Skip to content
The Believer's Library

Biblica® Open Lao Contemporary Version

Hebrews 3 OLCV

Show OLCV only
Verse × ×
1 So, holy brothers sharing a heavenly call, consider Jesus, the apostle and high priest we confess. ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.
2 He was faithful to the one who appointed him, as Moses also was in all our Father's house. ພຣະອົງ​ສັດຊື່​ຕໍ່​ພຣະເຈົ້າ​ຜູ້​ແຕ່ງຕັ້ງ​ພຣະອົງ ເໝືອນດັ່ງ​ທີ່​ໂມເຊ​ສັດຊື່​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ
3 Jesus deserves far more glory than Moses, as a house's builder deserves more honor than the house itself. ເປັນ​ທີ່​ຮູ້ຈັກ​ແລ້ວ​ວ່າ​ພຣະເຢຊູເຈົ້າ​ສົມຄວນ​ໄດ້​ຮັບ​ກຽດ​ຫລາຍກວ່າ​ໂມເຊ ເໝືອນດັ່ງ​ຜູ້​ທີ່​ສ້າງ​ເຮືອນ​ກໍ​ມີ​ກຽດ​ຫລາຍ​ກວ່າ​ເຮືອນ​ນັ້ນ.
4 For every house is built by someone, but the builder of all things is our Father. ເພາະ​ເຮືອນ​ທຸກ​ຫລັງ​ຍ່ອມ​ມີ​ຜູ້​ສ້າງ ແລະ ພຣະເຈົ້າ​ເປັນ​ຜູ້​ສ້າງ​ທຸກສິ່ງ.
5 Moses was faithful in all our Father's house, a servant testifying to what would be spoken later. “ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ຜູ້ຮັບໃຊ້​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ,” ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ຈະ​ກ່າວ​ໃນ​ພາຍໜ້າ.
6 But Christ, as son, is faithful over his house. And we are his house—if we hold firm the confidence and hope we boast in. ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.
7 So, as the Holy Spirit says: "Today, if you hear his voice, ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນ​ນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,
8 do not harden your hearts as you did in the rebellion, on the day of testing in the wilderness, ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ, ໃນ​ຊ່ວງ​ເວລາ​ຂອງ​ການທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ,
9 where your ancestors put me to the test and saw my works for forty years. ເຊິ່ງ​ເປັນ​ບ່ອນ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ທົດລອງ ແລະ ພິສູດ​ເຮົາ, ເຖິງແມ່ນວ່າ​ເປັນ​ເວລາ​ສີ່ສິບ​ປີ​ທີ່​ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ.
10 That is why I was angry with that generation, and I said, 'Their hearts are always going astray, and they have not known my ways.' ດ້ວຍເຫດນີ້ ເຮົາ​ຈຶ່ງ​ໂກດຮ້າຍ​ຄົນ​ໃນ​ສະໄໝ​ນັ້ນ, ແລະ ເຮົາ​ໄດ້​ກ່າວ​ວ່າ, ‘ໃຈ​ຂອງ​ພວກເຂົາ​ຫລົງຜິດ​ຢູ່​ສະເໝີ ແລະ ພວກເຂົາ​ບໍ່​ຮູ້​ຈັກ​ວິທີ​ທາງ​ຂອງ​ເຮົາ’
11 So I swore in my anger, 'They will never enter my rest.'" ດັ່ງນັ້ນ ເຮົາ​ຈຶ່ງ​ປະກາດ​ເທິງ​ຄຳສາບານ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ເຮົາ​ວ່າ, ‘ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ເຮົາ’ ”.
12 Brothers, watch that none of you has an evil, unbelieving heart that deserts the living Father. ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.
13 But encourage each other daily, while it is called "today," so none of you becomes hardened by sin's deceit. ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.
14 For we have become sharers in Christ, if we truly keep our first confidence firm to the end. ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.
15 As it is said: "Today, if you hear his voice, do not harden your hearts as when you rebelled." ຕາມ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ: “ວັນ​ນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ເໝືອນດັ່ງ ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ”
16 Who heard and rebelled? Wasn't it all who left Egypt through Moses? ແມ່ນ​ຜູ້ໃດ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຍັງ​ກະບົດ? ກໍ​ຄື​ທຸກຄົນ​ທີ່​ໂມເຊ​ໄດ້​ພາ​ອອກ​ມາ​ຈາກ​ເອຢິບ​ບໍ່​ແມ່ນ​ບໍ?
17 With whom was he angry forty years? Was it not with those who sinned, whose bodies fell in the wilderness? ແລະ ຜູ້ໃດ​ທີ່​ພຣະອົງ​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ? ກໍ​ຄື​ບັນດາ​ຜູ້​ທີ່​ເຮັດ​ບາບ ເຊິ່ງ​ໄດ້​ຖິ້ມ​ຮ່າງກາຍ​ຂອງ​ຕົນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ່​ແມ່ນ​ບໍ?
18 Who did he swear would never enter his rest, except those who disobeyed? ແລະ ຜູ້ໃດ​ທີ່​ພຣະເຈົ້າ​ສາບານ​ວ່າ​ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະອົງ​ຖ້າ​ບໍ່​ແມ່ນ​ບັນດາ​ຄົນ​ທີ່​ບໍ່ເຊື່ອຟັງ?
19 So we see they couldn't enter because of lack of faith. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ພວກເຂົາ​ເຫລົ່ານັ້ນ​ບໍ່​ສາມາດ​ເຂົ້າ​ໄປ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]