Skip to content
The Believer's Library

Biblica® Open Lao Contemporary Version

Leviticus 4 OLCV

Show OLCV only
Verse × ×
1 Our Father spoke to Moses, saying: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
2 "Tell the Israelites: If a person sins unintentionally against any of our Father's commands, doing what must not be done, and breaks one of them, “ຈົ່ງ​ກ່າວ​ຕໍ່​ຊາວ​ອິດສະຣາເອນ​ວ່າ: ‘ເມື່ອ​ຜູ້ໃດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ.
3 if the anointed priest sins, bringing guilt on the people, he must bring our Father a young bull without defect as a sin offering for the sin he committed. “ ‘ຖ້າ​ປະໂລຫິດ​ຄົນ​ໃດ​ທີ່​ໄດ້​ຮັບ​ການ​ເຈີມ​ແລ້ວ​ເຮັດ​ບາບ, ເປັນການ​ນຳເອົາ​ຄວາມ​ຜິດ​ມາ​ສູ່​ປະຊາຊົນ, ລາວ​ຕ້ອງ​ເອົາ​ງົວ​ເຖິກ​ໂຕ​ບໍ່​ມີ​ຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໃນ​ສິ່ງ​ທີ່​ຕົນ​ໄດ້​ເຮັດ.
4 He is to bring the bull to the tent of meeting's entrance before our Father, lay his hand on its head, and slaughter it before our Father. ໃຫ້​ລາວ​ນຳ​ງົວ​ເຖິກ​ມາ​ທີ່​ທາງ​ເຂົ້າ​ເຕັນນັດພົບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ໃຫ້​ລາວ​ວາງ​ມື​ໃສ່​ເທິງ​ຫົວ​ງົວ ແລະ ຂ້າ​ງົວ​ໂຕ​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
5 The anointed priest takes some of the bull's blood and brings it into the tent of meeting. ແລ້ວ​ປະໂລຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ຈະ​ນຳ​ເລືອດ​ຂອງ​ງົວ​ຈຳນວນ​ໜຶ່ງ​ເຂົ້າ​ໄປ​ໃນ​ເຕັນນັດພົບ.
6 He is to dip his finger in the blood, sprinkling it seven times before our Father in front of the sanctuary veil. ໃຫ້​ລາວ​ເອົາ​ນິ້ວມື​ຈຸ່ມ​ລົງ​ໃນ​ເລືອດ ແລະ ຊິດ​ເລືອດ​ໃສ່​ຜ້າກັ້ງ​ຂອງ​ບ່ອນ​ສັກສິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເຈັດ​ເທື່ອ.
7 The priest is to put some of the blood on the horns of the altar of fragrant incense before our Father, which is in the tent of meeting, and pour all the rest of the bull's blood at the base of the burnt-offering altar at the entrance of the tent of meeting. ແລ້ວ​ປະໂລຫິດ​ຈະ​ທາ​ເລືອດ​ບາງ​ສ່ວນ​ໃສ່​ເຂົາ​ຂອງ​ແທ່ນ​ເຜົາ​ເຄື່ອງຫອມ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ເຕັນນັດພົບ. ສ່ວນ​ເລືອດ​ງົວ​ທີ່​ເຫລືອ​ນັ້ນ​ລາວ​ຈະ​ຕ້ອງ​ເທ​ລົງ​ທີ່​ຖານ​ຂອງ​ແທ່ນ​ເຜົາ​ເຄື່ອງ​ບູຊາ​ທີ່​ທາງ​ເຂົ້າ​ເຕັນນັດພົບ.
8 He is to remove all the fat of the sin offering bull: the fat covering the entrails, and all the fat on the entrails. ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ຂອງ​ງົວ​ເຖິກ​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ອອກ​ມາ​ຄື: ໄຂມັນ​ທີ່​ຕິດ​ກັບ​ເຄື່ອງໃນ,
9 The two kidneys, the fat on them near the loins, and the liver's lobe—he removes with the kidneys, ໝາກໄຂ່ຫລັງ​ສອງ​ໜ່ວຍ​ກັບ​ໄຂມັນ​ເທິງ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ກັບ​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ​ທີ່​ຈະ​ຕ້ອງ​ເອົາ​ອອກ​ມາ​ພ້ອມ​ກັບ​ໝາກໄຂ່ຫລັງ
10 as removed from the ox of the peace offering; the priest is to burn them on the altar of burnt offering. ເຊັ່ນ​ດຽວ​ກັບ​ໄຂມັນ​ທີ່​ນຳ​ອອກ​ຈາກ​ງົວ​ທີ່​ຖວາຍ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ແລ້ວ​ປະໂລຫິດ​ຈະ​ຕ້ອງ​ເຜົາ​ສິ່ງ​ເຫລົ່ານີ້​ເທິງ​ແທ່ນ​ເຜົາ​ເຄື່ອງບູຊາ.
