Skip to content
The Believer's Library

Biblica® Open Lao Contemporary Version

Numbers 25 OLCV

Show OLCV only
Verse × ×
1 While Israel lived in Shittim, the people began sexual sin with Moab's daughters. ຂະນະ​ທີ່​ອິດສະຣາເອນ​ພັກ​ຢູ່​ທີ່​ຊິດຕິມ, ພວກຜູ້ຊາຍ​ເລີ່ມ​ເຮັດ​ຜິດ​ທາງເພດ​ກັບ​ຍິງ​ຊາວໂມອາບ,
2 They invited the people to their gods' sacrifices; the people ate and bowed to their gods. ຜູ້​ທີ່​ເຊີນ​ພວກເຂົາ​ໄປ​ຮ່ວມ​ບູຊາ​ບັນດາ​ພະ​ຂອງ​ພວກເຂົາ. ພວກເຂົາ​ກໍ່​ໄດ້ຮ່ວມ​ງານລ້ຽງ ແລະ ຂາບໄຫວ້​ຕໍ່ໜ້າ​ພະ​ເຫລົ່ານີ້.
3 So Israel joined himself to Baal of Peor, and the anger of our Father burned against Israel. ດ້ວຍວ່າ​ອິດສະຣາເອນ​ຫັນ​ຕົວເອງ​ເຂົ້າ​ຂາບໄຫວ້​ພະບາອານ​ແຫ່ງ​ເປອໍ. ພຣະເຈົ້າ​ຢາເວ​ໂກດຮ້າຍ​ຕໍ່​ພວກເຂົາ​ຫລາຍ.
4 Our Father said to Moses, "Take all the people's leaders and execute them before me in daylight, so my burning anger turns away from Israel." ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນຳເອົາ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ເຫລົ່ານີ້, ມາ​ປະຫານ​ຊີວິດ ແລະ ແຂວນ​ພວກເຂົາ​ໄວ້​ກາງ​ແດດກ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ເພື່ອ​ວ່າ​ຄວາມໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຫັນໜີ​ໄປ​ຈາກ​ອິດສະຣາເອນ”.
5 Moses told Israel's judges, "Each of you kill his men joined to Baal of Peor." ດັ່ງນັ້ນ​ໂມເຊ​ຈຶ່ງ​ສັ່ງ​ຜູ້ພິພາກສາ​ຂອງ​ອິດສະຣາເອນ​ວ່າ, “ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ປະຫານ​ຊີວິດ​ຜູ້ທີ່​ຮ່ວມ​ກາບໄຫວ້​ພະບາອານ​ແຫ່ງ​ເປອໍ”.
6 Then an Israelite man brought a Midianite woman to his brothers in front of Moses and Israel's whole assembly, while they wept at the entrance of the tent of meeting. ແລ້ວ​ຊາຍ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ໄດ້​ນຳເອົາ​ຍິງ​ຊາວມີດີອານ​ເຂົ້າ​ມາ​ໃນ​ຄ້າຍພັກ​ຕໍ່ໜ້າ​ໂມເຊ ແລະ ຊຸມຊົນ​ທັງໝົດ​ຂອງ​ອິດສະຣາເອນ​ໃນ​ຂະນະ​ທີ່​ພວກເຂົາ​ຢືນ​ຮ້ອງໄຫ້​ຢູ່​ທີ່​ທາງເຂົ້າ​ຂອງ​ເຕັນນັດພົບ.
7 Phinehas son of Eleazar, son of Aaron the priest, saw this, rose from the assembly, and took a spear in his hand. ເມື່ອ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ, ຜູ້​ເປັນ​ລູກຊາຍ​ຂອງ​ປະໂລຫິດ​ອາໂຣນ​ເຫັນ​ເຊັ່ນ​ນີ້, ລາວ​ກໍ​ອອກ​ຈາກ​ຊຸມຊົນ​ໄປ, ໂດຍ​ຈັບ​ເອົາ​ຫອກ​ໃສ່​ມື​ຂອງ​ຕົນ
8 He followed the Israelite man into the chamber and pierced them both—the Israelite man and the woman, through her belly. Then the plague against the Israelites stopped. ແລ້ວ​ໄດ້​ຕິດຕາມ​ຊາຍ​ຄົນ​ອິດສະຣາເອນ​ເຂົ້າໄປ​ໃນ​ເຕັນ. ລາວ​ຊັດ​ຫອກ​ເຂົ້າ​ໃສ່​ພວກເຂົາ, ທະລຸ​ຜ່ານ​ຊາຍ​ຄົນ​ອິດສະຣາເອນ ແລະ ຊອດເຂົ້າ​ໄປ​ທ້ອງ​ຂອງ​ຍິງ​ນັ້ນ. ແລ້ວ​ໂລກລະບາດ​ທີ່​ເກີດຂື້ນ​ກັບ​ຄົນ​ອິດສະຣາເອນ​ກໍ​ໄດ້​ຢຸດຕິ​ລົງ.
