Skip to content
The Believer's Library

Biblica® Open Lao Contemporary Version

Lamentations 3 OLCV

Show OLCV only
Verse × ×
1 I am the man who has seen affliction under the rod of his wrath. ຂ້ານ້ອຍ​ຄື​ຜູ້​ທີ່​ເຫັນ​ຄວາມ​ທຸກລຳບາກ ຈາກ​ໄມ້ແສ້​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ
2 He has driven me away and made me walk in darkness without any light. ພຣະອົງ​ໄດ້​ຂັບໄລ່​ຂ້ານ້ອຍ​ອອກ​ໄປ ແລະ ເຮັດ​ໃຫ້​ຂ້ານ້ອຍ​ຕ້ອງ​ໄດ້​ເດີນ ຢູ່​ໃນ​ຄວາມ​ມືດມິດ​ແທນ​ທີ່​ຈະ​ເດີນ​ຢູ່​ໃນ​ຄວາມ​ສະຫວ່າງ;
3 Surely against me he turns his hand again and again, all day long. ຄວາມຈິງ​ແລ້ວ, ພຣະອົງ​ໄດ້​ຫັນ​ມື​ຂອງ​ພຣະອົງ​ມາ​ຕໍ່ສູ້​ຂ້ານ້ອຍ ຕໍ່ສູ້​ແລ້ວ​ຕໍ່ສູ້​ອີກ, ຕະຫລອດ​ວັນ.
4 He has worn away my flesh and my skin; he has broken my bones. ພຣະອົງ​ເຮັດ​ໃຫ້​ຜິວໜັງ ແລະ ຊີ້ນ​ຂອງ​ຂ້ານ້ອຍ​ເຖົ້າແກ່​ໄປ ແລະ ຫັກ​ກະດູກ​ຂອງ​ຂ້ານ້ອຍ.
5 He has besieged me and surrounded me with bitterness and hardship. ພຣະອົງ​ປິດລ້ອມ ແລະ ອ້ອມ​ຂ້ານ້ອຍ​ໄວ້ ດ້ວຍ​ຄວາມ​ຂົມຂື່ນ ແລະ ຄວາມ​ທຸກລຳບາກ
6 He has made me dwell in darkness like those long dead. ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຢູ່​ໃນ​ຄວາມ​ມືດ ເໝືອນ​ກັບ​ບັນດາ​ຄົນ​ທີ່​ຕາຍ​ໄປ​ດົນ​ແລ້ວ.
7 He has walled me in so I cannot escape; he has weighed down my chains. ພຣະອົງ​ລ້ອມ​ຂ້ານ້ອຍ​ໄວ້​ເພື່ອ​ບໍ່​ໃຫ້​ຂ້ານ້ອຍ​ໜີ​ໄປ​ໄດ້ ພຣະອົງ​ຖ່ວງ​ຂ້ານ້ອຍ​ໄວ້​ດ້ວຍ​ໂສ້
8 Even when I call out and cry for help, he shuts out my prayer. ແມ່ນ​ແຕ່​ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ ຫລື ຂໍ​ຄວາມ​ຊ່ວຍເຫລືອ, ພຣະອົງ​ບໍ່​ຮັບ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ
9 He has blocked my ways with cut stones; he has made my paths crooked. ພຣະອົງ​ວາງ​ກ້ອນຫີນ​ຕັນ​ທາງ​ຂອງ​ຂ້ານ້ອຍ ເຮັດ​ໃຫ້​ຫົນທາງ​ຂອງ​ຂ້ານ້ອຍ​ຄົດລ້ຽວ.
