Skip to content
The Believer's Library

Biblica® Open Lao Contemporary Version

1 Peter 1 OLCV

Show OLCV only
Verse × ×
1 Peter, apostle of Jesus Christ, to the chosen exiles scattered through Pontus, Galatia, Cappadocia, Asia, and Bithynia. ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,
2 Chosen by our Father's foreknowledge, made holy by the Holy Spirit, to obey Jesus Christ and be sprinkled with his blood: grace and peace multiplied to you. ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.
3 Blessed is our Father, and the Father of our Lord Jesus Christ: by his great mercy he gave us new birth into a living hope through Jesus Christ's resurrection from the dead, ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,
4 into an inheritance that can never perish, spoil, or fade, kept in heaven for you, ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.
5 protected through faith by our Father's power for the salvation ready to be revealed in the last time. ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.
6 You rejoice greatly in this, though now, briefly, you may have had to be distressed by various trials. ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ
7 These have come so that your faith—tested and found genuine, worth more than fire-refined gold that still gets destroyed—may bring praise, glory, and honor when Jesus Christ appears. ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.
8 Though you've never seen him, you love him; though you don't see him now, you trust him, rejoicing with joy beyond words and full of glory, ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,
9 for you are receiving the goal of your faith, the salvation of your souls. ເພາະ​ພວກເຈົ້າ​ກຳລັງ​ໄດ້​ຮັບ​ຜົນ​ສຸດທ້າຍ​ຂອງ​ຄວາມເຊື່ອ​ຂອງ​ພວກເຈົ້າ ຄື​ຄວາມພົ້ນ​ແຫ່ງ​ຈິດວິນຍານ​ຂອງ​ພວກເຈົ້າ.
10 Prophets who spoke of the grace meant for you investigated and searched carefully into this salvation, ກ່ຽວກັບ​ເລື່ອງ​ຄວາມພົ້ນ​ນີ້, ບັນດາ​ຜູ້ທຳນວາຍ​ຜູ້​ທີ່​ໄດ້​ກ່າວ​ເຖິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ນັ້ນ​ກໍ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໃຈ ແລະ ດ້ວຍ​ຄວາມເອົາໃຈໃສ່​ທີ່ສຸດ.
11 searching for the time and situation the Spirit of Christ in them pointed to, when he predicted Christ's sufferings and the glories after them. ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.
12 It was revealed to them: they served not themselves but you, when they spoke of these things now announced to you through those who preached the good news to you by the Holy Spirit sent from heaven. Even angels long to look into these things. ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.
13 So, minds braced for action and fully sober, hope completely on the grace to be brought to you when Jesus Christ is revealed. ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ.
14 As obedient children, don't let yourselves be shaped by the desires you once followed in your ignorance. ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ.
15 But just as the one who called you is holy, so be holy in all you do; ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ.
16 for it is written: "Be holy, because I am holy." ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຈົ່ງ​ບໍລິສຸດ, ເພາະ​ເຮົາ​ບໍລິສຸດ”.
17 Since you call on a Father who judges every deed without favoritism, spend your exile time here in reverent fear. ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.
18 You know silver and gold—things that decay—didn't rescue you from the empty life passed down from your ancestors, ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພຣະອົງ​ໄດ້​ໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ວິຖີ​ຊີວິດ​ອັນ​ບໍ່​ມີ​ປະໂຫຍດ ເຊິ່ງ​ພວກເຈົ້າ​ໄດ້​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ໄຖ່​ດ້ວຍ​ສິ່ງ​ທີ່​ເສື່ອມສູນ​ໄປ​ເຊັ່ນ​ເງິນ ຫລື ຄຳ,
19 but with Christ's precious blood, a lamb without defect or stain. ແຕ່​ດ້ວຍ​ໂລຫິດ​ອັນ​ລ້ຳຄ່າ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ລູກແກະ​ທີ່​ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງ​ໃດໆ.
20 Chosen before the world's foundation, revealed in these last times for your sake. ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ.
21 Through him you believe in our Father, who raised him from the dead and glorified him, so your faith and hope are in our Father. ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.
22 Having purified your souls by obeying the truth for sincere love of the brothers, love each other deeply from a pure heart. ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.
23 For you have been born again—not of perishable seed but imperishable—through the living, enduring word of our Father. ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.
24 For, "All people are like grass, and all their glory like the flowers of the field; the grass withers and the flowers fall, ເພາະວ່າ, “ມະນຸດ​ທຸກຄົນ​ນັ້ນ​ເປັນ​ເໝືອນດັ່ງ​ຕົ້ນຫຍ້າ ແລະ ສະຫງ່າລາສີ​ທັງໝົດ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນດັ່ງ​ດອກຫຍ້າ​ຕາມ​ທົ່ງນາ, ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ ດອກ​ມັນ​ກໍ​ຫລົ່ນ​ລົງ,
25 but the word of our Father endures forever." And this is the word that was preached to you. ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”. ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]