Skip to content
The Believer's Library

Biblica® Open Lao Contemporary Version

Hebrews 1 OLCV

Show OLCV only
Verse × ×
1 Long ago, in many times and many ways, our Heavenly Father spoke to our ancestors through the prophets. ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,
2 But in these final days he spoke to us by his Son, whom he appointed heir of all things and through whom he made the universe. ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.
3 The Son is the brightness of our Father's glory, the exact image of his being, sustaining all things by his powerful word. After purifying sins, he sat down at the right hand of the Majesty on high. ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ
4 He became as much greater than angels as his inherited name is greater than theirs. ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.
5 For to which of the angels did our Father ever say, "You are my Son; today I have become your Father"? Or again, "I will be his Father, and he will be my Son"? ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນ​ນີ້ ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”? ຫລື ອີກ​ຄັ້ງ​ໜຶ່ງ, “ເຮົາ​ຈະ​ເປັນ​ບິດາ​ຂອງ​ລາວ, ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?
6 And again, when he brings the firstborn into the world, he says, "Let all my angels worship him. ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.
7 Of the angels he says, "He makes his angels winds, and his servants flames of fire." ພຣະອົງ​ກ່າວ​ເຖິງ​ບັນດາ​ເທວະດາ​ນັ້ນ​ວ່າ, “ພຣະອົງ​ເຮັດ​ໃຫ້​ເທວະດາ​ຂອງ​ພຣະອົງ​ເປັນ​ວິນຍານ, ແລະ ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ແປວໄຟ”.
8 But about the Son he says, "Your throne, O God, is forever and ever, and the scepter of righteousness is the scepter of your kingdom. ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.
9 You have loved righteousness and hated wickedness; therefore our Father, your Father, has anointed you with the oil of gladness above your companions." ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ, ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.
10 And, "In the beginning, Lord, you laid the foundations of the earth, and the heavens are the work of your hands. ແລະ ພຣະອົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ໃນ​ປະຖົມມະການ​ພຣະອົງ​ວາງຮາກ​ຂອງ​ແຜ່ນດິນໂລກ, ແລະ ຟ້າ​ສະຫວັນ​ດ້ວຍ​ມື​ຂອງ​ພຣະອົງ
11 They will perish, but you remain; they will all wear out like a garment. ສິ່ງ​ເຫລົ່ານັ້ນ​ຈະ​ສູນຫາຍ​ໄປ ແຕ່​ພຣະອົງ​ດຳລົງ​ຢູ່, ສິ່ງ​ເຫລົ່ານັ້ນ​ທັງໝົດ​ຈະ​ເກົ່າ​ໄປ​ເໝືອນດັ່ງ​ເຄື່ອງນຸ່ງຫົ່ມ.
12 You will roll them up like a robe; like a garment they will be changed. But you are the same, and your years will never end." ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້​ເໝືອນດັ່ງ​ເສື້ອຄຸມ, ສິ່ງ​ເຫລົ່ານັ້ນ​ຈະ​ຖືກ​ປ່ຽນ​ໄປ​ເໝືອນດັ່ງ​ເສື້ອຜ້າ. ແຕ່​ພຣະອົງ​ຍັງ​ເໝືອນເດີມ, ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ຈັກເທື່ອ”
13 But to which of the angels did our Father ever say, "Sit at my right hand until I make your enemies a footstool for your feet"?" ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານ ເປັນ​ບ່ອນຮອງຕີນ​ຂອງ​ທ່ານ”?
14 Aren't all angels ministering spirits, sent to serve those about to inherit salvation? ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]