10 He is a bear lying in wait for me, a lion in hiding. ພຣະອົງ​ເປັນ​ເໝືອນ​ດັ່ງ​ໝີ​ທີ່​ນອນ​ຄອຍຖ້າ​ຄຸບ​ຢູ່, ເໝືອນດັ່ງ​ສິງ​ທີ່​ລໍຖ້າ​ຄຸບ​ຢູ່,
11 He drove me off my path and tore me to pieces; he has made me desolate. ພຣະອົງ​ໄດ້​ລາກ​ຂ້ານ້ອຍ​ອອກ​ຈາກ​ທາງ ແລະ ຈີກ​ຂ້ານ້ອຍ ແລ້ວ​ປະ​ຂ້ານ້ອຍ​ໄວ້​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ
12 He bent his bow and set me as the target for his arrow. ພຣະອົງ​ໂກ່ງ​ຄັນ​ທະນູ ແລະ ເອົາ​ຂ້ານ້ອຍ​ເປັນ​ເປົ້າ​ສຳລັບ​ລູກທະນູ​ຂອງ​ພຣະອົງ
13 He drove the arrows of his quiver into my vitals. ພຣະອົງ​ສຽບ​ທະລຸ​ຫົວໃຈ​ຂອງ​ຂ້ານ້ອຍ ດ້ວຍ​ລູກທະນູ​ຈາກ​ປອກ​ລູກທະນູ​ຂອງ​ພຣະອົງ.
14 I have become the laughingstock of all my people, their mocking song all day long. ຂ້ານ້ອຍ​ກາຍ​ເປັນ​ທີ່​ຫົວຂັວນ​ເຢາະເຢີ້ຍ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ; ພວກເຂົາ​ຮ້ອງເພງ​ເຢາະເຢີ້ຍ​ຂ້ານ້ອຍ​ຕະຫລອດ​ທັງ​ວັນ.
15 He has filled me with bitterness; he has sated me with bitterness. ພຣະອົງ​ໃຫ້​ຂ້ານ້ອຍ​ກິນ​ຜັກ​ທີ່​ລົດ​ຂົມ​ຈົນ​ອິ່ມ ແລະ ເອົາ​ນ້ຳບີ​ໃຫ້​ຂ້ານ້ອຍ​ດື່ມ
16 He has made my teeth grind on gravel, and made me cower in the dust. ພຣະອົງ​ຫັກ​ແຂ້ວ​ຂອງ​ຂ້ານ້ອຍ​ດ້ວຍ​ຫີນແຫ່ ຢຽບ​ຂ້ານ້ອຍ​ຈົມ​ລົງ​ຂີ້ຝຸ່ນ​ດິນ.
17 My soul has lost all peace; I have forgotten what happiness is. ສັນຕິສຸກ​ຖືກ​ພາກ​ໄປ​ຈາກ​ໃຈ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ລືມ​ໄປ​ແລ້ວ​ວ່າ​ຄວາມ​ຈະເລີນ​ຮຸ່ງເຮືອງ​ນັ້ນ​ເປັນ​ຢ່າງ​ໃດ.
18 So I say, "My endurance has perished, and so has my hope from our Father." ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເວົ້າ​ວ່າ, “ຄວາມ​ງົດງາມ​ຂອງ​ຂ້ານ້ອຍ ແລະ ທຸກສິ່ງ​ທີ່​ຂ້ານ້ອຍ​ຄາດ​ຫວັງ​ຈາກ​ພຣະເຈົ້າ​ຢາເວ​ກໍ​ໝົດ​ໄປ”.
19 Remember my affliction and my wandering, the bitterness and the gall! ຂ້ານ້ອຍ​ລະນຶກ​ເຖິງ​ຄວາມ​ທຸກ​ໃຈ​ຂອງ​ຂ້ານ້ອຍ ແລະ ການ​ພະເນຈອນ​ຂອງ​ຂ້ານ້ອຍ​ໄດ້, ຄວາມ​ຂົມຂື່ນ ແລະ ນ້ຳບີ
20 My soul continually remembers it and is bowed down within me. ຂ້ານ້ອຍ​ຈົດຈຳ​ສິ່ງ​ເຫລົ່ານີ້​ໄດ້​ດີ, ແລະ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ຫົດຫູ່​ຢູ່​ພາຍໃນ​ຂ້ານ້ອຍ.
