Skip to content
The Believer's Library

Biblica® Open Lao Contemporary Version

Job 41 OLCV

Side by side with the Father's Heart Bible™

1“ເຈົ້າ​ຈັບ​ເລວີອາທັນ​ດ້ວຍ​ເບັດ​ໄດ້​ບໍຫລື ມັດ​ລີ້ນ​ຂອງ​ມັນ​ດ້ວຍ​ເຊືອກ​ໄດ້​ບໍ່?

2ເຈົ້າ​ສາມາດ​ເອົາ​ເຊືອກ​ຄ້ອງ​ດັງ​ຂອງ​ມັນ​ໄດ້​ບໍຫລື ເອົາ​ຂໍ​ເກາະ​ຄາງກະໄຕ​ຂອງ​ມັນ​ໄດ້​ບໍ່?

3ມັນ​ຈະ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຈາກ​ເຈົ້າ​ບໍ?ມັນ​ຈະ​ເວົ້າ​ກັບ​ເຈົ້າ​ຢ່າງ​ອ່ອນຫວານ​ບໍ?

4ມັນ​ຈະ​ຍອມ​ສັນຍາ​ກັບ​ເຈົ້າ​ບໍເພື່ອ​ເອົາ​ມັນ​ມາ​ເປັນ​ຂ້າທາດ​ຂອງ​ເຈົ້າ​ຕະຫລອດ​ຊີວິດ​ຫລື​ບໍ່?

5ເຈົ້າ​ຈະ​ເຮັດ​ໃຫ້​ມັນ​ເປັນ​ສັດ​ລ້ຽງ​ເໝືອນດັ່ງ​ນົກ​ໄດ້​ບໍຫລື ໃຫ້​ສາວ​ຮັບໃຊ້​ມັດ​ເຊືອກ​ຈູງ​ມັນ​ໃນເຮືອນ​ຂອງ​ເຈົ້າ​ໄດ້​ບໍ?

6ພໍ່​ຄ້າ​ຈະ​ມາ​ຕໍ່​ລອງ​ລາຄາ​ຊື້​ມັນ​ບໍ?ພວກເຂົາ​ຈະ​ແບ່ງ​ມັນ​ໃນ​ທ່າມກາງ​ພວກ​ພໍ່ຄ້າ​ໄດ້​ຫລື​ບໍ່?

7ເຈົ້າ​ຈະ​ເອົາ​ຫລາວ​ແທງ​ຜິວໜັງ​ຂອງ​ມັນ​ໄດ້​ບໍ?ຫລື ເອົາ​ຫອກ​ແທງ​ຫົວ​ຂອງ​ມັນ​ໄດ້​ບໍ?

8ຖ້າ​ເຈົ້າ​ລົງ​ມື​ຈັບ​ມັນ​ຄັ້ງໜຶ່ງເຈົ້າ​ຈະ​ຈົດຈຳ​ການ​ຕໍ່ສູ້ ແລະ ເຂັດຫລາບ​ບໍ່​ຢາກ​ເຮັດ​ອີກ!

9ເປັນ​ຄວາມ​ຫວັງ​ລົມໆ​ແລ້ງໆ​ທີ່​ຄິດ​ຈະ​ປາບ​ມັນ;ພຽງແຕ່​ເຫັນ​ມັນ​ກໍ​ທໍ້​ໃຈ​ແລ້ວ.

10ບໍ່​ມີ​ຜູ້ໃດ​ໂຫດຮ້າຍ​ພໍ​ທີ່​ຈະ​ໄປ​ຍົວະ​ມັນ.ແລ້ວ​ຜູ້ໃດ​ຈະ​ສາມາດ​ຢືນ​ຕໍ່ໜ້າ​ເຮົາ​ໄດ້?

