Skip to content
The Believer's Library

Biblica® Open Lao Contemporary Version

Numbers 24 OLCV

Show OLCV only
Verse × ×
1 Balaam saw that it pleased our Father to bless Israel, so he did not seek omens as before, but turned toward the wilderness. ບັດນີ້​ເມື່ອ​ບາລາອາມ​ເຫັນ​ວ່າ​ພຣະເຈົ້າ​ຢາເວ​ພໍໃຈ​ທີ່​ຈະ​ອວຍພອນ​ອິດສະຣາເອນ​ແລ້ວ, ລາວ​ກໍ​ບໍ່​ໄດ້​ໄປ​ເບິ່ງ​ໂຊກ​ເບິ່ງ​ລາງ​ເໝືອນ​ຄັ້ງ​ກ່ອນໆ, ແຕ່​ຫັນ​ໜ້າ​ຂອງ​ລາວ​ໄປ​ສູ່​ຖິ່ນແຫ້ງແລ້ງກັນດານ.
2 Balaam looked up and saw Israel camped tribe by tribe; then the Spirit of our Father came on him. ເມື່ອ​ບາລາອາມ​ຫລຽວ​ອອກ​ໄປ​ກໍ​ເຫັນ​ອິດສະຣາເອນ​ແຍກ​ຕັ້ງ​ທີ່ພັກ​ອາໄສ​ຕາມ​ເຜົ່າ, ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ເທິງ​ບາລາອາມ
3 He lifted his oracle and said: "The oracle of Balaam son of Beor, the oracle of the man whose eye is opened, ແລະ ລາວ​ຈຶ່ງ​ກ່າວ​ຄຳ​ທຳນວາຍ​ຂອງ​ພຣະອົງ​ວ່າ: “ຄຳ​ທຳນວາຍ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບອໍ, ຄຳທຳນວາຍ​ຂອງ​ຜູ້​ມີ​ຕາ​ສະຫວ່າງ,
4 the oracle of one who hears the words of our Father, who sees the vision of the Almighty, bowing down with eyes wide open: ຄຳ​ທຳນວາຍ​ຂອງ​ຜູ້​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ, ຜູ້​ເຫັນ​ນິມິດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງ​ໃຫຍ່, ຜູ້​ລົ້ມ​ລົງ​ນອນ​ຂ້ວມ ແລະ ຕາ​ໄດ້​ເປີດ​ອອກ:
5 How lovely are your tents, Jacob, your dwelling places, Israel! “ຢາໂຄບ! ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ແທ້, ອິດສະຣາເອນ, ທີ່ຢູ່​ອາໄສ​ຂອງ​ທ່ານ​ງາມ​ຫລາຍ!
6 Like valleys stretching far, like gardens beside a river, like aloes our Father has planted, like cedars beside the waters. “ພວກເຂົາ​ແຜ່​ກະຈາຍ​ອອກ​ໄປ​ດັ່ງ​ຮ່ອມພູ, ດັ່ງ​ສວນ​ທີ່​ຢູ່​ແຄມ​ແມ່ນ້ຳ, ດັ່ງ​ຕົ້ນ​ເກດສະໜາ​ທີ່​ພຣະເຈົ້າ​ຢາເວ​ປູກ​ໄວ້, ດັ່ງ​ຕົ້ນໄມ້​ສີດາ​ທີ່​ຢູ່​ແຄມ​ນ້ຳ.
7 Water will flow from his buckets, and his descendants will have abundant water. His king will be higher than Agag, and his kingdom will be exalted. ນ້ຳ​ຈະ​ໄຫລ​ລົ້ນ​ຈາກ​ຖັງ​ຂອງ​ພວກເຂົາ; ເມັດພືດ​ຂອງ​ພວກເຂົາ​ຈະ​ມີ​ນ້ຳ​ຢ່າງ​ອຸດົມສົມບູນ. “ກະສັດ​ຂອງ​ພວກເຂົາ​ຈະ​ຍິ່ງໃຫຍ່​ກວ່າ​ອາກັກ; ອານາຈັກ​ຂອງ​ພວກເຂົາ​ໄດ້​ຮັບ​ການ​ຍົກ​ສູງ.
8 Our Father brings Israel out of Egypt; Israel is like the horns of the wild ox to them. Israel will devour the nations who oppose them, break their bones, and pierce them with arrows. “ພຣະເຈົ້າ​ໄດ້​ນຳເອົາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ; ພວກເຂົາ​ມີ​ກຳລັງ​ເໝືອນ​ງົວປ່າ. ພວກເຂົາ​ທຳລາຍ​ຊົນຊາດ​ຕ່າງໆ​ທີ່​ເປັນ​ສັດຕູ ແລະ ຫັກ​ກະດູກ​ຂອງ​ພວກເຂົາ​ເປັນ​ຕ່ອນໆ; ພວກເຂົາ​ສຽບແທງ​ຄົນ​ເຫລົ່ານັ້ນ​ດ້ວຍ​ລູກທະນູ.
