Skip to content
The Believer's Library

Biblica® Open Lao Contemporary Version

Numbers 22 OLCV

Show OLCV only
Verse × ×
1 Then the Israelites set out and camped in the plains of Moab beyond the Jordan, opposite Jericho. ແລ້ວ​ຄົນ​ອິດສະຣາເອນ​ກໍ​ເດີນທາງ​ມາ​ເຖິງ​ທົ່ງພຽງ​ໂມອາບ ແລະ ຕັ້ງ​ຄ້າຍພັກ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.
2 Now Balak son of Zippor saw all that Israel had done to the Amorites. ບັດນີ້​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ໄດ້​ເຫັນ​ການກະທຳ​ທັງໝົດ​ຂອງ​ອິດສະຣາເອນ​ຕໍ່​ຊາວອາໂມ,
3 Moab feared the people greatly, for they were many; Moab dreaded the Israelites. ແລະ ໂມອາບ​ເກີດ​ຄວາມ​ຢ້ານກົວ​ເພາະ​ວ່າ​ອິດສະຣາເອນ​ມີ​ປະຊາຊົນ​ຫລາຍ. ແມ່ນແທ້, ໂມອາບ​ເຕັມ​ດ້ວຍ​ຄວາມຢ້ານກົວ​ຄົນ​ອິດສະຣາເອນ​ເປັນ​ຢ່າງຍິ່ງ.
4 Moab said to Midian's elders, "This horde will lick up everything around us, as an ox licks up field grass." Balak son of Zippor was king of Moab then. ຊາວໂມອາບ​ຈຶ່ງ​ເວົ້າ​ກັບ​ບັນດາ​ຜູ້ອາວຸໂສ​ຂອງ​ມີດີອານ​ວ່າ, “ຄົນ​ກຸ່ມ​ນີ້​ກຳລັງ​ຈະ​ກັດ​ກິນ​ທຸກສິ່ງ​ຢູ່​ອ້ອມຂ້າງ​ພວກເຮົາ, ເໝືອນ​ດັ່ງ​ງົວ​ທີ່​ກິນ​ຫຍ້າ​ຢູ່​ໃນ​ທົ່ງນາ”. ດັ່ງນັ້ນ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ, ຜູ້​ເປັນ​ກະສັດ​ຂອງ​ໂມອາບ​ໃນ​ເວລາ​ນັ້ນ,
5 He sent messengers to Balaam son of Beor at Pethor, by the Euphrates in his people's land, to summon him. He said, "Look, a people has come out of Egypt. Look, they cover the face of the land, and have settled facing me. ຈຶ່ງ​ສົ່ງ​ຜູ້ສື່ສານ​ໄປ​ເອີ້ນ​ເອົາ​ບາລາອາມ​ລູກຊາຍ​ຂອງ​ເບອໍ, ຢູ່​ທີ່​ເປໂທ, ໃກ້​ກັບ​ແມ່ນ້ຳ​ເອີຟຣັດ, ດິນແດນ​ທີ່​ເປັນ​ບ້ານເກີດ​ຂອງ​ລາວ. ບາຫລາກ​ກ່າວ​ວ່າ: “ປະຊາຊົນ​ກຸ່ມ​ໜຶ່ງ​ອອກ​ມາ​ຈາກ​ເອຢິບ; ພວກເຂົາ​ກຳລັງ​ແຜ່ຜາຍ​ໄປ​ທົ່ວ​ພື້ນທີ່​ຂອງ​ດິນແດນ ແລະ ຕັ້ງ​ຖິ່ນຖານ​ຢູ່​ໄກ້​ໆ​ເຮົາ.
6 Come, please curse this people for me—they are stronger than I am. Maybe then I can strike them and drive them from the land, for I know: whoever you bless is blessed, and whoever you curse is cursed." ບັດນີ້​ຈົ່ງ​ມາ ແລະ ສາບແຊ່ງ​ປະຊາຊົນ​ເຫລົ່ານີ້​ເທາະ, ເພາະ​ພວກເຂົາ​ແຂງແກ່ນ​ເກີນ​ກຳລັງ​ຂອງ​ເຮົາ. ບາງທີ​ເຮົາ​ຈະ​ສາມາດ​ເອົາຊະນະ​ພວກເຂົາ​ໄດ້ ແລະ ຂັບໄລ່​ພວກເຂົາ​ອອກຈາກ​ດິນແດນ. ເພາະ​ເຮົາ​ຮູ້​ວ່າ​ຄົນໃດ​ທີ່​ເຈົ້າ​ອວຍພອນ​ຄົນ​ນັ້ນ​ກໍ​ໄດ້​ຮັບ​ພອນ, ແລະ ຄົນໃດ​ທີ່​ເຈົ້າ​ສາບແຊ່ງ​ຄົນ​ນັ້ນກໍ​ຖືກ​ສາບແຊ່ງ”.
