Skip to content
The Believer's Library

Biblica® Open Lao Contemporary Version

Micah 5 OLCV

Side by side with the Father's Heart Bible™

ຜູ້​ປົກຄອງ​ຕາມ​ພຣະສັນຍາ​ຈະ​ມາ​ຈາກ​ເບັດເລເຮັມ

1ນະຄອນ​ແຫ່ງ​ກອງ​ທະຫານ, ຈົ່ງ​ຈັດ​ທັບ,ເພາະ​ສັດຕູ​ມາ​ລ້ອມ​ເມືອງ​ຂອງ​ພວກເຮົາ​ແລ້ວ.ພວກເຂົາ​ຈະ​ເອົາ​ໄມ້ແສ້​ຟາດ​ແກ້ມຂອງ​ຜູ້​ປົກຄອງ​ຂອງ​ອິດສະຣາເອນ.

2“ສ່ວນ​ເຈົ້າ, ເບັດເລເຮັມ ເອຟຣາທາ,ເຖິງ​ແມ່ນ​ເຈົ້າ​ຈະ​ເປັນ​ຜູ້​ເລັກ​ນ້ອຍ​ໃນ​ທ່າມກາງ​ຕະກຸນ​ຕ່າງໆ​ຂອງ​ຢູດາຍ,ແຕ່​ຈະ​ມີ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ​ເພື່ອ​ເຮົາເປັນ​ຜູ້​ທີ່​ຈະ​ຄອບຄອງ​ອິດສະຣາເອນ,ຜູ້​ນັ້ນ​ມີ​ທີ່​ມາ ທີ່​ມາ​ຈາກ​ສະໄໝ​ກ່ອນຈາກ​ສະໄໝ​ບູຮານ”.

3ເຫດສະນັ້ນ ອິດສະຣາເອນ​ຈະ​ຖືກ​ປະຖິ້ມຈົນ​ກວ່າ​ເມື່ອ​ເຖິງ​ເວລາ​ທີ່​ແມ່ຍິງ​ທີ່​ກຳລັງ​ເຈັບ​ມົດລູກ​ນັ້ນ​ເກີດ​ລູກຊາຍ​ແລ້ວ,ແລະ ພີ່ນ້ອງ​ອື່ນໆ​ຂອງ​ຜູ້​ນັ້ນກັບ​ມາ​ສົມທົບ​ກັນ​ກັບ​ຊົນຊາດ​ອິດສະຣາເອນ.

4ເພິ່ນ​ຈະ​ຢຶດໝັ້ນ ແລະ ລ້ຽງດູ​ຝູງແກະ​ຂອງ​ເພິ່ນໂດຍ​ກຳລັງ​ຂອງ​ພຣະເຈົ້າ​ຢາເວໂດຍ​ບາລະມີ​ແຫ່ງ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ.ແລະ ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ໝັ້ນຄົງ​ປອດໄພເພາະ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ​ຈະ​ແຜ່​ເຖິງ​ສຸດປາຍ​ແຜ່ນດິນ​ໂລກ.

5ແລະ ເພິ່ນ​ຈະ​ນຳ​ສັນຕິສຸກ​ມາ​ໃຫ້​ພວກເຮົາເມື່ອ​ຄັ້ງ​ທີ່​ອັດຊີເຣຍ​ຮຸກຮານ​ດິນແດນ​ຂອງ​ພວກເຮົາແລະ ເດີນ​ທັບ​ຜ່ານ​ປ້ອມ​ປ້ອງກັນ​ຂອງ​ພວກເຮົາ.ເຮົາ​ຈະ​ຕັ້ງ​ຄົນລ້ຽງແກະ​ເຈັດ​ຄົນ,ຜູ້ບັນຊາການ​ແປດ​ຄົນ​ດ້ວຍ,

6ພວກເຂົາ​ຈະ​ປົກຄອງ​ດິນແດນ​ອັດຊີເຣຍ​ດ້ວຍ​ດາບ,ປົກຄອງ​ດິນແດນ​ຂອງ​ນິມໂຣດ​ດ້ວຍ​ດາບ​ທີ່​ຊັກ​ອອກ.ຜູ້​ນັ້ນ​ຈະ​ກອບກູ້​ພວກເຮົາ​ອອກ​ຈາກ​ອັດຊີເຣຍເມື່ອ​ພວກເຂົາ​ມາ​ຮຸກຮານ​ດິນແດນ​ຂອງ​ພວກເຮົາແລະ ເດີນ​ທັບ​ເຂົ້າ​ມາ​ໃນ​ເຂດແດນ​ຂອງ​ພວກເຮົາ.