21 But this I call to mind, and therefore I have hope: ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຍັງ​ຄິດຮອດ​ເລື່ອງ​ນີ້​ຂຶ້ນ​ມາ​ໄດ້ ແລະ ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ມີ​ຄວາມ​ຫວັງ.
22 The covenant love of our Father never ceases; his mercies never come to an end; ເພາະ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ​ເຮົາ​ຈຶ່ງ​ບໍ່​ຖືກ​ທຳລາຍ​ໄປ, ເພາະ​ຄວາມ​ເມດຕາ​ສົງສານ​ຂອງ​ພຣະອົງ​ບໍ່​ເຄີຍ​ຢຸດ​ຢັ້ງ.
23 they are new every morning; great is your faithfulness. ມີ​ມາ​ໃໝ່​ທຸກ​ເຊົ້າ ຄວາມ​ສັດຊື່​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ຫລາຍ.
24 "Our Father is all I need," says my soul, "therefore I will hope in him." ຂ້ານ້ອຍ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ພຣະເຈົ້າ​ຢາເວ​ເປັນ​ທັງໝົດ​ທີ່​ຂ້ານ້ອຍ​ມີ; ເຫດສະນັ້ນ ຂ້ານ້ອຍ​ຈະ​ຄອຍຖ້າ​ພຣະອົງ”.
25 Our Father is good to those who wait for him, to the soul who seeks him. ພຣະເຈົ້າ​ຢາເວ​ນັ້ນ​ດີ​ຕໍ່​ບັນດາ​ຄົນ​ທີ່​ມີ​ຄວາມ​ຫວັງ​ໃນ​ພຣະອົງ, ດີ​ຕໍ່​ຜູ້​ທີ່​ສະແຫວງຫາ​ພຣະອົງ;
26 It is good to wait quietly for the salvation of our Father. ເປັນ​ການ​ດີ​ທີ່​ຈະ​ລໍຖ້າ​ຢ່າງ​ມິດງຽບ ເພື່ອ​ຄວາມພົ້ນ​ທີ່​ພຣະເຈົ້າ​ຂອງ​ພຣະເຈົ້າ​ຢາເວ.
27 It is good for a man to bear the yoke in his youth. ເປັນ​ການ​ດີ​ທີ່​ຊາຍ​ຄົນ​ໜຶ່ງ​ຈະ​ແບກ​ແອກ​ໄວ້ ຂະນະ​ລາວ​ນັ້ນ​ຍັງ​ໜຸ່ມ​ຢູ່.
28 Let him sit alone in silence when it is laid on him; ໃຫ້​ລາວ​ນັ່ງ​ມິດງຽບ​ຢູ່​ແຕ່​ຄົນ​ດຽວ, ເພາະ​ພຣະເຈົ້າ​ຢາເວ​ວາງ​ແອກ​ນັ້ນ​ໄວ້​ເທິງ​ລາວ​ແລ້ວ.
29 let him put his mouth in the dust—there may yet be hope; ໃຫ້​ລາວ​ຈຳນົນ​ກົ້ມ​ໜ້າ​ລົງ​ກັບ​ດິນ ເພາະ​ອາດ​ຍັງ​ມີ​ຄວາມ​ຫວັງ​ຢູ່.
30 let him give his cheek to the one who strikes, and be filled with insults. ໃຫ້​ລາວ​ປິ່ນ​ແກ້ມ​ຂອງ​ລາວ​ໃຫ້​ຜູ້​ທີ່​ຈະ​ຕົບ​ລາວ, ແລະ ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ຄວາມ​ອັບອາຍ.
