Side by side with the Father's Heart Bible™ 1“ເຈົ້າຮູ້ບໍວ່າແບ້ທີ່ເທິງພູເຂົາເກີດລູກເມື່ອໃດ?ເຈົ້າເຝົ້າເບິ່ງກວາງແມ່ເກີດລູກບໍ?
2ເຈົ້ານັບເດືອນຈົນກວ່າພວກມັນເກີດລູກບໍ?ເຈົ້າຮູ້ຈັກເວລາທີ່ພວກມັນຈະເກີດລູກບໍ?
3ພວກມັນໝອບໂຕລົງ ແລະ ກໍເກີດລູກອ່ອນ;ການເຈັບທ້ອງເກີດລູກຂອງພວກມັນໄດ້ສິ້ນສຸດລົງ.
4ລູກອ່ອນຂອງພວກມັນໃຫຍ່ຂຶ້ນ ແລະ ແຂງແຮງດີຢູ່ໃນປ່າ;ພວກມັນກໍໜີໄປ ແລະ ບໍ່ກັບຄືນມາອີກ.
5“ຜູ້ໃດປ່ອຍລໍປ່າໃຫ້ເປັນອິດສະຫລະ?ຜູ້ໃດແກ້ເຊືອກທີ່ຜູກມັນໄວ້?
6ເຮົາໄດ້ໃຫ້ບ່ອນຫ່າງໄກເປັນບ້ານຂອງມັນ,ແລະ ໃຫ້ທົ່ງພຽງທີ່ມີດິນເຄັມເປັນບ່ອນອາໄສຂອງມັນ.
7ມັນຫົວຂວັນຄວາມວຸ້ນວາຍໃນຕົວເມືອງ;ມັນບໍ່ໄດ້ຍິນສຽງຮ້ອງຂອງຜູ້ຂັບຂີ່.
8ມັນໄປຕາມເນີນພູເປັນທົ່ງຫຍ້າຂອງມັນແລະ ມັນຊອກຫາພືດທີ່ເປັນສີຂຽວທຸກຊະນິດ.
9“ງົວປ່າຈະຍອມຮັບໃຊ້ເຈົ້າບໍ?ມັນຈະອາໄສຢູ່ຄອກຂອງເຈົ້າໃນຍາມກາງຄືນບໍ?
10ເຈົ້າສາມາດຈັບງົວປ່າມາເພື່ອລາກໄຖໄດ້ບໍ?ມັນຈະຍອມໄຖທົ່ງນາຕາມເຈົ້າຫລືບໍ່?
11ເຈົ້າຈະເພິ່ງພາກຳລັງມະຫາສານຂອງມັນບໍ?ເຈົ້າຈະມອບວຽກໜັກໃຫ້ມັນເຮັດໄດ້ບໍ?
12ເຈົ້າຈະໄວ້ວາງໃຈໃຫ້ມັນລາກເມັດເຂົ້າຂອງເຈົ້າແລະ ນໍາມັນມາທີ່ລານຟາດເຂົ້າຂອງເຈົ້າຫລືບໍ່?
13“ປີກຂອງນົກກະຈອກເທດພືອອກຢ່າງຊື່ນຊົມຍິນດີ,ແຕ່ປີກຂອງມັນບໍ່ສາມາດທຽບປຽບກັບປີກ ແລະ ຂົນຂອງນົກກະສາດຳໄດ້.
14ມັນວາງໄຂ່ຂອງມັນຢູ່ເທິງພື້ນດິນແລະ ປ່ອຍໃຫ້ໄຂ່ຂອງມັນອຸ່ນຢູ່ໃນດິນຊາຍ,
15ໂດຍບໍ່ສົນໃຈວ່າໄຂ່ມັນອາດຈະຖືກຢຽບແຕກ,ຫລື ສັດປ່າຈະມາຢຽບໄຂ່ຂອງມັນ.
