Side by side with the Father's Heart Bible™ 1ພຣະເຈົ້າຢາເວໄດ້ກ່າວກັບໂຢບວ່າ:
2“ຜູ້ທີ່ໂຕ້ຖຽງກັບອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະປ່ຽນແປງພຣະອົງໄດ້ບໍ?ໃຫ້ຄົນທີ່ກ່າວຫາພຣະເຈົ້າຕອບມາເບິ່ງດຸ!”
3ໂຢບໄດ້ຕອບພຣະເຈົ້າຢາເວວ່າ:
4“ຂ້ານ້ອຍບໍ່ຄູ່ຄວນ ແລ້ວຂ້ານ້ອຍຈະຕອບພຣະອົງໄດ້ຢ່າງໃດ?ຂ້ານ້ອຍເອົາມືປິດປາກຂອງຕົນໄວ້
5ຂ້ານ້ອຍເວົ້າໄປເທື່ອໜຶ່ງແລ້ວ, ແຕ່ຂ້ານ້ອຍບໍ່ໄດ້ຄຳຕອບຂ້ອຍເວົ້າສອງສາມຄັ້ງແລ້ວ, ແຕ່ຂ້ານ້ອຍຈະບໍ່ເວົ້າອີກ”.
6ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢບອອກມາຈາກລົມພະຍຸວ່າ:
7“ຈົ່ງຄາດແອວໄວ້ດັ່ງຜູ້ຊາຍ;ເຮົາຈະຖາມເຈົ້າ,ແລ້ວເຈົ້າຈົ່ງຕອບເຮົາ.
8“ເຈົ້າຈະເຮັດໃຫ້ຄວາມຍຸຕິທຳຂອງເຮົາເສື່ອມເສຍໄປບໍ?ເຈົ້າຈະກ່າວໂທດເຮົາເພື່ອພິສູດຕົນເອງບໍ?
9ເຈົ້າມີແຂນທີ່ແຂງແຮງເໝືອນດັ່ງແຂນຂອງພຣະເຈົ້າບໍ?ແລະ ເຈົ້າຮ້ອງອອກມາເປັນສຽງຟ້າຮ້ອງເໝືອນດັ່ງພຣະອົງໄດ້ບໍ?
10ສະນັ້ນ ຈົ່ງປະດັບຕົວດ້ວຍ ສະຫງ່າລາສີ ແລະ ຄວາມສະຫງ່າງາມ,ແລະ ນຸ່ງຫົ່ມຕົວດ້ວຍກຽດສັກສີ ແລະ ບາລະມີ.
11ຈົ່ງລະບາຍຄວາມໂກດຮ້າຍຂອງເຈົ້າອອກມາເບິ່ງດຸ,ເບິ່ງທຸກຄົນທີ່ຍິ່ງຈອງຫອງ ແລະ ເຮັດໃຫ້ພວກເຂົາຕົກຕ່ຳລົງມາເບິ່ງດຸ,
12ຈົ່ງເບິ່ງທຸກຄົນທີ່ໂອ້ອວດ ແລະ ເຮັດໃຫ້ພວກເຂົາຕ່ຳລົງ,ຈົ່ງຍ່ອງຄົນຊົ່ວຮ້າຍໃນບ່ອນທີ່ພວກເຂົາຢືນຢູ່ແມ.
13ຈົ່ງຝັງພວກເຂົາທຸກຄົນໄວ້ໃນຂີ້ຝຸ່ນດິນນໍາກັນ;ແລະ ຖົມໜ້າພວກເຂົາໄວ້ໃນຂຸມຝັງສົບ.
14ແລ້ວເຮົາເອງຈະຍອມຮັບເຈົ້າວ່າມືຂວາຂອງເຈົ້າຊ່ວຍເຈົ້າເອງໃຫ້ພົ້ນໄດ້.
15“ຈົ່ງເບິ່ງເບເຮໂມດ,ເຊິ່ງເຮົາໄດ້ສ້າງມັນຂຶ້ນມາເໝືອນທີ່ເຮົາສ້າງເຈົ້າມັນກິນຫຍ້າເໝືອນດັ່ງງົວໂຕໜຶ່ງ.
16ມີມັນກໍາລັງແຮງຫລາຍຢູ່ທີ່ແອວຂອງມັນ,ແລະ ມັນມີອໍານາດຫລາຍຢູ່ທີ່ກ້າມທ້ອງຂອງມັນ!
17ຫາງຂອງມັນແກວ່ງໄປມາດັ່ງຕົ້ນໄມ້ສີດາ;ເສັ້ນເອັນຕົ້ນຂາຂອງມັນສານເຂົ້າກັນຢ່າງໜຽວແໜ້ນ.
18ກະດູກຂອງມັນເໝືອນດັ່ງທ່ອນທອງສຳລິດ,ຂາຂອງມັນເໝືອນດັ່ງທ່ອນເຫລັກ.
19ມັນຢູ່ໃນອັນດັບທຳອິດຂອງການງານຕ່າງໆທີ່ພຣະເຈົ້າສ້າງ,ແຕ່ພຣະຜູ້ສ້າງເຂົ້າໃກ້ມັນພ້ອມດ້ວຍດາບຂອງຕົນ.
20ເນີນພູກໍຜະລິດອາຫານຂອງມັນ,ແລະ ສັດປ່າທັງປວງແລ່ນຫລິ້ນຢູ່ໃກ້ໆ.
21ມັນນອນລົງກ້ອງກໍບົວ,ເຊື່ອງຕົນຢູ່ກາງປ່າອໍ້ໃນບຶງ.
22ມັນລີ້ຊ້ອນຢູ່ໃຕ້ຮົ່ມບົວ,ກາງຕົ້ນປໍປາທີ່ຢູ່ຕາມແຄມແມ່ນ້ຳ.
23ການປັ່ນປ່ວນຂອງແມ່ນໍ້າບໍ່ໄດ້ເຮັດມັນຕື່ນຕົກໃຈ;ແມ່ນວ່າແມ່ນ້ຳຈໍແດນລົ້ນຖ້ວມປາກຂອງມັນ, ມັນກໍປອດໄພ;
24ຜູ້ໃດສາມາດຈັບມັນໄດ້ຂະນະທີ່ມັນຍັງມືດຕາຢູ່,ຫລື ວາງແຮ້ວຈັບມັນ ແລະ ແທງດັງຂອງມັນໄດ້?