11ຜູ້ໃດ​ຈະ​ຟ້ອງຮ້ອງ​ເຮົາ​ວ່າ​ເຮົາ​ຈະ​ຕ້ອງ​ໃຊ້ຄືນ?ທຸກສິ່ງ​ພາຍໃຕ້​ຟ້າສະຫວັນ​ເປັນ​ຂອງ​ເຮົາ.

12“ເຮົາ​ຈະ​ບໍ່​ເຊົາ​ກ່າວ​ເຖິງ​ຂາ​ຂອງ​ເລວີອາທັນ,ກຳລັງ ແລະ ຮູບຮ່າງ​ອັນ​ສະຫງ່າງາມ​ຂອງ​ມັນ.

13ຜູ້ໃດ​ສາມາດ​ລອກ​ໜັງ​ຊັ້ນນອກ​ຂອງ​ມັນ​ອອກ​ໄດ້?ຜູ້ໃດ​ສາມາດ​ເຈາະ​ເສື້ອເກາະ​ສອງ​ຊັ້ນ​ທີ່​ຫຸ້ມ​ໜັງ​ຂອງ​ມັນ​ໄດ້?

14ຜູ້ໃດ​ຈະ​ກ້າ​ເປີດ​ປາກ​ຂອງ​ມັນ,ເຊິ່ງ​ມີ​ແຂ້ວ​ເປັນ​ຕາ​ຢ້ານ​ລຽງ​ກັນ​ຢູ່?

15ຫລັງ​ຂອງ​ມັນ​ມີ​ເກັດ​ເປັນ​ແຖວ​ເໝືອນ​ໂລ່ຊ້ອນ​ກັນ​ປິດ​ໄວ້​ຢ່າງ​ສະໜິດ;

16ເກັດ​ແຕ່ລະອັນ​ລຽງ​ຕິດ​ກັນ​ຢ່າງ​ໜາແໜ້ນຈົນ​ອາກາດ​ຜ່ານ​ເຂົ້າ​ໄປ​ບໍ່​ໄດ້.

17ເກັດ​ທັງໝົດ​ເຊື່ອມ​ຕໍ່​ກັນ​ຢ່າງ​ວ່ອງໄວ;ມັນ​ເກາະ​ຕິດ​ກັນ ແລະ ບໍ່​ສາມາດ​ແຍກ​ຈາກ​ກັນ​ໄດ້.

18ເວລາ​ມັນ​ຈາມ​ແສງ​ໄຟ​ມາບແມບ​ພຸ່ງ​ອອກ​ມາ;ດວງຕາ​ຂອງ​ມັນ​ເໝືອນດັ່ງ​ແສງຕາເວັນ​ຂຶ້ນ.

19ແປວໄຟ​ພົ່ນ​ອອກ​ຈາກ​ປາກ​ຂອງ​ມັນ;ມີ​ປະກາຍ​ໄຟ​ອອກ​ມາ.

20ຄວັນ​ພົ່ນ​ຈາກ​ຮູ​ດັງ​ຂອງ​ມັນເໝືອນດັ່ງ​ອາຍຄວັນ​ຈາກ​ໝໍ້​ຕົ້ມ​ນ້ຳ​ກໍາລັງ​ຟົດ​ທີ່​ໃຊ້​ຕົ້ນອໍ້​ເປັນ​ຟືນ.

21ລົມ​ຫາຍໃຈ​ຂອງ​ມັນ​ຈູດ​ຖ່ານ​ໃຫ້​ລຸກ​ໄໝ້,ແລະ ແປວໄຟ​ພົ່ນ​ອອກ​ມາ​ຈາກ​ປາກ​ຂອງ​ມັນ.

22ຄໍ​ຂອງ​ມັນ​ມີ​ກຳລັງ​ມະຫາສານ;ເມື່ອ​ຢູ່​ຕໍ່ໜ້າ​ມັນ​ກໍ​ຢ້ານກົວ​ຕົວ​ສັ່ນເຊັນ.

