Skip to content
The Believer's Library

Biblica® Open Lao Contemporary Version

Lamentations 2 OLCV

Show OLCV only
Verse × ×
1 How the Sovereign Father in his anger has shrouded daughter Zion in a cloud! He has hurled down from heaven to earth the splendor of Israel; he has not remembered his footstool in the day of his anger. ໂອ ອົງພຣະຜູ້ເປັນເຈົ້າ​ໄດ້​ປົກຄຸມ​ລູກສາວ​ແຫ່ງ​ຊີໂອນ ດ້ວຍ​ເມກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ! ພຣະອົງ​ໄດ້​ໂຍນ​ຄວາມ​ສະຫງ່າງາມ​ຂອງ​ອິດສະຣາເອນ ຈາກ​ຟ້າ​ສະຫວັນ​ລົງ​ແຜ່ນດິນ​ໂລກ; ພຣະອົງ​ບໍ່​ໄດ້​ລະນຶກ​ເຖິງ​ບ່ອນ​ຮອງ​ຕີນ​ຂອງ​ພຣະອົງ ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.
2 The Sovereign Father has swallowed up without mercy all the dwellings of Jacob; in his wrath he has torn down the strongholds of daughter Judah. He has brought down to the ground in dishonor her kingdom and its rulers. ອົງພຣະຜູ້ເປັນເຈົ້າ​ໄດ້​ທຳລາຍ ທີ່​ຢູ່​ອາໄສ​ທັງໝົດ​ຂອງ​ຢາໂຄບ​ໂດຍ​ບໍ່​ມີ​ຄວາມ​ສົງສານ; ພຣະອົງ​ທຳລາຍ​ທີ່ໝັ້ນ​ທັງຫລາຍ​ຂອງ​ລູກສາວ​ແຫ່ງ​ຢູດາ​ລົງ ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ພຣະອົງ​ໄດ້​ເຮັດ​ໃຫ້​ອານາຈັກ ແລະ ບັນດາ​ເຈົ້ານາຍ​ຂອງ​ຢູດາ ຕົກ​ຕ່ຳ​ລົງ​ມາ​ເຖິງ​ດິນ​ຢ່າງ​ບໍ່​ມີ​ກຽດ.
3 In fierce anger he has stripped Israel of all her strength; he has withdrawn his right hand and left them exposed to the enemy. He has burned in Jacob like a flaming fire that consumes on every side. ພຣະອົງ​ໄດ້​ຕັດ​ເຂົາ​ສັດ​ທຸກ​ເຂົາ​ຂອງ​ອິດສະຣາເອນ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ. ພຣະອົງ​ໄດ້​ຖອນ​ມື​ຂວາ​ຂອງ​ພຣະອົງ​ອອກ ເມື່ອ​ສັດຕູ​ບຸກ​ເຂົ້າ​ມາ​ໂຈມຕີ. ພຣະອົງ​ເຜົາຜານ​ຢາໂຄບ​ເໝືອນດັ່ງ​ແປວ​ໄຟ​ທີ່​ລຸກ​ຢູ່ ເຊິ່ງ​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ໂຕ​ມັນ.
4 He has bent his bow like an enemy, his right hand poised like a foe; and he has killed all who were lovely to see. In the tent of daughter Zion he has poured out his fury like fire. ພຣະອົງ​ເນັ່ງ​ຄັນ​ທະນູ​ຂອງ​ພຣະອົງ​ເໝືອນ​ດັ່ງ​ເປັນ​ສັດຕູ; ມື​ຂວາ​ຂອງ​ພຣະອົງ​ກໍ​ຕຽມ​ພ້ອມ​ແລ້ວ. ພຣະອົງ​ປະຫານ​ທຸກຄົນ ຜູ້​ທີ່​ເປັນ​ທີ່​ພໍໃຈ ເໝືອນ​ວ່າ​ເປັນ​ສັດຕູ; ພຣະອົງ​ໄດ້​ຖອກ​ຄວາມ​ໂກດຮ້າຍ​ເໝືອນ​ດັ່ງ​ໄຟ ທີ່​ຢູ່​ເທິງ​ເຕັນ​ຂອງ​ລູກສາວ​ແຫ່ງ​ຊີໂອນ
5 The Sovereign Father has become like an enemy; he has swallowed up Israel. He has swallowed up all her palaces and laid in ruins her strongholds, and he has heaped mourning and lamentation on daughter Judah. ອົງພຣະຜູ້ເປັນເຈົ້າ​ເປັນ​ເໝືອນ​ສັດຕູ ພຣະອົງ​ໄດ້​ກືນ​ອິດສະຣາເອນ​ແລ້ວ. ພຣະອົງ​ໄດ້​ກືນ​ວັງ​ທັງໝົດ​ຂອງ​ນາງ ແລະ ໄດ້​ທຳລາຍ​ຖານ​ທີ່ໝັ້ນ​ຕ່າງໆ​ໃນ​ອິດສະຣາເອນ. ພຣະອົງ​ເຮັດ​ໃຫ້​ການ​ຮ້ອງໄຫ້ ແລະ ຄ່ຳຄວນ​ເພີ່ມ​ທະວີ​ຂຶ້ນ ສຳລັບ​ລູກສາວ​ແຫ່ງ​ຢູດາ.
