When the tabernacle—the tent of the testimony—was set up, the cloud covered it; from evening until morning it looked like fire over the tabernacle. ໃນ​ມື້​ທີ່​ຫໍເຕັນ, ຫໍເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ​ຖືກ​ຕັ້ງ​ຂຶ້ນ​ນັ້ນ, ເມກ​ກໍ​ມາ​ປົກຄຸມ​ເໜືອ​ຫໍເຕັນ. ຕັ້ງແຕ່​ໃກ້​ຄ່ຳ​ຈົນ​ເຖິງ​ມື້​ເຊົ້າ​ທີ່​ເມກ​ປົກຄຸມ​ຢູ່​ເໜືອ​ຫໍເຕັນ​ເບິ່ງ​ແລ້ວ​ເໝືອນ​ໄຟ.
16 So it was continually: the cloud covered it by day, and the appearance of fire by night. ຈະ​ສືບຕໍ່​ເປັນ​ຢ່າງ​ນີ້​ຕະຫລອດ​ໄປ​ຄື​ເມກ​ຈະ​ປົກຄຸມ​ຫໍເຕັນ​ໃນ​ເວລາ​ກາງເວັນ ແລະ ໃນ​ເວລາ​ກາງຄືນ​ເມກ​ນັ້ນ​ກໍ​ເປັນ​ເໝືອນ​ດັ່ງ​ໄຟ.
17 Whenever the cloud lifted from over the tent, the Israelites set out; wherever it settled, the Israelites camped. ເມື່ອໃດ​ທີ່​ເມກ​ເລື່ອນ​ຂຶ້ນ​ເໜືອ​ເຕັນ, ຄົນ​ອິດສະຣາເອນ​ກໍ​ອອກ​ເດີນທາງ; ບ່ອນ​ໃດ​ທີ່​ເມກ​ຢຸດ​ຢູ່, ຄົນ​ອິດສະຣາເອນ​ກໍ​ໄດ້​ຕັ້ງ​ຄ້າຍພັກ​ບ່ອນ​ນັ້ນ.
18 At our Father's command Israel's people set out; at our Father's command they camped. As long as the cloud rested over the tabernacle, they remained camped. ຄົນ​ອິດສະຣາເອນ​ອອກ​ເດີນທາງ ແລະ ຕັ້ງ​ຄ້າຍພັກ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ. ຍາມໃດ​ທີ່​ເມກ​ຍັງ​ປົກຄຸມ​ຢູ່​ເໜືອ​ຫໍເຕັນ​ຢູ່​ນັ້ນ, ພວກເຂົາ​ກໍ​ຍັງ​ຢູ່​ໃນ​ຄ້າຍພັກ.
19 When the cloud lingered over the tabernacle many days, the Israelites kept our Father's charge and did not set out. ເມື່ອ​ເມກ​ຍັງ​ຢູ່​ເໜືອ​ຫໍເຕັນ​ເປັນ​ເວລາ​ດົນນານ, ຄົນ​ອິດສະຣາເອນ​ກໍ​ເຊື່ອຟັງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ບໍ່​ໄດ້​ອອກ​ເດີນທາງ.
20 Sometimes the cloud stayed on the dwelling only a few days: at the command of our Father they camped, at the command of our Father they set out. ບາງຄັ້ງ​ເມກ​ກໍ​ຢູ່​ເໜືອ​ຫໍເຕັນ​ພຽງ​ແຕ່​ສອງ​ສາມ​ວັນ, ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ພວກເຂົາ​ກໍ​ຈະ​ຕັ້ງ​ຄ້າຍພັກ​ຢູ່ ແລະ ຫລັງຈາກນັ້ນ​ພວກເຂົາ​ກໍ​ຈະ​ອອກເດີນທາງ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.
21 Sometimes the cloud stayed from evening to morning; when it lifted in the morning, they set out. Whether by day or night, when the cloud lifted, they set out. ບາງ​ຄັ້ງ​ເມກ​ກໍ​ຢູ່​ພຽງ​ແຕ່​ເວລາ​ໃກ້​ຄ່ຳ​ເຖິງ​ມື້​ເຊົ້າ​ເທົ່ານັ້ນ ແລະ ເມື່ອ​ເມກ​ເລື່ອນ​ຂຶ້ນ​ໃນ​ຕອນເຊົ້າ​ນັ້ນ, ພວກເຂົາ​ກໍ​ອອກ​ເດີນທາງ. ບໍ່​ວ່າ​ກາງເວັນ ຫລື ກາງຄືນ, ເມື່ອ​ໃດ​ທີ່​ເມກ​ເລື່ອນ​ຂຶ້ນ, ພວກເຂົາ​ກໍ​ອອກ​ເດີນທາງ.
22 Whether two days, a month, or longer, while the cloud remained over the tabernacle, Israel stayed in camp and did not set out; when it lifted, they set out. ບໍ່​ວ່າ​ເມກ​ຢູ່​ເໜືອ​ຫໍເຕັນ​ສອງ​ວັນ ຫລື ໜຶ່ງ​ເດືອນ ຫລື ໜຶ່ງ​ປີ, ຄົນ​ອິດສະຣາເອນ​ຈະ​ຍັງ​ຢູ່​ໃນ​ຄ້າຍພັກ ແລະ ບໍ່​ອອກ​ເດີນທາງ; ແຕ່​ເມື່ອ​ເມກ​ເລື່ອນ​ຂຶ້ນ, ພວກເຂົາ​ກໍ​ຈະ​ອອກ​ເດີນທາງ.
23 At our Father's command they camped; at his command they set out. They kept his charge, at our Father's command through Moses. ພວກເຂົາ​ຕັ້ງ​ຄ້າຍພັກ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ແລະ ອອກ​ເດີນທາງ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ. ພວກເຂົາ​ເຊື່ອຟັງ​ລະບຽບ​ຂອງ​ພຣະເຈົ້າ​ຢາເວ, ໂດຍ​ອີງ​ຕາມ​ຄຳສັ່ງ​ຂອງ​ພຣະອົງ​ຜ່ານ​ທາງ​ໂມເຊ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]