9 Those who died in the plague were 24,000. ແຕ່​ມີ​ຜູ້​ເສຍຊີວິດ​ຍ້ອນ​ໂລກລະບາດ​ໄປ​ແລ້ວ​ຈຳນວນ 24.000 ຄົນ.
10 Then our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
11 "Phinehas son of Eleazar, son of Aaron the priest, has turned my anger from the Israelites by his zeal for my zeal among them, so I didn't destroy the Israelites in my zeal. “ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ, ຜູ້​ເປັນ​ລູກຊາຍ​ຂອງ​ປະໂລຫິດ​ອາໂຣນ, ເປັນ​ຜູ້​ນຳເອົາ​ຄວາມໂກດຮ້າຍ​ຂອງ​ເຮົາ​ອອກ​ໄປ​ຈາກ​ຄົນ​ອິດສະຣາເອນ. ເນື່ອງຈາກ​ວ່າ​ລາວ​ມີ​ຄວາມ​ກະຕືລືລົ້ນ​ເພື່ອ​ປົກປ້ອງ​ກຽດ​ຂອງ​ເຮົາ​ທີ່​ມີ​ຢູ່ນັ້ນ, ເຮົາ​ຈຶ່ງ​ຢຸດເຊົາ​ການທຳລາຍ​ຂອງ​ເຮົາ​ຕໍ່​ພວກເຂົາ.
12 Therefore say: I am giving him my covenant of peace. ສະນັ້ນ​ຈົ່ງ​ບອກ​ລາວ​ວ່າ​ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຫ່ງ​ສັນຕິສຸກ​ຂອງ​ເຮົາ​ກັບ​ລາວ.
13 He and his descendants after him will have a covenant of lasting priesthood, because he was passionate for me and made atonement for the Israelites." ລາວ ແລະ ເຊື້ອສາຍ​ຂອງ​ລາວ​ຈະ​ມີ​ພັນທະສັນຍາ​ຂອງ​ການ​ເປັນ​ປະໂລຫິດ​ຕະຫລອດໄປ, ເພາະ​ລາວ​ມີ​ຄວາມກະຕືລືລົ້ນ​ເພື່ອ​ປົກປ້ອງ​ກຽດ​ຂອງ​ພຣະເຈົ້າ​ຂອງ​ລາວ ແລະ ໄດ້​ລຶບລ້າງບາບ​ໃຫ້​ຄົນ​ອິດສະຣາເອນ”.
14 The name of the Israelite killed with the Midianite woman was Zimri son of Salu, a Simeonite clan leader. ຊື່​ຂອງ​ຊາຍ​ຄົນ​ອິດສະຣາເອນ​ຜູ້​ທີ່​ຖືກ​ຂ້າ​ພ້ອມ​ຍິງ​ຊາວມີດີອານ​ນັ້ນ​ແມ່ນ​ຊິມຣີ​ລູກຊາຍ​ຂອງ​ສາລູ, ຜູ້ນຳ​ຄົນ​ໜຶ່ງ​ຂອງ​ຄອບຄົວ​ຊາວຊີເມໂອນ.
15 The Midianite woman killed was named Cozbi, daughter of Zur, head of a clan in Midian. ແລະ ຊື່​ຂອງ​ຍິງ​ຊາວມີດີອານ​ຜູ້​ທີ່​ຖືກ​ຂ້າ​ຄົນ​ນັ້ນ​ແມ່ນ​ໂກຊະບີ​ລູກສາວ​ຂອງ​ຊູເຣ, ເຊິ່ງ​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ເຜົ່າ​ຊາວມີດີອານ.
16 Then our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
17 "Treat the Midianites as enemies and strike them down, “ຈົ່ງ​ປະຕິບັດ​ຕໍ່​ຊາວມີດີອານ​ໃນ​ຖານະ​ສັດຕູ ແລະ ຂ້າ​ພວກເຂົາ​ເສຍ.
18 for they are your enemies through their trickery, by which they tricked you in the matter of Peor, and of Cozbi, daughter of Midian's leader, their sister, struck down on the day of the plague over Peor." ພວກເຂົາ​ປະຕິບັດ​ຕໍ່​ເຈົ້າ​ໃນ​ຖານະ​ສັດຕູ​ເມື່ອ​ພວກເຂົາ​ຫລອກລວງ​ເຈົ້າ​ທີ່​ເປອໍ ແລະ ເລື່ອງ​ຂອງ​ໂກຊະບີ, ລູກສາວ​ຜູ້ນຳ​ຂອງ​ຊາວມີດີອານ, ແມ່ຍິງ​ທີ່​ຖືກ​ຂ້າ​ເມື່ອ​ໂລກລະບາດ​ເຂົ້າມາ​ຈາກ​ຜົນ​ຂອງ​ເຫດການ​ນັ້ນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]