9 He crouches, he lies down like a lion, like a lioness—who dares rouse him? Blessed are those who bless you, and cursed are those who curse you." ພວກເຂົາ​ລົ້ມຕົວ​ລົງ​ນອນ​ເໝືອນ​ດັ່ງ​ນາງ​ພະຍາ​ສິງ ຄ້າຍ​ນາງ​ສິງ​ຜູ້ໃດ​ກ້າ​ກຸກກວນ​ພວກເຂົາ​ໄດ້? “ຂໍ​ໃຫ້​ຜູ້​ທີ່​ອວຍພອນ​ທ່ານ​ໄດ້​ຮັບ​ພອນ ແລະ ໃຫ້​ຜູ້​ທີ່​ສາບແຊ່ງ​ທ່ານ​ຖືກ​ສາບແຊ່ງ!”
10 Balak's anger flared against Balaam, and he clapped his hands. Balak said to Balaam, "I called you to curse my enemies, but you've blessed them three times now! ແລ້ວ​ບາຫລາກ​ກໍ່​ເກີດ​ຄວາມ​ໃຈຮ້າຍ​ຕໍ່​ບາລາອາມ. ເພິ່ນ​ທຸບ​ກຳປັ້ນ​ຕົນ​ເອງ ແລະ ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ເຈົ້າ​ມາ​ເພື່ອ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ໄດ້​ອວຍພອນ​ພວກເຂົາ​ເຖິງ​ສາມ​ຄັ້ງ.
11 Now flee home! I said I would richly honor you, but God has kept you from honor." ຈົ່ງ​ໜີ​ໄປ​ດຽວນີ້ ແລະ ກັບ​ບ້ານ​ໄປ! ເຮົາ​ເວົ້າ​ແລ້ວ​ວ່າ​ເຮົາ​ຈະ​ໃຫ້​ລາງວັນ​ເຈົ້າ​ຢ່າງ​ງົດງາມ, ແຕ່​ພຣະເຈົ້າ​ຢາເວ​ໄດ້​ຂັດຂວາງ​ບໍ່​ໃຫ້​ໄດ້​ຮັບ​ລາງວັນ”.
12 Balaam answered Balak, "Did I not tell the messengers you sent me, ບາລາອາມ​ຕອບ​ບາຫລາກ​ວ່າ, “ຂ້າພະເຈົ້າ​ບໍ່​ໄດ້​ບອກ​ຜູ້​ສົ່ງຂ່າວ​ທີ່​ທ່ານ​ສົ່ງ​ໄປ​ຫາ​ຂ້າພະເຈົ້າ​ບໍ​ວ່າ,
13 'Even if Balak gave me his house full of silver and gold, I couldn't go beyond my God's command to do good or bad on my own; I can only say what my God tells me'? ‘ເຖິງແມ່ນວ່າ​ບາຫລາກ​ຈະ​ມອບ​ເງິນ ແລະ ຄຳ​ທັງໝົດ​ໃນ​ລາຊະວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃດ​ຕາມ​ໃຈ​ມັກ​ຂອງ​ຂ້າພະເຈົ້າ​ໄດ້, ບໍ່​ວ່າ​ດີ ຫລື ຮ້າຍ, ບໍ່​ສາມາດ​ທີ່​ຈະ​ໄປ​ໄກ​ເກີນ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ໄດ້ ແລະ ຂ້າພະເຈົ້າ​ຕ້ອງ​ເວົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ເທົ່ານັ້ນ’?
14 And now I am going back to my people. Come, let me warn you what this people will do to your people in the days to come." ບັດນີ້ ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ປະຊາຊົນ​ຂອງ​ຂ້າພະເຈົ້າ, ແຕ່​ຂໍ​ເຕືອນ​ທ່ານ​ເຖິງ​ສິ່ງ​ທີ່​ປະຊາຊົນ​ເຫລົ່ານີ້​ຈະ​ເຮັດ​ແກ່​ປະຊາຊົນ​ຂອງ​ທ່ານ​ໃນ​ວັນ​ຂ້າງ​ໜ້າ”.