7 The elders of Moab and elders of Midian went, fortune-telling fees in their hand, and came to Balaam and told him Balak's words. ບັນດາ​ຜູ້ອາວຸໂສ​ຂອງ​ໂມອາບ ແລະ ມີດີອານ​ຈຶ່ງ​ອອກ​ໄປ, ພ້ອມ​ກັບ​ເງິນຄ່າ​ພິທີ​ສາບແຊ່ງ. ເມື່ອ​ພວກເຂົາ​ມາ​ພົບ​ບາລາອາມ, ພວກເຂົາ​ກໍ​ບອກ​ເພິ່ນ​ຕາມ​ທີ່​ບາຫລາກ​ໄດ້​ກ່າວ.
8 He said to them, "Stay here tonight, and I'll bring back word as God speaks to me." So the officials of Moab stayed with Balaam. ບາລາອາມ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຊີນ​ພັກ​ຄ້າງຄືນ​ບ່ອນ​ນີ້​ກ່ອນ, ແລ້ວ​ຂ້າພະເຈົ້າ​ຈະ​ລາຍງານ​ແກ່​ພວກເຈົ້າ​ຕາມ​ທີ່​ພຣະເຈົ້າ​ຢາເວ​ປະທານ​ໃຫ້​ຂ້າພະເຈົ້າ”. ດັ່ງນັ້ນ​ຂ້າລາຊະການ​ຊາວໂມອາບ​ຈຶ່ງ​ພັກ​ຢູ່​ກັບ​ບາລາອາມ.
9 Then our Father came to Balaam and said, "Who are these men with you?" ພຣະເຈົ້າ​ມາ​ຫາ​ບາລາອາມ ແລະ ຖາມ​ວ່າ, “ຄົນ​ເຫລົ່ານີ້​ທີ່​ຢູ່​ກັບ​ເຈົ້າ​ແມ່ນ​ຜູ້ໃດ?”
10 Balaam said to our Father, "Balak son of Zippor, king of Moab, has sent word to me: ບາລາອາມ​ຕອບ​ພຣະເຈົ້າ​ວ່າ, “ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກະສັດ​ແຫ່ງ​ໂມອາບ, ໄດ້​ສົ່ງ​ຂ່າວ​ມາ​ວ່າ:
11 Look, the people who came out of Egypt cover the land's face. Come now, curse them for me—maybe I can fight against them and drive them out." ‘ປະຊາຊົນ​ທີ່​ອອກ​ມາ​ຈາກ​ເອຢິບ​ແຜ່ຜາຍ​ໄປ​ທົ່ວ​ພື້ນທີ່​ຂອງ​ດິນແດນ. ບັດນີ້​ກະລຸນາ​ມາ ແລະ ສາບແຊ່ງ​ພວກເຂົາ​ເພື່ອ​ຂ້າພະເຈົ້າ​ແດ່. ບາງທີ​ຫລັງຈາກນັ້ນ​ຂ້າພະເຈົ້າ​ຈະ​ສາມາດ​ສູ້ຮົບ​ພວກເຂົາ ແລະ ຂັບໄລ່​ພວກເຂົາ​ອອກ​ໜີ​ໄປ​ໄດ້’ ”.
12 But our Father told Balaam, "Do not go with them. Do not curse the people, for they are blessed." ແຕ່​ພຣະເຈົ້າ​ກ່າວ​ແກ່​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ພວກເຂົາ. ເຈົ້າ​ບໍ່​ຕ້ອງ​ສາບແຊ່ງ​ຄົນ​ເຫລົ່ານັ້ນ, ເພາະ​ວ່າ​ພວກເຂົາ​ເປັນ​ຜູ້​ໄດ້​ຮັບ​ພຣະພອນ​ແລ້ວ”.
