Skip to content
The Believer's Library

Biblica® Open Lao Contemporary Version

Philemon 1 OLCV

Show OLCV only
Verse × ×
1 Paul, a prisoner of Christ Jesus, and Timothy our brother, to Philemon, our dear friend and co-worker, ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ, ເຖິງ ຟີເລໂມນ​ເພື່ອນ​ທີ່ຮັກ ແລະ ຜູ້ຮ່ວມງານ​ຂອງ​ພວກເຮົາ
2 and to our sister Apphia, our fellow soldier Archippus, and the church that meets in your house: ເຖິງ​ອັບເຟຍ​ນ້ອງສາວ​ຂອງ​ພວກເຮົາ ແລະ ເຖິງ​ອາຂີໂປ​ຜູ້​ເປັນ​ເພື່ອນທະຫານ​ຂອງ​ພວກເຮົາ ແລະ ເຖິງ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ:
3 Grace and peace to you from our Father and the Lord Jesus Christ. ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ຈົ່ງ​ມີ​ແກ່​ພວກເຈົ້າ.
4 I always thank my Father as I remember you in my prayers, ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ,
5 because I hear of your love and faith in the Lord Jesus and for all his holy people. ເພາະ​ເຮົາ​ໄດ້​ຍິນ​ກ່ຽວກັບ​ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ເຈົ້າ​ມີ​ຕໍ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຄວາມເຊື່ອ​ຂອງ​ເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.
6 I pray your shared faith becomes effective as you come to understand every good thing we have in Christ. ເຮົາ​ອະທິຖານ​ຂໍ​ໃຫ້​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ຮ່ວມ​ກັນ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ເຖິງ​ສິ່ງ​ດີ​ທຸກຢ່າງ​ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ.
7 Your love has brought me great joy and comfort, brother, since you've refreshed the hearts of his holy people. ນ້ອງຊາຍ​ເອີຍ, ຄວາມຮັກ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ ແລະ ມີ​ກຳລັງໃຈ​ຫລາຍ ເພາະວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຊື່ນໃຈ.
8 Therefore, although in Christ I am bold enough to command you to do what is right, ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ໃນ​ພຣະຄຣິດເຈົ້າ​ເຮົາ​ອາດ​ຈະ​ກ້າ​ສັ່ງ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ສົມຄວນ​ເຮັດ,
9 instead, for love's sake I appeal—I, Paul, an old man, now also a prisoner of Christ Jesus. ແຕ່​ຂໍຮ້ອງ​ເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມ​ຮັກ ເຮົາ​ໂປໂລ​ຜູ້​ເຖົ້າແກ່ ແລະ ບັດນີ້​ຍັງ​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າເຢຊູ​ດ້ວຍ.
10 I appeal to you for my child Onesimus, whose father I became while I was in chains. ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.
11 He was once useless to you, but now is useful to you and me. ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ, ແຕ່​ດຽວນີ້​ລາວ​ເປັນ​ປະໂຫຍດ​ທັງ​ແກ່​ເຈົ້າ ແລະ ແກ່​ເຮົາ​ເໝືອນ​ກັນ.
12 I am sending him back to you—and in doing so I am sending my very heart. ບັດນີ້ ເຮົາ​ໄດ້​ສົ່ງ​ລາວ​ຜູ້​ເປັນ​ໝາກ​ຫົວໃຈ​ຂອງ​ເຮົາ​ກັບ​ຄືນ​ມາ​ຫາ​ເຈົ້າ.
13 I wanted to keep him with me, to serve me on your behalf while I'm in chains for the gospel. ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ລາວ​ຈະ​ສາມາດ​ຊ່ວຍເຫລືອ​ເຮົາ​ແທນ​ເຈົ້າ​ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ.
