Skip to content
The Believer's Library

Biblica® Open Lao Contemporary Version

1 Peter 3 OLCV

Show OLCV only
Verse × ×
1 Likewise, wives, submit to your own husbands, so that even if some disobey the word, they may be won without a word by their wives' conduct, ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.
2 seeing your pure, reverent conduct. ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.
3 Do not let your beauty be the outward kind—braided hair, gold jewelry, fine clothing. ຄວາມງາມ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຕ້ອງ​ບໍ່​ມາ​ຈາກ​ການຕົບແຕ່ງ​ພາຍນອກ​ເຊັ່ນ​ວ່າ: ການ​ເຮັດ​ຊົງຜົມ​ທີ່​ປານີດ, ໃສ່​ເຄື່ອງປະດັບ​ຄຳ ຫລື ເຄື່ອງນຸ່ງ​ທີ່​ງາມ.
4 But let it be the hidden person of the heart, the undying beauty of a gentle, quiet spirit, precious in our Father's sight. ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.
5 For this is how the holy women of old who hoped in our Father adorned themselves, submitting to their own husbands, ເພາະ​ນີ້​ເປັນ​ວິຖີທາງ​ທີ່​ບັນດາ​ຜູ້ຍິງ​ບໍລິສຸດ​ໃນ​ອະດີດ ຜູ້​ທີ່​ມອບ​ຄວາມຫວັງ​ໃຈ​ໄວ້​ໃນ​ພຣະເຈົ້າ​ເຄີຍ​ນຳໃຊ້​ເພື່ອ​ຕົບແຕ່ງ​ຕົນ​ເອງ. ພວກເຂົາ​ຍອມ​ເຊື່ອຟັງ​ຜົວ​ຂອງຕົນ,
6 as Sarah obeyed Abraham, calling him lord. And you have become her children if you do good, fearing no terror. ເໝືອນດັ່ງ​ນາງ​ຊາຣາ​ທີ່​ໄດ້​ເຊື່ອຟັງ​ອັບຣາຮາມ ແລະ ເອີ້ນ​ເພິ່ນ​ວ່າ​ນາຍ. ຖ້າ​ພວກເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ບໍ່​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ເປັນ​ລູກຫລານ​ຂອງ​ນາງ​ແລ້ວ.
7 Husbands, similarly, live with your wives with understanding, honoring each as the weaker vessel and as coheirs of the grace of life, so your prayers aren't hindered. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.
8 Finally, all of you, be of one mind, sympathetic, loving one another as family, tenderhearted, and humble. ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.
9 Do not repay evil for evil or insult for insult, but bless instead—you were called to this, so you may inherit blessing. ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.
10 For, "Whoever desires to love life and to see good days, let him keep his tongue from evil and his lips from speaking deceit. ເພາະ, “ຜູ້ໃດ​ກໍ​ຕາມ​ຮັກ​ຊີວິດ ແລະ ປາຖະໜາ​ຈະ​ເຫັນ​ວັນ​ທີ່​ດີ ພວກເຂົາ​ຕ້ອງ​ຮັກສາ​ລີ້ນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ຄວາມຊົ່ວ ຮັກສາ​ປາກ​ຂອງ​ຕົນ​ໃຫ້​ບໍ່​ໃຫ້​ເວົ້າ​ຄຳ​ຫລອກລວງ.
11 Let him turn away from evil and do good; let him seek peace and pursue it. ພວກເຂົາ​ຕ້ອງ​ຫັນໜີ​ຈາກ​ຄວາມຊົ່ວ ແລະ ເຮັດ​ຄວາມດີ ພວກເຂົາ​ຕ້ອງ​ສະແຫວງຫາ​ສັນຕິສຸກ ແລະ ຕິດຕາມ​ສັນຕິສຸກ​ນັ້ນ.
12 For the eyes of our Lord are on the righteous, and his ears are open to their prayer, but the face of our Lord is against those who do evil." ເພາະ​ຕາ​ຂອງ​ອົງພຣະຜູ້ເປັນເຈົ້າ​ເຝົ້າ​ເບິ່ງ​ຄົນຊອບທຳ ແລະ ຫູ​ຂອງ​ພຣະອົງ​ຮັບ​ຟັງ​ຄຳອະທິຖານ​ຂອງ​ພວກເຂົາ, ແຕ່​ອົງພຣະຜູ້ເປັນເຈົ້າ​ຫັນ​ໜ້າ​ຕໍ່ສູ້​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ”.
13 Now who is there to harm you if you are eager to do what is good? ຖ້າ​ພວກເຈົ້າ​ກະຕືລືລົ້ນ​ໃນ​ການ​ເຮັດ​ດີ ຜູ້ໃດ​ຈະ​ມາ​ເຮັດ​ຮ້າຍ​ພວກເຈົ້າ​ໄດ້?
14 But if you suffer for righteousness, you are blessed. Don't fear their fear, don't be shaken. ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.
15 Set Christ apart as Lord in your hearts. Always be ready to answer anyone who asks the reason for your hope, but with gentleness and respect. ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.
16 Keep a clear conscience, so that when you're slandered, those who insult your good conduct in Christ are shamed. ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.
17 Better to suffer for doing good, if that's our Father's will, than for doing evil. ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.
18 For Christ too suffered once for sins, the righteous for the unrighteous, to bring us to our Father—put to death in flesh, made alive in spirit, ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.
19 in which he also went and proclaimed to the spirits in prison, ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ຍັງ​ໄດ້​ໄປ​ປະກາດ​ແກ່​ວິນຍານ​ທັງຫລາຍ​ທີ່​ຖືກ​ຂັງ​ຄຸກ​ຢູ່​ດ້ວຍ.
20 who disobeyed long ago, when our Father waited patiently in Noah's days as the ark was being built, in which a few—eight people—were brought safely through the water. ໃນ​ອະດີດ​ບໍ່​ເຊື່ອຟັງ ເມື່ອ​ເວລາ​ທີ່​ພຣະເຈົ້າ​ອົດທົນ​ລໍຖ້າ​ໃນ​ສະໄໝ​ຂອງ​ໂນອາ​ຂະນະ​ທີ່​ເພິ່ນ​ສ້າງ​ເຮືອ. ໃນ​ເຮືອ​ນີ້​ມີ​ຄົນ​ທີ່​ຢູ່​ບໍ່​ຫລາຍ ຄື​ແປດ​ຄົນ​ເທົ່ານັ້ນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ນ້ຳ​ຊ່ວຍ​ພວກເຂົາ​ໃຫ້​ລອດ.
21 This corresponding baptism now saves you too—not removing body dirt, but appealing to our Father for a good conscience—through Jesus Christ's resurrection, ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,
22 who entered heaven and is at our Father's right hand, with angels, authorities, and powers subject to him. ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]