Skip to content
The Believer's Library

Biblica® Open Lao Contemporary Version

1 Peter 4 OLCV

Show OLCV only
Verse × ×
1 So, since Christ suffered in the flesh, arm yourselves too with the same mindset: whoever suffers in the flesh is done with sin. ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.
2 So you no longer spend your remaining time in the flesh for human cravings, but for the will of our Father. ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.
3 You've already spent enough time doing what those who don't know the Father want: living in sensuality, lust, drunkenness, wild parties, drinking bouts, and lawless idol worship. ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.
4 They're surprised you no longer run with them into the same flood of wild living, so they insult you for it. ພວກເຂົາ​ຈຶ່ງ​ປະຫລາດໃຈ​ທີ່​ພວກເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ການດຳເນີນຊີວິດ​ແບບ​ຊະຊາຍ ແລະ ດຳເນີນຊີວິດ​ແບບ​ປ່າເຖື່ອນ​ກັບ​ພວກເຂົາ ແລະ ພວກເຂົາ​ຈຶ່ງ​ຫຸ້ມ​ດ່າ​ພວກເຈົ້າ.
5 But they will answer to the one ready to judge the living and the dead. ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ
6 This is why the gospel was preached even to those now dead: judged in the flesh as all people are, but they may live in the spirit as our Father does. ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.
7 The end of all things is near. Therefore be clear-minded and self-controlled so that you can pray. ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.
8 Above all, keep loving one another deeply, because love covers a multitude of sins. ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມ​ຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.
9 Show hospitality to one another without grumbling. ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.
10 Each of you, use whatever gift you've received to serve others, as good stewards of our Father's varied grace. ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.
11 Whoever speaks should speak as one delivering the very words of our Father. Whoever serves should serve by the strength he supplies, so that in everything he may be glorified through Jesus Christ. To him belong the glory and the power forever and ever. Amen. ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.
12 Dear friends, don't be surprised at the fiery trial testing you, as if something strange were happening to you. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ​ກັບ​ການທົດລອງ​ອັນ​ເຈັບປວດ​ທີ່​ພວກເຈົ້າ​ປະເຊີນ​ຢູ່​ເໝືອນ​ກັບ​ວ່າ​ມີ​ສິ່ງ​ແປກປະຫລາດ​ເກີດ​ຂຶ້ນ​ກັບ​ພວກເຈົ້າ.
13 Instead, rejoice as much as you share Christ's suffering, so you may also rejoice with joy when his glory is revealed. ແຕ່​ຈົ່ງ​ຊື່ນຊົມຍິນດີ​ທີ່​ໄດ້​ຮ່ວມ​ໃນ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ຢ່າງ​ລົ້ນເຫລືອ​ເມື່ອ​ສະຫງ່າລາສີ​ຂອງ​ພຣະອົງ​ມາ​ປາກົດ.
14 If insulted for Christ's name, you're blessed, for the Spirit of glory and of our Father rests on you. ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.
15 None of you should suffer as a murderer, thief, criminal, or meddler in others' affairs. ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ
16 But if you suffer as a Christian, don't be ashamed, but praise our Father that you bear that name. ແຕ່​ຖ້າ​ພວກເຈົ້າ​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ​ກໍ​ຢ່າ​ໄດ້​ອັບອາຍ, ແຕ່​ຈົ່ງ​ສັນລະເສີນ​ພຣະເຈົ້າ​ທີ່​ພວກເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຕາມ​ນາມ​ນັ້ນ.
17 For it is time for judgment to begin with the household of our Father; if it starts with us, what awaits those who disobey the good news of our Father? ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?
18 And, "If the righteous are barely saved, what will become of the ungodly and sinner?" ແລະ, “ຖ້າ​ຄົນຊອບທຳ​ຈະ​ໄດ້ຮັບ​ຄວາມພົ້ນ​ກໍ​ຍັງ​ຍາກ, ແລ້ວ​ຄົນອະທຳ​ກັບ​ຄົນບາບ​ຈະ​ເປັນ​ຢ່າງໃດ?”
19 So then, those who suffer by our Father's will should entrust their souls to their faithful Creator, doing good. ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນ​ເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]