Skip to content
The Believer's Library

Biblica® Open Lao Contemporary Version

James 4 OLCV

Show OLCV only
Verse × ×
1 Where do wars and fights among you come from? Isn't it your cravings warring inside you? ອັນໃດ​ເປັນ​ສາເຫດ​ຂອງ​ການຕໍ່ສູ້ ແລະ ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ? ກໍ​ແມ່ນ​ຄວາມປາຖະໜາ​ຂອງ​ພວກເຈົ້າ​ທີ່​ເຮັດ​ໃຫ້​ມີ​ການຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ​ບໍ່​ແມ່ນ​ບໍ?
2 You want and don't have—you kill. You crave and can't get it—you quarrel and fight. You don't have because you don't ask. ພວກເຈົ້າ​ປາຖະໜາ​ຫາ​ແຕ່​ບໍ່​ໄດ້, ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຂ້າ​ກັນ. ພວກເຈົ້າ​ຢາກ​ໄດ້​ແຕ່​ບໍ່​ໄດ້​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຜິດຖຽງກັນ ແລະ ຕໍ່ສູ້​ກັນ. ພວກເຈົ້າ​ບໍ່​ມີ​ເພາະ​ພວກເຈົ້າ​ບໍ່​ໄດ້​ຂໍ​ພຣະເຈົ້າ.
3 You ask and do not receive, because you ask wrongly, to spend it on your own pleasures. ເມື່ອ​ພວກເຈົ້າ​ຂໍ​ແລ້ວ​ພວກເຈົ້າ​ບໍ່​ໄດ້​ຮັບ​ກໍ​ເພາະ​ພວກເຈົ້າ​ຂໍ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ເພື່ອ​ຈະ​ນຳ​ໄປ​ສະໜອງ​ຕາມ​ຄວາມຕ້ອງການ​ຂອງ​ຕົນ​ເອງ.
4 You adulterous people! Don't you know friendship with the world is hostility toward our Father? Whoever chooses to be its friend becomes an enemy of our Father. ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ
5 Or does Scripture speak for nothing, saying the spirit he placed in us longs jealously? ຫລື ພວກເຈົ້າ​ຄິດ​ວ່າ​ພຣະຄຳພີ​ກ່າວ​ໂດຍ​ບໍ່​ມີ​ເຫດຜົນ​ວ່າ​ຈິດວິນຍານ​ທີ່​ພຣະເຈົ້າ​ໃຫ້​ທີ່​ຢູ່​ໃນ​ພວກເຮົາ​ນັ້ນ ກໍ​ຢາກ​ໃຫ້​ພວກເຮົາ​ເປັນ​ຂອງ​ພຣະເຈົ້າ​ເທົ່ານັ້ນ?
6 But he gives more grace. That is why Scripture says, "Our Father opposes the proud but gives grace to the humble." ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.
7 Submit yourselves, then, to our Father. Resist the devil, and he will flee from you. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ.
8 Come close to our Father, and he will come close to you. Cleanse your hands, sinners; purify your hearts, double-minded. ຈົ່ງ​ຫຍັບເຂົ້າ​ໃກ້​ພຣະເຈົ້າ ແລະ ພຣະອົງ​ຈະ​ມາ​ໃກ້​ພວກເຈົ້າ. ຄົນບາບ​ທັງຫລາຍ​ເອີຍ, ຈົ່ງ​ລ້າງ​ມື​ຂອງ​ຕົນ​ໃຫ້​ສະອາດ ແລະ ພວກເຈົ້າ​ຄົນ​ສອງ​ໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງ​ພວກເຈົ້າ​ໃຫ້​ບໍລິສຸດ.
9 Grieve, mourn, and weep. Turn your laughter to mourning and your joy to gloom. ຈົ່ງ​ໂສກເສົ້າ​ເສຍໃຈ, ຈົ່ງ​ໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງ​ປ່ຽນ​ຈາກ​ສຽງ​ຫົວ​ມາ​ເປັນ​ການໄວ້ທຸກ ແລະ ຈາກ​ຄວາມຍິນດີ​ຂອງ​ພວກເຈົ້າ​ມາ​ເປັນ​ຄວາມເສົ້າໝອງ.
10 Humble yourselves before our Father, and he will lift you up. ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.
11 Don't speak against each other, brothers and sisters. Whoever speaks against a brother, or judges him, speaks against the law and judges it. But if you judge the law, you're not keeping it—you're judging it. ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນ​ເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.
12 Only one gives the law and judges—able to save or destroy. Who are you to judge your neighbor? ມີ​ຜູ້ປະທານ​ກົດບັນຍັດ ແລະ ຜູ້ພິພາກສາ​ພຽງ​ຜູ້​ດຽວ​ຄື​ພຣະອົງ​ຜູ້​ສາມາດ​ຊ່ວຍ​ໃຫ້​ພົ້ນ ແລະ ທຳລາຍ​ໄດ້. ແຕ່​ພວກເຈົ້າ​ເປັນ​ຜູ້ໃດ​ຄື​ຕັດສິນ​ເພື່ອນບ້ານ​ຂອງ​ຕົນ?
13 Come now, you who say, "Today or tomorrow we will go to this or that city, spend a year, trade, and profit." ບັດນີ້​ຈົ່ງ​ຟັງ, ພວກເຈົ້າ​ທີ່​ເວົ້າ​ວ່າ, “ວັນ​ນີ້ ຫລື ມື້ອື່ນ​ພວກເຮົາ​ຈະ​ໄປ​ເມືອງ​ນັ້ນ ຫລື ເມືອງ​ນີ້, ຈະ​ຢູ່​ທີ່​ນັ້ນ​ໜຶ່ງ​ປີ, ຈະ​ເຮັດ​ທຸລະກິດ ແລະ ສະສົມ​ເງິນ​ໄວ້”.
14 You don't know what tomorrow brings. What is your life? For you're a mist, visible briefly, then gone. ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ມື້ອື່ນ​ຈະ​ມີ​ເກີດ​ຫຍັງ​ຂຶ້ນ. ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ? ພວກເຈົ້າ​ເປັນ​ເໝືອນ​ນ້ຳໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ​ແລ້ວ​ກໍ​ຈາງຫາຍ​ໄປ.
15 Instead you ought to say, "If our Father wills, we will live and do this or that." ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.
16 As it is, you boast in your arrogance. All such boasting is evil. ດັ່ງ​ທີ່​ເປັນ​ຢູ່, ພວກເຈົ້າ​ເວົ້າ​ໂອ້ອວດ​ໃນ​ຄວາມຍິ່ງ​ຈອງຫອງ​ຂອງ​ພວກເຈົ້າ. ການໂອ້ອວດ​ທັງໝົດ​ນັ້ນ​ເປັນ​ສິ່ງ​ຊົ່ວຮ້າຍ.
17 So whoever knows the good to do and fails to do it, sin is theirs. ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ​ສິ່ງໃດ​ເປັນ​ສິ່ງ​ດີ​ທີ່​ພວກເຂົາ​ຄວນ​ຈະ​ເຮັດ ແລະ ບໍ່​ໄດ້​ເຮັດ, ສິ່ງ​ນັ້ນ​ກໍ​ເປັນ​ບາບ​ສຳລັບ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]