Side by side with the Father's Heart Bible™ 1“ຖ້າເຈົ້າຈະສົ່ງສຽງເອີ້ນ, ແຕ່ຜູ້ໃດຈະຕອບເຈົ້າ?ເຈົ້າຈະຫັນໜ້າໄປຫາອົງບໍລິສຸດອົງໃດ?
2ຄວາມຄຽດແຄ້ນຂ້າຄົນໂງ່,ແລະ ຄວາມອິດສາຂ້າຄົນຮູ້ໜ້ອຍ.
3ຂ້ອຍເອງເຄີຍເຫັນຄົນໂງ່ວາງຮາກຖານ,ແຕ່ທັນໃດນັ້ນເຮືອນຂອງລາວກໍຖືກສາບແຊ່ງ.
4ລູກຫລານຂອງລາວຢູ່ຢ່າງບໍ່ມີຄວາມປອດໄພ,ແລະ ຖືກບີບບັງຄັບໃນສານໂດຍບໍ່ມີຜູ້ໃດປົກປ້ອງ.
5ຄວາມອຶດຫິວກໍກິນຜົນເກັບກ່ຽວຂອງລາວໝົດ,ແມ່ນແຕ່ສິ່ງທີ່ຢູ່ໃນຟຸ່ມໜາມກໍເອົາໄປ,ແລະ ຄວາມກະຫາຍກໍຫອບເອົາຊັບສົມບັດຂອງລາວໄປ.
6ເພາະຄວາມລໍາບາກບໍ່ໄດ້ເກີດຂຶ້ນມາຈາກດິນຫລື ຄວາມເດືອດຮ້ອນບໍ່ໄດ້ງອກຂຶ້ນມາຈາກພື້ນດິນ.
7ແຕ່ຄົນເກີດມາເພື່ອຄວາມເດືອດຮ້ອນດັ່ງປະກາຍໄຟພຸ່ງຂຶ້ນສູ່ທ້ອງຟ້າ.
8“ແຕ່ຖ້າຂ້ອຍເປັນເຈົ້າ, ຂ້ອຍຈະອ້ອນວອນຕໍ່ພຣະເຈົ້າ;ຂ້ອຍຈະວາງຄະດີຄວາມຂອງຂ້ອຍໄວ້ຕໍ່ໜ້າພຣະອົງ.
9ພຣະອົງສໍາແດງການອັດສະຈັນທີ່ບໍ່ສາມາດເຂົ້າໃຈໄດ້,ການອັດສະຈັນທີ່ບໍ່ສາມາດນັບໄດ້.
10ພຣະອົງໃຫ້ຝົນຕົກລົງມາໃສ່ແຜ່ນດິນໂລກ;ພຣະອົງສົ່ງນ້ຳລົງມາສູ່ເຂດຊົນນະບົດ.
11ພຣະອົງໄດ້ຕັ້ງຜູ້ທີ່ຕ່ຳຕ້ອຍໄວ້ເທິງບ່ອນສູງ,ແລະ ຜູ້ທີ່ໄວ້ທຸກຖືກຍົກຂຶ້ນໄວ້ບ່ອນປອດໄພ.
12ພຣະອົງໄດ້ຂັດຂວາງແຜນການຂອງຄົນມີເລ້ຫລ່ຽມ,ເພື່ອວຽກງານຂອງພວກເຂົາຈະບໍ່ສຳເລັດ.
13ພຣະອົງຈັບຄົນສະຫລາດດ້ວຍເລ້ຫລ່ຽມຂອງພວກເຂົາເອງ,ແລະ ແຜນການຂອງຄົນເຈົ້າເລ້ກໍຖືກກວາດລ້າງອອກໄປ.
14ໃນຄວາມມືດມົນມາເໜືອພວກເຂົາໃນຍາມກາງເວັນ;ໃນຕອນກາງເວັນພວກເຂົາກໍງົມທາວດັ່ງຢູ່ໃນຍາມກາງຄືນ.