14 But I wanted to do nothing without your consent, so your good deed would not be forced, but voluntary. ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ​ກ່ອນ​ໄດ້​ຮັບ​ຄວາມເຫັນ​ຈາກ​ເຈົ້າ, ເພື່ອ​ວ່າ​ຄວາມດີ​ໃດໆ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ເບິ່ງ​ຄື​ວ່າ​ຖືກ​ບັງຄັບ ແຕ່​ຈະ​ເປັນ​ຄວາມສະໝັກໃຈ.
15 Perhaps this is why he was separated from you briefly, so you'd have him back forever. ບາງທີ​ເຫດຜົນ​ທີ່​ລາວ​ໄດ້​ຈາກ​ເຈົ້າ​ໄປ​ຊົ່ວໄລຍະໜຶ່ງ ກໍ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ລາວ​ກັບ​ຄືນ​ມາ​ຢ່າງ​ຖາວອນ
16 No longer as a slave, but more than a slave—a beloved brother, especially to me, but even more to you, both in the flesh and in the Lord. ບໍ່​ແມ່ນ​ໃນ​ຖານະ​ຂ້າທາດ​ອີກ​ຕໍ່ໄປ, ແຕ່​ດີ​ກວ່າ​ຂ້າທາດ​ອີກ ເປັນ​ເໝືອນ​ນ້ອງ​ຮັກ​ຄົນ​ໜຶ່ງ. ລາວ​ເປັນ​ທີ່ຮັກ​ຂອງ​ເຮົາ ແລະ ລາວ​ຈະ​ເປັນ​ທີ່ຮັກ​ຂອງ​ເຈົ້າ​ຫລາຍ​ຂຶ້ນ​ກວ່າ​ນັ້ນ​ອີກ, ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.
17 So if you consider me a partner, welcome him as you would welcome me. ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ກໍ​ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ທີ່​ເຈົ້າ​ຕ້ອນຮັບ​ເຮົາ.
18 If he wronged you at all, or owes anything, put it on my account. ຖ້າ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ​ປະການ​ໃດ ຫລື ເປັນ​ໜີ້​ເຈົ້າ​ສິ່ງໃດ, ກໍ​ໃຫ້​ເຈົ້າ​ຄິດໄລ່​ເອົາ​ນໍາ​ເຮົາ.
19 I, Paul, write this with my own hand: I'll repay it—not to mention you owe me yourself as well. ເຮົາ​ໂປໂລ​ຂຽນ​ຂໍ້ຄວາມ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ. ເຮົາ​ຈະ​ໃຊ້​ແທນ​ໃຫ້​ໂດຍ​ບໍ່​ເອີ່ຍ​ເຖິງ​ວ່າ​ໂຕ​ເຈົ້າ​ເອງ​ກໍ​ເປັນ​ໜີ້​ຊີວິດ​ເຮົາ.
20 Yes, brother, do me this favor in the Lord—refresh my heart in Christ. ນ້ອງຊາຍ​ເອີຍ, ເຮົາ​ປາຖະໜາ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ບາງ​ຢ່າງ​ຈາກ​ເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ, ຄື​ເຮັດ​ໃຫ້​ເຮົາ​ໄດ້​ຊື່ນ​ໃຈ​ໃນ​ພຣະຄຣິດເຈົ້າ.
21 Trusting you'll obey, I write to you, knowing you'll do even more than I ask. ເຮົາ​ໄດ້​ຂຽນ​ເຖິງ​ເຈົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ເຊື່ອຟັງ ເພາະ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຫລາຍ​ກວ່າ​ທີ່​ເຮົາ​ຂໍ​ນັ້ນ​ອີກ.
22 Also prepare a guest room for me—I hope through your prayers to be graciously given back to you. ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.
23 Epaphras, my fellow prisoner in Christ Jesus, sends you greetings, ເອປາຟາ ເພື່ອນ​ນັກໂທດ​ຂອງ​ເຮົາ​ໃນ​ພຣະຄຣິດເຈົ້າເຢຊູ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.
24 and so do Mark, Aristarchus, Demas, and Luke, my fellow workers. ເຊັ່ນ​ດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ເໝືອນ​ກັນ.
25 The grace of the Lord Jesus Christ be with your spirit. Amen. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ເຈົ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]