13 Balaam got up that morning and told Balak's officials, "Return to your land—God has refused to let me go with you." ເຊົ້າ​ມື້​ຕໍ່ມາ​ບາລາອາມ​ລຸກ​ຂຶ້ນ ແລະ ບອກ​ກັບ​ຂ້າລາຊະການ​ຂອງ​ບາຫລາກ​ວ່າ, “ຈົ່ງ​ກັບ​ຄືນ​ໄປ​ປະເທດ​ຂອງ​ພວກທ່ານ, ເພາະ​ພຣະເຈົ້າ​ຢາເວ​ບໍ່​ອະນຸຍາດ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກທ່ານ”.
14 Moab's officials got up, went to Balak, and said, "Balaam refused to come with us." ດັ່ງນັ້ນ​ຂ້າລາຊະການ​ຊາວໂມອາບ​ຈຶ່ງ​ກັບຄືນ​ໄປ​ຫາ​ບາຫລາກ ແລະ ກ່າວ​ວ່າ, “ບາລາອາມ​ປະຕິເສດ​ທີ່​ຈະ​ມາ​ກັບ​ພວກເຮົາ”.
15 Then Balak sent officials again—more numerous and more honored than the first. ແລ້ວ​ບາຫລາກ​ກໍ​ໄດ້​ສົ່ງ​ຂ້າລາຊະການ​ຄົນ​ອື່ນໆ​ອີກ​ຈຳນວນ​ຫລາຍ​ກວ່າ​ເກົ່າ ແລະ ມີ​ກຽດຊື່ສຽງ​ຫລາຍ​ກວ່າ​ພວກທຳອິດ​ອີກ​ໄປ.
16 They came to Balaam and said, "Balak son of Zippor says: Let nothing keep you from coming to me, ພວກເຂົາ​ກໍ​ມາ​ຫາ​ບາລາອາມ ແລະ ກ່າວ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກ່າວ​ຄື: ຢ່າ​ໃຫ້​ມີ​ສິ່ງໃດ​ມາ​ຂັດຂວາງ​ບໍ່​ໃຫ້​ເຈົ້າ​ມາ​ຫາ​ເຮົາ,
17 for I will honor you greatly, and do whatever you say to me. So please come and curse this people for me." ເພາະ​ເຮົາ​ຈະ​ຕອບແທນ​ທ່ານ​ຢ່າງ​ງົດງາມ ແລະ ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ບອກ. ຂໍ​ຈົ່ງ​ມາ ແລະ ສາບແຊ່ງ​ແກ່​ປະຊາຊົນ​ເຫລົ່ານີ້​ເພື່ອ​ເຮົາ”.
18 Balaam answered Balak's servants, "Even if Balak gave me his house full of silver and gold, I cannot go beyond God's command, to do small or great. ແຕ່​ບາລາອາມ​ຕອບ​ພວກເຂົາ​ວ່າ, “ແມ່ນແຕ່​ບາຫລາກ​ຈະ​ມອບ​ເງິນ ແລະ ຄຳ​ທັງໝົດ​ທີ່​ຢູ່​ໃນ​ວັງ​ຂອງ​ເພິ່ນ​ໃຫ້​ແກ່​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃຫຍ່ ຫລື ສິ່ງ​ນ້ອຍ​ເກີນ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ດອກ.
19 Now please, stay here tonight, you too, so I may learn what more our Father will say to me." ບັດນີ້​ຈົ່ງ​ຄ້າງຄືນ​ທີ່​ນີ້​ກ່ອນ​ສາ ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ເບິ່ງ​ວ່າ​ພຣະເຈົ້າ​ຢາເວ​ຈະ​ບອກ​ສິ່ງໃດ​ອີກ​ກັບ​ຂ້າພະເຈົ້າ”.
20 And our Father came to Balaam at night and said to him, "Since these men came to summon you, get up and go with them, but do only what I tell you." ຄືນ​ນັ້ນ​ພຣະເຈົ້າ​ກໍ​ມາ​ຫາ​ບາລາອາມ ແລະ ກ່າວ​ວ່າ, “ເນື່ອງຈາກ​ວ່າ​ຄົນ​ເຫລົ່ານີ້​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ເຈົ້າ​ໄປ, ຈົ່ງ​ໄປ​ກັບ​ພວກເຂົາ​ສາ, ແຕ່​ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່ານັ້ນ”.
