Skip to content
The Believer's Library

Biblica® Open Lao Contemporary Version

Lamentations 1 OLCV

Show OLCV only
Verse × ×
1 How lonely sits the city that once was full of people! She has become like a widow, she who was great among the nations. She who was a princess among the provinces has become a forced laborer. ໂອ ນະຄອນ​ນີ້​ຮົກຮ້າງ​ແທ້, ຄັ້ງ​ໜຶ່ງ​ເຄີຍ​ມີ​ປະຊາຊົນ​ຢູ່​ເຕັມ! ເຊິ່ງ​ເຄີຍ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ, ກັບ​ເປັນ​ເໝືອນ​ແມ່ໝ້າຍ​ແລ້ວ! ນະຄອນ​ນີ້​ເຄີຍ​ເປັນ​ລາຊີນີ​ໃນ​ທ່າມກາງ​ແຂວງ​ຕ່າງໆ ບັດນີ້ ກໍ​ໄດ້​ຕົກ​ເປັນ​ຂ້າທາດ​ແລ້ວ.
2 Bitterly she weeps in the night, tears on her cheeks. Among all her lovers she has no one to comfort her; all her friends have betrayed her, they have become her enemies. ຍາມ​ກາງຄືນ​ນາງ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ, ນ້ຳຕາ​ໄຫລ​ອາບ​ແກ້ມ​ຂອງ​ນາງ. ໃນ​ບັນດາ​ຄົນ​ຮັກ​ຂອງ​ນາງ ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ເລົ້າໂລມ​ນາງ. ສະຫາຍ​ທຸກຄົນ​ກໍ​ທໍລະຍົດ​ນາງ; ພວກເຂົາ​ກາຍ​ເປັນ​ສັດຕູ​ຂອງ​ນາງ.
3 Judah has gone into exile under affliction and harsh servitude; she lives among the nations but finds no resting place. All her pursuers have overtaken her in the midst of her distress. ຫລັງ​ຈາກ​ທຸກລຳບາກ ແລະ ເຮັດ​ວຽກ​ໜັກ, ຢູດາ​ກໍ​ໄດ້​ຕົກ​ເປັນ​ຊະເລີຍ. ນາງ​ໄດ້​ອາໄສ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ; ນາງ​ກໍ​ບໍ່​ພົບ​ບ່ອນ​ພັກ​ສະຫງົບ. ທຸກຄົນ​ທີ່​ໄລ່​ຕາມ​ນາງ​ກໍ​ໄລ່​ທັນ​ນາງ ໃນ​ຍາມ​ທີ່​ນາງ​ທຸກຍາກ​ລຳບາກ.
4 The roads to Zion mourn, for no one comes to the appointed feasts. All her gates are desolate, her priests groan, her young women grieve, and she herself is in bitter anguish. ຫົນທາງ​ໄປ​ຫາ​ຊີໂອນ ກໍ​ຄ່ຳຄວນ, ເພາະ​ບໍ່​ມີ​ຜູ້ໃດ​ມາ​ງານ​ເທດສະການ​ຕາມ​ທີ່​ນາງ​ກຳນົດ​ໄວ້. ປະຕູ​ທັງໝົດ​ຂອງ​ນາງ​ກໍ​ຮົກຮ້າງ, ບັນດາ​ປະໂລຫິດ​ຂອງ​ນາງ​ກໍ​ໂອ່ຍຄາງ, ບັນດາ​ຍິງ​ສາວ​ຂອງ​ນາງ​ກໍ​ໂສກເສົ້າ, ແລະ ນາງ​ກໍ​ຢູ່​ໃນ​ຄວາມ​ເຈັບປວດ​ອັນ​ຂົມຂື່ນ.
5 Her foes have become her masters, her enemies are at ease, for our Father has afflicted her because of her many rebellions. Her children have gone away, led captive before the enemy. ບັນດາ​ສັດຕູ​ຂອງ​ນາງ​ກໍ​ກາຍເປັນ​ນາຍ​ຂອງ​ນາງ; ສັດຕູ​ທັງຫລາຍ​ຂອງ​ນາງ​ຕ່າງ​ກໍ​ເບີກບານໃຈ. ເພາະ​ພຣະເຈົ້າ​ຢາເວ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ໃຫ້​ນາງ ເພາະ​ບາບ​ອັນ​ຫລວງຫລາຍ​ຂອງ​ນາງ. ລູກ​ຂອງ​ນາງ​ກໍ​ຖືກ​ເນລະເທດ, ຕົກ​ໄປ​ເປັນ​ຊະເລີຍ​ຕໍ່ໜ້າ​ສັດຕູ.