11 But the bull's hide, all its flesh, head, legs, intestines, and dung. ແຕ່​ໜັງ ແລະ ຊີ້ນ​ທັງໝົດ​ຂອງ​ງົວ, ຫົວ ແລະ ຂາ, ເຄື່ອງໃນ ແລະ ໄສ້​ດ້ວຍ
12 He must carry all the rest of the bull outside the camp to a clean place where ashes are dumped, and burn it on a wood fire; it must be burned where ashes are dumped. ຄື​ສ່ວນ​ທີ່​ເຫລືອ​ທັງໝົດ​ຂອງ​ງົວ​ໂຕ​ນີ້ ລາວ​ຈະ​ຕ້ອງ​ນຳ​ອອກໄປ​ຍັງ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ​ນອກ​ຄ້າຍພັກ, ເຊິ່ງ​ເປັນ​ບ່ອນ​ຖິ້ມ​ຂີ້ເຖົ່າ ແລ້ວ​ຈູດ​ສິ່ງ​ເຫລົ່ານີ້​ໃນ​ກອງຟືນ​ເທິງ​ກອງ​ຂີ້ເຖົ່າ.
13 "If Israel's whole congregation sins unintentionally, and the matter is hidden from the assembly's eyes, and they do one of the things our Father commanded not to be done, and become guilty. “ ‘ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ, ເຖິງ​ແມ່ນ​ວ່າ ຊຸມຊົນ​ໄດ້​ເຮັດ​ບາບ​ໂດຍ​ບໍ່​ຮູ້​ໂຕ​ກໍ​ຕາມ, ເມື່ອ​ພວກເຂົາ​ສຳນຶກ​ໄດ້​ເຖິງ​ຄວາມ​ຜິດ​ຂອງ​ຕົນ
14 When the sin they committed becomes known, the assembly must offer a young bull as a sin offering and bring it before the tent of meeting. ແລະ ຄວາມ​ບາບ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ​ເປັນ​ທີ່​ຮູ້ຈັກ, ຊຸມຊົນ​ນັ້ນ​ຈະ​ຕ້ອງ​ນຳ​ງົວ​ໜຸ່ມ​ໂຕ​ໜຶ່ງ​ມາ​ທີ່​ເຕັນນັດພົບ​ເພື່ອ​ຖວາຍ​ເປັນ​ເຄື່ອງບູຊາ​ໄຖ່​ບາບ.
15 The elders of the community lay hands on the bull's head before our Father; then it is slaughtered before our Father. ໃຫ້​ບັນດາ​ຜູ້ອາວຸໂສ​ຂອງ​ຊຸມຊົນ​ວາງ​ມື​ຂອງ​ພວກເຂົາ​ໃສ່​ເທິງ​ຫົວ​ງົວ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ງົວ​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
16 Then the anointed priest is to bring some of the bull's blood into the tent of meeting. ຫລັງຈາກ​ນັ້ນ ປະໂລຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ຈະ​ນຳເອົາ​ເລືອດ​ສ່ວນ​ໜຶ່ງ​ຂອງ​ງົວ​ເຂົ້າ​ໄປ​ໃນ​ເຕັນນັດພົບ.
17 He is to dip his finger in the blood and sprinkle seven times before our Father, in front of the veil. ລາວ​ຈະ​ຕ້ອງ​ເອົາ​ນີ້ວມື​ຈຸ່ມລົງ​ໃນ​ເລືອດ ແລະ ຊິດ​ໃສ່​ຜ້າກັ້ງ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
18 He is to put some of the blood on the altar's horns before our Father in the tent of meeting, then pour all the rest of it at the base of the altar of burnt offering, at the tent of meeting's entrance. ໃຫ້​ລາວ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ເຕັນນັດພົບ. ສ່ວນ​ເລືອດ​ທີ່​ເຫລືອ​ນັ້ນ​ລາວ​ຈະ​ຕ້ອງ​ເທ​ລົງ​ຖານ​ຂອງ​ແທ່ນບູຊາ​ທີ່​ທາງ​ເຂົ້າ​ເຕັນນັດພົບ.