21 So Balaam got up in the morning, saddled his donkey, and went with the officials of Moab. ບາລາອາມ​ລຸກ​ຂຶ້ນ​ໃນ​ຕອນເຊົ້າ, ຈັດແຈງ​ຜູກ​ອານ​ລໍ​ຂອງ​ຕົນ ແລະ ໄປ​ກັບ​ພວກ​ຂ້າ​ລາຊະການ​ຂອງ​ໂມອາບ.
22 But our Father's anger burned because he went, and our Father's messenger stood in the road as Balaam's adversary. Balaam was riding his donkey, with his two servants. ແຕ່​ພຣະເຈົ້າ​ໂກດຮ້າຍ​ຫລາຍ​ເມື່ອ​ບາລາອາມ​ອອກ​ໄປ, ແລະ ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ມາ​ຢືນ​ຢູ່​ກາງທາງ​ເພື່ອ​ຂັດຂວາງ. ບາລາອາມ​ຂີ່​ລໍ​ຂອງ​ຕົນ​ໄປ, ແລະ ມີ​ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ນຳ​ດ້ວຍ.
23 The donkey saw the messenger of our Father standing in the road, his sword drawn in his hand, and she turned off the road into the field. So Balaam struck the donkey to turn her back onto the road. ເມື່ອ​ລໍ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ຢືນ​ຖື​ດາບ​ຢູ່​ກາງ​ທາງ, ລໍ​ກໍ​ຫລີກ​ອອກ​ຈາກ​ທາງ​ໄປ​ສູ່​ທົ່ງນາ. ບາລາອາມ​ກໍ​ຕີ​ລໍ​ເພື່ອ​ບັງຄັບ​ໃຫ້​ມັນ​ກັບ​ເຂົ້າ​ມາ​ສູ່​ຫົນທາງ​ເດີມ.
24 Then our Father's messenger stood in a narrow path between vineyards, a wall on each side. ຈາກ​ນັ້ນ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ມາ​ຢືນ​ຢູ່​ບ່ອນ​ທາງ​ແຄບ​ລະຫວ່າງ​ຂອບຮົ້ວ​ສວນອະງຸ່ນ​ສອງ​ດ້ານ.
25 The donkey saw the messenger of our Father, pressed against the wall, and pressed Balaam's foot against it, so he struck her again. ເມື່ອ​ລໍ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ, ລໍ​ກໍ​ບຽດ​ໂຕ​ເຂົ້າ​ຂອບຮົ້ວ​ນັ້ນ, ເຮັດ​ໃຫ້​ຕີນ​ຂອງ​ບາລາອາມ​ຕຳ​ໃສ່​ຮົ້ວ. ດັ່ງນັ້ນ​ລາວ​ຈຶ່ງ​ຕີ​ລໍ​ອີກ.
26 The messenger of our Father went further and stood in a narrow place with no room to turn right or left. ແລ້ວ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ອອກໄປ​ທາງໜ້າ​ກ່ອນ ແລະ ຢືນ​ຢູ່​ບ່ອນ​ແຄບ​ບ່ອນ​ທີ່​ລໍ​ບໍ່​ສາມາດ​ຫລົບ​ໄປ​ທາງໃດ​ໄດ້.
27 When the donkey saw the messenger of our Father, she lay down under Balaam; his anger flared, and he struck her with his staff. ເມື່ອ​ລໍ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ແລ້ວ, ລໍ​ກໍ​ໝູບລົງ​ໂດຍ​ທີ່​ບາລາອາມ​ຍັງ​ນັ່ງ​ຢູ່​ເທິງ​ຫລັງ ແລະ ລາວ​ຍິ່ງ​ໃຈຮ້າຍ ແລະ ເອົາ​ໄມ້ຄ້ອນເທົ້າ​ຂອງ​ຕົນ​ຕີ​ລໍ​ອີກ.
