Skip to content
The Believer's Library

Biblica® Open Lao Contemporary Version

Numbers 23 OLCV

Show OLCV only
Verse × ×
1 Balaam told Balak, "Build me seven altars here, prepare seven bulls and seven rams for me here." ບາລາອາມ​ກ່າວ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ນີ້​ເຈັດ​ແທ່ນ ແລະ ຕຽມ​ງົວຜູ້​ກັບ​ແກະຜູ້​ຢ່າງ​ລະ​ເຈັດ​ໂຕ​ໃຫ້​ຂ້າພະເຈົ້າ”.
2 Balak did as Balaam said; Balak and Balaam offered a bull and a ram on each altar. ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ກ່າວ, ແລະ ພວກເຂົາ​ທັງສອງ​ກໍ​ໄດ້​ພາກັນ​ຖວາຍບູຊາ​ງົວຜູ້ ແລະ ແກະຜູ້​ຢ່າງ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່​ລະ​ແທ່ນ.
3 Balaam told Balak, "Stand by your burnt offering while I go; maybe God will meet me, and I'll tell you whatever he shows me." Then he went to a bare height. ແລ້ວ​ບາລາອາມ​ກໍ​ກ່າວ​ກັບ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ຂ້າງ​ເຄື່ອງຖວາຍ​ຂອງ​ທ່ານ​ຢູ່​ທີ່​ນີ້​ຂະນະ​ທີ່​ຂ້າພະເຈົ້າ​ອອກ​ໄປ​ຂ້າງ​ນອກ. ພຣະເຈົ້າ​ຢາເວ​ຈະ​ມາ​ພົບ​ກັບ​ຂ້າພະເຈົ້າ ຫລື ບໍ່. ສິ່ງໃດ​ທີ່​ພຣະອົງ​ເປີດເຜີຍ, ຂ້າພະເຈົ້າ​ຈະ​ບອກ​ທ່ານ”. ແລ້ວ​ລາວ​ກໍ​ຂຶ້ນ​ໄປ​ເທິງ​ຈອມພູ​ທີ່​ແຫ້ງແລ້ງ.
4 Our Father met Balaam, who said to him, "I have set up seven altars and offered a bull and ram on each altar." ພຣະເຈົ້າ​ມາ​ພົບ​ກັບ​ລາວ, ແລະ ບາລາອາມ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ຈັດຕຽມ​ແທ່ນບູຊາ​ເຈັດ​ແທ່ນ, ແລະ ໄດ້​ຖວາຍ​ງົວຜູ້​ກັບ​ແກະຜູ້​ຢ່າງ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່​ລະ​ແທ່ນ”.
5 Our Father put a word in Balaam's mouth: "Return to Balak and say this." ພຣະເຈົ້າ​ຢາເວ​ເອົາ​ຖ້ອຍຄຳ​ໃສ່​ໃນ​ປາກ​ຂອງ​ບາລາອາມ ແລະ ກ່າວ​ວ່າ, “ຈົ່ງ​ກັບ​ໄປ​ຫາ​ບາຫລາກ ແລະ ກ່າວ​ຖ້ອຍຄຳ​ນີ້​ກັບ​ລາວ”.
6 He went back to Balak—there Balak stood beside his burnt offering, with all the princes of Moab. ບາລາອາມ​ຈຶ່ງ​ກັບ​ລົງ​ໄປ​ຫາ​ບາຫລາກ ແລະ ພົບ​ວ່າ​ເພິ່ນ​ຢືນ​ຢູ່​ຂ້າງ​ເຄື່ອງຖວາຍ​ຂອງ​ຕົນ, ພ້ອມ​ດ້ວຍ​ບັນດາ​ຂ້າລາຊະການ​ຊາວໂມອາບ.
7 He took up his oracle and said: "From Aram Balak brought me, Moab's king from the eastern mountains: Come, curse Jacob for me; come, denounce Israel. ແລ້ວ​ບາລາອາມ​ຈຶ່ງ​ກ່າວ​ຖ້ອຍຄຳ​ຂອງ​ພຣະອົງ​ວ່າ: “ບາຫລາກ​ນຳ​ຂ້າພະເຈົ້າ​ມາ​ຈາກ​ອາຣາມ, ກະສັດ​ແຫ່ງ​ໂມອາບ​ພາ​ຂ້າພະເຈົ້າ​ມາ​ຈາກ​ພູເຂົາ​ທາງ​ທິດຕາເວັນອອກ. ເພິ່ນ​ກ່າວ​ວ່າ, ‘ຈົ່ງ​ມາ, ມາ​ສາບແຊ່ງ​ຢາໂຄບ​ໃຫ້​ຂ້ອຍ​ແດ່; ຈົ່ງ​ມາ, ປະນາມ​ອິດສະຣາເອນ’.