6 All her majesty has departed from the daughter of Zion. Her princes have become like deer that find no pasture; they flee without strength before their pursuers. ຄວາມ​ສະຫງ່າງາມ​ທັງໝົດ ໄດ້​ຖືກ​ພາກ​ໄປ​ຈາກ​ລູກສາວ​ແຫ່ງ​ຊີໂອນ​ແລ້ວ. ເຈົ້ານາຍ​ຂອງ​ນາງ​ນັ້ນ​ເປັນ​ເໝືອນ​ກວາງ ທີ່​ຫາ​ທົ່ງຫຍ້າ​ບໍ່​ໄດ້; ພວກເຂົາ​ຕ້ອງ​ໜີ​ໄປ​ຕໍ່ໜ້າ​ນັກລ່າ ຢ່າງ​ອ່ອນ​ແຮງ.
7 In the days of her affliction and wandering, Jerusalem remembers all the precious things that were hers from days of old. When her people fell into the hands of the enemy, with no one to help her, the enemies looked on and mocked her downfall. ໃນ​ຍາມ​ທີ່​ນາງ​ທຸກລຳບາກ ແລະ ຕ້ອງ​ພະເນຈອນ​ໄປ ເຢຣູຊາເລັມ​ກໍ​ລະນຶກ​ເຖິງ​ຊັບສົມບັດ​ທັງໝົດ ທີ່​ນາງ​ເຄີຍ​ມີ​ໃນ​ເມື່ອ​ກ່ອນ. ເມື່ອ​ປະຊາຊົນ​ຂອງ​ນາງ​ຕົກ​ຢູ່​ໃນ​ມື​ຂອງ​ສັດຕູ, ກໍ​ບໍ່​ມີ​ຜູ້ໃດ​ຊ່ວຍເຫລືອ​ນາງ. ສັດຕູ​ທັງຫລາຍ​ຂອງ​ນາງ​ຕ່າງ​ກໍ​ເບິ່ງ​ນາງ ແລະ ຫົວ​ຂວັນ​ຄວາມ​ຈິບຫາຍ​ຂອງ​ນາງ.
8 Jerusalem has sinned grievously; therefore she has become an object of scorn. All who honored her despise her, for they have seen her nakedness; she herself groans and turns away. ເຢຣູຊາເລັມ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່​ຫລວງ ແລະ ດັ່ງນັ້ນ​ນາງ​ຈຶ່ງ​ເປັນມົນທິນ. ທຸກຄົນ​ທີ່​ເຄີຍ​ໃຫ້​ກຽດ​ນາງ​ຕ່າງ​ກໍ​ດູຖູກ​ນາງ. ເພາະ​ພວກເຂົາ​ໄດ້​ເຫັນ​ຄວາມ​ເປືອຍ​ກາຍ​ຂອງ​ນາງ; ນາງ​ເອງ​ຄວນຄາງ ແລະ ຫັນ​ໜ້າ​ໜີ.
9 Her uncleanness clung to her skirts; she gave no thought to her future. Her fall is astounding, with no one to comfort her. "Look, my Father, on my affliction, for the enemy has triumphed!" ຄວາມ​ສົກກະປົກ​ທີ່​ຝັງ​ແໜ້ນ​ຢູ່​ໃນ​ເຄື່ອງນຸ່ງ​ຂອງ​ນາງ; ນາງ​ບໍ່​ຫ່ວງໃຍ​ນຳ​ອະນາຄົດ​ຂອງ​ນາງ ຄວາມ​ຫລົ້ມຈົມ​ຂອງ​ນາງ​ເປັນ​ຕາ​ຕົກໃຈ; ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ນາງ​ເລີຍ. “ຂ້າແດ່​ພຣະເຈົ້າ​ຢາເວ, ເບິ່ງ​ແມ, ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ, ເພາະ​ສັດຕູ​ໄດ້​ຮັບ​ໄຊຊະນະ​ແລ້ວ”.
