Skip to content
The Believer's Library

Biblica® Open Lao Contemporary Version

Leviticus 3 OLCV

Show OLCV only
Verse × ×
1 "If someone's offering is a peace offering from the herd, male or female, he must present it without defect before me. “ ‘ຖ້າ​ການ​ຖວາຍ​ຂອງ​ພວກເຈົ້າ​ເປັນ​ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ສັດ​ໂຕ​ໜຶ່ງ​ຈາກ​ຝູງງົວ​ບໍ່​ວ່າ​ໂຕ​ຜູ້ ຫລື ໂຕ​ແມ່, ພວກເຈົ້າ​ຈະ​ຕ້ອງ​ນຳ​ສັດ​ທີ່​ບໍ່​ມີ​ຕຳໜິ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
2 He lays his hand on his offering's head and slaughters it at the tent of meeting's entrance, and Aaron's sons the priests splash the blood against all sides of the altar. ໃຫ້​ພວກເຈົ້າ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ສັດ​ທີ່​ຈະ​ຖວາຍ ແລ້ວ​ຂ້າ​ສັດ​ນັ້ນ​ທີ່​ທາງ​ເຂົ້າ​ເຕັນນັດພົບ. ຈາກນັ້ນ​ລູກຊາຍ​ຂອງ​ອາໂຣນ​ຜູ້​ເປັນ​ປະໂລຫິດ​ຈະ​ຊິດ​ເລືອດ​ງົວ​ອ້ອມຂ້າງ​ແທ່ນບູຊາ.
3 From the peace offering he must present to me a food offering made by fire: the fat covering the inner parts and all the fat on them, ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ພວກເຂົາ​ຈະນຳ​ເອົາ​ເຄື່ອງບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ຄື​ເຄື່ອງໃນທັງໝົດ ແລະ ໄຂມັນ​ທີ່​ຫຸ້ມ​ເຄື່ອງໃນ​ນັ້ນ,
4 both kidneys with the fat on them near the flanks, and the long lobe of the liver, which he removes with the kidneys. ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ​ຫຸ້ມ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ ເຊິ່ງ​ເຈົ້າ​ຈະ​ຕ້ອງ​ເອົາ​ອອກ​ພ້ອມ​ໝາກໄຂ່ຫລັງ.
5 Aaron's sons will burn it on the altar atop the burnt offering on the wood over the fire—a food offering, a pleasing aroma to me. ຫລັງຈາກ​ນັ້ນ​ພວກລູກຊາຍ​ຂອງ​ອາໂຣນ​ຈະ​ເຜົາ​ສິ່ງ​ເຫລົ່ານີ້ທີ່​ແທ່ນບູຊາ​ເທິງ​ເຄື່ອງເຜົາ​ບູຊາ​ທີ່​ວາງ​ເທິງ​ກອງໄຟ, ນີ້​ເປັນ​ການ​ຖວາຍ​ບູຊາ​ອາຫານ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
6 "If his peace offering to me is from the flock, male or female, he must present it without defect. “ ‘ຖ້າ​ພວກເຈົ້າ​ຈະ​ຖວາຍ​ສັດ​ຈາກ​ຝູງສັດ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ​ຢາເວ, ພວກເຈົ້າ​ຖວາຍ​ໄດ້​ທັງ​ໂຕ​ຜູ້ ຫລື ໂຕ​ແມ່​ທີ່​ບໍ່​ມີ​ຕຳໜິ.
7 If he brings a lamb as his offering, he is to present it before me, ຖ້າ​ພວກເຈົ້າ​ຈະ​ຖວາຍ​ລູກແກະ ກໍ​ໃຫ້​ນຳ​ເອົາ​ສັດ​ນັ້ນ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ,
8 lay his hand on the head of his offering and slaughter it before the tent of meeting; Aaron's sons will splash its blood on all sides of the altar. ໃຫ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ລູກແກະ ແລະ ຂ້າ​ສັດ​ນັ້ນ​ຢູ່​ຕໍ່ໜ້າ​ເຕັນນັດພົບ. ແລ້ວ​ບັນດາ​ລູກຊາຍ​ຂອງ​ອາໂຣນ​ຈະ​ຊິດ​ເລືອດ​ສັດ​ນັ້ນ​ໃສ່​ອ້ອມ​ຂ້າງ​ຂອງ​ແທ່ນບູຊາ.