31 For the Sovereign Father will not abandon forever. ເພາະ​ວ່າ​ອົງພຣະຜູ້ເປັນເຈົ້າ ບໍ່​ໄດ້​ປະຖິ້ມ​ມະນຸດ​ຕະຫລອດ​ໄປ
32 Though he causes grief, he will have compassion according to the abundance of his covenant love; ເຖິງ​ວ່າ​ພຣະອົງ​ຈະ​ນຳ​ເອົາ​ຄວາມ​ໂສກເສົ້າ​ມາ​ໃຫ້, ແຕ່​ພຣະອົງ​ກໍ​ຍັງ​ຈະ​ສະແດງ​ຄວາມ​ເມດຕາ​ສົງສານ, ດັ່ງນັ້ນ ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈຶ່ງ​ຍິ່ງໃຫຍ່.
33 for he does not willingly afflict or grieve people. ເພາະ​ພຣະອົງ​ບໍ່​ໄດ້​ເຕັມ​ໃຈ​ທີ່​ຈະ​ນຳ​ເອົາ​ຄວາມ​ທຸກທໍລະມານ ຫລື ຄວາມ​ໂສກເສົ້າ​ມາ​ໃຫ້​ຄົນ​ໃດ.
34 To crush underfoot all the prisoners of the earth, ການ​ຢຽບຢ່ຳ ນັກໂທດ​ທັງໝົດ​ໃນ​ດິນແດນ,
35 to deny a man justice in the sight of the Most High, ການ​ຕັດ​ສິດ​ຄົນ​ທັງຫລາຍ ຕໍ່ໜ້າ​ອົງ​ຜູ້​ສູງສຸດ,
36 to deprive a man of justice in his case—the Sovereign Father does not approve. ການ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ພວກເຂົາ ອົງພຣະຜູ້ເປັນເຈົ້າ​ຈະ​ບໍ່​ເຫັນ​ສິ່ງ​ເຫລົ່ານີ້​ບໍ?
37 Who has spoken and it came to pass, unless the Sovereign Father has commanded it? ຖ້າ​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ມີ​ຄຳສັ່ງ​ໄວ້ ຜູ້ໃດ​ຈະ​ສາມາດ​ສັ່ງ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້?
38 Is it not from the mouth of the Most High that both calamity and good come? ທັງ​ຄວາມ​ຈິບຫາຍ ແລະ ສິ່ງ​ດີ​ງາມ ລ້ວນ​ແຕ່​ມາ​ຈາກ​ປາກ​ຂອງ​ອົງ​ຜູ້​ສູງສຸດ​ບໍ່​ແມ່ນ​ບໍ?
39 Why should a living man complain about the punishment for his sins? ເປັນ​ຫຍັງ​ມະນຸດ​ຈຶ່ງ​ຈົ່ມ ເມື່ອ​ຖືກ​ລົງໂທດ​ເພາະ​ຄວາມ​ບາບ​ທັງຫລາຍ​ຂອງ​ຕົນ?
40 Let us examine and test our ways, and return to our Father! ໃຫ້​ພວກເຮົາ​ສຳຫລວດ​ວິຖີ​ທາງ​ຂອງ​ພວກເຮົາ ແລະ ທົດສອບ​ເບິ່ງ, ແລະ ໃຫ້​ພວກເຮົາ​ກັບ​ມາ​ຫາ​ພຣະເຈົ້າ​ຢາເວ.
41 Let us lift up our hearts and our hands to our Father in heaven: ໃຫ້​ພວກເຮົາ​ຊູ​ໃຈ​ຂອງ​ພວກເຮົາ ແລະ ຊູ​ມື​ຂອງ​ພວກເຮົາ​ຂຶ້ນ ຕໍ່​ພຣະເຈົ້າ​ໃນ​ສະຫວັນ ແລະ ເວົ້າ​ວ່າ:
42 "We have sinned and rebelled, and you have not forgiven. “ພວກຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ບາບ ແລະ ໄດ້​ກະບົດ ແລະ ພຣະອົງ​ບໍ່​ໄດ້​ໃຫ້​ອະໄພ.