10 The enemy has stretched out his hand over all her precious things; she has watched the nations enter her sanctuary—those you had forbidden to enter your assembly. ສັດຕູ​ໄດ້​ຍາດ​ເອົາ ຊັບສົມບັດ​ທັງໝົດ​ຂອງ​ນາງ​ໄປ; ນາງ​ໄດ້​ເຫັນ​ຄົນ​ຕ່າງຊາດ​ທີ່​ບໍ່​ເຊື່ອ​ພຣະເຈົ້າ ບຸກ​ເຂົ້າ​ໄປ​ໃນ​ສະຖານ​ນະມັດສະການ​ຂອງ​ນາງ ຄື​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ສັ່ງ​ຫ້າມ ບໍ່​ໃຫ້​ເຂົ້າ​ມາ​ທ່າມກາງ​ຊຸມນຸມ​ປະຊາຊົນ​ຂອງ​ພຣະອົງ.
11 All her people groan as they search for bread; they trade their treasures for food just to stay alive. "Look, my Father, and see, for I have become despised. ປະຊາຊົນ​ຂອງ​ນາງ​ໄດ້​ຄ່ຳຄວນ ຂະນະ​ທີ່​ພວກເຂົາ​ຊອກຫາ​ອາຫານ; ພວກເຂົາ​ໄດ້​ເອົາ​ຂອງ​ມີ​ຄ່າ​ອອກ​ມາ​ແລກປ່ຽນ​ອາຫານ ເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຊີວິດ​ຢູ່. “ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ເບິ່ງ ແລະ ພິຈາລະນາ​ດ້ວຍ, ເພາະ​ຂ້ານ້ອຍ​ຖືກ​ດູຖູກ”.
12 Is it nothing to you, all you who pass by? Look and see if there is any sorrow like my sorrow, which was brought upon me, which our Father inflicted on the day of his fierce anger. “ພວກເຈົ້າ​ທັງຫລາຍ​ທີ່​ຜ່ານ​ໄປ​ມາ ບໍ່​ຮູ້ສຶກ​ຫຍັງ​ບໍ? ຈົ່ງ​ຫລຽວ​ໄປ​ອ້ອມຮອບ ແລະ ເບິ່ງ. ມີ​ຄວາມ​ທຸກ​ໃດ​ທີ່​ຄື​ກັບ​ຄວາມ​ທຸກ​ຂອງ​ຂ້ານ້ອຍ ທີ່​ເກີດ​ກັບ​ຂ້ານ້ອຍ, ທີ່​ພຣະເຈົ້າ​ຢາເວ​ໄດ້​ນຳ​ມາ​ໃຫ້​ຂ້ານ້ອຍ ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຂອງ​ພຣະອົງ?
13 From on high he sent fire into my bones, and it overcame them. He spread a net for my feet and turned me back; he has left me desolate, faint all the day long. “ພຣະອົງ​ໄດ້​ສົ່ງ​ໄຟ​ລົງ​ມາ​ຈາກ​ເບື້ອງ​ເທິງ, ໄດ້​ສົ່ງ​ໄຟ​ນັ້ນ​ລົງ​ມາ​ສູ່​ກະດູກ​ຂອງ​ຂ້ານ້ອຍ. ພຣະອົງ​ໄດ້​ກາງ​ຕາໜ່າງ​ເພື່ອ​ດັກ​ຕີນ​ຂອງ​ຂ້ານ້ອຍ ແລະ ເຮັດ​ໃຫ້​ຂ້ານ້ອຍ​ຫັນ​ກັບ. ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ໂດດດ່ຽວ, ເປັນ​ລົມ​ໝົດ​ມື້.
