Skip to content
The Believer's Library

Biblica® Open Lao Contemporary Version

Habakkuk 3 OLCV

Side by side with the Father's Heart Bible™

ສຳລັບ​ຜູ້ອຳນວຍການ​ຂອງ​ເພງ ໃຊ້​ກັບ​ເຄື່ອງດົນຕີ​ປະເພດ​ສາຍ​ຂອງ​ຂ້ານ້ອຍ.

ຄຳ​ອະທິຖານ​ຂອງ​ຮາບາກຸກ

1ຄຳ​ອະທິຖານ​ຂອງ​ຜູ້ທຳນວາຍ​ຮາບາກຸກ, ທຳນອງ​ຊິກິໂອໂນດ

2ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ເຄີຍ​ໄດ້​ຍິນ​ຊື່ສຽງ​ຂອງ​ພຣະອົງ;ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຢືນ​ຢູ່​ດ້ວຍ​ຄວາມ​ຢຳເກງ​ໃນ​ກິດຈະການ​ຂອງ​ພຣະອົງ.ຂໍ​ໂຜດ​ຮື້​ຟື້ນ​ກິດຈະການ​ເຫລົ່ານັ້ນ​ໃນ​ສະໄໝ​ຂອງ​ພວກຂ້ານ້ອຍ​ທັງຫລາຍ​ຄືນ​ອີກ,ຂໍ​ໃຫ້​ຮູ້​ທົ່ວ​ກັນ​ໃນ​ສະໄໝ​ຂອງ​ພວກຂ້ານ້ອຍ​ທັງຫລາຍ;ໃນ​ຄວາມ​ໂກດຮ້າຍ​ນັ້ນ​ຂໍ​ໃຫ້​ລະນຶກ​ເຖິງ​ຄວາມ​ເມດຕາ.

3ພຣະເຈົ້າ​ໄດ້​ມາ​ຈາກ​ເຕມານ,ອົງ​ບໍລິສຸດ​ມາ​ຈາກ​ພູເຂົາ​ປາຣານ.ສະຫງ່າລາສີ​ຂອງ​ພຣະອົງ​ກໍ​ປົກຄຸມ​ຟ້າ​ສະຫວັນແລະ ໂລກ​ນີ້​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ພຣະອົງ.

4ຄວາມ​ສະຫງ່າງາມ​ຂອງ​ພຣະອົງ​ຄື​ກັບ​ຕາເວັນ​ທີ່​ກຳລັງ​ຂຶ້ນ;ມີ​ແສງ​ກະພິບ​ອອກ​ມາ​ຈາກ​ມື,ບ່ອນ​ທີ່​ລິດອຳນາດ​ຂອງ​ພຣະອົງ​ໄດ້​ຖືກ​ເຊື່ອງ​ໄວ້.

5ໄພພິບັດ​ໄດ້​ໄປ​ກ່ອນ​ພຣະອົງ;ໂລກລະບາດ​ໄດ້​ຕາມ​ບາດກ້າວ​ຂອງ​ພຣະອົງ​ມາ.

6ພຣະອົງ​ຢືນ ແລະ ໂລກ​ກໍ​ສັ່ນ;ພຣະອົງ​ຫລຽວເບິ່ງ ແລະ ບັນດາ​ປະຊາຊາດ​ກໍ​ສັ່ນ​ສະທ້ານພູເຂົາ​ດຶກດຳບັນ​ທັງຫລາຍ​ກໍ​ພັງ​ທະລາຍ​ລົງເນີນພູ​ເກົ່າ​ແກ່​ທັງຫລາຍ​ກໍ​ພັງ​ລົງແຕ່ ພຣະອົງ​ເດີນ​ຕໍ່​ໄປ​ຕະຫລອດໄປ.

7ຂ້ານ້ອຍ​ໄດ້​ເຫັນ​ເຕັນ​ຂອງ​ຊາວ​ຄູຊັນ​ຕົກ​ຢູ່​ໃນ​ຄວາມ​ທຸກຍາກແລະ ບ່ອນຢູ່​ຂອງ​ຊາວ​ມີດີອານ​ກໍ​ຕົກ​ຢູ່​ໃນ​ຄວາມ​ທໍລະມານ.

8ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະອົງ​ໃຈຮ້າຍ​ໃຫ້​ແມ່ນ້ຳ​ບໍ?ພຣະອົງ​ໂກດຮ້າຍ​ໃຫ້​ສາຍນ້ຳ​ບໍ?ພຣະອົງ​ໂກດຮ້າຍ​ຕໍ່​ທະເລເມື່ອ​ພຣະອົງ​ຂີ່​ມ້າ​ຂອງ​ພຣະອົງແລະ ລົດມ້າ​ຂອງ​ພຣະອົງ​ໄປ​ສູ່​ໄຊຊະນະ​ບໍ?

9ພຣະອົງ​ຈັບ​ຄັນທະນູ​ອອກ​ມາ,ພຣະອົງ​ໄດ້​ເອີ້ນ​ຫາ​ລູກທະນູ​ມາ​ຢ່າງ​ຫລວງຫລາຍ.ພຣະອົງ​ແຍກ​ແຜ່ນດິນ​ດ້ວຍ​ແມ່ນ້ຳ;

10ພູເຂົາ​ທັງຫລາຍ​ໄດ້​ເຫັນ​ພຣະອົງ ແລະ ບິດ​ໂຕ​ໄປ​ມາກະແສນ້ຳ​ກວດ​ໄປ;ນໍ້າ​ເລິກ​ສົ່ງ​ສຽງ​ດັງ​ກ້ອງແລະ ຊັດ​ຄື້ນ​ຂອງ​ມັນ​ຂຶ້ນ​ສູງ.