7ຄົນ​ທີ່​ເຫລືອ​ຂອງ​ຢາໂຄບຈະ​ຢູ່​ທ່າມກາງ​ຊົນຊາດ​ທັງຫລາຍເໝືອນ​ນ້ຳຄ້າງ​ຈາກ​ພຣະເຈົ້າ​ຢາເວເໝືອນ​ສາຍ​ຝົນ​ທີ່​ໂຮຍ​ລົງ​ເທິງ​ຫຍ້າ,ເຊິ່ງ​ບໍ່​ຕ້ອງ​ລໍຖ້າ​ຜູ້ໃດຫລື ເພິ່ງພາ​ມະນຸດ.

8ຄົນ​ທີ່​ເຫລືອ​ຂອງ​ຢາໂຄບ​ຈະ​ຢູ່​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ,ຢູ່​ທ່າມກາງ​ຊົນຊາດ​ຕ່າງໆເໝືອນ​ດັ່ງ​ໂຕສິງ​ທີ່​ຢູ່​ໃນ​ທ່າມກາງ​ສັດປ່າ,ເໝືອນ​ສິງ​ໜຸ່ມ​ທີ່​ຢູ່​ໃນ​ທ່າມກາງ​ຝູງ​ແກະ,ເຊິ່ງ​ຢຽບຢ່ຳ ແລະ ທຳລາຍ​ຂະນະ​ທີ່​ຍ່າງ​ໄປ,ໂດຍ​ບໍ່​ມີ​ຜູ້ໃດ​ຊ່ວຍ​ໄດ້.

9ເຈົ້າ​ຈະ​ຍົກ​ມື​ຂຶ້ນ​ດ້ວຍ​ໄຊຊະນະ​ເໜືອ​ສັດຕູ​ທັງຫລາຍ​ຂອງ​ພວກເຈົ້າ,ແລະ ສັດຕູ​ທັງໝົດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.

10ພຣະເຈົ້າ​ຢາເວ​ປະກາດ​ວ່າ,“ໃນ​ວັນ​ນັ້ນ ເຮົາ​ຈະ​ທຳລາຍ​ມ້າ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ໝົດ​ໄປ​ຈາກ​ພວກເຈົ້າແລະ ທຳລາຍ​ບັນດາ​ລົດມ້າ​ຂອງ​ພວກເຈົ້າ.

11ເຮົາ​ຈະ​ທຳລາຍ​ເມືອງ​ຕ່າງໆ​ໃນ​ດິນແດນ​ຂອງ​ພວກເຈົ້າແລະ ທຳລາຍ​ທີ່​ໝັ້ນ​ທັງໝົດ​ຂອງ​ພວກເຈົ້າ.

12ເຮົາ​ຈະ​ທຳລາຍ​ພວກ​ແມ່ມົດ​ຂອງ​ພວກເຈົ້າແລະ ພວກເຈົ້າ​ຈະ​ບໍ່​ໃຊ້​ເວດມົນ​ຄາຖາ​ອີກ​ຕໍ່​ໄປ.

13ເຮົາ​ຈະ​ທຳລາຍ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຈົ້າ;ແລະ ຫີນ​ສັກສິດ​ທ່າມກາງ​ພວກເຈົ້າ​ໃຫ້​ໝົດ​ໄປ;ພວກເຈົ້າ​ຈະ​ບໍ່​ກົ້ມ​ກາບສິ່ງ​ທີ່​ມື​ຂອງ​ພວກເຈົ້າ​ເຮັດ​ຂຶ້ນ​ມາ​ອີກ​ຕໍ່​ໄປ.

14ເຮົາ​ຈະ​ຮື້​ຖອນ​ເສົາ​ເຈົ້າ​ແມ່​ອາເຊຣາ​ທີ່​ຢູ່​ທ່າມກາງ​ພວກເຈົ້າ​ອອກ​ໄປແລະ ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ.

15ເຮົາ​ຈະ​ແກ້ແຄ້ນ​ດ້ວຍ​ຄວາມ​ໃຈຮ້າຍ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາແກ່​ຊົນ​ຊາດ​ຕ່າງໆ​ທີ່​ບໍ່​ເຊື່ອຟັງ​ເຮົາ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]