43 You have wrapped yourself in anger and pursued us, killing without pity; “ພຣະອົງ​ປົກຄຸມ​ພຣະອົງ​ເອງ​ໄວ້​ດ້ວຍ​ຄວາມ​ໂກດຮ້າຍ ແລະ ໄລ່​ຕາມ​ພວກຂ້ານ້ອຍ; ພຣະອົງ​ປະຫານ​ໂດຍ​ບໍ່​ມີ​ຄວາມ​ສົງສານ.
44 you have wrapped yourself with a cloud so that no prayer can pass through. ພຣະອົງ​ປົກຄຸມ​ພຣະອົງ​ເອງ​ໄວ້​ດ້ວຍ​ເມກ ເພື່ອ​ບໍ່​ໃຫ້​ຄຳ​ອະທິຖານ​ໃດ​ຂຶ້ນ​ເຖິງ​ພຣະອົງ​ໄດ້.
45 You have made us scum and refuse among the peoples. ພຣະອົງ​ເຮັດ​ໃຫ້​ພວກຂ້ານ້ອຍ​ເປັນ​ສິ່ງ​ເສດ​ເຫລືອ ແລະ ຖືກ​ປະຕິເສດ ທ່າມ​ກາງ​ຊົນຊາດ​ທັງຫລາຍ.
46 All our enemies open their mouths against us; “ສັດຕູ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ​ໄດ້​ເປີດ​ປາກ​ຂອງ​ພວກເຂົາ​ກວ້າງ ຕໍ່​ວ່າ​ພວກ​ຂ້ານ້ອຍ.
47 panic and pitfall have come upon us, devastation and destruction." ພວກຂ້ານ້ອຍ​ປະເຊີນ​ກັບ​ຄວາມ​ຢ້ານກົວ ແລະ ອຸປະສັກ ຄວາມ​ພິນາດ ແລະ ການ​ທຳລາຍ​ລ້າງ”.
48 My eyes flow with streams of water over the destruction of my people. ສາຍ​ນ້ຳຕາ​ໄຫລ​ຈາກ​ຕາ​ຂອງ​ຂ້ານ້ອຍ ເພາະ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.
49 My eyes will flow without ceasing, without respite, ຕາ​ຂອງ​ຂ້ານ້ອຍ​ຈະ​ຫລັ່ງ​ນ້ຳຕາ​ບໍ່​ຂາດ​ສາຍ, ໂດຍ​ບໍ່​ຢຸດຢ່ອນ,
50 until our Father looks down and sees from heaven. ຈົນ​ກວ່າ​ພຣະເຈົ້າ​ຈະ​ເບິ່ງ​ລົງ​ມາ ຈາກ​ຟ້າ​ສະຫວັນ ແລະ ເຫັນ.
51 My eyes bring grief to my soul at the fate of all the daughters of my city. ສິ່ງ​ທີ່​ຂ້ານ້ອຍ​ເຫັນ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ​ໂສກເສົ້າ ເພາະ​ຍິງ​ທຸກຄົນ​ໃນ​ເມືອງ​ຂອງ​ຂ້ານ້ອຍ.
52 I have been hunted like a bird by those who were my enemies without cause; ບັນດາ​ຜູ້​ທີ່​ເປັນ​ສັດຕູ​ກັບ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ ໄລ່​ຂ້າ​ຂ້ານ້ອຍ​ເໝືອນ​ນົກ.
53 they flung me alive into a pit and cast stones on me; ພວກເຂົາ​ພະຍາຍາມ​ປິດ​ຊີວິດ​ຂອງ​ຂ້ານ້ອຍ​ໃນ​ຂຸມ ແລະ ແກ່ວງ​ກ້ອນຫີນ​ໃສ່​ຂ້ານ້ອຍ;
54 water closed over my head; I said, "I am lost." ນ້ຳ​ໄດ້​ໄຫລ​ຖ້ວມ​ປົກ​ຫົວ​ຂອງ​ຂ້ານ້ອຍ, ແລະ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ຈະ​ຕາຍ.
55 I called on your name, my Father, from the depths of the pit; ຂ້າແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ໄດ້​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ, ຈາກ​ກົ້ນ​ຂຸມ.