6 He has stripped his shelter like a garden, he has ruined his appointed place. Our Father has made Zion forget appointed feast and sabbath, and in his fierce anger he has spurned king and priest. ພຣະອົງ​ຖິ້ມ​ບ່ອນ​ສະຖິດ​ຂອງ​ພຣະອົງ​ໃຫ້​ຮົກຮ້າງ​ເໝືອນດັ່ງ​ສວນ; ພຣະອົງ​ທຳລາຍ​ບ່ອນ​ນະມັດສະການ​ຂອງ​ພຣະອົງ. ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຊີໂອນ​ລືມ ເທດສະການ​ຕາມ​ກຳນົດ ແລະ ວັນຊະບາໂຕ​ທັງຫລາຍ​ຂອງ​ຕົນ; ພຣະອົງ​ໄດ້​ເຂ່ຍ​ທັງ​ກະສັດ ແລະ ປະໂລຫິດ​ຖິ້ມ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.
7 The Sovereign Father has rejected his altar, disowned his sanctuary; he has handed over to the enemy the walls of her palaces. They raised a shout in the house of our Father as on a day of festival. ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິເສດ​ແທ່ນບູຊາ​ຂອງ​ພຣະອົງ ແລະ ປະຖິ້ມ​ສະຖານ​ນະມັດສະການ​ຂອງ​ພຣະອົງ. ພຣະອົງ​ໄດ້​ມອບ​ກຳແພງ​ວັງ​ຂອງ​ນາງ ໄວ້​ໃນ​ມື​ຂອງ​ສັດຕູ; ພວກເຂົາ​ໄດ້​ສົ່ງ​ສຽງ​ໂຫ່​ຮ້ອງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ປານ​ກັບ​ວັນ​ເທດສະການ​ຕາມ​ກຳນົດ.
8 Our Father determined to lay in ruins the wall of daughter Zion. He stretched out the measuring line; he did not hold back his hand from destroying. He made rampart and wall lament; together they fell to ruin. ພຣະເຈົ້າ​ຢາເວ​ຕັ້ງໃຈ​ທີ່​ຈະ​ທຳລາຍ ກຳແພງ​ອ້ອມ​ລູກສາວ​ແຫ່ງ​ຊີໂອນ​ລົງ. ພຣະອົງ​ພິຈາລະນາ​ໂທດ​ຢ່າງ​ຖີ່​ຖ້ວນ ແລະ ບໍ່​ໄດ້​ຢັ້ງ​ມື​ຂອງ​ພຣະອົງ​ຈາກ​ການ​ທຳລາຍ. ພຣະອົງ​ໄດ້​ເຮັດ​ໃຫ້​ທີ່ຕັ້ງ ແລະ ກຳແພງ ພັງ​ລົງ​ພ້ອມ​ກັນ.
9 Her gates have sunk into the ground; he has ruined and broken her bars. Her king and her princes are among the nations; the law is no more, and her prophets find no vision from our Father. ປະຕູ​ທັງຫລາຍ​ຂອງ​ເຢຣູຊາເລັມ​ຈົມ​ລົງ​ໄປ​ໃນ​ດິນ; ກົງ​ປະຕູ​ເຫລັກ​ທັງຫລາຍ​ກໍ​ຫັກ ແລະ ຖືກ​ທຳລາຍ. ກະສັດ ແລະ ບັນດາ​ເຈົ້ານາຍ​ຂອງ​ເມືອງ​ນັ້ນ​ໄດ້​ຕົກ​ເປັນ​ຊະເລີຍ​ຢູ່​ຕາມ​ຊົນຊາດ​ຕ່າງໆ ກົດບັນຍັດ​ກໍ​ບໍ່​ມີ​ອີກ​ຕໍ່​ໄປ, ແລະ ບັນດາ​ຜູ້ທຳນວາຍ​ທັງຫລາຍ​ຂອງ​ເມືອງ​ນັ້ນ​ກໍ​ບໍ່​ໄດ້​ຮັບ​ນິມິດ ຈາກ​ພຣະເຈົ້າ​ຢາເວ​ອີກ​ຕໍ່ໄປ.
