Skip to content
The Believer's Library

Biblica® Open Lao Contemporary Version

James 2 OLCV

Show OLCV only
Verse × ×
1 My brothers and sisters, as believers in our glorious Lord Jesus Christ, do not show favoritism. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.
2 Say a man wearing a gold ring and fine clothes enters your assembly, and a poor man in shabby clothes enters too. ສົມມຸດ​ວ່າ​ມີ​ຊາຍ​ຄົນ​ໜຶ່ງ​ໃສ່ແຫວນຄຳ ແລະ ແຕ່ງກາຍ​ງົດງາມ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ຂອງ​ພວກເຈົ້າ ແລະ ມີ​ຄົນ​ທຸກຍາກ​ຄົນ​ໜຶ່ງ​ແຕ່ງກາຍ​ດ້ວຍ​ເຄື່ອງນຸ່ງ​ເກົ່າ​ເປື້ອນເປິ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ເໝືອນກັນ.
3 If you notice the well-dressed one and say, "Sit here, a good seat," but tell the poor man, "Stand over there," or "Sit on the floor by my feet," ຖ້າ​ພວກເຈົ້າ​ໃຫ້​ຄວາມສົນໃຈ​ແກ່​ຄົນ​ທີ່​ແຕ່ງກາຍ​ງົດງາມ​ເປັນ​ພິເສດ ແລະ ກ່າວ​ວ່າ, “ນີ້​ເປັນ​ບ່ອນນັ່ງ​ທີ່​ດີ​ສຳລັບ​ທ່ານ” ແຕ່​ກ່າວ​ກັບ​ຄົນ​ທຸກຍາກ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ບ່ອນ​ນີ້” ຫລື ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ພື້ນ​ໃກ້​ຕີນ​ຂອງ​ເຮົາ”
4 haven't you played favorites among yourselves and become judges guided by evil motives? ພວກເຈົ້າ​ກໍ​ມີ​ການຈຳແນກ​ໃນ​ທ່າມກາງ​ພວກເຈົ້າ​ເອງ ແລະ ກາຍເປັນ​ຜູ້ຕັດສິນ​ຄົນ​ດ້ວຍ​ຄວາມຄິດ​ຊົ່ວ​ບໍ່ແມ່ນ​ບໍ?
5 Listen, my beloved brothers and sisters: Hasn't our Father chosen the world's poor to be rich in faith, heirs of the kingdom promised to those who love him? ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?
6 But you disrespected the poor. Don't the rich oppress you and drag you into court? ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?
7 Aren't they blaspheming the honorable name called over you? ບໍ່​ແມ່ນ​ພວກເຂົາ​ບໍ​ທີ່​ເວົ້າ​ໝິ່ນປະໝາດ​ນາມ​ອັນ​ສູງສົ່ງ​ຂອງ​ພຣະອົງ​ຂອງ​ພຣະອົງ?
8 If you truly obey the royal law according to the Scripture, "Love your neighbor as yourself," you do well. ຖ້າ​ພວກເຈົ້າ​ຖືຮັກສາ​ພຣະບັນຍັດ​ທີ່​ມີ​ຢູ່​ໃນ​ພຣະຄຳພີ​ແທ້ໆ​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ” ພວກເຈົ້າ​ກໍ​ເຮັດ​ຖືກ​ແລ້ວ.
9 But if you show favoritism, you are sinning, and the law convicts you as lawbreakers. ແຕ່​ຖ້າ​ພວກເຈົ້າ​ມີ​ການເລືອກໜ້າຄົນ, ພວກເຈົ້າ​ກໍ​ເຮັດ​ບາບ ແລະ ຖືກ​ຕັດສິນ​ໂດຍ​ກົດບັນຍັດ​ວ່າ​ເປັນ​ຜູ້ລະເມີດ​ກົດບັນຍັດ.
10 Whoever keeps the whole law but stumbles at one point is guilty of breaking it all. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ກົດບັນຍັດ​ໄດ້​ທັງໝົດ​ແຕ່​ເຮັດ​ຜິດພາດ​ພຽງ​ຈຸດ​ດຽວ ກໍ​ມີ​ຄວາມຜິດ​ເທົ່າ​ກັບ​ລະເມີດ​ກົດບັນຍັດ​ທັງໝົດ.
11 For our Father, who forbade adultery, also forbade murder. So if you avoid adultery yet commit murder, you're a lawbreaker. ເພາະ​ພຣະອົງ​ຜູ້​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້” ນັ້ນ​ຍັງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ” ຖ້າ​ພວກເຈົ້າ​ບໍ່​ໄດ້​ຫລິ້ນຊູ້​ແຕ່​ໄດ້​ຂ້າ​ຄົນ, ພວກເຈົ້າ​ກໍ​ໄດ້​ກາຍມາ​ເປັນ​ຜູ້​ລະເມີດ​ກົດບັນຍັດ.
12 Speak and act as people who will be judged by the law of freedom. ຈົ່ງ​ເວົ້າ ແລະ ເຮັດ​ເໝືອນ​ຢ່າງ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ຮັບ​ການ​ຕັດສິນ​ດ້ວຍ​ກົດບັນຍັດ​ທີ່​ໃຫ້​ເສລີພາບ,