56 you heard my plea: "Do not turn a deaf ear to my cry for help!" ພຣະອົງ​ໄດ້​ຍິນ​ຂ້ານ້ອຍ​ອ້ອນວອນ​ວ່າ: “ຂໍ​ຢ່າ​ໄດ້​ປິດ​ຫູ​ຂອງ​ພຣະອົງ ຕໍ່​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ”
57 You came near on the day I called on you; you said, "Do not fear!" ພຣະອົງ​ໄດ້​ມາ​ໃກ້​ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ, ແລະ ກ່າວ​ວ່າ “ຢ່າ​ຢ້ານ​ເລີຍ”.
58 You have taken up my cause, Sovereign Father; you have redeemed my life. ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ຮັບ​ຄະດີ​ຄວາມ​ຂອງ​ຂ້ານ້ອຍ​ແລ້ວ; ພຣະອົງ​ໄດ້​ໄຖ່​ຊີວິດ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ.
59 You have seen the wrong done to me, my Father; judge my cause. ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ເຫັນ​ການ​ຮ້າຍ​ທີ່​ໄດ້​ເຮັດ​ກັບ​ຂ້ານ້ອຍ. ຂໍ​ໂຜດ​ໃຫ້​ຄວາມ​ເປັນທຳ​ແກ່​ຂ້ານ້ອຍ​ດ້ວຍ!
60 You have seen all their vengeance, all their plots against me. ພຣະອົງ​ໄດ້​ເຫັນ​ຄວາມ​ເລິກ​ຂອງ​ການ​ແກ້ແຄ້ນ​ຂອງ​ພວກເຂົາ, ທຸກສິ່ງ​ທີ່​ພວກເຂົາ​ໄດ້​ວາງ​ແຜນການ​ຕໍ່ສູ້​ຂ້ານ້ອຍ.
61 You have heard their taunts, my Father, all their plots against me, ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ຍິນ​ຄຳ​ໝິ່ນປະໝາດ​ຂອງ​ພວກເຂົາ​ແລ້ວ ທຸກສິ່ງ​ທີ່​ພວກເຂົາ​ໄດ້​ວາງ​ແຜນການ​ຕໍ່ສູ້​ຂ້ານ້ອຍ
62 the lips and thoughts of my assailants against me all day long. ສິ່ງ​ທີ່​ບັນດາ​ສັດຕູ​ໄດ້​ຊື່ມ ແລະ ຈົ່ມ ໃຫ້​ຂ້ານ້ອຍ​ຕະຫລອດ​ທັງ​ວັນ.
63 Watch their every move; I am the object of their mocking song. ໂຜດ​ແນມ​ເບິ່ງ​ພວກເຂົາ! ຈະ​ນັ່ງ ຫລື ຢືນ, ພວກເຂົາ​ກໍ​ຮ້ອງເພງ​ເຢາະເຢີ້ຍ​ຂ້ານ້ອຍ
64 You will repay them, my Father, according to the work of their hands. ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຕອບແທນ​ພວກເຂົາ​ຕາມ​ສິ່ງ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ, ຕາມ​ສິ່ງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ເຮັດ.
65 You will give them hardness of heart; your curse will be on them. ຂໍ​ໂຜດ​ເອົາ​ຜ້າ​ປົກຄຸມ​ທີ່​ໃຈ​ຂອງ​ພວກເຂົາ, ແລະ ຂໍ​ໃຫ້​ຄຳ​ສາບແຊ່ງ​ຂອງ​ພຣະອົງ​ຕົກ​ແກ່​ພວກເຂົາ!
66 You will pursue them in anger and destroy them from under the heavens of our Father. ຂໍ​ໂຜດ​ໄລ່ຕາມ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ ແລະ ທຳລາຍ​ພວກເຂົາ ຈາກ​ພາຍໃຕ້​ຟ້າ​ສະຫວັນ​ຂອງ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]