Skip to content
The Believer's Library

Biblica® Open Lao Contemporary Version

Hebrews 2 OLCV

Show OLCV only
Verse × ×
1 So we must pay closer attention to what we've heard, or we may drift away. ເຫດສະນັ້ນ ພວກເຮົາ​ຕ້ອງ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ທີ່ສຸດ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ, ເພື່ອວ່າ​ພວກເຮົາ​ຈະ​ບໍ່​ໄດ້​ຫລົງທາງ​ໄປ.
2 For if the word spoken through angels held firm, and every wrongdoing and disobedience got just payment, ເພາະ​ໃນ​ເມື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານທາງ​ບັນດາ​ເທວະດາ​ຍັງ​ຜູກມັດ ແລະ ການລະເມີດ​ກັບ​ການບໍ່ເຊື່ອຟັງ​ໃນ​ຄວາມຈິງ​ທຸກຢ່າງ​ຍັງ​ໄດ້​ຮັບ​ການລົງໂທດ​ຢ່າງ​ຍຸຕິທຳ
3 how will we escape if we neglect so great a salvation? First announced by the Lord, it was confirmed to us by those who heard him, ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.
4 while our Father also testified with them through signs, wonders, various miracles, and distributions of the Holy Spirit, according to his will. ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.
5 For it was not to angels that our Father subjected the coming world we're speaking of. ພຣະອົງ​ບໍ່​ໄດ້​ຕັ້ງ​ບັນດາ​ເທວະດາ​ໃຫ້​ປົກຄອງ​ເບິ່ງແຍງ​ໂລກ​ໃນ​ອະນາຄົດ ເຊິ່ງ​ພວກເຮົາ​ກຳລັງ​ກ່າວ​ເຖິງ.
6 Someone has testified somewhere, "What is man, that you are mindful of him, or the son of man, that you care for him? ແຕ່​ມີ​ຜູ້​ກ່າວ​ຢືນຢັນ​ໄວ້​ບ່ອນ​ໜຶ່ງ​ວ່າ: “ມະນຸດ​ເປັນ​ຜູ້ໃດ​ທີ່​ພຣະອົງ​ຈະ​ຕ້ອງ​ຄິດເຖິງ​ພວກເຂົາ? ບຸດມະນຸດ​ເປັນ​ຜູ້ໃດ ພຣະອົງ​ຈຶ່ງ​ຫ່ວງໃຍ​ເພິ່ນ?
7 You made him for a little while lower than the angels; you crowned him with glory and honor, ພຣະອົງ​ເຮັດ​ພວກເຂົາ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ໜ້ອຍດຽວ​ເທົ່ານັ້ນ, ພຣະອົງ​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ໃຫ້​ແກ່​ພວກເຂົາ
8 putting everything in subjection under his feet." Now in subjecting everything to him, our Father left nothing outside his control. At present, however, we do not yet see everything subjected to Christ. ແລະ ວາງ​ທຸກສິ່ງ​ຢູ່​ໃຕ້​ຕີນ​ຂອງ​ພວກເຂົາ”. ໃນ​ການ​ທີ່​ພຣະອົງ​ເຮັດ​ໃຫ້​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ພຣະເຈົ້າ​ບໍ່​ໃຫ້​ມີ​ສິ່ງໃດ​ເລີຍ​ທີ່​ບໍ່​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ. ແຕ່​ໃນ​ຂະນະ​ນີ້​ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ.
9 But we see Jesus, made lower than the angels for a little while, now crowned with glory and honor because he suffered death, so that by our Father's grace he might taste death for everyone. ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.