10 The elders of daughter Zion sit on the ground in silence; they have thrown dust on their heads and put on mourning clothes. The young women of Jerusalem have bowed their heads to the ground. ບັນດາ​ຜູ້ອາວຸໂສ​ຂອງ​ລູກສາວ​ແຫ່ງ​ຊີໂອນ ນັ່ງ​ຢູ່​ທີ່​ພື້ນດິນ​ຢ່າງ​ມິດ​ງຽບ; ພວກເຂົາ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ຕົນ ແລະ ນຸ່ງ​ຜ້າ​ກະສອບເຂົ້າ. ບັນດາ​ຍິງ​ໜຸ່ມ​ແຫ່ງ​ເຢຣູຊາເລັມ ກົ້ມ​ຫົວ​ຂອງ​ຕົນ​ລົງ​ທີ່​ພື້ນດິນ.
11 My eyes are worn out from weeping; my stomach churns; my heart is poured out on the ground because of the destruction of the daughter of my people, as children and infants faint in the streets of the city. ຕາ​ຂອງ​ຂ້ານ້ອຍ​ເສົ້າໝອງ​ເພາະ​ການ​ຮ້ອງໄຫ້, ຂ້ານ້ອຍ​ທຸກທໍລະມານ​ຢູ່​ພາຍໃນ ຫົວໃຈ​ຂອງ​ຂ້ານ້ອຍ​ຖືກ​ເທ​ລົງ​ທີ່​ພື້ນດິນ; ເພາະ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ, ເພາະ​ເດັກນ້ອຍ ແລະ ເດັກ​ອ່ອນ​ເປັນ​ລົມ ຢູ່​ຕາມ​ຖະໜົນ​ຫົນ​ທາງ​ໃນ​ເມືອງ.
12 They cry to their mothers, "Where is bread and wine?" as they faint like the wounded in the streets of the city, as their life is poured out in their mothers' arms. ພວກເຂົາ​ໄດ້​ເວົ້າ​ກັບ​ແມ່​ຂອງ​ຕົນ​ວ່າ, “ອາຫານ ແລະ ເຫລົ້າອະງຸ່ນ​ຢູ່​ໃສ?” ຂະນະ​ທີ່​ພວກເຂົາ​ເປັນ​ລົມ​ເໝືອນ​ກັບ​ຄົນ​ທີ່​ບາດເຈັບ ຕາມ​ຖະໜົນ​ໃນ​ເມືອງ, ຂະນະ​ທີ່​ຊີວິດ​ຂອງ​ພວກເຂົາ​ກຳລັງ​ລ່ວງລັບ​ໄປ ໃນ​ອ້ອມ​ແຂນ​ຂອງ​ແມ່​ຂອງ​ພວກເຂົາ.
13 What can I say for you, to what can I compare you, daughter Jerusalem? What can I liken to you, that I may comfort you, virgin daughter Zion? For your ruin is vast as the sea; who can heal you? ລູກສາວ​ແຫ່ງ​ເຢຣູຊາເລັມ ເຮົາ​ຈະ​ເວົ້າ​ອັນໃດ​ເພື່ອ​ເຈົ້າ​ໄດ້? ເຮົາ​ຈະ​ປຽບທຽບ​ເຈົ້າ​ກັບ​ອັນໃດ​ດີ? ລູກສາວ​ບໍລິສຸດ​ແຫ່ງ​ຊີໂອນ ເຮົາ​ຈະ​ປຽບທຽບ​ເຈົ້າ​ກັບ​ສິ່ງໃດ​ດີ ເພື່ອ​ວ່າ​ເຮົາ​ຈະ​ເລົ້າໂລມ​ໃຈ​ເຈົ້າ​ໄດ້? ບາດແຜ​ຂອງ​ເຈົ້າ​ເລິກ​ເໝືອນດັ່ງ​ທະເລ. ຜູ້ໃດ​ຈະ​ຮັກສາ​ເຈົ້າ​ໄດ້?