14 My rebellions were bound into a yoke; knit together by his hand, they were laid upon my neck, and he sapped my strength. The Sovereign Father handed me over to those I cannot withstand. “ຄວາມ​ບາບ​ທັງຫລາຍ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຜູກ​ໃສ່​ໄວ້​ກັບ​ແອກ; ບາບ​ເຫລົ່ານັ້ນ​ໄດ້​ຖືກ​ສານ​ເຂົ້າ​ກັນ​ດ້ວຍ​ມື​ຂອງ​ພຣະອົງ. ຄວາມ​ບາບ​ເຫລົ່ານັ້ນ​ໄດ້​ຖືກ​ຫ້ອຍ​ໄວ້​ຢູ່​ເທິງ​ຄໍ​ຂອງ​ຂ້ານ້ອຍ, ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຕັດ​ກຳລັງ​ຂອງ​ຂ້ານ້ອຍ. ພຣະອົງ​ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມື ຂອງ​ບັນດາ​ຄົນ​ທີ່​ຂ້ານ້ອຍ​ບໍ່​ສາມາດ​ຕ້ານທານ​ໄດ້.
15 The Sovereign Father has rejected all the mighty men in my midst; he summoned an assembly against me to crush my young men. The Sovereign Father has trampled the virgin daughter of Judah as in a winepress. “ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິເສດ ນັກຮົບ​ທັງໝົດ​ທີ່​ຢູ່​ທ່າມກາງ​ຂ້ານ້ອຍ; ພຣະອົງ​ໄດ້​ລະດົມ​ກອງທັບ​ມາ​ຕໍ່ສູ້​ຂ້ານ້ອຍ ເພື່ອ​ຍ່ອງ​ພວກ​ຄົນ​ໜຸ່ມ​ຂອງ​ຂ້ານ້ອຍ. ອົງພຣະຜູ້ເປັນເຈົ້າ​ໄດ້​ຢຽບ​ລູກສາວ​ທີ່​ບໍລິສຸດ​ຂອງ​ຢູດາ ໃນ​ອ່າງ​ຢຽບ​ເຫລົ້າອະງຸ່ນ.
16 For these things I weep; my eyes, my eyes flow with tears, for a comforter who could revive my spirit is far from me. My children are desolate, for the enemy has prevailed." “ດ້ວຍ​ເຫດ​ນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງໄຫ້ ແລະ ຕາ​ຂອງ​ຂ້ານ້ອຍ​ກໍ​ລົ້ນ​ດ້ວຍ​ນ້ຳຕາ. ບໍ່​ມີ​ຜູ້ໃດ​ຢູ່​ໃກ້​ທີ່​ຈະ​ເລົ້າໂລມ​ໃຈ​ຂ້ານ້ອຍ, ບໍ່​ມີ​ຜູ້ໃດ​ຟື້ນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄດ້. ລູກ​ຂອງ​ຂ້ານ້ອຍ​ພາ​ກັນ​ຂັດສົນ ເພາະ​ສັດຕູ​ໄດ້​ຊະນະ​ແລ້ວ”.
17 Zion stretches out her hands, but there is no one to comfort her. Our Father has decreed that Jacob's neighbors would become his enemies; Jerusalem has become a filthy thing among them. ຊີໂອນ​ຍື່ນ​ມື​ຂອງ​ຕົນ​ອອກ, ແຕ່​ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ນາງ. ພຣະເຈົ້າ​ຢາເວ​ໄດ້​ອອກ​ຄຳສັ່ງ​ສຳລັບ​ຢາໂຄບ​ວ່າ ໃຫ້​ເພື່ອນບ້ານ​ຂອງ​ເພິ່ນ​ກາຍເປັນ​ສັດຕູ​ຂອງ​ເພິ່ນ ເຢຣູຊາເລັມ​ກາຍ​ເປັນ ສິ່ງ​ທີ່​ສົກກະປົກ​ໃນ​ທ່າມກາງ​ພວກເຂົາ.
18 Our Father is righteous, for I have rebelled against his word. Hear, all you peoples, and look on my suffering; my young women and my young men have gone into captivity. “ພຣະເຈົ້າ​ຢາເວ​ນັ້ນ​ຊອບທຳ ແຕ່​ຂ້ານ້ອຍ​ກໍ​ກະບົດ​ຕໍ່​ຄຳສັ່ງ​ຂອງ​ພຣະອົງ. ປະຊາຊົນ​ທຸກ​ຄົນ, ຈົ່ງ​ຟັງ; ຈົ່ງ​ເບິ່ງ​ຄວາມ​ທຸກຍາກລຳບາກ​ຂອງ​ຂ້ານ້ອຍ ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ຂ້ານ້ອຍ ຕົກ​ໄປ​ເປັນ​ຊະເລີຍ.
