Skip to content
The Believer's Library

Biblica® Open Lao Contemporary Version

James 5 OLCV

Show OLCV only
Verse × ×
1 Come now, you who are rich, weep and wail over the miseries that are coming upon you. ບັດນີ້ ພວກເຈົ້າ​ຄົນຮັ່ງມີ​ເອີຍ ຈົ່ງ​ຟັງ​ສາ, ຈົ່ງ​ຮ້ອງໄຫ້ ແລະ ໂອ່ຍຄາງ​ຍ້ອນ​ຄວາມທຸກທໍລະມານ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ.
2 Your riches have rotted, and your clothes have become moth-eaten. ຊັບສົມບັດ​ຂອງ​ພວກເຈົ້າ​ໄດ້​ເສື່ອມສູນ​ໄປ ແລະ ໂຕມອດ​ກໍ​ໄດ້​ກັດກິນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ​ແລ້ວ.
3 Your gold and silver have rusted; their rust will witness against you and burn your flesh like fire. You piled up riches in the last days. ຄຳ ແລະ ເງິນ​ຂອງ​ພວກເຈົ້າ​ກໍ​ເປັນ​ຂີ້ໝ້ຽງ. ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ແລະ ກັດກິນ​ເນື້ອໜັງ​ຂອງ​ພວກເຈົ້າ​ເໝືອນດັ່ງ​ໄຟ. ພວກເຈົ້າ​ໄດ້​ສະສົມ​ຊັບສົມບັດ​ໄວ້​ໃນ​ວັນ​ສຸດທ້າຍ
4 Look: the wages you held back from the workers who mowed your fields cry out, and the harvesters' cries have reached the ears of the Father of heaven's armies. ເບິ່ງ​ແມ! ຄ່າຈ້າງ​ທີ່​ພວກເຈົ້າ​ສໍ້ໂກງ​ຄົນງານ​ທີ່​ກ່ຽວເຂົ້າ​ໃນ​ທົ່ງນາ​ຂອງ​ພວກເຈົ້າ​ນັ້ນ ກໍ​ກຳລັງ​ຮ້ອງ​ຕໍ່ສູ້​ພວກເຈົ້າ​ຢູ່. ສຽງ​ຮ້ອງທຸກ​ຂອງ​ຜູ້ເກັບກ່ຽວ​ໄດ້​ຂຶ້ນ​ໄປ​ເຖິງ​ຫູ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.
5 You lived on earth in luxury and indulgence. You fattened your hearts in a day of slaughter. ພວກເຈົ້າ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຫລູຫລາ ແລະ ຕາມ​ໃຈ​ຂອງ​ຕົນ​ເອງ. ພວກເຈົ້າ​ລ້ຽງ​ຕົນ​ເອງ​ໄວ້​ລໍຖ້າ​ວັນ​ປະຫານ
6 You have condemned and murdered the righteous one, who does not resist you. ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.
7 So be patient, brothers and sisters, until the Lord's coming. Think of the farmer: he waits patiently for the land's precious fruit, until it gets the early and late rains. ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.
8 You too must be patient. Strengthen your hearts, because the coming of the Lord is near. ພວກເຈົ້າ​ກໍ​ເໝືອນກັນ, ຈົ່ງ​ອົດທົນ ແລະ ຕັ້ງໝັ້ນຄົງ​ຢູ່​ເພາະ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃກ້​ຈະ​ມາ​ແລ້ວ.
9 Don't grumble against each other, brothers and sisters, or you'll be judged. Look—the Judge stands at the doors. ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ​ເພື່ອ​ຈະ​ບໍ່​ຖືກ​ຕັດສິນ​ໂທດ. ອົງ​ຜູ້ພິພາກສາ​ຢືນ​ຢູ່​ທີ່​ປະຕູ​ແລ້ວ!
10 Brothers and sisters, take the prophets who spoke in the name of our Father as examples of suffering and patience. ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ບັນດາ​ຜູ້ທຳນວາຍ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ເປັນ​ແບບຢ່າງ​ຂອງ​ຄວາມອົດທົນ​ໃນ​ການປະເຊີນ​ກັບ​ຄວາມທຸກຍາກລຳບາກ.