19 He is to remove all its fat and burn it on the altar. ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ອອກ​ມາ ແລະ ເຜົາ​ຢູ່​ເທິງ​ແທ່ນບູຊາ,
20 He is to do the same with this bull as with the sin offering's bull. So the priest will atone for them, and they'll be forgiven. ແລະ ໃຫ້​ລາວ​ເຮັດ​ກັບ​ງົວ​ໂຕ​ນີ້​ເໝືອນ​ກັບ​ທີ່​ເຮັດ​ກັບ​ງົວ​ທີ່​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ. ປະໂລຫິດ​ຈະ​ລຶບລ້າງ​ບາບ​ໃຫ້​ປະຊາຊົນ​ໂດຍ​ວິທີ​ນີ້ ແລະ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.
21 He is to carry the bull outside the camp and burn it as he burned the first bull; it is the assembly's sin offering. ຫລັງຈາກນັ້ນ ລາວ​ຈະ​ຕ້ອງ​ນຳ​ງົວ​ເຖິກ​ໂຕ​ນີ້​ອອກ​ໄປ​ເຜົາ​ຢູ່​ນອກ​ຄ້າຍພັກ​ຄື​ກັນ​ກັບ​ທີ່​ເຜົາ​ງົວ​ໂຕ​ທຳອິດ​ນັ້ນ. ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ຊຸມຊົນ.
22 "When a leader sins, unintentionally doing anything our Father commanded not to do, and becomes guilty, “ ‘ເມື່ອ​ຜູ້ນຳ​ຄົນ​ໃດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຕົນ​ສັ່ງ​ຫ້າມ, ເມື່ອ​ລາວ​ສຳນຶກ​ໄດ້​ເຖິງ​ຄວາມ​ຜິດ​ຂອງ​ຕົນ
23 if he learns of the sin he committed, he must bring as his offering a male goat without defect. ແລະ ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ​ເປັນ​ທີ່​ຮູ້ຈັກ, ລາວ​ຕ້ອງ​ນຳ​ແບ້​ໂຕ​ຜູ້​ທີ່​ບໍ່​ມີ​ຕຳໜິ​ມາ​ຖວາຍ​ເປັນ​ເຄື່ອງບູຊາ.
24 He is to lay his hand on the goat's head and slaughter it where the burnt offering is slaughtered before our Father—a sin offering. ໃຫ້​ລາວ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ແບ້ ແລະ ຂ້າ​ສັດ​ນັ້ນ​ໃນ​ບ່ອນ​ຂ້າ​ສັດ ເຊິ່ງ​ເປັນ​ເຄື່ອງເຜົາ​ບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ.
25 The priest will take some sin-offering blood with his finger, and put it on the burnt-offering altar's horns, then pour the rest at its base. ຫລັງຈາກ​ນັ້ນ ປະໂລຫິດ​ຈະ​ຕ້ອງ​ເອົາ​ນີ້ວມື​ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ເຄື່ອງບູຊາ​ໄຖ່​ບາບ ແລະ ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ ແລ້ວ​ເທ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ໃສ່​ຖານ​ຂອງ​ແທ່ນບູຊາ.
26 He is to burn all its fat on the altar, like the fat of the peace offering. The priest will atone for his sin, and he will be forgiven. ລາວ​ຈະ​ຕ້ອງ​ເຜົາ​ໄຂມັນ​ທຸກ​ສ່ວນ​ເທິງ​ແທ່ນບູຊາ​ຄື​ກັນ​ກັບ​ເຜົາ​ໄຂມັນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ຂອງ​ຜູ້ນຳ​ຄົນ​ນັ້ນ​ໂດຍ​ວິທີ​ນີ້ ແລະ ລາວ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.