10 It was fitting that our Father, for whom and through whom all things exist, should perfect the pioneer of their salvation through suffering, bringing many sons to glory. ໃນ​ການ​ນຳ​ລູກຊາຍ ແລະ ລູກຍິງ​ຈໍານວນ​ຫລວງຫລາຍ​ມາ​ສູ່​ສະຫງ່າລາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ແລ້ວ​ທີ່​ພຣະເຈົ້າ​ຜູ້​ທີ່​ສັບພະສິ່ງ​ມີ​ຢູ່​ເພື່ອ​ພຣະອົງ ແລະ ໂດຍ​ທາງ​ພຣະອົງ ຈະ​ເຮັດ​ໃຫ້​ຜູ້ບຸກເບີກ​ຄວາມພົ້ນ​ຂອງ​ພວກເຂົາ​ທັງຫລາຍ​ນັ້ນ​ສົມບູນ​ໂດຍ​ການທົນທຸກທໍລະມານ​ຂອງ​ພຣະອົງ.
11 The one who makes holy and those made holy all come from one Father. That's why he isn't ashamed to call them brothers and sisters, ທັງ​ພຣະອົງ​ຜູ້​ທີ່​ເຮັດ​ໃຫ້​ມະນຸດ​ທັງຫລາຍ​ບໍລິສຸດ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ເຮັດ​ໃຫ້​ບໍລິສຸດ​ນັ້ນ​ເປັນ​ຄອບຄົວ​ດຽວ​ກັນ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ພວກເຂົາ​ເຫລົ່ານັ້ນ​ວ່າ​ພີ່ນ້ອງ.
12 saying, "I will proclaim your name to my brothers and sisters; I will sing your praise amid the assembly." ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ປະກາດ​ນາມ​ຂອງ​ພຣະອົງ​ແກ່​ພີ່ນ້ອງ​ຂອງ​ເຮົາ ເຮົາ​ຈະ​ຮ້ອງເພງ​ສັນເສີນ​ພຣະອົງ​ໃນ​ທີ່ປະຊຸມ”.
13 And again, "I will trust in him." And again, "Here am I, and the children our Father gave me." ແລະ ກ່າວ​ອີກ​ວ່າ, “ເຮົາ​ຈະ​ໄວ້ໃຈ​ໃນ​ພຣະອົງ”. ແລະ ພຣະອົງ​ກ່າວ​ອີກ​ວ່າ, “ເຮົາ ແລະ ລູກ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ຢູ່​ທີ່​ນີ້​ແລ້ວ”.
14 Since the children share flesh and blood, he too shared them, so that through death he might destroy the one holding the power of death—the devil, ໃນ​ເມື່ອ​ລູກ​ທັງຫລາຍ​ມີ​ເນື້ອໜັງ ແລະ ເລືອດ, ພຣະອົງ​ຈຶ່ງ​ຮ່ວມ​ໃນ​ຄວາມເປັນມະນຸດ​ຂອງ​ພວກເຂົາ ເພື່ອ​ວ່າ​ໂດຍ​ຄວາມຕາຍ​ຂອງ​ພຣະອົງ ພຣະອົງ​ຈະ​ໄດ້​ທຳລາຍ​ຜູ້​ຄຸມ​ອຳນາດ​ແຫ່ງ​ຄວາມຕາຍ​ຄື​ມານຮ້າຍ
15 and free all those who, through fear of death, were enslaved their whole lives. ແລະ ປົດປ່ອຍ​ບັນດາ​ຜູ້​ທີ່​ຕົກ​ເປັນ​ຂ້າທາດ​ຕະຫລອດ​ຊີວິດ​ເນື່ອງຈາກ​ການ​ຢ້ານ​ຄວາມຕາຍ​ຂອງ​ພວກເຂົາ.
16 For surely it is not angels he helps, but the descendants of Abraham. ເພາະ​ແນ່ນອນ​ວ່າ ພຣະອົງ​ບໍ່​ໄດ້​ຊ່ວຍ​ບັນດາ​ເທວະດາ, ແຕ່​ຊ່ວຍ​ເຊື້ອສາຍ​ຂອງ​ອັບຣາຮາມ.
17 So he had to become like his brothers and sisters in every way, to be a merciful and faithful high priest serving our Father, clearing away the people's sins. ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.
18 Since he himself suffered when tempted, he can help those being tempted. ເພາະວ່າ​ພຣະອົງ​ເອງ​ໄດ້​ທົນທຸກ​ໃນ​ເວລາ​ທີ່​ພຣະອົງ​ຖືກ​ທົດລອງ, ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ກຳລັງ​ຖືກ​ທົດລອງ​ໄດ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]