16ມັນເຮັດກັບລູກອ່ອນຢ່າງໂຫດຮ້າຍເໝືອນກັບວ່າພວກມັນບໍ່ແມ່ນລູກຂອງຕົນ;ມັນບໍ່ສົນໃຈວ່າເຫື່ອແຮງຂອງມັນເສຍໄປລ້າໆ,
17ເພາະພຣະເຈົ້າບໍ່ໄດ້ໃຫ້ສະຕິປັນຍາແກ່ມັນຫລື ໃຫ້ຄວາມຮູ້ສຶກດີໆແກ່ມັນ.
18ແຕ່ເມື່ອມັນພືປີກອອກແລ່ນໄປ,ມັນຫົວຂວັນໃສ່ມ້າ ແລະ ຄົນທີ່ຂີ່ມ້າ.
19“ເຈົ້າໃຫ້ກຳລັງແກ່ມ້າແລະ ໃຫ້ຂົນຍາວທີ່ປົກຄໍຂອງມັນບໍ?
20ເຈົ້າເຮັດໃຫ້ມັນກະໂດດເຕັ້ນເໝືອນດັ່ງຕັກແຕນບໍສຽງຫາຍໃຈຂອງມັນບໍ່ເປັນຕາໜ້າຢ້ານບໍ?
21ໂບກຕີນຂອງມັນຄວັດພື້ນດິນ, ມັນຊື່ນຊົມຍິນດີໃນກຳລັງຂອງມັນ,ແລະ ແລ່ນເຂົ້າໄປໃນເດີນຕໍ່ສູ້.
22ມັນຫົວຂວັນໃສ່ຄວາມຢ້ານ, ເພາະມັນບໍ່ຢ້ານກົວສິ່ງໃດ;ມັນບໍ່ແລ່ນໜີຈາກຄົມດາບ.
23ລູກທະນູພຸ່ງມາທາງດ້ານຂ້າງ,ພ້ອມກັບຫອກ ແລະ ແສງທີ່ສ່ອງປະກາຍມາບໆ.
24ມັນຄວັດຂີ້ດິນຢ່າງບໍ່ຢຸດບໍ່ເຊົາ;ເມື່ອສຽງແກດັງຂຶ້ນ ມັນຢືນຢູ່ເສີຍໆບໍ່ໄດ້.
25ເມື່ອໄດ້ຍິນສຽງແກມັນກໍຮ້ອງຂຶ້ນ!ມັນໄດ້ກິ່ນການສູ້ຮົບກັນຈາກບ່ອນໄກ,ຄືສຽງຮ້ອງຂອງຜູ້ບັນຊາການ ແລະ ສຽງຮ້ອງສູ້ຮົບ.
26“ແຫລວບິນຂຶ້ນໄປດ້ວຍປັນຍາຂອງເຈົ້າບໍແລະ ພືປີກຂອງມັນບິນອອກໄປທາງໃຕ້?
27ນົກອິນຊີບິນຂຶ້ນໄປໃນທ້ອງຟ້າ ແລະ ສ້າງຮັງຂອງມັນຢູ່ເທິງບ່ອນສູງຕາມຄຳສັ່ງຂອງເຈົ້າບໍ?
28ມັນອາໄສຢູ່ເທິງໜ້າຜາ ແລະ ພັກຢູ່ທີ່ນັ້ນໃນຍາມກາງຄືນ;ຜາສູງເປັນບ່ອນກຳບັງອັນແຂງແກ່ນຂອງມັນ.
29ຈາກທີ່ນັ້ນມັນຊອກຫາອາຫານ;ຕາຂອງມັນເບິ່ງເຫັນເຫຍື່ອຈາກທີ່ໄກ.
30ລູກນ້ອຍຂອງມັນດູດກິນເລືອດ,ແລະ ມີຄົນຖືກຂ້າຢູ່ບ່ອນໃດ ມັນກໍຢູ່ທີ່ນັ້ນ”.