8 How can I curse those our Father has not cursed? How can I denounce those our Father has not denounced? ຂ້າພະເຈົ້າ​ຈະ​ສາບແຊ່ງ ຜູ້​ທີ່​ພຣະເຈົ້າ​ຢາເວ​ບໍ່​ໄດ້​ສາບແຊ່ງ​ໄດ້​ຢ່າງ​ໃດ? ຂ້າພະເຈົ້າ​ຈະ​ປະນາມ ຜູ້​ທີ່​ພຣະເຈົ້າ​ຢາເວ​ບໍ່​ໄດ້​ປະນາມ​ໄດ້​ຢ່າງໃດ?
9 From the top of the rocks I see them, from the hills I look on them: a people dwelling alone, not counting itself among the nations. ຈາກ​ຍອດ​ຜາ​ຫີນ ຂ້າພະເຈົ້າ​ເຫັນ​ພວກເຂົາ, ຈາກ​ເບື້ອງ​ສູງ ຂ້າພະເຈົ້າ​ແນມ​ເຫັນ​ພວກເຂົາ. ຂ້າພະເຈົ້າ​ເຫັນ​ຊົນຊາດ​ໜຶ່ງ​ທີ່​ຢູ່​ຕາມ​ລຳພັງ ແລະ ບໍ່​ໄດ້​ຖື​ວ່າ​ພວກຕົນ​ເປັນ​ໜຶ່ງ​ໃນ​ບັນດາ​ປະຊາຊາດ​ຕ່າງໆ.
10 Who can count the dust of Jacob or number even a fourth of Israel? Let me die as the upright die, and let my end be like theirs!" ຜູ້ໃດ​ສາມາດ​ນັບ​ເຊື້ອ​ສາ​ຂອງ​ຢາໂຄບ​ທີ່​ມີ​ຢ່າງ​ຫລວງຫລາຍ​ເໝືອນ​ຂີ້ຝຸ່ນດິນ ຫລື ແມ່ນແຕ່​ເຊັ່ນ​ທີສີ່​ຂອງ​ອິດສະຣາເອນ​ໄດ້? ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ຕາຍ​ຢ່າງ​ຜູ້ຊອບທຳ, ຂໍ​ໃຫ້​ບັ້ນ​ປາຍ​ຊີວິດ​ຂອງ​ຂ້າພະເຈົ້າ​ຈົບລົງ​ເໝືອນ​ດັ່ງ​ພວກເຂົາ!”
11 Balak said to Balaam, "What have you done to me? I brought you to curse my enemies, and look—you've only blessed them!" ບາຫລາກ​ກ່າວ​ກັບ​ບາລາອາມ​ວ່າ, “ເຈົ້າ​ເຮັດ​ຫຍັງ​ກັບ​ເຮົາ​ຢ່າງ​ນີ້? ເຮົາ​ນຳ​ເອົາ​ເຈົ້າ​ມາ​ເພື່ອ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ເລີຍ​ແຕ່​ມາ​ອວຍພອນ​ພວກເຂົາ!”
12 He answered, "Must I not be careful to say what God puts in my mouth?" ບາລາອາມ​ຕອບ​ວ່າ, “ຂ້າພະເຈົ້າ​ຕ້ອງ​ເວົ້າ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໃສ່​ໄວ້​ໃນ​ປາກ​ຂອງ​ຂ້າພະເຈົ້າ​ບໍ່​ແມ່ນ​ບໍ?”
13 Then Balak said, "Please come with me to another place where you can see them. You will see only their outer edge, not all of them, and curse them for me from there." ແລ້ວ​ບາຫລາກ​ຈຶ່ງ​ເວົ້າ​ກັບ​ບາລາອາມ​ວ່າ, “ຈົ່ງ​ໄປ​ກັບ​ເຮົາ​ອີກ​ບ່ອນ​ໜຶ່ງ​ບ່ອນ​ທີ່​ເຈົ້າ​ສາມາດ​ເຫັນ​ພວກເຂົາ​ໄດ້; ແຕ່​ເຈົ້າ​ຈະ​ບໍ່​ເຫັນ​ພວກເຂົາ​ທັງ​ໝົດ ແຕ່​ເຫັນ​ພຽງ​ຄ້າຍພັກ​ຂອງ​ພວກເຂົາ​ຢູ່​ນອກ​ເມືອງ​ເທົ່ານັ້ນ. ແລະ ຈາກ​ທີ່​ນັ້ນ, ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ເຮົາ​ດ້ວຍ”.