15 Then he lifted his oracle, saying: "Oracle of Balaam son of Beor, oracle of the man whose eye is opened, ແລ້ວ​ເພິ່ນ​ຈຶ່ງ​ກ່າວ​ຄຳ​ທຳນວາຍ​ຂອງ​ເພິ່ນ​ວ່າ: “ຄຳ​ທຳນວາຍ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບອໍ, ຄຳ​ທຳນວາຍ​ຂອງ​ຜູ້​ມີ​ຕາ​ສະຫວ່າງ,
16 the oracle of one who hears the words of our Father, who knows the knowledge of the Most High, who sees the vision of the Almighty, bowing down with eyes wide open: ຄຳ​ທຳນວາຍ​ຂອງ​ຜູ້​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ, ຜູ້​ມີ​ຄວາມຮູ້​ຈາກ​ຜູ້ສູງສຸດ, ຜູ້​ເຫັນ​ນິມິດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ຜູ້​ລົ້ມ​ລົງ ແລ້ວ​ຕາ​ໄດ້​ເປີດອອກ​ແລ້ວ:
17 I see him, but not now; I gaze on him, but not near. A star will come out of Jacob, and a scepter will rise out of Israel; it will crush the brow of Moab and break down all the sons of Sheth. “ຂ້າພະເຈົ້າ​ເຫັນ​ເພິ່ນ, ແຕ່​ບໍ່​ແມ່ນ​ຂະນະ​ນີ້ ຂ້າພະເຈົ້າ​ເບິ່ງ​ເຫັນ, ແຕ່​ບໍ່​ແມ່ນ​ໄລຍະ​ໃກ້. ດາວ​ດວງ​ໜຶ່ງ​ຈະ​ອອກ​ມາ​ຈາກ​ຢາໂຄບ; ໄມ້ຄາທາ​ອັນ​ໜຶ່ງ​ຈະ​ຂຶ້ນ​ມາ​ຈາກ​ອິດສະຣາເອນ. ຜູ້​ນັ້ນ​ຈະ​ຍ່ອງ​ໜ້າຜາກ​ຂອງ​ໂມອາບ, ແລະ ທຸບ​ກະໂຫລກຫົວ​ຂອງ​ເຊື້ອສາຍ​ຂອງ​ເຊດ.
18 Edom will be conquered, and Seir, his enemies, will be conquered, while Israel grows strong. ເອໂດມ​ຈະ​ຖືກ​ພ່າຍແພ້; ເສອີ, ສັດຕູ​ຂອງ​ເຂົາ, ກໍ​ຈະ​ຖືກ​ພ່າຍແພ້, ແຕ່​ອິດສະຣາເອນ​ຈະ​ເຂັ້ມແຂງ​ຂຶ້ນ
19 One from Jacob will rule, and will destroy the survivors of the city." ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ຢາໂຄບ ແລະ ຈະ​ທຳລາຍ​ຜູ້​ທີ່​ລອດ​ຊີວິດ​ຂອງ​ເມືອງ​ນັ້ນ”.
20 Then Balaam saw Amalek, took up his message, and said: "Amalek was first among the nations, but his end is utter destruction." ຈາກ​ນັ້ນ​ບາລາອາມ​ແນມເບິ່ງ​ຊາວອາມາເຫລັກ ແລະ ກ່າວ​ຄຳທຳນວາຍ​ຂອງ​ເພິ່ນ​ວ່າ: “ອາມາເຫລັກ​ເປັນ​ທີ​ໜຶ່ງ​ໃນ​ທ່າມກາງ​ປະຊາຊາດ​ຕ່າງໆ, ແຕ່​ບັ້ນປາຍ​ພວກເຂົາ​ຈະ​ພັງ​ພິນາດ”.
21 He looked at the Kenite, took up his oracle, and said: "Your dwelling place is firm, your nest set in the rock. ແລ້ວ​ເຂົາ​ກໍ່​ແນມເບິ່ງ​ຊາວເກນິດ ແລະ ກ່າວ​ຄຳ​ທຳນວາຍ​ວ່າ: “ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ກໍ​ໝັ້ນຄົງ, ຮັງ​ຂອງ​ພວກເຈົ້າ​ກໍ່​ຕັ້ງ​ຢູ່​ທີ່​ຫລືບ​ຫີນ;
22 Yet Kain will be consumed when Asshur takes you away captive." ແຕ່​ພວກເຈົ້າ​ຊາວເກນິດ​ຈະ​ຖືກ​ທຳລາຍ ເມື່ອ​ອັດຊູເຣ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ”.
23 He took up his oracle and said: "Who can live when God does this? ແລ້ວ​ບາລາອາມ​ກໍ​ກ່າວ​ຄຳ​ທຳນວາຍ​ຂອງ​ເພິ່ນ​ວ່າ: “ອະນິຈັງ! ມີ​ຜູ້ໃດ​ຈະ​ມີ​ຊີວິດ​ຢູ່​ໄດ້​ເມື່ອ​ພຣະເຈົ້າ​ກະທຳ​ເຊັ່ນ​ນີ້?
24 Ships will come from the coasts of Kittim; they will afflict Asshur and afflict Eber, but they too will come to utter destruction." ເຮືອ​ຈະ​ມາ​ຈາກ​ຝັ່ງທະເລ​ຂອງ​ໄຊປຣັດ; ແລະ ພວກເຂົາ​ຈະ​ເອົາ​ຊະນະ​ທັງ​ອັດຊູເຣ ແລະ ເອເບ, ແຕ່​ພວກເຂົາ​ກໍ​ຈະ​ຈິບຫາຍ​ໄປ​ເຊັ່ນ​ກັນ”.
25 Then Balaam rose and went back to his home, and Balak also went on his way. ແລ້ວ​ບາລາອາມ​ກໍ​ລຸກ​ຂຶ້ນ ແລະ ກັບ​ເມືອ​ທີ່​ຢູ່​ຂອງ​ຕົນ, ແລະ ບາຫລາກ​ກໍ​ໄປ​ຕາມ​ທາງ​ຂອງ​ຕົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]