9 From the peace offering he must present a food offering to me by fire: its fat, the whole fat tail cut off close to the backbone, the fat covering the inner parts, and all the fat on them, ພວກເຈົ້າ​ຈະ​ຕ້ອງ​ນຳເອົາ​ເຄື່ອງບູຊາ​ດ້ວຍ​ໄຟ​ສ່ວນ​ໜຶ່ງ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຄື: ໄຂມັນ, ໄຂມັນ​ສ່ວນ​ຫາງ​ທີ່​ຕັດ​ອອກ​ຈາກ​ບໍລິເວນ​ກະດູກ​ສັນຫລັງ, ເຄື່ອງໄນ ແລະ ໄຂມັນ​ທັງໝົດ​ທີ່​ຕິດ​ກັບ​ເຄື່ອງໄນ,
10 both kidneys with the fat near the loins, and the liver's long lobe, which he removes with the kidneys. ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ​ທີ່​ຕິດ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ກັບ​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ​ທີ່​ຈະ​ຕ້ອງ​ເອົາ​ອອກ​ມາ​ພ້ອມ​ກັບ​ໝາກໄຂ່ຫລັງ.
11 The priest will burn it on the altar as food, an offering made to me by fire. ປະໂລຫິດ​ຈະ​ເຜົາ​ສິ່ງ​ເຫລົ່ານີ້​ເທິງ​ແທ່ນບູຊາ ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
12 "If his offering is a goat, he is to present it before me, “ ‘ຖ້າ​ເຄື່ອງຖວາຍ​ຂອງ​ພວກເຈົ້າ​ແມ່ນ​ແບ້, ໃຫ້​ພວກເຈົ້າ​ນຳ​ສັດ​ນັ້ນ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ,
13 lay his hand on its head and slaughter it in front of the tent of meeting; Aaron's sons will splash its blood on all sides of the altar. ໃຫ້​ພວກເຈົ້າ​ວາງ​ມື​ໃສ່​ເທິງ​ຫົວ ແລະ ຂ້າ​ສັດ​ນັ້ນ​ຕໍ່ໜ້າ​ເຕັນນັດພົບ. ຫລັງຈາກ​ນັ້ນ ບັນດາ​ລູກຊາຍ​ຂອງ​ອາໂຣນ​ຈະ​ຊິດ​ເລືອດ​ສັດ​ໃສ່​ອ້ອມ​ຂ້າງ​ແທ່ນບູຊາ.
14 From it he must present a food offering to me by fire: the fat covering the inner parts and all the fat on them, ໃຫ້​ພວກເຈົ້າ​ນຳ​ເອົາ​ສ່ວນ​ໜຶ່ງ​ຈາກ​ເຄື່ອງຖວາຍ​ຂອງ​ພວກເຈົ້າ​ມາ​ຖວາຍ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າ​ຢາເວ​ໂດຍ​ມີ: ເຄື່ອງໄນ ແລະ ໄຂມັນ​ທັງໝົດ​ທີ່​ຕິດ​ກັບ​ເຄື່ອງໄນ,
15 both kidneys with their fat near the loins, and the liver's long lobe, which he removes with the kidneys. ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ​ທີ່​ຕິດ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ກັບ​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ​ທີ່​ຈະ​ຕ້ອງ​ເອົາ​ອອກ​ມາ​ພ້ອມ​ກັບ​ໝາກໄຂ່ຫລັງ.
16 The priest will burn them on the altar as food, an offering by fire, a pleasing aroma. All fat is mine. ປະໂລຫິດ​ຈະ​ເຜົາ​ສິ່ງ​ເຫລົ່ານີ້​ເທິງ​ແທ່ນບູຊາ ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ, ເປັນ​ກິ່ນຫອມ​ທີ່​ພໍໃຈ. ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າ​ຢາເວ.
17 "This is a lasting rule for all generations, wherever you live: never eat any fat or any blood." “ ‘ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສືບໄປ​ທຸກ​ຊົ່ວອາຍຸ​ບໍ່​ວ່າ​ເຈົ້າ​ຈະ​ອາໄສ​ຢູ່​ທີ່​ໃດ​ຄື: ຢ່າ​ກິນ​ໄຂມັນ ຫລື ເລືອດ​ເລີຍ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]