14 He took him to the field of Zophim, to the top of Pisgah, built seven altars, and offered a bull and a ram on each. ບາຫລາກ​ຈຶ່ງ​ພາ​ບາລາອາມ​ໄປ​ຍັງ​ທົ່ງ​ໂຊພິມ​ເທິງ​ຈອມ​ພູ​ປີສະກາ, ແລະ ທີ່​ນັ້ນ​ລາວ​ສ້າງ​ແທ່ນບູຊາ​ຂຶ້ນ​ເຈັດ​ແທ່ນ ແລະ ຖວາຍ​ງົວ​ຜູ້​ກັບ​ແກະ​ຜູ້​ຢ່າງ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່​ລະ​ແທ່ນ.
15 Balaam said to Balak, "Stand here by your burnt offering while I meet with him over there." ບາລາອາມ​ກ່າວ​ຕໍ່​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ຂ້າງ​ເຄື່ອງຖວາຍ​ຂອງ​ທ່ານ​ໃນ​ຂະນະ​ທີ່​ຂ້າພະເຈົ້າ​ຈະ​ໄປ​ພົບ​ກັບ​ພຣະອົງ​ທີ່​ນັ້ນ”.
16 Our Father met Balaam, put a word in his mouth, and said, "Return to Balak and say this." ພຣະເຈົ້າ​ຢາເວ​ມາ​ພົບ​ບາລາອາມ ແລະ ເອົາ​ຖ້ອຍຄຳ​ໃສ່​ໃນ​ປາກ​ຂອງ​ລາວ ແລະ ກ່າວ​ວ່າ, “ຈົ່ງ​ກັບຄືນ​ໄປ​ຫາ​ບາຫລາກ ແລະ ມອບ​ຖ້ອຍຄຳ​ນີ້​ໃຫ້​ລາວ”.
17 He came to him—there, standing by his burnt offering, with Moab's princes. Balak said to him, "What has God spoken?" ດັ່ງນັ້ນ​ບາລາອາມ​ຈຶ່ງ​ກັບ​ໄປ​ຫາ​ບາຫລາກ ແລະ ພົບ​ເພິ່ນ​ຢືນ​ຢູ່​ຂ້າງ​ເຄື່ອງຖວາຍ​ຂອງ​ຕົນ, ພ້ອມ​ກັບ​ບັນດາ​ຂ້າລາຊະການ​ຂອງ​ໂມອາບ. ບາຫລາກ​ຖາມ​ລາວ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ຫຍັງ​ແດ່?”
18 He took up his oracle: "Rise, Balak, and hear; listen to me, son of Zippor: ແລ້ວ​ບາລາອາມ​ຈຶ່ງ​ກ່າວ​ຄຳທຳນວາຍ​ວ່າ: “ຈົ່ງ​ລຸກ​ຂຶ້ນ​ເທີນ ບາຫລາກ​ເອີຍ, ແລະ ຈົ່ງ​ຟັງ; ລູກຊາຍ​ຂອງ​ຊິບໂປ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີນ.
19 Our Father is not a man, that he should lie, nor a son of man, that he should change his mind. Has he ever said something and not done it? Has he ever spoken and not fulfilled it? ພຣະເຈົ້າ​ບໍ່ແມ່ນ​ມະນຸດ, ທີ່​ຈະ​ກ່າວ​ຄຳ​ຕົວະ, ພຣະອົງ​ບໍ່​ແມ່ນ​ມະນຸດ, ທີ່​ຈະ​ປ່ຽນ​ຄວາມຄິດ​ຂອງ​ພຣະອົງ. ມີ​ຫລື​ບໍ​ທີ່​ພຣະອົງ​ກ່າວ​ແລ້ວ​ບໍ່​ໄດ້​ກະທຳ? ມີ​ຫລື​ບໍ​ທີ່​ພຣະອົງ​ສັນຍາ ແລະ ບໍ່​ໄດ້​ກະທຳ?
20 Look, I have received a command to bless. He has blessed, and I cannot revoke it. ຂ້າພະເຈົ້າ​ໄດ້​ຮັບ​ຄຳສັ່ງ​ໃຫ້​ອວຍພອນ; ພຣະອົງ​ກໍ​ໄດ້​ອວຍພອນ​ແລ້ວ, ແລະ ຂ້າພະເຈົ້າ​ບໍ່​ສາມາດ​ປ່ຽນແປງ​ຄຳສັ່ງ​ນັ້ນ​ໄດ້.
21 He has seen no misfortune in Jacob, nor seen trouble in Israel. Our Father is with him, and the shout of a King is among them. “ບໍ່​ເຫັນ​ມີ​ເຄາະ​ກຳ​ໃດ​ໃນ​ຢາໂຄບ, ບໍ່​ມີ​ຄວາມ​ທຸກຍາກ​ໃດ​ທີ່​ສັງເກດ​ໄດ້​ໃນ​ອິດສະຣາເອນ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສະຖິດ​ຢູ່​ກັບ​ພວກເຂົາ; ສຽງ​ໂຮຮ້ອງ​ຂອງ​ກະສັດ​ຢູ່​ທ່າມກາງ​ພວກເຂົາ;
22 Our Father, who brought them out of Egypt, is for them like the horns of the wild ox. ພຣະເຈົ້າ​ໄດ້​ນຳເອົາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ; ພວກເຂົາ​ມີ​ກຳລັງ​ເໝືອນ​ງົວປ່າ.
