Skip to content
The Believer's Library

Biblica® Open Lao Contemporary Version

1 Peter 2 OLCV

Show OLCV only
Verse × ×
1 So put away all malice and all deceit and hypocrisy and envy and all slander. ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.
2 Like newborn babies, crave pure milk of the word, so you grow into salvation, ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,
3 now that you have tasted that the Lord is good. ບັດນີ້ ພວກເຈົ້າ​ໄດ້​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ປະເສີດ.
4 As you come to him, the living stone rejected by people but chosen, precious to our Father. ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.
5 You too are being built, like living stones, into a spiritual house and a holy priesthood, offering spiritual sacrifices our Father accepts through Jesus Christ. ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.
6 Scripture says: "See, I set in Zion a chosen, precious cornerstone; whoever believes in him will never be put to shame." ເພາະ​ໃນ​ພຣະຄຳພີ​ກ່າວ​ວ່າ: “ເບິ່ງແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ, ເປັນ​ຫີນເສົາເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ ລ້ຳຄ່າ, ແລະ ຜູ້​ທີ່​ວາງໃຈ​ໃນ​ພຣະອົງ ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.
7 This honor, then, is for you who believe. For those who don't, the stone the builders rejected has become the cornerstone, ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ,”
8 and a stumbling stone, a rock that trips them. They trip because they disobey the word—exactly what they were appointed for. ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.
9 But you are a chosen people, a royal priesthood, a holy nation, a people belonging to our Father, to proclaim the praises of the one who called you from darkness into his amazing light. ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.
10 Once you were not a people, now you are our Father's people; once you had not received mercy, now you have received mercy. ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.
11 Dear friends, I urge you—foreigners and exiles—to avoid fleshly desires that war against your soul. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ
12 Live good lives among the nations, so that when they slander you as wrongdoers, they may see your good deeds and glorify our Father on the day he visits us. ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.
13 Submit to every human authority for the Lord's sake—whether the emperor, as supreme, ໂດຍ​ເຫັນແກ່​ອົງພຣະຜູ້ເປັນເຈົ້າ ພວກເຈົ້າ​ຈົ່ງ​ຍອມ​ຢູ່​ໃຕ້​ທຸກ​ອຳນາດ​ທີ່​ຕັ້ງຂຶ້ນ​ໃນ​ທ່າມກາງ​ມະນຸດ​ຄື: ບໍ່​ວ່າ​ຈະ​ເປັນ​ກະສັດ​ໃນ​ຖານະ​ຜູ້​ມີ​ອຳນາດ​ສູງສຸດ,
14 or to governors, sent by the emperor to punish wrongdoers and praise those who do good. ຫລື ບັນດາ​ຜູ້​ປົກຄອງ​ທີ່​ກະສັດ​ໄດ້​ສົ່ງ​ມາ​ເພື່ອ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ ແລະ ຍົກຍ້ອງ​ຜູ້​ທີ່​ເຮັດ​ຖືກຕ້ອງ.
15 For this is our Father's will: that by doing good you silence the ignorant talk of foolish people. ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະ​ໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ
16 Live as free people—not using freedom to cover evil—but as servants of our Father. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ຄົນ​ທີ່​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເປັນ​ຂໍ້​ອ້າງ​ເພື່ອ​ປົກປິດ​ຄວາມຊົ່ວ, ຈົ່ງ​ດຳເນີນຊີວິດ​ເໝືອນ​ເປັນ​ຂ້າທາດ​ຂອງ​ພຣະເຈົ້າ.
17 Respect everyone, love the family of believers, fear our Father, honor the emperor. ຈົ່ງ​ໃຫ້​ກຽດ​ແກ່​ທຸກຄົນ, ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວ​ກັນ, ຈົ່ງ​ຢຳເກງ​ພຣະເຈົ້າ, ຈົ່ງ​ເຄົາລົບນັບຖື​ຜູ້​ມີ​ອຳນາດ​ສູງສຸດ.
18 Servants, submit to your masters with full respect—not only the good and gentle, but also the harsh. ຂ້າທາດ​ທັງຫລາຍ​ເອີຍ, ເພາະ​ເຫັນ​ແກ່​ການ​ຢຳເກງ​ພຣະເຈົ້າ​ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຂອງ​ຕົນ​ດ້ວຍ​ຄວາມເຄົາລົບ, ບໍ່​ແມ່ນ​ແຕ່​ຕໍ່​ນາຍ​ທີ່​ດີ ແລະ ເຫັນອົກເຫັນໃຈ​ເທົ່ານັ້ນ ແຕ່​ຕໍ່​ນາຍ​ທີ່​ໂຫດຮ້າຍ​ດ້ວຍ.
19 For it is commendable if someone bears up under the pain of unjust suffering, mindful of our Father. ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.
20 What credit is it to endure a beating for doing wrong? But enduring suffering for doing good—this is commendable before our Father. ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.
21 You were called to this, since Christ suffered for you too, leaving an example for you to follow in his steps. ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.
22 "He committed no sin, and no deceit was found in his mouth." “ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”
23 When they hurled their insults at him, he did not retaliate; when he suffered, he made no threats, but entrusted himself to the one who judges justly. ເມື່ອ​ພວກເຂົາ​ກ່າວ​ດູຖູກ​ພຣະອົງ, ພຣະອົງ​ກໍ​ບໍ່​ໄດ້​ຕອບໂຕ້, ເມື່ອ​ພຣະອົງ​ທົນທຸກທໍລະມານ, ພຣະອົງ​ກໍ​ບໍ່​ໄດ້​ຂົ່ມຂູ່, ແຕ່​ກົງກັນຂ້າມ, ພຣະອົງ​ໄດ້​ມອບ​ພຣະອົງ​ເອງ​ໄວ້​ກັບ​ພຣະເຈົ້າ​ຜູ້​ພິພາກສາ​ຢ່າງ​ຍຸຕິທຳ.
24 He himself bore our sins in his body on the tree, so that we might die to sin and live for righteousness; by his wounds you have been healed. “ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.
25 For you were straying like sheep, but now have returned to the Shepherd and Guardian of your souls. ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ,” ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]