23ກ້າມຊີ້ນ​ຂອງ​ມັນ​ຕິດ​ກັນ​ແໜ້ນ;ມັນ​ແຂງ​ແກ່ນ ແລະ ເໜັງ​ບໍ່​ໄດ້.

24ໜ້າເອິກ​ຂອງ​ມັນ​ແຂງ​ດັ່ງ​ຫີນ,ແກ່ນ​ດັ່ງ​ແທ່ນ​ແຂງ​ຂອງ​ຫີນ​ໂມ້.

25ເມື່ອ​ມັນ​ລຸກ​ຂຶ້ນ, ຄົນ​ແຂງແຮງ​ທີ່ສຸດ​ກໍ​ຢ້ານກົວ;ມັນ​ເໜັງຕີງ ພວກເຂົາ​ກໍ​ຖອຍ​ໜີ​ໄປ.

26ດາບ​ທີ່​ແທງ​ມັນ​ກໍ​ບໍ່​ມີ​ຜົນ​ແຕ່​ຢ່າງ​ໃດ,ແມ່ນແຕ່​ຫອກ ຫລື ລູກທະນູ ຫລື ຫລາວ​ບໍ່​ມີ​ຜົນ​ຕໍ່​ມັນ.

27ສຳລັບ​ມັນ ເຫລັກ​ກໍ​ເໝືອນດັ່ງ​ເຟືອງແລະ ທອງສຳລິດ​ເໝືອນດັ່ງ​ໄມ້​ໂດກ.

28ລູກທະນູ​ບໍ່​ສາມາດ​ເຮັດ​ໃຫ້​ມັນ​ປົບໜີ​ໄປ,ສຳລັບ​ມັນ ຫີນ​ສະລິງ​ກໍ​ເປັນ​ເໝືອນ​ຂີ້ແກບ.

29ກະບອງ​ກໍ​ສໍ່າ​ກັບ​ເຟືອງ​ເສັ້ນ​ໜຶ່ງ;ມັນ​ຫົວ​ເຢາະເຢີ້ຍ​ຫອກ​ທີ່​ຊັດ​ເຂົ້າ​ໃສ່.

30ພື້ນທ້ອງ​ຂອງ​ມັນ​ປົກຄຸມ​ດ້ວຍ​ເກັດ​ແຫລມ​ດັ່ງ​ເສດ​ໝໍ້​ແຕກ,ມັນ​ຖິ້ມ​ຮອຍ​ໄວ້​ໃນ​ຂີ້ຕົມ​ເໝືອນ​ໄມ້ແປ້ນຟາດເຂົ້າ.

31ມັນ​ເຮັດ​ໃຫ້​ນໍ້າ​ເລິກ​ປັ່ນປ່ວນ​ເໝືອນດັ່ງ​ນໍ້າ​ຮ້ອນ​ຟົດແລະ ກວນ​ທະເລ​ເໝືອນດັ່ງ​ນໍ້າ​ຟົດ​ໃນ​ໝໍ້.

32ມັນ​ຖິ້ມ​ຟອງ​ເຫລື້ອມ​ມາບແມບ​ໄວ້​ເບື້ອງຫລັງ​ຂອງ​ມັນ;ຜູ້ໃດ​ເຫັນ​ຄົງ​ຄິດວ່າ​ທະເລ​ມີ​ຜົມ​ຫງອກ.

33ບໍ່ມີ​ສິ່ງໃດ​ໃນ​ໂລກນີ້​ທີ່​ເໝືອນ​ມັນຄື​ເປັນ​ສັດ​ທີ່​ບໍ່​ຮູ້​ຈັກ​ຄວາມຢ້ານ.

34ມັນ​ດູຖູກ​ສັດ​ທີ່​ຈອງຫອງ​ທັງໝົດ;ມັນ​ເປັນ​ກະສັດ​ເໜືອ​ທຸກສິ່ງ​ທີ່​ໂອ້ອວດ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]