Side by side with the Father's Heart Bible™ 1ຂ້າພະເຈົ້າໄດ້ເຫັນຄວາມຊົ່ວຮ້າຍອີກຢ່າງໜຶ່ງພາຍໃຕ້ດວງຕາເວັນ ແລະ ມັນໜັກຫລາຍສຳລັບມວນມະນຸດ 2ຄືພຣະເຈົ້າໄດ້ມອບຄວາມຮັ່ງມີ, ຊັບສົມບັດ ແລະ ກຽດໃຫ້ແກ່ບາງຄົນ, ຈົນພວກເຂົາມີທຸກສິ່ງທີ່ໃຈຂອງພວກເຂົາປາຖະໜາ, ແຕ່ພຣະເຈົ້າບໍ່ໄດ້ໃຫ້ຄວາມສາມາດໃນການຊື່ນຊົມສິ່ງເຫລົ່ານັ້ນໃຫ້ແກ່ພວກເຂົາ ແລະ ແຕ່ມີຄົນແປກໜ້າມາຊື່ນຊົມແທນ. ນີ້ກໍອະນິຈັງ, ຊົ່ວຮ້າຍທີ່ໜ້າເສົ້າໃຈ.
3ບາງຄົນອາດມີລູກຫລານເປັນຮ້ອຍຄົນ ແລະ ມີອາຍຸຍືນຍາວ; ແຕ່ບໍ່ວ່າຈະອາຍຸຍືນຍາວປານໃດ, ຖ້າບໍ່ສາມາດຊື່ນຊົມຄວາມຮັ່ງມີຂອງຕົນ ແລະ ບໍ່ໄດ້ຮັບການຈັດງານສົບຢ່າງສົມກຽດແລ້ວ, ຂ້າພະເຈົ້າຂໍບອກວ່າເດັກນ້ອຍທີ່ຕາຍຕັ້ງແຕ່ເກີດກໍຍັງດີກວ່າລາວອີກ. 4ເດັກນ້ອຍນັ້ນເກີດມາຢ່າງໄຮ້ຄວາມໝາຍ, ຈາກໄປໃນຄວາມມືດ ແລະ ຊື່ນັ້ນກໍຖືກຄຸມໄວ້ໃນຄວາມມືດ. 5ລາວບໍ່ເຄີຍເຫັນແສງຕາເວັນ ຫລື ຮັບຮູ້ສິ່ງໃດ ກໍຍັງໄດ້ພັກສະຫງົບຫລາຍກວ່າຄົນນັ້ນ 6ເຖິງແມ່ນວ່າລາວມີອາຍຸຍືນສອງພັນປີກໍຕາມ ແຕ່ບໍ່ໄດ້ຊື່ນຊົມກັບຄວາມຈະເລີນຮຸ່ງເຮືອງຂອງຕົນ. ທຸກຄົນລ້ວນໄປບ່ອນດຽວກັນບໍ່ແມ່ນບໍ?
7ທຸກຄົນເຮັດວຽກໜັກກໍເພື່ອປາກທ້ອງຂອງຕົນ,ແຕ່ຄວາມຢາກຂອງພວກເຂົາກໍບໍ່ເຄີຍອິ່ມ.
8ຄົນສະຫລາດໄດ້ປຽບຄົນໂງ່ບ່ອນໃດ?ຄົນທຸກຍາກທີ່ຮູ້ວ່າຄວນເຮັດຕົນເອງຢ່າງໃດຕໍ່ໜ້າຄົນອື່ນກໍມີປະໂຫຍດອັນໃດ?
9ມີເທົ່າທີ່ຕາເຫັນກໍດີກວ່າຢາກໄດ້ຕະຫລອດ.ນີ້ກໍອະນິຈັງ,ເໝືອນແລ່ນໄລ່ຕາມລົມ.
10ສິ່ງໃດທີ່ມີຢູ່ ກໍລ້ວນແຕ່ຖືກລະບຸຊື່ໄວ້ກ່ອນແລ້ວ,ແລະ ມະນຸດເປັນຢ່າງໃດກໍຮູ້ກັນຢູ່ແລ້ວ;ບໍ່ມີຜູ້ໃດສາມາດໂຕ້ແຍ້ງກັບຜູ້ທີ່ແຂງແຮງກວ່າຕົນໄດ້.
11ຍິ່ງເວົ້າຫລາຍຄຳ,ຍິ່ງຫລຸດຜ່ອນຄວາມຫມາຍ,ແລ້ວຈະເປັນປະໂຫຍດກັບຜູ້ໃດ?
12ເພາະຜູ້ໃດແດ່ຈະຮູ້ວ່າອັນໃດດີສຳລັບຄົນໜຶ່ງ ໃນຊ່ວງຊີວິດອັນສັ້ນ ແລະ ຄືນວັນອັນອະນິຈັງທີ່ຜ່ານພົ້ນໄປເໝືອນເງົາ? ຜູ້ໃດຈະບອກພວກເຂົາໄດ້ວ່າຫລັງຈາກພວກເຂົາຈາກໄປແລ້ວຈະມີອັນໃດເກີດຂຶ້ນພາຍໃຕ້ດວງຕາເວັນ?