11ດວງ​ຕາເວັນ ແລະ ດວງ​ເດືອນ​ຢຸດ​ຢູ່​ໃນ​ຟ້າ​ສະຫວັນເມື່ອ​ລູກທະນູ​ທີ່​ພຸ່ງ​ອອກ​ມາ​ຂອງ​ພຣະອົງ​ກໍ​ສ່ອງ​ປະກາຍ,ເມື່ອ​ຫອກ​ຂອງ​ພຣະອົງ​ສ່ອງ​ປະກາຍ​ຄື​ກັບ​ຟ້າ​ແມບ.

12ພຣະອົງ​ກະທືບ​ແຜ່ນດິນໂລກ​ດ້ວຍ​ຄວາມ​ໂກດຮ້າຍແລະ ຢຽບ​ປະຊາຊາດ​ທັງຫລາຍ​ດ້ວຍ​ຄວາມ​ໃຈຮ້າຍ.

13ພຣະອົງ​ໄດ້​ອອກ​ມາ​ປົດປ່ອຍ​ຄົນ​ຂອງ​ພຣະອົງ,ເພື່ອ​ຊ່ວຍ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້​ໃຫ້​ພົ້ນ.ພຣະອົງ​ຂະຢີ້​ຜູ້ນຳ​ຂອງ​ດິນແດນ​ແຫ່ງ​ຄວາມ​ຊົ່ວຮ້າຍພຣະອົງ​ເຮັດ​ໃຫ້​ລາວ​ເປືອຍກາຍ​ຕັ້ງແຕ່​ຫົວ​ຈົນ​ຮອດ​ຕີນ.

14ພຣະອົງ​ຈະ​ໃຊ້​ຫອກ​ຂອງ​ລາວ​ເອງ​ແທງ​ຫົວ​ຂອງ​ລາວເມື່ອ​ບັນດາ​ນັກຮົບ​ຂອງ​ລາວ​ບຸກ​ມາ​ເພື່ອ​ຕີ​ພວກຂ້ານ້ອຍ​ໃຫ້​ກະຈັດກະຈາຍ,ຍິ້ມ​ເຢີ້ຍ​ເໝືອນ​ກັບ​ວ່າ​ຈະ​ເຂົ້າ​ມາ​ກັດ​ກິນຄົນ​ໜ້າ​ເວດທະນາ​ທີ່​ລີ້​ຢູ່.

15ພຣະອົງ​ໄດ້​ຢຽບຢ່ຳ​ທະເລ​ດ້ວຍ​ຝູງ​ມ້າ​ຂອງ​ພຣະອົງ,ເຮັດ​ໃຫ້​ຫ້ວງ​ນໍ້າ​ໃຫຍ່​ປັ່ນປ່ວນ

16ຂ້ານ້ອຍ​ໄດ້​ຍິນ ແລະ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຕື່ນເຕັ້ນ,ສຽງ​ນັ້ນ​ເຮັດ​ໃຫ້​ຮີບສົບ​ຂອງ​ຂ້ານ້ອຍ​ສັ່ນ;ຄວາມ​ເຊື່ອມໂຊມ​ກໍ​ໄດ້​ເຂົ້າ​ສູ່​ກະດູກ​ຂອງ​ຂ້ານ້ອຍ;ແລະ ຂາ​ຂອງ​ຂ້ານ້ອຍ​ກໍ​ສັ່ນສະເທືອນ.ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ອົດທົນ​ລໍຖ້າ​ວັນ​ແຫ່ງ​ໄພພິບັດ,ທີ່​ຈະ​ມາ​ເຖິງ​ຊົນຊາດ​ທີ່​ຮຸກຮານ​ພວກຂ້ານ້ອຍ.

17ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ຈະ​ບໍ່​ອອກ​ດອກແລະ ເຄືອອະງຸ່ນ​ຈະ​ບໍ່​ມີ​ໝາກ​ອະງຸ່ນ,ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກ​ຈະ​ບໍ່​ໃຫ້​ຜົນແລະ ທົ່ງນາ​ທັງຫລາຍ​ຈະ​ບໍ່​ເກີດ​ພືດ​ເພື່ອ​ເປັນ​ອາຫານ,ເຖິງ​ແມ່ນ​ວ່າ​ຈະ​ບໍ່​ມີ​ແກະ​ຢູ່​ໃນ​ຄອກແລະ ບໍ່​ມີ​ງົວ​ຢູ່​ໃນ​ຄອກ​ກໍ​ຕາມ,

18ແຕ່​ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ,ຂ້ານ້ອຍ​ຈະ​ມີ​ຄວາມສຸກ​ໃນ​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.

19ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ;ພຣະອົງ​ໄດ້​ເຮັດ​ໃຫ້​ຕີນ​ຂອງ​ຂ້ານ້ອຍ​ເປັນ​ເໝືອນ​ກັບ​ຕີນ​ກວາງພຣະອົງ​ໄດ້​ຊ່ວຍ​ໃຫ້​ຂ້ານ້ອຍ​ຢຽບ​ເທິງ​ທີ່​ສູງ​ໄດ້.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]