14 Your prophets have seen for you false and deceptive visions; they did not expose your guilt to restore your fortunes, but have seen for you oracles that are false and misleading. ນິມິດ​ຂອງ​ບັນດາ​ຜູ້ທຳນວາຍ​ຂອງ​ເຈົ້າ ແມ່ນ​ບໍ່​ຖືກຕ້ອງ ແລະ ບໍ່​ມີ​ຄ່າ; ພວກເຂົາ​ບໍ່​ໄດ້​ເປີດເຜີຍ​ຄວາມ​ບາບ​ຂອງ​ເຈົ້າ ເຮັດ​ໃຫ້​ເຈົ້າ​ຕ້ອງ​ຕົກ​ເປັນ​ຊະເລີຍ​ຕໍ່ໄປ ຄຳ​ທຳນວາຍ​ທີ່​ພວກເຂົາ​ແຈ້ງ​ເຈົ້າ​ນັ້ນ ແມ່ນ​ບໍ່​ຖືກຕ້ອງ ແລະ ພາ​ໃຫ້​ຫລົງ​ຜິດ.
15 All who pass by clap their hands at you; they hiss and shake their heads at daughter Jerusalem: "Is this the city that was called the perfection of beauty, the joy of all the earth?" ທຸກຄົນ​ທີ່​ຜ່ານ​ທາງ​ຂອງ​ເຈົ້າ ຕ່າງ​ກໍ​ຕົບ​ມື​ຂອງ​ຕົນ​ໃຫ້​ເຈົ້າ; ພວກເຂົາ​ໄດ້​ເຢາະເຢີ້ຍ ແລະ ແກວ່ງ​ຫົວ​ຂອງ​ຕົນ ໃສ່​ລູກສາວ​ແຫ່ງ​ເຢຣູຊາເລັມ​ວ່າ: “ນີ້​ແມ່ນ​ເມືອງ​ທີ່​ຖືກ​ເອີ້ນ​ວ່າ ງາມ​ຢ່າງ​ສົມບູນ​ແບບ, ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ຄົນ​ທົ່ວ​ໂລກ​ບໍ?”
16 All your enemies open their mouths against you; they hiss and gnash their teeth and cry, "We have swallowed her! This is the day we longed for; we have found it, we have seen it!" ສັດຕູ​ທັງໝົດ​ຂອງ​ເຈົ້າ​ໄດ້​ອ້າ​ປາກ​ຂອງ​ຕົນ​ອອກ​ກວ້າງ ເພື່ອ​ຕໍ່ສູ້​ເຈົ້າ; ພວກເຂົາ​ໄດ້​ເຢາະເຢີ້ຍ ແລະ ກັດ​ແຂ້ວ​ຂອງ​ຕົນ ແລະ ເວົ້າ​ວ່າ, “ພວກເຮົາ​ໄດ້​ກືນ​ນາງ​ລົງ​ໄປ​ແລ້ວ. ນີ້​ເປັນ​ວັນ​ທີ່​ພວກເຮົາ​ຄອຍຖ້າ; ພວກເຮົາ​ມີ​ຊີວິດ​ຢູ່​ເພື່ອ​ໄດ້​ເຫັນ​ສິ່ງ​ນີ້​ເກີດ​ຂຶ້ນ”.
17 Our Father has done what he purposed; he has carried out his word which he commanded long ago. He has torn down without pity; he has let the enemy gloat over you and raised up the power of your foes. ພຣະເຈົ້າ​ຢາເວ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້; ພຣະອົງ​ໄດ້​ເຮັດ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້, ເຊິ່ງ​ພຣະອົງ​ມີ​ດຳລັດ​ໄວ້​ດົນນານ​ມາ​ແລ້ວ. ພຣະອົງ​ໄດ້​ໂຄ່ນລົ້ມ​ເຈົ້າ​ໂດຍ​ບໍ່​ມີ​ຄວາມ​ສົງສານ, ພຣະອົງ​ຍອມ​ໃຫ້​ສັດ​ຕູ​ຢູ່​ເໜືອ​ເຈົ້າ ພຣະອົງ​ໄດ້​ຍົກ​ເຂົາສັດ​ຂອງ​ສັດຕູ​ຂອງ​ເຈົ້າ​ຂຶ້ນ
18 The people's heart cried out to the Sovereign Father. Wall of daughter Zion, let tears stream down like a torrent day and night! Give yourself no rest, your eyes no relief. ຫົວໃຈ​ຂອງ​ຄົນ​ທັງຫລາຍ ຮ້ອງ​ຫາ​ອົງພຣະຜູ້ເປັນເຈົ້າ. ກຳແພງ​ຂອງ​ລູກສາວ​ແຫ່ງ​ຊີໂອນ, ຈົ່ງ​ໃຫ້​ນ້ຳຕາ​ຂອງ​ເຈົ້າ​ຫລັ່ງໄຫລ​ເໝືອນ​ກັບ​ແມ່ນ້ຳ ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ ຢ່າ​ໃຫ້​ຕົວ​ເອງ​ໄດ້​ຮັບ​ການ​ບັນເທົາ, ຢ່າ​ໃຫ້​ຕາ​ຂອງ​ເຈົ້າ​ໄດ້​ພັກຜ່ອນ.