23 There is no enchantment against Jacob, no divination against Israel. Now it will be said of Jacob and of Israel, 'See what our Father has done!' ບໍ່​ມີ​ເວດມົນຄາຖາ​ໃດ​ຕໍ່ສູ້​ຢາໂຄບ, ບໍ່​ມີ​ວິຊາອາຄົມ​ໃດ​ຕໍ່ສູ້​ອິດສະຣາເອນ. ເຖິງ​ເວລາ​ແລ້ວ​ທີ່​ຈະ​ກ່າວ​ເຖິງ​ຢາໂຄບ ແລະ ອິດສະຣາເອນ​ວ່າ, ‘ຈົ່ງ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ!’
24 Look, a people rising up like a lioness, rousing itself like a lion; it will not lie down until it devours the prey and drinks the blood of the slain." ປະຊາຊົນ​ລຸກ​ຂຶ້ນ​ເໝືອນ​ດັ່ງ​ນາງ​ພະຍາສິງ; ພວກເຂົາ​ປຸກ​ໃຈ​ຕົນ​ເອງ​ເໝືອນ​ດັ່ງ​ຣາຊາສິງ ຈະ​ບໍ່​ຢຸດ​ພັກ​ຈົນ​ກວ່າ​ຈະ​ໄດ້​ເຫຍື່ອ​ມາ​ເປັນ​ອາຫານ. ແລະ ໄດ້​ດື່ມ​ເລືອດ​ຂອງ​ເຫຍື່ອ​ເສຍ​ກ່ອນ”.
25 Balak said to Balaam, "Don't curse them at all, and don't bless them at all!" ຫລັງຈາກນັ້ນ​ບາຫລາກ​ຈຶ່ງ​ກ່າວ​ກັບ​ບາລາອາມ​ວ່າ, “ຖ້າ​ບໍ່​ສາບແຊ່ງ​ພວກເຂົາ ແລະ ກໍ​ບໍ່​ອວຍພອນ​ພວກເຂົາ​ເລີຍ!”
26 But Balaam answered Balak, "Didn't I tell you I must do all that God says?" ບາລາອາມ​ຕອບ​ວ່າ, “ຂ້າພະເຈົ້າ​ບອກ​ທ່ານ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ຂ້າພະເຈົ້າ​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ພຣະເຈົ້າ​ກ່າວ?”
27 Balak said to Balaam, "Come, let me take you elsewhere. Maybe God will let you curse them for me from there." ແລ້ວ​ບາຫລາກ​ເວົ້າ​ກັບ​ບາລາອາມ​ວ່າ, “ມາເທາະ, ເຮົາ​ຈະ​ພາ​ທ່ານ​ໄປ​ບ່ອນ​ໜຶ່ງ​ອີກ. ບາງທີ​ບ່ອນ​ນີ້​ພຣະເຈົ້າ​ອາດ​ພໍໃຈ​ເພື່ອ​ຈະ​ໃຫ້​ເຈົ້າ​ສາບແຊ່ງ​ພວກເຂົາ​ຈາກ​ທີ່​ນັ້ນ”.
28 So Balak took Balaam to the top of Peor, which overlooks the wasteland. ບາຫລາກ​ຈຶ່ງ​ພາ​ບາລາອາມ​ໄປ​ຍັງ​ຈອມພູ​ເປອໍ, ເຊິ່ງ​ຫລຽວ​ລົງມາ​ເຫັນ​ດິນຫວ່າງເປົ່າ.
29 Balaam told Balak, "Build me seven altars here, and prepare seven bulls and seven rams here." ບາລາອາມ​ກ່າວ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ​ທີ່​ນີ້, ແລະ ຕຽມ​ງົວຜູ້​ເຈັດ​ໂຕ​ກັບ​ແກະຜູ້​ເຈັດ​ໂຕ​ສຳລັບ​ຂ້າພະເຈົ້າ”.
30 Balak did as Balaam had said, and offered a bull and a ram on each altar. ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ກ່າວ, ແລະ ໄດ້​ຖວາຍ​ງົວຜູ້ ແລະ ແກະຜູ້​ຢ່າງ​ລະ​ໜຶ່ງ​ໂຕ​ເທິງ​ແທ່ນບູຊາ​ແຕ່​ລະ​ແທ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]