Side by side with the Father's Heart Bible™ ເອລີຟັດ
1ແລ້ວເອລີຟັດຊາວເຕມານໄດ້ຕອບວ່າ:
2“ຖ້າຜູ້ໃດກ້າເວົ້າກັບເຈົ້າຈັກຄຳ, ເຈົ້າຈະອົດທົນຟັງໄດ້ບໍ່?ແຕ່ຜູ້ໃດຈະອົດທົນໄດ້ໂດຍບໍ່ເວົ້າອອກມາ?
3ຄິດເບິ່ງວ່າເຈົ້າໄດ້ໃຫ້ຄໍາແນະນຳຫລາຍຄົນ,ເຈົ້າໄດ້ຊ່ວຍຊູຄົນທີ່ອ່ອນແຮງໃຫ້ມີກຳລັງຂຶ້ນມາແລ້ວຢ່າງໃດ.
4ຄຳເວົ້າຂອງເຈົ້າໄດ້ຄ້ຳຊູຜູ້ທີ່ສະດຸດລົ້ມ;ເຈົ້າໄດ້ເຮັດໃຫ້ຫົວເຂົ່າທີ່ອ່ອນແຮງເຂັ້ມແຂງຂຶ້ນ.
5ແຕ່ດຽວນີ້ເມື່ອຄວາມເດືອດຮ້ອນມາເຖິງເຈົ້າ, ແລະ ເຈົ້າກໍທໍ້ຖອຍໃຈ;ເມື່ອຄວາມເດືອດຮ້ອນໂຈມຕີເຈົ້າກໍໝົດກໍາລັງໃຈ.
6ຄວາມຢໍາເກງຂອງເຈົ້າຄວນຈະເປັນຄວາມໝັ້ນໃຈຂອງເຈົ້າແລະ ການບໍ່ມີຕໍາໜິຂອງເຈົ້າຄວນຈະເປັນຄວາມຫວັງຂອງເຈົ້າບໍ່ແມ່ນບໍ?
7“ບັດນີ້ ຈົ່ງພິຈາລະນາເບິ່ງວ່າ: ມີບໍ່ຄົນທີ່ບໍລິສຸດໄດ້ພິນາດຈິບຫາຍ?ມີບໍ່ຄົນທ່ຽງທໍາໄດ້ຖືກທຳລາຍ?
8ດັ່ງທີ່ຂ້ອຍໄດ້ສັງເກດເຫັນວ່າ, ຄົນທີ່ໄຖຄວາມຊົ່ວແລະ ຄົນທີ່ຫວ່ານຄວາມເດືອດຮ້ອນກໍເກັບກ່ຽວສິ່ງນັ້ນ.
9ພວກເຂົາພິນາດຈິບຫາຍໂດຍລົມຫາຍໃຈຂອງພຣະເຈົ້າ;ພວກເຂົາຖືກທໍາລາຍໝົດສິ້ນໄປໂດຍຄວາມໃຈຮ້າຍຂອງພຣະອົງ.
10ສິງຜູ້ອາດຈະແຜດສຽງຮ້ອງ ແລະ ຄວນຄາງ,ແຕ່ແຂ້ວຂອງໂຕສິງທີ່ແຂງແຮງກໍຫັກ.
11ໂຕສິງກໍຈິບຫາຍເພາະຂາດເຫຍື່ອ,ແລະ ລູກຂອງສິງກໍຈະກະຈັດກະຈາຍໄປ.
12“ມີຖ້ອຍຄຳອັນເລິກລັບມາເຖິງຂ້ອຍ,ຫູຂອງຂ້ອຍໄດ້ຍິນສຽງຊິ່ມໃສ່ຫູ.
13ທ່າມກາງຄວາມຝັນອັນໜ້າຢ້ານໃນຕອນກາງຄືນ,ຂະນະທີ່ຄົນນອນຫລັບສະໜິດຢູ່,
14ຄວາມຢ້ານ ແລະ ຄວາມສັ່ນເຊັນໂຈມຕີຂ້ອຍແລະ ເຮັດໃຫ້ກະດູກທັງໝົດຂອງຂ້ອຍສັ່ນສະທ້ານ.
15ດວງວິນຍານໜຶ່ງໄດ້ແລ່ນຜ່ານໜ້າຂອງຂ້ອຍໄປ,ແລະ ຂົນໜາວຂອງຂ້ອຍກໍລຸກຂຶ້ນ.
16ດວງວິນຍານນັ້ນກໍຢຸດ,ແຕ່ຂ້ອຍບອກບໍ່ໄດ້ວ່າສິ່ງນັ້ນມັນແມ່ນຫຍັງ.ມີຮູບຮ່າງໜຶ່ງຢູ່ຕໍ່ໜ້າຂອງຂ້ອຍ,ແລະ ຂ້ອຍໄດ້ຍິນສຽງໜຶ່ງເວົ້າຄ່ອຍໆວ່າ:
17‘ມະນຸດຈະຊອບທຳກວ່າພຣະເຈົ້າໄດ້ບໍ?ຄົນທີ່ເຂັ້ມແຂງຈະບໍລິສຸດກວ່າພຣະຜູ້ສ້າງຂອງລາວໄດ້ບໍ?
18ພຣະເຈົ້າບໍ່ໄວ້ວາງໃຈບັນດາຜູ້ຮັບໃຊ້ຂອງພຣະອົງໄດ້ບໍ,ຖ້າພຣະອົງກ່າວໂທດບັນດາເທວະດາຂອງພຣະອົງດ້ວຍຄວາມຜິດ,
19ຜູ້ທີ່ອາໄສໃນເຮືອນດິນໜຽວຈະຫລາຍກວ່ານັ້ນເທົ່າໃດ,ທີ່ຮາກຖານຢູ່ໃນຂີ້ຝຸ່ນດິນ,ຜູ້ທີ່ຍ່ອງໃຫ້ຕາຍໄດ້ງ່າຍກວ່າແມງເມົ່າ!
20ລະຫວ່າງຕອນເຊົ້າ ແລະ ຕອນແລງ ພວກເຂົາກໍແຕກອອກເປັນປ່ຽງໆ;ພວກເຂົາກໍພິນາດຈິບຫາຍຕະຫລອດໄປໂດຍບໍ່ມີຜູ້ໃດສັງເກດເຫັນ.
21ເຊືອກເຕັນຂອງພວກເຂົາບໍ່ໄດ້ຖືກຄຶງອອກ,ຈົນກວ່າພວກເຂົາຕາຍໄປໂດຍບໍ່ມີສະຕິປັນຍາບໍ່ແມ່ນບໍ?’