11 See, we call those who endured blessed. You've heard of Job's endurance and seen what our Father brought about—our Father is rich in compassion and mercy. ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ​ວ່າ, ພວກເຮົາ​ຖືວ່າ​ບັນດາ​ຜູ້​ທີ່​ອົດທົນ​ນັ້ນ​ກໍ​ເປັນສຸກ. ພວກເຈົ້າ​ກໍ​ໄດ້​ຍິນ​ເຖິງ​ຄວາມອົດທົນ​ຂອງ​ໂຢບ ແລະ ໄດ້​ເຫັນ​ວ່າ​ໃນ​ທີ່ສຸດ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເກີດ​ຫຍັງ​ຂຶ້ນ. ອົງພຣະຜູ້ເປັນເຈົ້າ​ເຕັມ​ດ້ວຍ​ຄວາມ​ກະລຸນາ ແລະ ຄວາມເມດຕາ.
12 Above all, my brothers and sisters, do not swear—neither by heaven, nor earth, nor any other oath. Let your yes be yes and your no, no, so you won't fall under judgment. ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.
13 Is anyone among you suffering? Let them pray. Is anyone cheerful? Let them sing praises. ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄວາມເດືອດຮ້ອນ​ບໍ? ໃຫ້​ພວກເຂົາ​ອະທິຖານ. ມີ​ຜູ້ໃດ​ມີ​ຄວາມສຸກ​ບໍ? ໃຫ້​ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ.
14 Anyone sick among you? Have them call for the church elders, and have the elders pray over them, anointing them with oil in the name of the Lord. ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຈັບປ່ວຍ​ບໍ? ໃຫ້​ພວກເຂົາ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ມາ​ອະທິຖານ​ເພື່ອ ແລະ ເຈີມ​ພວກເຂົາ​ດ້ວຍ​ນ້ຳມັນ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ.
15 The prayer of faith will save the sick person, and the Lord will raise him up. And if he has sinned, he will be forgiven. ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.
16 So confess your sins to each other and pray for each other, that you may be healed. A righteous person's prayer is powerful and effective. ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.
17 Elijah was a man like us, and he prayed hard that it not rain; it did not rain on the land for three years and six months. ເອລີຢາ​ກໍ​ເປັນ​ມະນຸດ​ເໝືອນ​ກັນ​ກັບ​ພວກເຮົາ​ທັງຫລາຍ. ເພິ່ນ​ໄດ້​ທຸ້ມເທ​ອະທິຖານ​ຂໍ​ບໍ່​ໃຫ້​ຝົນຕົກ, ຝົນ​ກໍ​ບໍ່​ຕົກ​ລົງ​ເທິງ​ແຜ່ນດິນ​ຕະຫລອດ​ສາມ​ປີ​ເຄິ່ງ.
18 Then he prayed again, and the heavens gave rain, and the earth produced its fruit. ເມື່ອ​ເພິ່ນ​ອະທິຖານ​ອີກ ແລ້ວ​ຟ້າສະຫວັນ​ກໍ​ໃຫ້​ຝົນຕົກ ແລະ ແຜ່ນດິນໂລກ​ກໍ​ຜະລິດ​ພືດຜົນ.
19 My brothers and sisters, if anyone among you wanders from the truth and someone turns them back, ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ມີ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຫລົງທາງ​ໄປ​ຈາກ​ຄວາມຈິງ ແລະ ມີ​ບາງຄົນ​ນຳ​ເອົາ​ຄົນ​ນັ້ນ​ກັບ​ຄືນ​ມາ,
20 know this: whoever turns a sinner from their wrong way saves that person's soul from death and covers a multitude of sins. ຈົ່ງ​ຈົດຈຳ​ໄວ້​ວ່າ: ຜູ້ໃດ​ກໍ​ຕາມ​ເຮັດ​ໃຫ້​ຄົນບາບ​ຫັນໜີ​ຈາກ​ທາງ​ທີ່​ຫລົງຜິດ​ຂອງ​ພວກເຂົາ ກໍ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ລຶບລ້າງ​ຄວາມບາບ​ທັງຫລາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]