Skip to content
The Believer's Library

Biblica® Open Lao Contemporary Version

James 3 OLCV

Show OLCV only
Verse × ×
1 My brothers and sisters, not many of you should become teachers, since we teachers face stricter judgment. ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.
2 For we all stumble in many ways. Anyone who never stumbles in speech is a mature man, able to control his whole body too. ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.
3 If we put bits in horses' mouths to make them obey us, we guide their whole bodies too. ເມື່ອ​ພວກເຮົາ​ເອົາ​ບັງຫງຽນ​ໃສ່​ປາກ​ມ້າ​ເພື່ອ​ເຮັດ​ໃຫ້​ມັນ​ເຊື່ອຟັງ​ພວກເຮົາ, ພວກເຮົາ​ກໍ​ສາມາດ​ບັງຄັບ​ສັດ​ນັ້ນ​ໄປ​ທາງໃດ​ກໍ​ໄດ້​ທັງ​ໂຕ.
4 Consider ships too: though large and driven by strong winds, a tiny rudder steers them wherever the pilot wants. ຫລື ໃຫ້​ເບິ່ງ​ເຮືອ​ເປັນ​ຕົວຢ່າງ. ເຖິງ​ແມ່ນ​ວ່າ​ມັນ​ຈະ​ມີ​ຂະໜາດ​ໃຫຍ່ ແລະ ແລ່ນ​ໄປ​ຕາມ​ແຮງ​ຂອງ​ລົມ ແຕ່​ມັນ​ກໍ​ມີ​ຫາງເສືອເຮືອ​ນ້ອຍໆ​ຄອຍ​ຖ້າ​ຂັດ​ທ້າຍເຮືອ​ໃຫ້​ໄປ​ໃນ​ທີ່​ຕ່າງໆ​ຕາມ​ທີ່​ນາຍ​ທ້າຍ​ຕ້ອງການ.
5 So too the tongue is a small body part, yet boasts great things. See how small a fire sets ablaze a great forest! ລີ້ນ​ກໍ​ເໝືອນກັນ, ເປັນ​ອະໄວຍະວະ​ນ້ອຍໆ​ຂອງ​ຮ່າງກາຍ, ແຕ່​ລິ້ນ​ກໍ​ມັກ​ເວົ້າ​ໂອ້ອວດ. ຈົ່ງ​ພິຈາລະນາ​ເບິ່ງ​ແປວໄຟ​ນ້ອຍໆ​ຍັງ​ສາມາດ​ເຜົາໄໝ້​ປ່າ​ໃຫຍ່​ໄດ້.
6 The tongue is a fire, a world of wickedness placed among our body's parts. It stains the whole body, sets the whole course of life ablaze, and is itself set ablaze by hell. ລີ້ນ​ກໍ​ເປັນ​ດັ່ງ​ໄຟ, ເປັນ​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່​ຢູ່​ໃນ​ທ່າມກາງ​ອະໄວຍະວະ​ທັງຫລາຍ​ຂອງ​ຮ່າງກາຍ. ມັນ​ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ເສຍຫາຍ, ເຮັດ​ໃຫ້​ຊີວິດ​ທັງ​ຊີວິດ​ລຸກ​ເປັນ​ໄຟ ແລະ ໂຕ​ມັນ​ເອງ​ກໍ​ຖືກ​ເຜົາ​ໂດຍ​ໄຟ​ນະລົກ.
7 Every kind of beast, bird, reptile, and sea creature is tamed, and has been tamed, by humankind, ສັດ​ທຸກ​ຊະນິດ​ມີ​ນົກ, ສັດເລືອຄານ ແລະ ສັດທະເລ​ທັງຫລາຍ​ຍັງ​ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໄດ້ ແລະ ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໂດຍ​ມະນຸດ.
8 but no human being can tame the tongue. It is a restless evil, full of deadly poison. ແຕ່​ບໍ່​ມີ​ຜູ້ໃດ​ຝຶກແອບ​ລີ້ນ​ໃຫ້​ເຊື່ອຟັງ​ໄດ້. ລີ້ນ​ເປັນ​ສິ່ງ​ຊົ່ວຮ້າຍ​ທີ່​ບໍ່​ເຄີຍ​ຢຸດ​ຢູ່ ມັນ​ເຕັມ​ດ້ວຍ​ພິດ​ແຫ່ງ​ຄວາມຕາຍ.
9 With it we bless our Father; with it we curse people made in the likeness of our Father. ພວກເຮົາ​ທັງຫລາຍ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ດ້ວຍ​ລີ້ນ ແລະ ພວກເຮົາ​ກໍ​ໃຊ້​ລີ້ນ​ນັ້ນ​ປ້ອຍດ່າ​ມະນຸດ​ຜູ້​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ພຣະເຈົ້າ.
10 From the same mouth come blessing and cursing. My brothers and sisters, this should not be. ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.
11 Does a spring pour out both fresh and bitter water from the same opening? ທັງ​ນ້ຳ​ຈືດ ແລະ ນ້ຳ​ເຄັມ​ຈະ​ໄຫລ​ອອກ​ມາ​ຈາກ​ບໍ່ນ້ຳ​ດຽວ​ກັນ​ໄດ້​ບໍ?
12 Brothers and sisters, can a fig tree bear olives, or a vine figs? Neither can a salt spring yield fresh water. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນໝາກເດື່ອ​ຈະ​ເກີດໝາກ​ເປັນ​ໝາກກອກ ຫລື ເຄືອອະງຸ່ນ​ຈະ​ເກີດໝາກ​ເປັນ​ໝາກເດື່ອ​ໄດ້​ບໍ? ເຊັ່ນ​ດຽວ​ກັນ ບໍ່ນ້ຳ​ເຄັມ​ກໍ​ບໍ່​ສາມາດ​ຜະລິດ​ນ້ຳຈືດ​ໄດ້.
13 Who is wise and understanding among you? Let him show his deeds through good conduct, in wisdom's humility. ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.
14 But if bitter envy and selfish ambition fill your heart, don't boast or lie against the truth. ແຕ່​ຖ້າພວກເຈົ້າ​ຂົມຂື່ນ​ດ້ວຍ​ໃຈ​ອິດສາ ແລະ ທະເຍີທະຍານ​ຢ່າງ​ເຫັນແກ່ໂຕ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ກໍ​ຢ່າ​ໂອ້ອວດ​ເຖິງ​ເລື່ອງ​ນັ້ນ ຫລື ປະຕິເສດ​ຄວາມຈິງ.
15 This is not the wisdom that comes down from above, but is earthly, unspiritual, demonic. “ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.
16 For where there is jealousy and selfish ambition, there will be disorder and every vile practice. ເພາະ​ທີ່​ໃດ​ມີ​ຄວາມອິດສາ ແລະ ຄວາມທະເຍີທະຍານ​ຢ່າງ​ເຫັນແກ່ໂຕ, ທີ່​ນັ້ນ​ກໍ​ມີ​ຄວາມວຸ້ນວາຍ ແລະ ມີ​ການກະທຳ​ທີ່​ຊົ່ວຮ້າຍ​ທຸກຊະນິດ.
17 Wisdom from above: pure first, then peace-loving, gentle, reasonable, full of mercy and good fruit, unbiased, sincere. ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.
18 And the harvest of righteousness is sown in peace by those who make peace. ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]