13 Judgment is merciless to one who showed no mercy; mercy triumphs over judgment. ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!
14 What good is it, my brothers and sisters, if someone claims faith without works? Can that faith save him? ພີ່ນ້ອງ​ທັງຫລາຍ, ຖ້າ​ຄົນ​ໜຶ່ງ​ອ້າງ​ວ່າ​ຕົນ​ມີ​ຄວາມເຊື່ອ​ແຕ່​ບໍ່​ມີ​ການປະຕິບັດ​ມັນ​ຈະ​ມີ​ປະໂຫຍດ​ອັນໃດ? ຄວາມເຊື່ອ​ແບບ​ນີ້​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ລອດພົ້ນ​ໄດ້​ບໍ?
15 Suppose a brother or sister is poorly clothed and lacking daily food, ສົມມຸດ​ວ່າ​ມີ​ພີ່ນ້ອງ​ຄົນ​ໃດ​ບໍ່​ມີ​ເຄື່ອງນຸ່ງຫົ່ມ ແລະ ອາຫານ​ປະຈຳວັນ.
16 and one of you tells them, "Go in peace, stay warm and fed," but gives nothing for their bodily needs—what good is that? ຖ້າ​ມີ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ, ຮັກສາ​ຮ່າງກາຍ​ໃຫ້​ອົບອຸ່ນ ແລະ ກິນ​ໃຫ້​ອີ່ມ​ສາ,” ແຕ່​ບໍ່​ໄດ້​ໃຫ້​ສິ່ງຂອງ​ໃດໆ​ທີ່​ຈຳເປັນ​ຝ່າຍຮ່າງກາຍ​ຂອງ​ພວກເຂົາ​ຈະ​ມີ​ປະໂຫຍດ​ອັນ​ໃດ?
17 In the same way, faith by itself, if it is not accompanied by works, is dead. ໃນ​ທຳນອງດຽວກັນ, ຄວາມເຊື່ອ​ພຽງ​ຢ່າງ​ດຽວ​ໂດຍ​ບໍ່​ມີ​ການປະຕິບັດ​ກໍ​ເປັນ​ຄວາມເຊື່ອ​ທີ່​ຕາຍ​ແລ້ວ.
18 But someone will say, "You have faith, and I have works." Show me your faith without works, and I'll show you my faith from my works. ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.
19 You believe that our Father is one; you do well. Even the demons believe that—and shudder. ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.
20 Do you want me to show you, you foolish person, that faith apart from works is useless? ຄົນໂງ່​ເອີຍ, ພວກເຈົ້າ​ຕ້ອງການ​ຫລັກຖານ​ວ່າ​ຄວາມເຊື່ອ​ທີ່​ບໍ່​ມີ​ການປະຕິບັດ​ນັ້ນ​ໄຮ້ປະໂຫຍດ​ແມ່ນ​ບໍ?
21 Was not Abraham our father justified by works when he offered his son Isaac on the altar? ພຣະເຈົ້າ​ຖື​ວ່າ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ເປັນ​ຜູ້ຊອບທຳ​ກໍ​ຍ້ອນ​ການປະຕິບັດ​ຂອງ​ເພິ່ນ​ທີ່​ໄດ້​ຖວາຍ​ອີຊາກ ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ​ບໍ່​ແມ່ນ​ບໍ?
22 You see that faith was working together with his works, and faith was completed by his works. ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຄວາມເຊື່ອ ແລະ ການປະຕິບັດ​ຂອງ​ເພິ່ນ​ກໍ​ເຮັດ​ຄຽງຄູ່​ກັນ​ໄປ ແລະ ຄວາມເຊື່ອ​ຂອງ​ເພິ່ນ​ຄົບຖ້ວນ​ສົມບູນ​ໂດຍ​ສິ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ.
23 This fulfilled the Scripture: "Abraham believed our Father, and it was credited to him as righteousness"—he was called our Father's friend. ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ.
24 You see that a person is justified by works and not by faith alone. ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ທີ່​ຈະ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ກໍ​ດ້ວຍ​ການປະຕິບັດ​ຂອງ​ພວກເຂົາ​ບໍ່​ແມ່ນ​ພຽງ​ຄວາມເຊື່ອ​ຢ່າງ​ດຽວ.
25 Likewise, wasn't Rahab the prostitute also justified by works, welcoming the messengers and sending them out a different way? ໃນ​ທຳນອງດຽວກັນ ແມ່ນ​ແຕ່​ນາງ​ຣາຮາບ​ຍິງໂສເພນີ​ຍັງ​ຖືກ​ນັບ​ວ່າ​ເປັນ​ຄົນຊອບທຳ​ເພາະ​ການປະຕິບັດ​ຂອງ​ນາງ​ໃນ​ເວລາ​ທີ່​ນາງ​ໃຫ້​ທີ່ພັກ​ແກ່​ພວກສອດແນມ ແລະ ຊ່ວຍ​ສົ່ງ​ພວກເຂົາ​ໄປ​ອີກ​ທາງ​ໜຶ່ງ​ບໍ່​ແມ່ນ​ບໍ?
26 As the body without the spirit is dead, so also faith without works is dead. ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]