27 "If anyone of the common people sins unintentionally, doing any one of the things our Father commanded not to do, and incurs guilt, “ ‘ຖ້າ​ສະມາຊິກ​ໃນ​ຊຸມຊົນ​ຄົນ​ໃດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ, ເມື່ອ​ພວກເຂົາ​ສຳນຶກ​ໄດ້​ເຖິງ​ຄວາມ​ຜິດ​ຂອງ​ຕົນ
28 when he becomes aware of his sin, he must bring a female goat without defect as his offering for the sin he committed. ແລະ ເມື່ອ​ຄວາມ​ບາບ​ທີ່​ໄດ້​ເຮັດ​ນັ້ນ​ເປັນ​ທີ່​ຮູ້ຈັກ, ພວກເຂົາ​ຈະ​ຕ້ອງ​ນຳ​ແບ້ແມ່​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຕຳໜິ​ມາ​ຖວາຍ​ເພື່ອ​ຂໍ​ໄຖ່​ບາບ​ທີ່​ພວກເຂົາ​ໄດ້​ເຮັດ.
29 He is to lay his hand on the sin offering's head and slaughter it at the burnt offering's place. ພວກເຂົາ​ຈະ​ຕ້ອງ​ວາງ​ມື​ຂອງ​ພວກເຂົາ​ໃສ່​ເທິງ​ຫົວ​ຂອງ​ສັດ​ທີ່​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ຂ້າ​ສັດ​ໃນ​ບ່ອນ​ສຳລັບ​ເຜົາ​ເຄື່ອງ​ບູຊາ.
30 With his finger the priest puts some of its blood on the burnt-offering altar's horns, then pours all the rest at its base. ຫລັງຈາກນັ້ນ ໃຫ້​ປະໂລຫິດ​ເອົາ​ເລືອດ​ສ່ວນ​ໜຶ່ງ​ໂດຍ​ໃຊ້​ນິ້ວມື​ຂອງ​ລາວ​ຈຸ່ມ​ເລືອດ​ແລ້ວ​ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ ແລະ ເທ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ຖານ​ຂອງ​ແທ່ນບູຊາ.
31 He is to remove all its fat, as fat is removed from the peace offering; the priest is to burn it on the altar—a pleasing aroma to our Father—and make atonement for him, and he will be forgiven. ພວກເຂົາ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ອອກ​ຄື​ກັນ​ກັບ​ເອົາ​ໄຂມັນ​ອອກ​ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ປະໂລຫິດ​ຈະ​ເຜົາ​ໄຂມັນ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
32 "If he brings a lamb as his sin offering, he is to bring a female without defect. “ ‘ຖ້າ​ຄົນ​ໃດ​ຈະ​ນຳເອົາ​ລູກແກະ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ, ພວກເຂົາ​ຈະ​ຕ້ອງ​ນຳ​ລູກແກະ​ໂຕ​ແມ່​ທີ່​ບໍ່​ມີ​ຕຳໜິ​ມາ.
33 He is to lay his hand on the sin offering's head and slaughter it as a sin offering where the burnt offering is slaughtered. ໃຫ້​ພວກເຂົາ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ ຂ້າ​ລູກແກະ​ນັ້ນ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໃນ​ບ່ອນ​ສຳລັບ​ເຜົາ​ເຄື່ອງ​ບູຊາ.
34 With his finger the priest is to take some of the blood from the sin offering and apply it to the horns of the altar where burnt offerings are made, then pour out all the remaining blood at the altar's base. ຫລັງຈາກນັ້ນ ປະໂລຫິດ​ຈະ​ຕ້ອງ​ເອົາ​ເລືອດ​ຂອງ​ເຄື່ອງບູຊາ​ໄຖ່​ບາບ​ບາງສ່ວນ​ໂດຍ​ໃຊ້​ນິ້ວມື​ຂອງ​ຕົນ​ຈຸ່ມ​ລົງ​ໃນ​ເລືອດ​ແລ້ວ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ເຜົາ​ເຄື່ອງບູຊາ ແລະ ເທ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ຖານ​ຂອງ​ແທ່ນບູຊາ.
35 He must remove all its fat, as the lamb's fat is removed from the peace offering; the priest will burn it on the altar atop the fire offerings to our Father. So the priest will atone for him for the sin he committed, and he will be forgiven." ພວກເຂົາ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ອອກ​ຄື​ກັນ​ກັບ​ທີ່​ເອົາ​ໄຂມັນ​ອອກ​ຈາກ​ລູກແກະ​ທີ່​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ປະໂລຫິດ​ຈະ​ຕ້ອງ​ເຜົາ​ສິ່ງ​ເຫລົ່ານັ້ນ​ເທິງ​ແທ່ນບູຊາ​ໂດຍ​ວາງ​ເທິງ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ສຳລັບ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]