15ພຣະເຈົ້າຊ່ວຍຜູ້ທີ່ຂັດສົນຈາກຄໍາເວົ້າທີ່ສຽບແທງຂອງພວກເຂົາ;ພຣະອົງຊ່ວຍກູ້ພວກເຂົາໃຫ້ພົ້ນຈາກມືຂອງຜູ້ທີ່ມີອໍານາດ.
16ດັ່ງນັ້ນ ຄົນທຸກຍາກຈຶ່ງມີຄວາມຫວັງ,ແລະ ຄວາມອະຍຸຕິທຳກໍມິດງຽບຢູ່.
17“ຄວາມສຸກເປັນຜູ້ທີ່ພຣະເຈົ້າຕັກເຕືອນ;ສະນັ້ນ ຢ່າດູໜິ່ນການຕີສອນຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່.
18ເພາະພຣະອົງເຮັດໃຫ້ເກີດບາດແຜ, ແຕ່ພຣະອົງກໍພັນບາດແຜໃຫ້;ພຣະອົງເຮັດໃຫ້ບາດເຈັບ, ແຕ່ກໍປິ່ນປົວຮັກສາໃຫ້ຫາຍ.
19ພຣະອົງຈະກອບກູ້ເຈົ້າຈາກໄພພິບັດຫົກຄັ້ງ;ຄັ້ງທີເຈັດຈະບໍ່ມີໄພອັນຕະລາຍໃດຈະແຕະຕ້ອງເຈົ້າໄດ້.
20ພຣະອົງຈະຊ່ວຍເຈົ້າໃຫ້ພົ້ນຈາກຄວາມຕາຍໃນຍາມມີຄວາມອຶດຢາກອາຫານ,ແລະ ຈາກດາບໃນຍາມທີ່ມີການສູ້ຮົບ.
21ເຈົ້າຈະໄດ້ຮັບການປົກປ້ອງຈາກຄຳນິນທາ,ແລະ ບໍ່ຕ້ອງຢ້ານກົວເມື່ອຄວາມພິນາດມາເຖິງ.
22ເຈົ້າຈະຫົວຂວັນໃສ່ຄວາມພິນາດ ແລະ ຄວາມອຶດຢາກອາຫານ,ແລະ ບໍ່ຕ້ອງຢ້ານກົວສັດປ່າຕ່າງໆ.
23ເພາະເຈົ້າຈະມີຄໍາສັນຍາກັບກ້ອນຫີນໃນທົ່ງນາ,ແລະ ສັດປ່າຈະຢູ່ຢ່າງສະຫງົບສຸກກັບເຈົ້າ.
24ເຈົ້າຈະຮູ້ວ່າເຕັນຂອງເຈົ້າປອດໄພ;ເຈົ້າຈະກວດເບິ່ງຊັບສົມບັດຂອງເຈົ້າ ແລະ ກໍບໍ່ພົບວ່າມີອັນໃດຂາດຫາຍ.
25ເຈົ້າຈະໄດ້ຮູ້ວ່າລູກຫລານຂອງເຈົ້າຈະມີຢ່າງຫລວງຫລາຍ,ແລະ ເຊື້ອສາຍຂອງເຈົ້າເປັນເໝືອນຫຍ້າເທິງແຜ່ນດິນໂລກ.
26ເຈົ້າຈະມາເຖິງຂຸມຝັງສົບເວລາທີ່ຍັງແຂງແຮງ,ດັ່ງຟ່ອນເຂົ້າທີ່ເກັບກ່ຽວຕາມລະດູການ.
27“ພວກເຮົາໄດ້ກວດສອບສິ່ງນີ້ ແລະ ກໍພົບວ່າເປັນຄວາມຈິງ.ສະນັ້ນ ຈົ່ງຟັງ ແລະ ນຳເອົາມັນໄປປະຕິບັດກັບໂຕເຈົ້າເອງ”.