28 Then our Father opened the donkey's mouth, and she said to Balaam, "What have I done to you, that you struck me these three times?" ແລ້ວ​ພຣະເຈົ້າ​ຢາເວ​ເປີດ​ປາກ​ຂອງ​ລໍ ແລະ ລໍ​ຈຶ່ງ​ເວົ້າ​ກັບ​ບາລາອາມ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ຫຍັງ​ໃຫ້​ທ່ານ​ບໍ ທ່ານ​ຈຶ່ງ​ຕີ​ຂ້າພະເຈົ້າ​ເຖິງ​ສາມ​ຄັ້ງ​ເຊັ່ນ​ນີ້?”
29 Balaam said to the donkey, "You have mocked me! If I had a sword in my hand, I'd kill you now." ບາລາອາມ​ຕອບ​ລໍ​ວ່າ, “ເຈົ້າ​ເຮັດ​ໃຫ້​ຂ້ອຍ​ກາຍ​ເປັນ​ຄົນ​ໂງ່! ຖ້າ​ຂ້ອຍ​ມີ​ດາບ​ດວງ​ໜຶ່ງ​ຢູ່​ໃນ​ມື, ຂ້ອຍ​ຈະ​ຂ້າ​ເຈົ້າ​ດຽວ​ນີ້​ລະ”.
30 The donkey said to Balaam, "Am I not your donkey, the one you've ridden all your life until today? Have I ever treated you this way before?" He said, "No." ລໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ຂ້າພະເຈົ້າ​ບໍ່​ແມ່ນ​ລໍ​ຂອງ​ທ່ານ, ເຊິ່ງ​ທ່ານ​ໄດ້​ຂີ່​ຕະຫລອດ, ຈົນ​ມາ​ເຖິງ​ມື້​ນີ້​ບໍ່​ແມ່ນ​ບໍ? ຂ້າພະເຈົ້າ​ເຄີຍ​ເຮັດ​ກັບ​ທ່ານ​ເຊັ່ນ​ນີ້​ມາ​ກ່ອນ​ບໍ?” ບາລາອາມ​ຕອບ​ວ່າ, “ບໍ່​ເຄີຍ”.
31 Then our Father opened Balaam's eyes, and he saw our Father's messenger standing in the road, sword drawn in hand, and he bowed low and fell facedown. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ເປີດ​ຕາ​ຂອງ​ບາລາອາມ​ອອກ, ແລະ ລາວ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກຳລັງ​ຢືນ​ຖື​ດາບ​ຢູ່​ກາງ​ທາງ. ດັ່ງນັ້ນ ລາວ​ຈຶ່ງ​ໝອບ​ລົງ ແລະ ໝູບໜ້າ​ລົງ.
32 The messenger of our Father said to him, "Why have you hit your donkey three times? I've come out as an adversary, because your way is reckless before me. ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ລໍ​ຂອງ​ເຈົ້າ​ເຖິງ​ສາມ​ຄັ້ງ​ເຊັ່ນ​ນີ້? ຂ້ອຍ​ໄດ້​ມາ​ທີ່​ນີ້​ເພື່ອ​ຂັດຂວາງ​ເຈົ້າ​ເພາະ​ເຈົ້າ​ກຳລັງ​ເຮັດ​ຢ່າງ​ບໍ່ຄິດໄຕ່ຕອງ.
33 The donkey saw me and turned aside from me these three times. Had she not turned aside, I would have killed you by now and spared her life." ລໍ​ເຫັນ​ຂ້ອຍ​ແລ້ວ ແລະ ຫລີກໜີ​ໄປ​ຈາກ​ຂ້ອຍ​ເຖິງ​ສາມ​ຄັ້ງ​ເຊັ່ນນີ້​ແຫລະ. ຖ້າ​ລໍ​ບໍ່​ໄດ້​ຫລີກໜີ​ໄປ, ປານນີ້​ຂ້ອຍ​ຄົງ​ໄດ້​ຂ້າ​ເຈົ້າ​ແລ້ວ​ແນ່ນອນ, ແຕ່​ຂ້ອຍ​ຄົງ​ປ່ອຍ​ລໍ​ໄວ້”.
34 Balaam said to the messenger of our Father, "I have sinned—I didn't know you stood in the road to oppose me. Now if this is displeasing in your eyes, I'll turn back." ບາລາອາມ​ກ່າວ​ກັບ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລ້ວ. ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຢູ່​ກາງ​ທາງ​ເພື່ອ​ຂັດຂວາງ​ຂ້ານ້ອຍ. ບັດນີ້ ຖ້າ​ທ່ານ​ບໍ່ພໍໃຈ, ຂ້ານ້ອຍ​ກໍ​ຈະ​ກັບຄືນ​ເມືອ”.