19 I called to my lovers, but they deceived me. My priests and my elders perished in the city while they searched for food just to stay alive. “ຂ້ານ້ອຍ​ຮ້ອງ​ຫາ​ບັນດາ​ພັນທະມິດ​ຂອງ​ຂ້ານ້ອຍ ແຕ່​ພວກເຂົາ​ກໍ​ທໍລະຍົດ​ຂ້ານ້ອຍ ບັນດາ​ປະໂລຫິດ ແລະ ຜູ້ອາວຸໂສ​ທັງຫລາຍ​ຂອງ​ຂ້ານ້ອຍ ໄດ້​ຕາຍ​ໄປ​ໃນ​ນະຄອນ ຂະນະ​ທີ່​ພວກເຂົາ​ຊອກ​ຫາ​ອາຫານ ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ມີ​ຊີວິດ​ຢູ່.
20 Look, my Father, for I am in distress; my stomach churns, my heart is overturned within me, for I have been very rebellious. In the street the sword cuts people down; in the house it is like death. “ຂ້າແດ່​ພຣະເຈົ້າ​ຢາເວ, ໂຜດ​ເບິ່ງ​ວ່າ​ຂ້ານ້ອຍ​ມີ​ຄວາມ​ທຸກ​ຫລາຍ​ເທົ່າໃດ! ຂ້ານ້ອຍ​ໄດ້​ຮັບ​ຄວາມ​ທຸກທໍລະມານ​ຢູ່​ພາຍ​ໃນ, ແລະ ຂ້ານ້ອຍ​ມີ​ຄວາມ​ກະວົນກະວາຍ​ຢູ່​ໃນ​ໃຈ​ຂອງ​ຂ້ານ້ອຍ, ເພາະ​ຂ້ານ້ອຍ​ໄດ້​ກະບົດ​ຫລາຍ​ທີ່ສຸດ. ຢູ່​ທາງ​ນອກ, ມີ​ແຕ່​ຄົມ​ດາບ​ຂ້າ​ຊີວິດ; ຢູ່​ທາງ​ໃນ, ມີ​ແຕ່​ຄວາມ​ຕາຍ.
21 They have heard how I groan, with no one to comfort me. All my enemies have heard of my trouble; they are glad that you have done it. Bring on the day you have declared, that they may become like me. “ຄົນ​ທັງຫລາຍ​ໄດ້​ຍິນ​ສຽງ​ຄ່ຳຄວນ​ຂອງ​ຂ້ານ້ອຍ, ແຕ່​ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ຂ້ານ້ອຍ ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ໄດ້​ຍິນ​ເຖິງ​ຄວາມ​ທຸກ​ຂອງ​ຂ້ານ້ອຍ; ພວກເຂົາ​ກໍ​ຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ. ຂໍ​ພຣະອົງ​ນຳ​ວັນ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ນັ້ນ​ມາ ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ເໝືອນ​ຂ້ານ້ອຍ.
22 Let all their evil come before you, and deal with them as you have dealt with me for all my rebellions; for my groans are many, and my heart is faint. “ຂໍ​ໃຫ້​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ມາ​ຢູ່​ຕໍ່ໜ້າ​ພຣະອົງ; ໂຜດ​ຈັດການ​ກັບ​ພວກເຂົາ ຢ່າງ​ທີ່​ພຣະອົງ​ໄດ້​ຈັດການ​ກັບ​ຂ້ານ້ອຍ ເພາະ​ຄວາມ​ບາບ​ທັງໝົດ​ຂອງ​ຂ້ານ້ອຍ. ຂ້ານ້ອຍ​ຄ່ຳຄວນ​ຫລາຍ ແລະ ຈິດ​ໃຈ​ຂອງ​ຂ້ານ້ອຍ​ກໍ​ອິດເມື່ອຍ​ອ່ອນເພຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]