19 Arise, cry out in the night at the start of each night watch! Pour out your heart like water before the Sovereign Father! Lift your hands to him for the lives of your children, who faint from hunger at every street corner. ຈົ່ງ​ລຸກ​ຂຶ້ນ, ຮ້ອງໄຫ້​ໃນ​ຕອນ​ກາງຄືນ ຕັ້ງ​ແຕ່​ເລີ່ມ​ຄ່ຳ​ມາ ຈົ່ງ​ລະບາຍ​ຄວາມ​ໃນ​ໃຈ​ຂອງ​ເຈົ້າ​ອອກ​ມາ​ເໝືອນ​ກັບ​ນ້ຳ ຢູ່​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຍົກ​ມື​ຂອງ​ເຈົ້າ​ຂຶ້ນ​ຕໍ່​ພຣະອົງ ເພື່ອ​ຊີວິດ​ຂອງ​ລູກ​ຂອງ​ເຈົ້າ, ເຊິ່ງ​ເປັນ​ລົມ​ໄປ​ເພາະ​ຄວາມ​ຫິວ ຢູ່​ທຸກ​ແຈ​ຖະໜົນ.
20 Look, our Father, and consider: whom have you ever treated like this? Should women eat their offspring, the children they have cradled? Should priest and prophet be killed in the sanctuary of the Sovereign Father? “ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ເບິ່ງ ແລະ ພິຈາລະນາ ພຣະອົງ​ເຄີຍ​ເຮັດ​ເຊັ່ນ​ນີ້​ກັບ​ຜູ້​ໃດ​ແດ່? ສົມຄວນ​ບໍ​ທີ່​ຄົນ​ເປັນ​ແມ່​ຈະ​ກິນ​ລູກຫລານ​ຂອງ​ຕົນ, ຄື​ບັນດາ​ລູກ​ທີ່​ຕົນ​ລ້ຽງດູ​ມາ? ສົມຄວນ​ບໍ​ທີ່​ປະໂລຫິດ ແລະ ຜູ້ທຳນວາຍ​ຈະ​ຖືກ​ຂ້າ ໃນ​ສະຖານ​ນະມັດສະການ​ຂອງ​ອົງພຣະຜູ້ເປັນເຈົ້າ?
21 Young and old lie on the ground in the streets; my young women and my young men have fallen by the sword. You have killed them in the day of your anger, slaughtering without pity. “ທັງ​ຄົນ​ໜຸ່ມ ແລະ ຜູ້ເຖົ້າ​ນອນ​ຢູ່​ນຳ​ກັນ ໃນ​ຂີ້ຝຸ່ນ​ຕາມ​ຖະໜົນ; ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ຂ້ານ້ອຍ ລົ້ມ​ຕາຍ​ດ້ວຍ​ຄົມ​ດາບ. ພຣະອົງ​ໄດ້​ປະຫານ​ພວກເຂົາ​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ​ໂດຍ​ບໍ່​ມີ​ຄວາມ​ເມດຕາ​ສົງສານ.
22 You summoned, as to a festival day, terrors on every side; and on the day of our Father's anger no one escaped or survived. My enemy has destroyed those I cradled and raised. “ພຣະອົງ​ໄດ້​ລະດົມ​ຄວາມ​ຢ້ານກົວ​ເຂົ້າ​ໃສ່​ຂ້ານ້ອຍ​ທຸກ​ດ້ານ. ເໝືອນ​ເກນ​ຄົນ​ມາ​ໃນ​ວັນ​ງານລ້ຽງ​ຕາມ​ເທດສະການ ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ ບໍ່​ມີ​ຜູ້ໃດ​ໜີ​ພົ້ນ ຫລື ລອດ​ຊີວິດ​ໄປ​ໄດ້​ແມ່ນ​ຄົນ​ດຽວ ສັດຕູ​ຂອງ​ຂ້ານ້ອຍ​ໄດ້​ທຳລາຍ ບັນດາ​ຜູ້​ທີ່​ຂ້ານ້ອຍ​ໄດ້​ເບິ່ງແຍງ ແລະ ລ້ຽງດູ​ມາ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]