35 The messenger of our Father told Balaam, "Go with the men, but say only what I tell you." So Balaam went on with Balak's officials. ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ບາລາອາມ​ວ່າ, “ຈົ່ງ​ໄປ​ກັບ​ຄົນ​ເຫລົ່ານີ້​ສາ, ແຕ່​ຈົ່ງ​ເວົ້າ​ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ​ເທົ່ານັ້ນ”. ດັ່ງນັ້ນ​ບາລາອາມ​ຈຶ່ງ​ໄປ​ກັບ​ພວກ​ຂ້າລາຊະການ​ຂອງ​ບາຫລາກ.
36 When Balak heard Balaam was coming, he went out to meet him at the city of Moab, on the Arnon border, at the border's edge. ເມື່ອ​ບາຫລາກ​ໄດ້​ຍິນ​ວ່າ​ບາລາອາມ​ກຳລັງ​ມາ, ເພິ່ນ​ກໍ​ອອກ​ໄປ​ພົບ​ທີ່​ຊາຍແດນ​ຄື​ທີ່​ເມືອງ​ຂອງ​ຊາວໂມອາບ​ຕິດກັບ​ອາກໂນນ, ທີ່​ຢູ່​ໄກ້​ຄຽງ​ເຂດແດນ​ຂອງ​ເພິ່ນ.
37 Balak said to Balaam, "Didn't I send urgently to call you? Why didn't you come to me? Can I really not honor you?" ບາຫລາກ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ໄປ​ເອີ້ນ​ເຈົ້າ​ໃຫ້​ມາ​ດ່ວນ​ບໍ່ແມ່ນ​ບໍ? ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ຍອມ​ມາ​ຫາ​ເຮົາ? ເຮົາ​ບໍ່​ສາມາດ​ໃຫ້​ລາງວັນ​ແກ່​ເຈົ້າ​ແທ້​ຊັ້ນ​ບໍ?”
38 Balaam told Balak, "Look, I've come to you now—but can I say just anything? I can only speak what God puts in my mouth." ບາລາອາມ​ຕອບ​ວ່າ, “ເວລາ​ນີ້​ຂ້າພະເຈົ້າ​ມາ​ຫາ​ທ່ານ​ແລ້ວ. ແຕ່​ຂ້າພະເຈົ້າ​ບໍ່​ສາມາດ​ເວົ້າ​ສິ່ງໃດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ​ໄດ້. ຂ້າພະເຈົ້າ​ຕ້ອງ​ເວົ້າ​ແຕ່​ສິ່ງ​ທີ່​ພຣະເຈົ້າ​ໃສ່​ໃນ​ປາກ​ຂອງ​ຂ້າພະເຈົ້າ​ເທົ່ານັ້ນ”.
39 So Balaam went with Balak, and they came to Kiriath-huzoth. ແລ້ວ​ບາລາອາມ​ກໍ​ໄປ​ກັບ​ບາຫລາກ​ທີ່​ກີຣີອາດຮູຊົດ.
40 Balak sacrificed cattle and sheep, sending shares to Balaam and the officials with him. ບາຫລາກ​ເອົາ​ງົວ ແລະ ແກະ​ຖວາຍບູຊາ, ແລະ ມອບ​ບາງສ່ວນ​ໃຫ້​ບາລາອາມ​ກັບ​ພວກ​ຂ້າ​ລາຊະການ​ທີ່​ໄປ​ກັບ​ເພິ່ນ.
41 In the morning Balak took Balaam and brought him up to Bamoth-baal, and from there he saw the edge of the people. ເຊົ້າ​ມື້​ຕໍ່ມາ​ບາຫລາກ​ກໍ​ພາ​ບາລາອາມ​ຂຶ້ນ​ໄປ​ເທິງ​ບາໂມດບາອານ, ແລະ ຈາກ​ທີ່​ນັ້ນ​ລາວ​ສາມາດ​ເບິ່ງ​ລົງ​ມາ​ເຫັນ​ຄ້າຍພັກ​ຂອງ​ຄົນ​ອິດສະຣາເອນ​ຢູ່​ເຂດ​ນອກເມືອງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]